ຣັສເຊັຽ ເປີດຖ້ຽວບິນ ລະຫວ່າງ ເມືອງ ວະລາດີວອສຕັອກ-ນະຄອນຫຼວງວຽງຈັນ

ຣັສເຊັຽເປີດຖ້ຽວບິນ ຄັ້ງທໍາອິດລະຫວ່າງ ເມືອງວະລາດີວອສຕັອກ ແລະ ນະຄອນຫລວງວຽງຈັນ ເພື່ອສົ່ງເສີມ ການທ່ອງທ່ຽວ ປີນີ້ ລາວຕັ້ງເປົ້າໝາຍ ຈະມີນັກທ່ອງທ່ຽວ ຕ່າງປະເທດ ມາລາວຢ່າງໜ້ອຍ 9 ແສນຄົນ ແລະຄາດວ່າ ຈະມີລາຍຮັບ 218 ລ້ານໂດລ້າຣ໌ ສະຫະຣັຖ.

ເປີດຖ້ຽວບິນຈາກ ເມືອງວະລາດີວອສຕັອກ (Vladivostok) ຂອງຣັສເຊັຽ ຫາ ນະຄອນຫຼວງວຽງຈັນ ຂອງ ສປປ ລາວ. ຮູບພາບ: Ural Airlines

ສາຍການບິນ ອູຣານ ຂອງຣັສເຊັຽ ເປີດຖ້ຽວບິນ ຄັ້ງທໍາອິດລະຫວ່າງເມືອງ ວະລາດີວອສຕັອກ (Vladivostok) ແລະ ນະຄອນຫລວງວຽງຈັນ ໃນມື້ວັນທີ 29 ຕຸລານີ້ ຊຶ່ງເຈົ້າໜ້າທີ່ ທີ່ເຮັດວຽກນໍາສາຍການບິນ ພາຍໃນປະເທດລາວ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 31 ຕຸລານີ້ວ່າ ແມ່ນເພື່ອການທ່ອງທ່ຽວ ຫລືວ່າມາຜ່ານ.

“ລາວກັບຣັສເຊັຽແມ່ນບໍ ໂດຍ ຈະແມ່ນມາທ່ອງທ່ຽວ ຫລືວ່າມາຜ່ານ ເຂົາເຈົ້າກໍທຽວໄປ ທຽວມາ ແບບພວກເຂົາເຈົ້າ ໄປອີ່ຫຍັງ ເປັນແບບອົບຮົມ ແຕ່ກໍບໍ່ປານໃດ.” 

ນັກທ່ອງທ່ຽວຈາກຣັສເຊັຽ ແລະປະເທດອື່ນໆໃນຢູໂຣບ ມາທ່ຽວລາວ ແລະປະເທດອື່ນໆ ໃນເຂດເອເຊັຽຕາເວັນອອກສ່ຽງໃຕ້ ຫລຸດລົງຫລາຍ ພາຍຫລັງ ໂຄວິດ-19 ຣະບາດ ແລະພາຍຫລັງສົງຄາມຂອງຣັສເຊັຽ ຮຸກຮານຢູເຄຣນ, ແຕ່ມາດຽວນີ້ ກໍເຣິ່ມກັບມາທ່ອງທ່ຽວແດ່ແລ້ວ ລະຫວ່າງ ເດືອນຕຸລາ ຫາເດືອນມິນາ ເປັນໄລຍະທ່ອງທ່ຽວ.                                 

ເຈົ້າຂອງບໍຣິສັດ ຈັດໂປຣແກຣມ ການທ່ອງທ່ຽວ ສໍາລັບນັກທ່ອງທ່ຽວ ຈາກຢູໂຣບທ່ານນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ຮ່ວມກັບສາຍການບິນຣັສເຊັຍ ສ່ວນໃຫ່ຍໄປຫລວງພຣະບາງ ແລ້ວໄປໄທຍ.

ຮ່ວມກັບສາຍການບິນຣັສເຊັຍ ສ່ວນໃຫຍ່ມັນກໍຫລວງພຣະບາງ ສ່ວນຫລາຍກໍຫລວງພຣະບາງ ແລ້ວກໍບິນຕົງມາໄທຍ. ຫລວງພຣະບາງ-ບາງກອກ, ຫລວງພຣະບາງ-ຊຽງໃໝ່ ປະມານ 5 ຫາ 10 ວັນນີ້ແຫລະ, ສ່ວນໃຫຍ່ກໍເປັນຄອບຄົວກໍມາ ສ່ວນຫລາຍກໍ High Season ຫັ້ນແຫລະ ແຕ່ຍັງບໍ່ທັນຫລາຍຕອນນີ້ ຫາກໍເຣີ່ມປີທໍາອິກເດ.

ທີ່ຜ່ານມາ ຄົນລາວບໍ່ນິຍົມ ໄປທ່ອງທ່ຽວຣັສເຊັຍ, ມີແຕ່ເຈົ້າໜ້າທີ່ ທາງການໄປຮ່ວມກອງປະຊຸມ, ໄປຝຶກອົບຮົມ ແລະນັກສຶກສາໄປຮຽນ ຊຶ່ງສ່ວນນຶ່ງ ໄປບາງກອກ ແລ້ວກໍຕໍ່ໄປຣັສເຊັຽ.                                                                                                              ແຕ່ໃນໄລນະນີ້ ຊາວນະຄອນຫລວງວຽງ ນາງນຶ່ງເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 31 ຕຸລານີ້ວ່າ ຄົນລາວ ຮວມທັງນັກຮຽນ ບໍ່ມັກໄປຣັສເຊັຽຫລາຍປານໃດ ຍ້ອນບັນຫາເງິນ.

ຄືໃນຊ່ວງນີ້ ຄົນເຮົາກໍໄປບໍ່ຫລາຍປານໃດ ກໍເວົ້າເຣື່ອງເງິນຕອນນີ້ແຫລະນໍ ຄ່າຄອງຊີພມັນສູງຂຶ້ນ ແລ້ວເຂົາກໍຕັດສິນໃຈ ໄປບ່ອນອື່ນ ຫລືບໍ່ເຂົາກໍເລີຍຮຽນຢູ່ລາວ ຕາມເຫັນນັກຮຽນເຂົາໄປນີ້ ຈາກລາວໄປບາງກອກ ໄປຂ້າມອີກປະເທດອື່ນ ສ່ວນຫລາຍໄປຮຽນສາຍປົກຄອງນີ້ນ່າ ກໍຄືພວກເສຖສາຕ ເປັນພົວພັນອີ່ຫຍັງຊີ້ນະ.

ເວົ້າສາເຫດ ທີ່ເຮັດໃຫ້ທາງການຣັສເຊັຽ ເປີດສາຍການບິນລະຫວ່າງ ເມືອງ ວະລາດີວອສຕັອກ (Vladivostok) ແລະນະຄອນຫລວງວຽງຈັນ ອີງຕາມຄໍາເວົ້າ ຂອງທ່ານ ອະດິສອນ ເສມແຍ້ມ ນັກຊ່ຽວຊານ ດ້ານລາວສຶກສາ ຂອງສະຖາບັນ ເອເຊັຽສຶກສາ ຈຸລາລົງກອນ ມະຫາວິທຍາລັຍ ເວົ້າວ່າ ຍ້ອນຣັສເຊັຽ ຖືກສະຫະຣັຖອາເມຣິກາ ແລະຫລາຍປະເທດ ໃນຢູໂຣບ ລົງໂທດ ໂດຍສະເພາະເຣື່ອງການບິນ ຂ້າມນ່ານຟ້າ ແລະລະບົບການໂອນເງິນ ລະຫວ່າງປະເທດ ເຮັດໃຫ້ນັກທ່ອງທ່ຽວ ຣັສເຊັຽບໍ່ສາມາດ ໄປທ່ຽວປະເທດ ໃນແຖບຕາເວັນຕົກໄດ້.

“ຄືລະບົບການໂອນເງິນ ຄືສົມມຸດວ່າ ເຮົາເດີນທາງ ໄປຕ່າງປະເທດ ແລ້ວເຮົາກໍຕ້ອງໃຊ້ບັດ ເຮົາຄົງບໍ່ຖືເງິນສົດ ລະບົບການຊໍາລະເງິນ ການ clearing ນີ້ ມັນຢູ່ໃນມືຂອງອາເມຣິກາ ພໍເຂົາປິດລະບົບ ພວກນັກທ່ອງທ່ຽວ ກໍບໍ່ສາມາດທີ່ຈະ clearing ຫລື clear ອີ່ຫຍັງຕ່າງໆໄດ້  ບໍ່ສາມາດໂອນເງິນ  ຄົງບໍ່ມີໃຜຈະຫອບເງິນ ເປັນເງິນຣູບໃສ່ກະເປົ໋າໄປແລກແມ່ນບໍ ກໍຕ້ອງໃຊ້ພວກບັດ.”

ທ່ານເວົ້າວ່າ ຍ້ອນເປັນຄືແນວນັ້ນ ຣັສເຊັຽຈຶ່ງເປີດຖ້ຽວບິນ ມາຍັງປະເທດລາວຕື່ມ ເພື່ອຊ່ອຍໃຫ້ຄົນຣັສເຊັຽ ໄປທ່ຽວປະເທດ ຕາເວັນອອກສ່ຽງໃຕ້ຕໍ່ ເປັນຕົ້ນ ໄທຍ, ວຽດນາມ, ອິນໂດເນເຊັຽ ຍ້ອນລາວບໍ່ແມ່ນປາຍທາງ ຫລັກຂອງນັກທ່ອງທ່ຽວ ຣັສເຊັຽ.

ທ່ານກ່າວວ່າ:

“ມັນມີບັນຫາເຣື່ອງສາຍການບິນ ມັນຖືກລະງັບ ຍ້ອນຣັສເຊັຽຖືກລົງໂທດ ສະນັ້ນ ປາຍທາງທີ່ຊາວຣັສເຊັຽຈະເດີນທາງມາໄດ້ ກໍແມ່ນທາງເອເຊັຽ ເຊັ່ນ ໄທຍ, ວຽດນາມ, ລາວ, ອິນໂດເນເຊັຽ, ບາຫລີ ກໍເປັນອີກບ່ອນນຶ່ງທີ່ຊາວຣັສເຊັຽ ມັກເດີນທາງມາ.”

ທ່ານກ່າວຕື່ມວ່າ ເຖິງທາງການ 2 ປະເທດ ຈະຕົກລົງກັນເປີດຖ້ຽວບິນ ຄືດັ່ງກ່າວ ແຕ່ກໍຍັງບໍ່ຮູ້ວ່າ ຖ້ຽວບິນນັ້ນ ຈະໃຫ້ບໍຣິການດົນປານໃດ ຍ້ອນຊາວຣັສເຊັຽ ຕ້ອງການເດິນທາງ ໄປພັກຜ່ອນຢູ່ຕ່າງປະເທດ ໃນຣະດູໜາວ ແລະລາວກໍບໍ່ແມ່ນສະຖານທີ່ ພັກຜ່ອນຂອງພວກເຂົາເຈົ້າ.

ເມື່ອວັນທີ 27 ຕຸລານີ້  ທ່ານ ອຸ່ນທວງ ຂາວພັນ ຮອງຣັຖມົນຕຣີ ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ແລະຜູ້ອໍານວຍການ ສູນວິທຍາສາຕ ແລະວັທນະທັມ ຣັສເຊັຽ ປະຈໍາລາວ ໄດ້ປຶກສາຫາລືກັນກ່ຽວກັບການເປີດຖ້ຽວບິນ ໂດຍຕຣົງ ລະຫວ່າງເມືອງ ວະລາດີວອສຕັອກ (Vladivostok) ແລະນະຄອນຫລວງວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວ.

ສາຍການບິນ ອູຣາລ (Ural Airlines) ເປັນສາຍການຊັ້ນນໍາ ຂອງຣັສເຊັຽ, ຈະໃຊ້ເຮືອບິນລຸ້ນໃໝ່ Airbus A320-Neo, ມີຊັ້ນທຸຣະກິຈ 12 ບ່ອນນັ່ງ ແລະບ່ອນນັ່ງທັມມະດາ 144 ບ່ອນນັ່ງ. ໃຊ້ເວລາບິນ 6 ຊົ່ວໂມງ ກັບ 21 ນາທີ, ຈະເປີດທົດລອງ 1 ຖ້ຽວ ຕໍໍໍ່ສັບປະດາ ໃນທຸກໆວັນເສົາ, ອາຈເພີ່ມຖ້ຽວບິນຂຶ້ນຫາກມີຜູ້ໂດຍສານຫລາຍ. ຖ້ຽວວັນທີ 29 ຕຸລານີ້ ມີຜູ້ໂດຍສານເຕັມລໍາ ແລະຖ້ຽວບິນກ່ອນປີໃໝ່ສາສົລ ມີຄົນຈ່ອງບ່ອນໝົດແລ້ວ.

ໃນ 9 ເດືອນທໍາອິດຂອງປີ 2022 ນີ້ ມີນັກທ່ອງທ່ອງທ່ຽວ ຕ່າງປະເທດ ມາທ່ຽວລາວຫລາຍຂຶ້ນ ຄືມີ 644,756 ຄົນ. ສ່ວນຫລາຍແມ່ນນັກທ່ອງທ່ຽວໄທຍ ແລະວຽດນາມ. ປີນີ້ ທາງການລາວ ຕັ້ງເປົ້າໝາຍເອົາໄວ້ວ່າ ຈະມີນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ຽວລາຢ່າງໜ້ອຍ 9 ແສນຄົນ ແລະຄາດວ່າ ຈະມີຣລາຍຮັບ 218 ລ້ານໂດລ້າຣ໌ສະຫະຣັຖ ອີງຕາມການຣາຍງານ ດ້ານສະຖິຕິ ຂອງຂແນງການທ່ອງ ທ່ຽວລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org