ຄົນລາວ ຕາມຊາຍແດນ ລາວ-ໄທຍ ນິຍົມໃຊ້ເງິນບາທ ຫຼາຍກວ່າເງິນກີບ
ເງິນບາທ ເປັນສະກຸນເງິນຕ່າງປະເທດ ທີ່ຊາວລາວ ນິຍົມຊົມໃຊ້ ເຊັ່ນດຽວກັນກັບເງິນໂດລາຣ໌ ສະຫະຣັຖ ໂດຍສ່ວນຫຼາຍ ຈະນຳໃຊ້ກັບທຸຣະກິຈການຊື້-ຂາຍ ເຮືອນ, ທີ່ດິນ, ຣົຖ ແລະ ຄຳ ເຊິ່ງມີມູນຄ່າສູງ ຂະນະທີ່ຣັຖບານເອງ ຍັງບໍ່ສາມາດ ເຮັດໃຫ້ປະຊາຊົນ, ພໍ່ຄ້າ, ແມ່ຄ້າ ໃຊ້ເງິນກີບລ້ວນ ໃນການຊື້-ຂາຍ.
-
ພອນ ພູມມີທອນ
2023-04-26 -
-
-
Your browser doesn’t support HTML5 audio
ເງິນບາທຂອງໄທຍ ເປັນສະກຸນເງິນຕ່າງປະເທດ ທີ່ຊາວລາວ ຢູ່ໃນທົ່ວປະເທດ ນິຍົມຊົມໃຊ້ ເຊັ່ນດຽວກັນກັບເງິນໂດລາຣ໌ສະຫະຣັຖ ໂດຍສ່ວນຫຼາຍ ຈະນຳໃຊ້ກັບເຄື່ອງຂອງໃຫຍ່ ເປັນຕົ້ນ ເຮືອນ, ທີ່ດິນ, ຣົຖ ແລະ ຄຳ ເຊິ່ງມີມູນຄ່າສູງ. ເຖິງຢ່າງໃດກໍ່ຕາມ, ໄດ້ພົບເຫັນວ່າ ຢູ່ໃນເຂດຫຼາຍບ້ານ ບໍຣິເວນຊາຍແດນລາວ-ໄທຍ ມີການນຳໃຊ້ເງິນບາທ ໃນການຊື້ເຄື່ອງຂອງ ໃນຊີວິດປະຈຳວັນ ແລະ ເຄື່ອງແຕ່ງກິນນຳອີກ ອີງຕາມທີ່ປາກົດ ຢູ່ໃນເພຈເຟສບຸກ ຂອງບັນດາພໍ່ຄ້າແມ່ຂາຍ ຢູ່ບ້ານພົງ ແລະ ບ້ານບຸ່ງກວາງ ເມືອງຫີນບູນ ແຂວງຄຳມ່ວນ ເຊິ່ງໄດ້ແຈ້ງລາຄາຂາຍສິນຄ້າ ຂອງພວກເຂົາເຈົ້າ ເປັນເງິນບາທທັງໝົດ.
ຕໍ່ກັບເຣື່ອງນີ້, ຊາວບ້ານ ນາງນຶ່ງ ຢູ່ບ້ານພົງ ເມືອງຫີນບູນ ແຂວງຄຳມ່ວນ ຜູ້ບໍ່ປະສົງອອກຊື່ ແລະ ສຽງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 26 ເມສາ 2023 ນີ້ວ່າ ຊາວບ້ານຫາເງິນບາທງ່າຍກວ່າເງິນກີບ ຍ້ອນວ່າ ຊາວບ້ານມີການຄ້າຂາຍ ກັບເຂົ້າໄປເຮັດວຽກຢູ່ເບື້ອງໄທຍ ຈຶ່ງມີຄວາມລື້ງເຄີຍກັບເງິນບາທ.
ດັ່ງທີ່ນາງກ່າວວ່າ:
(ບົດອ່ານ)
“ກະໃຊ້ທົ່ວໄປລະເດ. ຢູ່ນີ້ເງິນບາທຫາງ່າຍກວ່າ ຫຼາຍຄົນກະທຽວໄປຂາຍເຄື່ອງຢູ່ໄທຍ ເຮັດວຽກຢູ່ໄທຍ, ໄດ້ເງິນບາທມາ ເຮົາກະເອົາເງິນບາທ ໄປຊື້ເຄື່ອງຢູ່ໄທຍ ມາຂາຍຢູ່ບ້ານ. ເງິນກີບເຮົາກໍ່ມີ ແຕ່ເງິນບາທໃຊ້ຈ່າຍ ສະດວກຫຼາຍກວ່າ.”
ຊາວບ້ານນາງນີ້ ຍັງໃຫ້ຄວາມຮູ້ຕື່ມວ່າ ມີຊາວບ້ານ ໃນເຂດບ້ານຂອງນາງ ຈຳນວນນຶ່ງ ຮັບຊື້ເຄື່ອງທັງໃຫຍ່ ແລະ ນ້ອຍ ປະກອບມີ ເຄື່ອງໃຊ້ໄຟຟ້າ, ສິນຄ້າອຸປະໂພກ-ບໍຣິໂພກຕ່າງໆ ແລະ ອາຫານຟາສຟູດ ມາແຕ່ເບື້ອງໄທຍ, ໂດຍມີການຄຶດໄລ່ລາຄາສິນຄ້າ ພ້ອມທັງຄ່າແກ່ເຄື່ອງ ເປັນເງິນບາທນຳອີກ.
ເຊັ່ນດຽວກັນນັ້ນ, ຊາວບ້ານ ຜູ້ທີ່ 2 ຢູ່ເມືອງລະຄອນເພັງ ແຂວງສາຣະວັນ ຜູ້ບໍ່ປະສົງອອກຊື່ ກ່າວວ່າ ຊາວບ້ານຢູ່ເຂດນີ້ ກໍ່ມີການໃຊ້ເງິນບາທ ຊື້ເຄື່ອງຂອງ ໃນຊີວິດປະຈຳວັນ ແຕ່ສ່ວນຫຼາຍ ໃຊ້ສຳລັບຊື້ເຄື່ອງຂອງໃຫຍ່ໆ ຍ້ອນວ່າໃຊ້ໄດ້ສະດວກຫຼາຍກວ່າເງິນກີບ.
ດັ່ງທີ່ລາວກ່າວວ່າ:
“ໃຊ້ຫຼາຍຢູ່ ສ່ວນຫຼາຍເຄື່ອງໜ້ອຍ ເຂົາບໍ່ຄ່ອຍໃຊ້ປານໃດຈະໃດ ຄັນວ່າເຄື່ອງໃຫຍ່ໆ ປະເພດແບບ ອຸປະກອນ ເຄື່ອງສຽງຕ່າງໆ ແບບລາຄາທີ່ສູງໆ ແມ່ນເງິນບາທ. ມັນກະໃຊ້ງ່າຍ ຖ້າທຽບກັບເງິນກີບ.”
ທາງດ້ານ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ມີນັກລົງທຶນຈີນ ເຂົ້າມາຢູ່ຫຼາຍນັ້ນ, ຊາວບ້ານ ຜູ້ທີ 3 ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຜູ້ບໍ່ປະສົງອອກຊື່ ກ່າວວ່າ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຈະໃຊ້ໄດ້ແຕ່ເງິນບາທ ແລະ ເງິນຢວນ ໂດຍບໍ່ສາມາດໃຊ້ເງິນກີບໄດ້ເລີຍ ແຕ່ຖ້າຢູ່ນອກເຂດ ແມ່ນສາມາດໃຊ້ໄດ້ ທັງສາມສະກຸນເງິນ.
ດັ່ງທີ່ລາວກ່າວວ່າ:
“ສ່ວນຫຼາຍ ຄັນຢູ່ໃນເຂດນີ້ ເຂົາເຈົ້າຈະຮັບ ແຕ່ເງິນບາທ ກັບ ຢວນນໍ, ແຕ່ວ່າຂ້າງນອກ ທີ່ວ່າຢູ່ໃກ້ຫັ້ນ ເງິນກີບກໍ່ຮັບເຈົ້າ. ທາງໃນນີ້ ສ່ວນຫຼາຍ ຈະເປັນແຕ່ເງິນຢວນນໍ.”
ໃນຂະນະດຽວກັນ, ເຈົ້າໜ້າທີ່ ທ່ານນຶ່ງ ຢູ່ ເມືອງຊະນະຄາມ ແຂວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ວ່າ ຢູ່ໃນເຂດເມືອງຂອງທ່ານ ມີການໃຊ້ເງິນບາທ ຄວບຄູ່ກັບເງິນກີບ ເປັນປົກກະຕິ, ເຊິ່ງທາງພາກຣັຖ ກໍ່ຢາກໃຫ້ປະຊາຊົນລາວໃຊ້ແຕ່ເງິນກີບ.
ດັ່ງທີ່ທ່ານກ່າວວ່າ:
“ເຮົາກໍ່ໃຊ້ກັນຢູ່ເດ. ເງິນບາທກໍ່ໃຊ້ ເງິນກີບກໍ່ໃຊ້. ເງິນກີບຫຼາຍກວ່າຫັ້ນແຫຼະ. ກໍ່ບໍ່ຕ່າງທີ່ວ່າ ກໍ່ໃຊ້ທົ່ວໄປຫັ້ນແຫຼະ. ຊື້ຜັກ ຊື້ຫຍ້າ ຊື້ເຄື່ອງໃຫຍ່ ເຄື່ອງໜ້ອຍ ໄດ້ໝົດ. ໂອ້! (ອັດຕຣາ) ມັນປ່ຽນແປງຕະຫຼອດເດ ບໍ່ຮູ້ເດເຈົ້າ. (ຢູ່ຊະນະຄາມນີ້) ກະມີຢູ່ ມີຢູ່ບໍ່ຫຼາຍ ເພາະເພິ່ນຢາກໃຫ້ໃຊ້ແຕ່ເງິນກີບ ຈັ່ງຊັ້ນສາ, ແຕ່ຖ້າເງິນບາທມາ ກໍ່ເອົາຢູ່.”
ເງິນບາທ ມີບົດບາທ ຢູ່ໃນຣະບົບເສຖກິຈລາວ ມາເຫີງນານແລ້ວ. ເຖິງແມ່ນວ່າ, ທະນາຄານ ແຫ່ງ ສປປ ລາວ ຈະໄດ້ອອກນະໂຍບາຍ “ຢູ່ເມືອງລາວ ໃຊ້ແຕ່ເງິນກີບ” ມາເປັນເວລາຫຼາຍກວ່າ 10 ປີ, ແຕ່ກໍ່ຍັງບໍ່ສາມາດຫຼຸດຜ່ອນ ການໃຊ້ເງິນຕຣາຕ່າງປະເທດ ໃນລະບົບເສຖກິຈຂອງລາວໄດ້. ເຊິ່ງບັນຫາສຳຄັນ ກໍ່ແມ່ນ ອັດຕຣາແລກປ່ຽນເງິນກີບ ກັບເງິນຕຣາເງິນຕ່າງປະເທດ ໂດຍສະເພາະເງິນບາທ ແລະ ເງິນໂດລາຣ໌ສະຫະຣັຖ ມີການຜັນຜວນຫຼາຍ ໃນໄລຍະ 1-2 ປີມານີ້ ເຊິ່ງຣັຖບານ ກໍ່ຍັງບໍ່ທັນຄວບຄຸມໃຫ້ ອັດຕຣາແລກປ່ຽນ ດັ່ງກ່າວ ມີຄວາມໝັ້ນຄົງ ໄດ້ປານໃດ.
ເຖິງຢ່າງໃດກໍ່ຕາມ, ທາງການລາວ ກໍ່ຍັງສືບຕໍ່ ພະຍາຍາມໃຫ້ ຜູ້ຂາຍເຄື່ອງຕ່າງໆ ຕິດປ້າຍລາຄາສິນຄ້າ ເປັນເງິນກີບ ເປັນຕົ້ນ ໃນເດືອນມິຖຸນາ 2022 ທີ່ຜ່ານມາ, ຜແນກອຸດສາຫະກັມ ແລະ ການຄ້າ ແຂວງຫຼວງພະບາງ ໄດ້ອອກແຈ້ງການ ຫ້າມຊື້-ຂາຍ ຫຼືໂຄສະນາສິນຄ້າ ເປັນເງິນຕຣາຕ່າງປະເທດ ເພື່ອຫຼຸດອັດຕຣາເງິນເຟີ້ໃນລາວ ແລ້ວກໍ່ຕາມ.