ຣັຖບານ ກຳນົດອັຕຣາ ແລກປ່ຽນ, ແຕ່ທະນາຄານ ບໍ່ມີເງິນໃຫ້ແລກ
ແຕ່ລະມື້ ທະນາຄານແຫ່ງ ສປປ ລາວ ຈະກໍານົດອັດຕຣາ ແລກປ່ຽນເງິນຕຣາ ຕ່າງປະເທດ ໃຫ້ທະນາຄານ ທຸຣະກິຈ ປະຕິບັດຕາມ ເຊິ່ງບໍ່ໃຫ້ຫລຸດ ແລະ ບໍ່ໃຫ້ລື່ນອັດຕຣາ ແລກປ່ຽນ ທີ່ທະນາຄານແຫ່ງ ສປປ ລາວ ກໍານົດ, ແຕ່ທະນາຄານ ບໍ່ມີເງິນຕຣາ ຕ່າງປະເທດ ສນອງ ໃຫ້ກັບຄວາມຕ້ອງການ.
-
ຈຳປາທອງ
2023-06-15 -
-
-
Your browser doesn’t support HTML5 audio
ໃນແຕ່ລະມື້ ທະນາຄານແຫ່ງ ສປປ ລາວ ຈະກໍານົດອັດຕຣາແລກປ່ຽນ ເງິນຕຣາຕ່າງປະເທດ ໃຫ້ທະນາຄານທຸຣະກິຈ ຕ່າງໆປະຕິບັດຕາມ ໂດຍກໍານົດອັດຕຣາແລກປ່ຽນ ໃຫ້ແຕ່ທະນາຄານທຸຣະກິຈ ນັ້ນຕ້ອງແລກປ່ຽນ ບໍ່ໃຫ້ຫລຸດ ແລະ ບໍ່ໃຫ້ເກີນ ອັດຕຣາແລກປ່ຽນ ທີ່ທະນາຄານແຫ່ງ ສປປ ລາວ ກໍານົດ ຄືເງິນກີບກັບເງິນໂດລ້າຣ໌ ບໍ່ໃຫ້ຫລຸດ ແລະບໍ່ໃຫ້ເກີນ 4.50% ແລະສໍາລັບເງິນກີບ ກັບເງິນບາທ, ເງິນ ຢວນ ແລະເງິນຢູໂຣ ບໍ່ໃຫ້ຫລຸດ ແລະບໍ່ໃຫ້ເກີນ 1% ເພາະຕ້ອງການຄວບຄຸມ ການເໜັງຕີງຂອງອັດຕຣາແລກປ່ຽນ ເງິນຕຣາ ບໍ່ໃຫ້ຫລຸດລື່ນກັນຫລາຍເກີນໄປ ຍ້ອນອັດຕຣາແລກປ່ຽນເງິນຕຣາຕ່າງປະເທດຜັນຜວນ ຢ່າງຕໍ່ເນື່ອງ, ຂຶ້ນ-ລົງຕາມຄວາມຕ້ອງການເງິນ ຕຣາຕ່າງປະເທດໃນສັງຄົມ, ອີງຕາມການຣາຍງານ ຂອງກົມນະໂຍບາຍເງິນຕຣາ ຂອງທະນາຄານແຫ່ງ ສປປ ລາວ, ແຕ່ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ທະນາຄານແຫ່ງ ສປປ ລາວ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 15 ມິຖຸນານີ້ວ່າ ອັດຕຣາແລກປ່ຽນເງິນຕຣາ ຕ່າງປະເທດ ທີ່ວ່ານັ້ນ ມັນກໍຂຶ້ນຢູ່ກັບທະນາຄານທຸຣະກິຈ ແຕ່ລະແຫ່ງ ວ່າຈະໃຫ້ຊາວລາວເອົາເງິນກີບ ໄປແລກເອົາເງິນຕຣາຕ່າງປະເທດ ໄດ້ ຫລື ບໍ່, ເພາະທາງທະນາຄານແຫ່ງ ສປປ ລາວ ຍັງບໍ່ສາມາດກໍານົດໃຫ້ໄດ້, ກໍານົດໃຫ້ໄດ້ພຽງແຕ່ອັດຕຣາແລກປ່ຽນ ເງິນຕຣາຕ່າງປະເທດ ໃນແຕ່ລະມື້ເທົ່ານັ້ນ.
“ການກໍານົດອັດຕຣາ ອ້າງອີງຊື່ໆເນາະ ເພິ່ນອອກເປັນອັດຕຣາ ອ້າງອີງແຕ່ລະມື້ຊື່ໆໃຫ້ບັນດາ ທະນາຄານທຸຣະກິຈ.”
ທ່ານກ່າວຕື່ມວ່າ ສ່ວນການກໍານົດອັດຕຣາແລກປ່ຽນ ເງິນຕຣາ ທີ່ທາງທະນາຄານແຫ່ງ ສປປ ລາວ ກໍານົດອອກໃນແຕ່ລະມື້ ຈະແກ້ໄຂບັນຫາເງິນເຟີ້ ແລະເງິນກີບອ່ອນຄ່າໄດ້ ຫລື ບໍ່ນັ້ນ ທ່ານຂໍບໍ່ມີຄໍາເຫັນ.
ປັດຈຸບັນ ຫລາຍທະນາຄານ ໃນປະເທດລາວ ຍັງບໍ່ມີເງິນຕຣາຕ່າງປະເທດ ໃຫ້ຄົນລາວ ແລກປ່ຽນ ຍ້ອນວ່າບໍ່ມີເງິນຕຣາຕ່າງປະເທດ ຫລື ມີກໍມີໜ້ອຍ ບໍ່ພຽງພໍກັບຄວາມຕ້ອງການ ຂອງສັງຄົມ.
ດັ່ງເຈົ້າໜ້າທີ່ ທະນາຄານແຫ່ງນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ເພາະວ່າ ບໍ່ມີໃຜມາຂາຍໃຫ້ເພິ່ນຕິບໍ໋ ລະເພິ່ນກໍບໍ່ມີຈໍາໜ່າຍອອກໃຫ້ໄດ້ ຍັງໜ້ອຍຫັ້ນນ່າ ສົມມຸດບາງຄົນ ເພິ່ນກໍຢາກໄດ້ຫລາຍ ເຮັດທຸຣະກິຈເຮົາຍັງສນອງໃຫ້ເພິ່ນ ຍັງບໍ່ທັນໄດ້ຫັ້ນນ່າ.”
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ທະນາຄານທຸຣະກິຈ ແຫ່ງນຶ່ງກໍເວົ້າວ່າ ທາງທະນາ ຄານຂອງພວກທ່ານກໍຍັງບໍ່ມີເງິນຕຣາ ຕ່າງປະເທດ ໃຫ້ຄົນມາແລກປ່ຽນ ແມ່ນແຕ່ພະນັກງານ ທະນາຄານເອງ ກໍແລກປ່ຽນບໍ່ໄດ້.
“ຍັງບໍ່ທັນມີບໍຣິການເທື່ອ ຍັງບໍ່ມີລະບຽບອອກມາຮອງຮັບເທື່ອ ເພາະວ່າພະນັກງານເພິ່ນກໍຍັງບໍ່ມີ ໃຫ້ມີສິດທິພິເສດ ຄືກັນ ມັນກໍຂຶ້ນກັບຂັ້ນເທິງເພິ່ນເນາະ.”
ກ່ຽວກບເຣື່ອງນີ້ ປະຊາຊົນລາວຫລາຍຄົນເວົ້າວ່າ ນະໂຍບາຍຂອງທະນາຄານແຫ່ງ ສປປ ລາວ ກ່ຽວກັບການກໍານົດອັດຕຣາແລກປ່ຽນ ເງິນຕຣາຕ່າງປະເທດ ໃຫ້ທະນາຄານຕ່າງໆປະຕິບັດຕາມ ເພື່ອແກ້ໄຂບັນຫາເງິນເຟີ້ ມີຂຶ້ນ ໃນຂະນະທີ່ປັດຈຸບັນ ຫລາຍທະນາຄານ ບໍ່ມີເງິນຕຣາຕ່າງປະເທດ ທີ່ຈະໃຫ້ຄົນແລກປ່ຽນ ເຮັດໃຫ້ຫລາຍຄົນທີ່ຕ້ອງການ ຈໍາເປັນຕ້ອງໄດ້ໄປແລກເອົາຢູ່ຕລາດມືດຄືເກົ່າ. ເມື່ອເປັນຄືແນວນັ້ນ ມັນຈະແກ້ໄຂບັນຫາເງິນເຟີ້ໄດ້ແນວໃດ, ປັດຈຸບັນ ລາຄາສິນຄ້າທຸກຢ່າງແພງຂຶ້ນ ຕາມອັດຕຣາແລກປ່ຽນເງິນຕຣາ.
ດັ່ງປະຊາຊົນລາວຜູ້ນຶ່ງເວົ້າວ່າ:
“ແມ່ນ ມີແຕ່ເລກຕລາດມືດ ແລະເພິ່ນກໍບໍ່ໄດ້ຮັບຜິດຊອບ ອິຫຍັງດອກ ໄປແລກນອກໝົດ ກຸ້ມຕົນເອງເລີຍນ່າ ຢູ່ໄດ້ແຫລະ ຢູ່ ພໍແຕ່ເງິນຕີງ ສິນຄ້າຂຶ້ນເລື້ອຍໆ ແປ້ງນົວຊີ້, ນໍ້າປາ, ຢາສະຫົວ, ແຟັບນີ້.”
ແລະປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າວ່າ ປັດຈຸບັນນີ້ ຫລາຍທະນາຄານໃນລາວ ບໍ່ມີເງິນຕຣາຕ່າງປະເທດໃຫ້ຄົນລາວແລກແລ້ວ, ມີທະນາຄານນຶ່ງ ໃຫ້ແລກໄດ້ ແຕ່ໃຫ້ແລກແບບຈໍາກັດ, ໃຫ້ແລກໄດ້ພຽງໜ້ອຍດຽວ ຄືທະນາຄານພົງສະຫວັນ. ຕົວຢ່າງ ຖ້າຕ້ອງການໄປທ່ຽວໄທຍ ກໍເອົາເງິນກີບໄປແລກເອົາເງິນບາທໄດ້ບໍ່ເກີນ 2,000 ບາທ, ສໍາລັບຊາວຄ້າຂາຍ ທີ່ຕ້ອງການຂ້າມໄປຊື້ເຄື່ອງຂອງ ຢູ່ໄທຍມາຂາຍ ກໍແລກໄດ້ບໍ່ເກີນ 10,000 ບາທ, ບາງເທື່ອກໍບໍ່ຮອດ, ມັນໜ້ອຍແຮງ, ບໍ່ພຽງພໍ, ເຮັດໃຫ້ຫລາຍຄົນໄປແລກເງິນຂ້າງນອກຄືເກົ່າ.
ດັ່ງທີ່ທ່ານກ່າວວ່າ:
“ຜູ້ໃດກໍຢາກໃຫ້ແກ້ໄຂຢູ່ແລ້ວ ມີແຕ່ໄປຊື້ນໍາທະນາຄານພົງສວັນ ຫັ້ນໄດ້ເນາະ ແຕ່ວ່າເຂົາເຈົ້າມີຈໍາກັດໃຫ້ຫັນນ່າ ສົມມຸດວ່າເຮົາຂ້າມໄປຊື້ຫັຍງກໍບໍ່ໄດ້ນ່າ ໄດ້ໜ້ອຍໆຫັ້ນນ່າ ຊື້ຫຍັງກໍບໍ່ໄດ້ນ່າ ຕ້ອງໄດ້ເອົາປຶ້ມໄປຫຍັງໄປແລກຫັ້ນນ່າ ສົມມຸດວ່າເຮົາຂ້າມໄປຊື້ເຄື່ອງຝັ່ງນັ້ນເນາະ ເພິ່ນຈະໃຫ້ເຮົາແລກສູງສຸດກໍມີແຕ່ຄົນລະໝື່ນ ບາງເທື່ອກໍບໍ່ຮອດ ຖ້າຄັນເຮົາຂ້າມໄປຫລິ້ນໄປທ່ຽວ ເພິນກໍໃຫ້ຄົນລະພັນຫ້າ ສອງພັນ ເຮົາກໍຕ້ອງໄປປ່ຽນກັບເຣດນອກ.”
ການທີ່ຣັຖບານ ສປປ ລາວ ກໍານົດອັດຕຣາແລກປ່ຽນເງິນຕຣາ ໃນແຕ່ລະມື້ ໃຫ້ທະນາຄານທະຣະກິຈຕ່າງໆປະຕິບັດຕາມ ເພື່ອຫວັງທີ່ຈະແກ້ໄຂ ບັນຫາເງິນກີບເຟີ້ນັ້ນ ກໍບໍ່ໄດ້ໝາຍຄວາມວ່າ ຈະແກ້ໄຂບັນຫານັ້ນໄດ້ ເພາະຫລາຍທະນາຄານ ບໍ່ມີເງິນຕຣາຕ່າງປະເທດ ໃຫ້ຄົນລາວແລກປ່ຽນ, ເຮັດໃຫ້ມີການແລກປ່ຽນເງິນຕຣາ ຕ່າງປະເທດ ໃນຕລາດມືດຢູ່ຄືເກົ່າໃນຂະນະນີ້.