ແມ່ຍິງລາວຫຼວງພຣະບາງ ໂຊກດີ
2017.03.27
ແມ່ຍິງລາວ ແຂວງຫລວງພຣະບາງ ອາຍຸ 20 ປີ ທີ່ຖືກຄົນຈີນ ພາໄປເຮັດວຽກ ຢູ່ແຂວງຢຸນນານໄດ້ 6 ເດືອນ ແລ້ວນັ້ນ ເກີດເຈັບປ່ວຍ ແລ້ວຢາກ ກັບຄືນມາບ້ານ ແຕ່ຄົນຈີນ ບໍ່ພາມາ, ບອກວ່າຕ້ອງໄດ້ຖ້າໄປອີກ 2 ປີ, ໂດຍເວົ້າວ່າ ຖ້າຢາກມາ ກໍມາເອງ ແຕ່ໂຊກດີທີ່ ເຈົ້າ- ໜ້າທີ່ຈີນ ຊ່ວຍພານາງໄປ ກົງສຸນລາວ ທີ່ເມືອງຄຸນໝິງ ແຂວງຢຸນນານ, ຕາມຄຳຂໍຮ້ອງຂອງນາງ ເພື່ອສົ່ງກັບລາວ. ຕາມການເປີດເຜີຍ ຂອງຜູ້ເປັນເອື້ອຍຂອງນາງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມິນາ ນີ້:
"ດຽວນີ້ນ້ອງສາວຢູ່ຫັ້ນ ຢູ່ຄຸນໝິງ ເຈົ້າໜ້າທີ່ຕຳຣວດຂອງຈີນ ເຈົ້າໜ້າທີ່ຫັ້ນສົ່ງນ້ອງສາວ ຂຶ້ນຣົດມາຄຸນໝິງ ເພີ່ນວ່າເຈົ້າໜ້າທີ່ ສົ່ງມາສົ່ງຫາ ທູດຄຸນໝິງຫັ້ນ ກໍເລີຍນ້ອງສາວ ກໍເລີຍໄປຫາທູດ",
ນາງເວົ້າວ່າ ກ່ອນຜູ້ເປັນນ້ອງສາວ ຈະໄດ້ຮັບ ການຊ່ວຍເຫລືອນັ້ນ ນາງໄດ້ໄປຫາ ເຈົ້າໜ້າທີ່ ແຂວງຫລວງພຣະບາງ ເພື່ອຂໍຄວາມຊ່ວຍ ເຫລືອ ແລະ ເຈົ້າໜ້າທີ່ ກໍໄດ້ພົວພັນກັບ ທາງກົງສຸນລາວ ປະຈຳແຂວງຄຸນໝິງ ເພື່ອໃຫ້ຊ່ວຍເຫລືອ ຂນະທີ່ນ້ອງສາວ ຂອງນາງ ເປັນໄຂ້ ຮ້ອນໆ-ໜາວໆ ຢາກກັບຄືນມາ ເຮັດວຽກຢູ່ບ້ານ:
"ເວົ້າກໍຢາກໃຫ້ລະວັງ ແບບຢ້ານເຂົາເອົາໄປເຮັດ ແນວບໍ່ດີ ເປັນບົດຮຽນແລ້ວຕີ໊ ລາວວ່າ ຢາກຮູ້ຢາກເຫັນ ຢາກລອງອີ່ຫຍັງ ຄືຢາກເຫັນ ຢາກໄປ ສິນະ ຮ້ອນໆໜາວໆ ນີ໊ ເພິ່ນວ່າຍາມໃດ ກໍເປັນໄຂ້ ຢາກກັບມາເຮັດວຽກ ຢູ່ເຮືອນຢູ່ບ້ານ ນີ້ແຫຼະ ໄປແບບຢ້ານ ເພິ່ນບໍ່ກ້າ ຈະ ມາແບບ ມາບໍ່ໄດ້".
ນາງເວົ້າຕື່ມ ໂດຍແນະນຳ ຜູ້ທີ່ໄປເຮັດວຽກຢູ່ຕ່າງປະເທດ ທັງທີ່ໄປຖືກຕ້ອງ ຫລືບໍ່ຖືກຕ້ອງ ຕາມກົດໝາຍວ່າ ຫາກມີບັນຫາ ຮວມທັງຖືກ ເອົາລັດເອົາປຽບ ໃນປະເທດທີ່ຕົນ ໄປເຮັດວຽກນັ້ນ ສາມາດ ແຈ້ງຄວາມໃຫ້ ເຈົ້າໜ້າທີ່ ສະຖານທູດ ຫລືກົງສຸນລາວ ເພື່ອຂໍຄວາມຊ່ວຍ ເຫລືອ ແກ້ໄຂບັນຫາ ທີ່ເກີດຂຶ້ນນັ້ນໃຫ້.