ຄົນງານລາວຖືກນາຍຈ້າງ ນາບຂູ່ ໂກງແຮງງານ

ໄມຊູລີ
2019.07.31
F-Samak ທ່ານ ສມັກ ທັບທານີ ຫົວໜ້າຜແນກປ້ອງກັນການຄ້າມະນຸດ ຂອງມູລນິທິ LPN ຂອງໄທ
RFA

ຄອບຄົວຄົນງານລາວ ຈາກເມືອຄົງເຊໂດນ ແຂວງສາຣະວັນ ທີ່ໄປເຮັດວຽກຢູ່ບາງກອກ ປະເທດໄທ ເມື່ອຕົ້ນປີ 2019 ຖືກນາຍຈ້າງບັງຄັບ ໃຊ້ແຮງງານ ໂດຍບໍ່ມີມື້ພັກ ພ້ອມກັນນັ້ນກໍຍັງຈ່າຍ ຄ່າແຮງງານບໍ່ເປັນໄປຕາມ ທີ່ໄດ້ຕົກລົງກັນໄວ້ ເມື່ອໄປຂໍເງິນ ຄ່າແຮງງານກໍຖືກນາຍ ຈ້າງນາບຂູ່ ຫລາຍແນວ, ດັ່ງຄໍາເວົ້າຂອງຄົນງານລາວ ທີ່ຖືກບັງຄັບໃຊ້ແຮງງານ ໃນໄທ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ່ 31 ກໍຣະກະດາ ນີ້:

“ແມ່ນ ຖືກໂກງບໍ່ຈ່າຍເລີຍ ຈ່າຍກໍບໍ່ເຕັມ ຫັກນັ້ນຫັກນີ້ ບໍ່ຮູ້ວ່າຫັກຄ່າອິສັງ ໃກ້ໆເງິນສິອອກແລ້ວ ລັກສນະເພິ່ນສິເອົາຜູ້ນັ້ນມາຈັບ ຜູ້ນີ້ ມາຈັບ ຈັ່ງຊິ້ນະ ຂ້ອຍກັບເມັຽ ກໍຢ້ານນເນາະ ວັນຢຸດຂນາດປ່ວຍ ຂນາດເຈັບໂຕນີ້ ເຂົາຍັງບໍ່ໄດ້ ເຊື່ອເຮົາໃດ໋."

ຄອບຄົວຄົນລາວ ທີ່ຖືກນາຍຈ້າງເອົາລັດເອົາປຽບນີ້ ແມ່ນຜົວເມັຽຄູ່ນຶ່ງ, ຜົວອາຍຸ 25 ປີ ເມັຽອາຍຸ 20 ປີ ເປັນຄົນບ້ານນາປົ່ງ ເມືອງຄົງ ເຊໂດນ ແຂວງສາຣະວັນ ທັງສອງໄດ້ເຂົ້າມາໄທ ຕາມຄໍາຊັກຊວນຂອງໝູ່, ໃຊ້ແຕ່ໜັງສືເດິນທາງ, ເມື່ອເດືອນ ກຸມພາ 2019 ເພື່ອເຮັດ ວຽກ ເປັນຄົນງານ ໃຫ້ບໍຣິສັດແຫ່ງນຶ່ງ ຢູ່ເຂດນອກເມືອງ ປະຊາອຸທິດ ບາງກອກ ຫນ້າທີ່ຕໍາແໜ່ງ ເປັນຄົນຍາມ ແລະແມ່ບ້ານທໍາຄວາມ ສະອາດ.

ໃນເບື້ອງຕົ້ນ ນາຍຈ້າງ ຕົກລົງຄ່າແຮງງານໃຫ້ ຄົນງານມື້ລະ 420 ບາດ ເຮັດວຽກມື້ລະ 12 ຊົ່ວໂມງ ຈາກ 6 ໂມງເຊົ້າ ຮອດ 6 ໂມງແລງ ໂດຍຈະຈ່າຍຄ່າຈ້າງໃຫ້ ທຸກໆ 15 ມື້ ເທື່ອນຶ່ງ ເປັນເງິນ 6,300 ບາດ, ແຕ່ໃນຕົວຈິງແລ້ວ ນາຍຈ້າງ ຈ່າຍເງິນຊ້າ ປະມານ 7-10 ມື້ ແລະ ຈ່າຍພຽງແຕ່ 2,000 ປາຍບາດ ຄິດສເລັ່ຽແລ້ວ ບໍ່ຮອດມື້ລະ 200 ບາດ ແລະ ເງິນທີ່ໄດ້ຮັບນັ້ນເປັນຄ່າແຮງງານໃຫ້ຜູ້ ເປັນຜົວ ທີ່ເຮັດວຽກເປັນຄົນຍາມ ໃຫ້ບໍຣິສັດ ສ່ວນຜູ້ເປັນເມັຽ ທີ່ເຮັດໜ້າທີ່ ເປັນແມ່ບ້ານໃຫ້ ກັບ ບໍຣິສັດ ກໍບໍ່ເຄີຍໄດ້ຮັບເງິນ ຄ່າງຈ້າງ ແຮງງານເລີຍ ນັບແຕ່ມື້ເຮັດວຽກມາ.

ຄົນງານລາວຜົວເມັຽຄູ່ນີ້ ເລົ່າສູ່ຟັງວ່າ ເມື່ອເດືອນມິຖຸນາ ຜ່ານມາ ທັງສອງຖືກໄລ່ອອກຈາກ ບໍຣິສັດ ຍ້ອນເຂົາເຈົ້າໄປຮ້ອງຮຽນເງິນຄ່າຈ້າງ ແລະ ກ່ອນລາອອກ ກໍຖືກນາຍຈ້າງນາບຂູ່ວ່າ ຈະຈັບຕົວສົ່ງໃຫ້ ເຈົ້າໜ້າທີ່ຕໍາຣວດ ຍ້ອນພວກເຂົາເຈົ້າ ບໍ່ມີໜັງສື ເຮັດວຽກ ຢ່າງຖືກຕ້ອງ ຕາມກົດໝາຍ ບໍ່ໄດ້ໄປໄທແບບ ຜ່ານການເຊັນ ຂອງ MOU.

ກ່ຽວກັບກໍຣະນີນີ້ ປະຈຸບັນເຈົ້າໜ້າທີ່ເຄືອຂ່າຍ ສົ່ງເສິມຄຸນນະພາບ ຊີວິດແຮງງານ ຫຼື LPN ໄດ້ຮັບເຣື້ອງນີ້ແລ້ວ ແລະກໍາລັງຕຽມຫາຣື ສົ່ງໃຫ້ ຂະບວນການຍຸຕິທັມ ທາງກົດໝາຍ ໃນຂັ້ນຕໍ່ໄປ ດັ່ງ ທ່ານ ສະຫມັກ ທັບທານີ ຫົວໜ້າ ຝ່າຍປ້ອງກັນ ການຄ້າມະນຸດ ມູລນິທິ LPN ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

“ທັງສອງຄົນນີ້ບໍ່ໄດ້ຮັບຄວາມເປັນທັມ ໃນການຈ້າງງານ ກໍນັດໄວ້ແລ້ວນະ ເພື່ອຈະຍື່ນຄໍາຮ້ອງເຂົ້າສູ່ ຂະບວນການ ຕາມກົດໝາຍຕໍ່ໄປ”

ອິງຕາມຄໍາເວົ້າຂອງ ຄົນງານລາວ ທີ່ຖືກເອົາລັດເອົາປຽບນີ້ ເຈົ້າຂອງ ບໍຣິສັດທີ່ເອົາປຽບ ພວກເຂົາເຈົ້າ ເປັນຜູ້ມີອິດທິພົນ ໃນເຂດປະຊາ ອຸທິດ ຜູ້ນຶ່ງ ທາງບໍຣິສັດມີຄົນງານລາວ ທີ່ເຮັດວຽກໃຫ້ ປະມານ 30 ປາຍຄົນ ແລະ ທຸກຄົນກໍພົບບັນຫາດຽວກັນ ແຕ່ ຍ້ອນຄົນລາວ ທັງໝົດ ເຂົ້າມາໄທ ແບບຖື ພາສປອດ ຈິ່ງຕ້ອງອົດເອົາ ຍ້ອນບໍ່ຮູ້ວ່າ ຈະສາມາດແຈ້ງຕໍ່ ໜ່ວຍງານໃດ ໃຫ້ຄວາມເປັັນທັມ ຫລາຍໆຄົນ ອົດທົນບໍ່ໄດ້ ກໍຕ້ອງລາອອກ ໂດຍບໍ່ເອົາຄ່າແຮງງານ ເລີຍ ຊຶ່ງປັຈຈຸບັນ ທາງເຈົ້າໜ້າທີ່ ມູນິທິ LPN ກໍາລັງຊອກຫາຊ່ອງທາງຊ່ວຍເຫຼືອ ຄົນງານລາວ ກຸ່ມນີ້ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.