ຫ້າມຊື້ຂາຍດິນຢູ່ ມ.ຈອມເພັດ

ທາງການ ແຂວງ ຫຼວງພຣະບາງ ຫ້າມ ຈັບຈອງ ແລະ ຊື້-ຂາຍ ທີ່ດິນ ໃນເຂດ ເສຖກິດ ພິເສດ ເມືອງ ຈອມເພັດ.

ທ່ານ ສີທອງ ພົມມະຈິດ(ຊ້າຍສຸດ) ປະທານບໍຣິຫານ ບໍຣິສັດ ພູສີ ຈໍາກັດ ແລະ ເປັນປະທານ ສະມາຄົມ ນັກທຸຣະກິດ ໜຸ່ມຄົນໃໝ່ RFA/NY

ທາງການແຂວງຫຼວງພຣະບາງ ໄດ້ອອກ ໜັງສືແຈ້ງການ ເມື່ອວັນທີ 7 ມິນາ ໄປເຖິງ ຜແນກ ກົມກອງ ຕລອດຮອດ ປະຊາຊົນ ທຸກທົ່ວໜ້າ ໃນແຂວງ ໃຫ້ຢຸດເຊົາ ການຈັບຈອງ ຊື້້-ຊາຍ ທີ່ດິນ ແລະ ສິ່ງປຸກສ້າງ ໃນເຂດ ເສຖກິດ ພິເສດ ເນື້ອທີ່ 4,850 ເຮັກຕາ ຢູ່ ເມືອງຈອມເພັດ. ໃນໜັງສືແຈ້ງການ ມີໃຈຄວາມວ່າ:

"ອີງຕາມໜັງສື ຣາຍງານ ຂອງຄນະ ກັມມະການ ແຫ່ງຊາຕ ເພື່ອຄຸ້ມຄອງ ເຂດເສຖກິຈ ພິເສດ ແລະ ເຂດເສຖກິຈ ສະເພາະ ສະພາ ບໍຣິຫານ ເຂດເສຖກິຈ ພິເສດ ແຂວງ ຫຼວງພຣະບາງ, ສະບັບ ເລກທີ 01/ຂພຫຼ, ນະຄອນຫຼວງ ວຽງຈັນ ລົງວັນທີ 16 ກຸມພາ 2016."

ພາຍຫລັງ ທີ່ເຫັນວ່າ ມີການຈັບຈອງ ທີ່ດິນ ໃນບໍຣິເວນ ແລະ ເຂດບ້ານ ອ້ອມຂ້າງ ໃກ້ຄຽງ ມີເພີ້ມຂຶ້ນຫຼາຍ, ຫລັງຈາກ ທີ່ຣັຖບານ ໄດ້ເຊັນສັນຍາ ສັມປະທານ ເຂດເສຖກິດ ພິເສດ ໃຫ້ກຸ່ມ ບໍຣິສັດ ພູສີ ຈໍາກັດ ເມື່ອວັນທີ 17 ມົກກະຣາ ຜ່ານມານີ້. ຕາມການຣາຍງານ ຂອງ ປະຊາຊົນ ໃນທ້ອງຖິ່ນ ທີ່ບໍ່ປະສົງ ອອກຊື່.

ການປະກາດ ຫຼື ການມີ ໜັງສືແຈ້ງການ ດັ່ງກ່າວ ນີ້ ແຫຼ່ງຂ່າວ ບອກວ່າ ເປັນພຽງ ຂໍ້ອ້າງວ່າ ທາງການແຂວງ ໄດ້ ປະຕິບັດ ຕາມຣະບຽບ ກົດໝາຍ ຢ່າງແທ້ຈິງ. ຄວາມຈິງແລ້ວ ຜູ້ຈັບຈອງ ແລະ ຜູ້ຊື້ທີ່ດິນ ຈາກ ປະຊາຊົນ ຢູ່ໃນເຂດ ທີ່ທາງ ແຂວງ ຈະໃຊ້ເປັນ ເຂດເສຖກິດ ພິເສດ ນັ້ນ, ລ້ວນແລ້ວແຕ່ ເຈົ້າໜ້າທີ່ ຣັຖ ບາງກຸ່ມ ໄດ້ສົມທົບ ກັບນັກ ທຸຣະກິດ ຜູ້ມີເສັ້ນສາຍ ກັບ ເຈົ້າແຂວງ ຄົນເດີມ ກ່ອນ ເຂດເສຖກິດ ເຂດນີ້ ໄດ້ຖືກ ປະກາດຂຶ້ນ ຍ້ອນວ່າ ນັກ ທຸຣະກິດ ແລະ ເຈົ້າໜ້າທີ່ຣັຖ ຮ່ວມກັບ ເຈົ້າແຂວງ ຄົນເດີມ ຮູ້ລ່ວງໜ້າ ແລ້ວວ່າ ໂຄງການ ພັທນາ ເຂດເສຖກິຈ ພິເສດ ຢູ່ເມືອງ ຈອມເພັດ ຈະເກີດຂຶ້ນ. ແຫລ່ງຂ່າວ ບອກອີກວ່າ ຜູ້ທີ່ຈະມາລົງທຶນ ນັ້ນ ຄາດວ່າ ແມ່ນນັກ ທຸຣະກິຈ ຈາກ ປະເທດຈີນ.

ກ່ອນ ເຂດເສຖກິຈ ແຫ່ງນີ້ ຈະຖືກປະກາດ ເຈົ້າໜ້າທີ່ ແລະ ນັກ ທຸຣະກິຈ ກຸ່ມນຶ່ງ ໄດ້ໄປຈັບຈອງ ແລະ ຊື້ດິນ ຈາກ ປະຊາຊົນ ທີ່ບໍ່ຮູ້ ວ່າຈະມີ ຫຍັງເກີດຂຶ້ນ ໃນ ຣາຄາຖືກ ໂດຍຫວັງວ່າ ຈະຂາຍຕໍ່ ໃຫ້ ນັກລົງທຶນ ໃນຣາຄາ ສູງ.

ມາເຖິງປັດຈຸບັນນີ້ ທາງ ບໍຣິສັດ ພູສີ ຈໍາກັດ ໂດຍແມ່ນ ທ່ານ ສີທອງ ພົມມະຈິດ ເປັນ ປະທານ ບໍຣິຫານ ແລະ ເປັນຄົນໃກ້ຊິດ ຂອງ ເຈົ້າແຂວງ ຄົນເດີມ ໄດ້ ປະກາດຫາ ນັກລົງທຶນ, ແຕ່ ເທົ່າທີ່ເຫັນ ກໍມີ ເຈົ້າໜ້າທີ່ ນັກລົງທຶນ ຈີນ ໄດ້ລົງມາ ສໍາຣວດ ພື້ນທີ່ ແດ່ແລ້ວ ໂດຍ ບໍ່ມີການ ເປີດເຜີຍ.

ແຫລ່ງຂ່າວວ່າ ເຂດ ເສຖກິຈ ພິເສດ ແຫ່ງນີ້ ຍັງບໍ່ທັນ ປັກຫລັກ ເຂດ ຢ່າງແທ້ຈິງ ແລະ ຍັງບໍ່ຮູ້ວ່າ ຈະຖຶກ ດິນ ປະຊາຊົນ ໃນທ້ອງຖິ່ນ ຈັກຕອນ ກັນແທ້. ແລະ ເມື່ອຕົ້ນເດືອນ ເມສາ ນີ້ ທ່ານ ສີທອງ ຖືກເລືອກ ເປັນ ປະທານ ສະມາຄົມ ນັກ ທຸຣະກິຈ ໜຸ່ມ ຜູ້ໃໝ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org