ການສັມປະທານປູກກ້ວຍ ຢູ່ລາວ ສືບຕໍ່
ຣັຖບານລາວ ໃຫ້ ສັມປະທານ ທີ່ດິນ ໃນການປູກກ້ວຍ ຫລາຍຂຶ້ນ ທັ້ງໆທີ່ ປະຊາຊົນ ແລະ ສິ່ງແວດລ້ອມ ໄດ້ຮັບ ຜົນກະທົບ ຈາກ ສານເຄມີ ທີ່ ນໍາມາໃຊ້.
-
ໄມຊູລີ
2018-05-29 -
-
-
Your browser doesn’t support HTML5 audio
ຣັຖບານລາວ ໃຫ້ສັມປະທານທີ່ດິນ 150 ເຮັກຕ່າ ແກ່ບໍຣິສັດ ສຸກກຸງເຮືອງ ສວັນນະເຂດຈໍາກັດ ຂອງວຽດນາມ ປູກກ້ວຍເປັນເວລາ 30 ປີ ຢູ່ໃນເຂດພື້ນທີ່ ເມືອງນອງ ແຂວງສວັນນະເຂດ ແລະທາງບໍຣິສັດກໍາລັງຈະຂໍພື້ນທີ່ເພີ້ມອີກ 5 ພັນເຮັກຕ່າ ເພື່ອຂຍາຍ ການນຜລິດສົ່ງອອກ ຢູໂຣບ ແລະຣັດເຊັຍ; ດັ່ງເຈົ້າໜ້າທີ່ ຜແນກກະສິກັມແລະປ່າໄມ້ ແຂວງສວັນນະເຂດ ກ່າວວ່າ:
“ຣະຫວ່າງຣັຖກັບເຮົານີ້ນະ ເຮົາຮ່ວມມືກັນ ຣັຖບານລາວກັບຣັຖບານວຽດນາມຫັ້ນ ແຕ່ບໍ່ແມ່ນບໍຣິສັດ ແບບຂອງເອກຊົນ ຂອງຕ່າງປະເທດ ມັນເປັນແບບຣັຖ ຄືວຽດນາມເຂົາ ກໍຣະບົບສົ່ງເສິມສ່ວນຫລາຍຕົວສັມປະທານ ກໍມີບໍຣິັສດດຽວ ນີ້ແຫລະ ເພີ່ນກໍສົ່ງອອກ ຫລາຍປະເທດ ຢູໂຣບ ຄືບໍຣິສັດ ໃຫຍ່ຕົວນີ້ນະ.”
ເຈົ້າໜ້າທີ່ທ່ານນີ້ ອະທິບາຍວ່າການຮ່ວມມື ຣະຫວ່າງຣັຖບານຕໍ່ຣັຖບານນີ້ ຈະອໍານວຍຄວາມສະດວກ ແກ່ເຈົ້າໜ້າທີ່ ສາມາດຄວບຄຸມ ກວດກາຜົນກະທົບ ໄດ້ດີກວ່າບໍຣິສັດເອກຊົນ ທີ່ໃຊ້ສານເຄມີເກີນຂອບເຂດ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມແລະສຸຂພາບ ຂອງປະຊາຊົນ ແຕ່ການປູກຣະຫວ່າງ ຣັຖຕໍ່ຣັຖນີ້ ທາງເຈົ້າໜ້າທີ່ຈະລົງກວດກາ ເປັນປະຈໍາ ແລະຈະເຮັດບົດບັນທຶກໄວ້ ທ່ານນວ່າ:
“ຄືບໍຣິສັດໃຫຍ່ ເຮົາຄິດວ່າ ເຣື້ອງຜົນຕາມມາກໍມີຢູ່ ແຕ່ວ່າ ແຕ່ກໍສິບໍ່ມີຫລາຍດອກ ເພາະວ່າທາງຣັຖເຮົາຄຸ້ມຄອງ ຄວບຄຸມເຂົາ ເຮົາໄດ້ ກວດກາໝົດ ເຂົາສິເອົາຫຍັງເຂົ້າມາ ເຮົາຕ້ອງໄດ້ເບີ່ງແດ່ ຫມວດສີ່ງແວດລ້ອມ ຫມວດອິຫຍັງ ມັນຜ່ານໝົດ ຄັນມັນມີ ມັນຈະຮອດສະພາ ຮອດອິຫຍັງ ໂລດນະ ມັນສິລົງໄປໂລດ ຄືວ່າຫຍັງບໍ່ທັນມີຫຍັງຫັ້ນນະ.”
ອິງຕາມຂໍ້ມູນ ຜແນກກະສິກັມແລະປ່າໄມ້ ບໍຣິສັດສຸກກຸງເຮືອງ ສວັນນະເຂດຈໍາກັດ ໄດ້ເຣີ້ມເຂົ້າມາ ປູກສວນກ້ວຍ ຢູ່ເມືອນອງ ແຂວງ ສວັນນະເຂດ ຕັ້ງແຕ່ ປີ 2016 ຜ່ານມາໃນພື້ນທີ່ 150 ເຮັກຕ່າ ແລະໄດ້ຂຍາຍເປັນ 1 ພັນເຮັກຕ່າ ຊຶ່ງປັຈຈຸບັນທາງ ບໍຣິສັດກໍາລັງ ຈະຂໍເພີ້ມ ເນື້ອທີ່ເພື່ອປູກກ້ວຍຕຶ່ມອີກ 5 ພັນເຮັກຕ່າ.
ຣາຍງານວ່າສໍາລັບພື້ນທີ່ປູກກ້ວຍ ຂອງປະຊາຊົນ ທີ່ປູກຂາຍເອງນັ້ນມີປະມານ 5,500 ເຮັກຕ່າ ຊຶ່ງສ່ວຫລາຍແມ່ນ ປູກຢູ່ເມືອງພິນ, ເມືອງເຊໂປນ, ແລະເມືອງນອງ.