ການຂາດເຂີນ ເງິນຕຣາ ຕ່າງປະເທດ ກະທົບການພັທນາ ເສຖກິຈລາວ

ການຂາດເຂີນ ເງິນຕຣາຕ່າງປະເທດ ເປັນບັນຫາທ້າທາຍ ໃນການພັທນາ ແລະ ດຳເນີນເສຖກິຈໃນລາວ ເພາະການຄ້າຂາຍ ແລະ ຊຳລະໜີ້ສິນ ກັບຕ່າງປະເທດ ຈຳເປັນຕ້ອງໄດ້ໃຊ້ ເງິນຕຣາຕ່າງປະເທດ ເປັນຫລັກ ເປັນຕົ້ນການຊື້ນໍ້າມັນເຊື້ອເພີງ ແລະ ສິນຄ້າຈຳເປັນ ທີ່ປະເທດລາວ ຜລິດບໍ່ໄດ້.

ການດຳເນີນຊີວິດຂອງຄົນລາວ ຢູ່ນະຄອນຫຼວງຽງຈັນ ໃນເວລາ ເຊື້ອໂຄວິດ-19 ຣະບາດ, ເງິນເຟີ້ ແລະ ໃນໄລຍະບຸນປີໃໝ່ລາວ, ເມສາ 2022. ນັກຂ່າວ ພົລເມືອງ

ຣັຖບານລາວ ແລະ ປະຊາຊົນລາວ ພວມປະເຊີນກັບການຂາດເຂີນ ເງິນຕຣາຕ່າງປະເທດ ຢ່າງໜັກ ເຊິ່ງໄດ້ສົ່ງຜົລກະທົບ ຕໍ່ລະບົບເສຖກິຈ-ສັງຄົມ ພາຍໃນລາວຢ່າງໜັກໜ່ວງ ຂະນະທີ່ຣັຖບານລາວ ແລະ ທະນະຄານແຫ່ງຊາດລາວ ກໍພະຍາຍາມຄວບຄຸມ ການຊື້-ຂາຍເງິນຕຣາຕ່າງປະເທດ ຢ່າງຈຳກັດ ມາໄດ້ຫລາຍປີແລ້ວ ເພຶ່ອຮັກສາສະຖຽນລະພາບ ຂອງເງິນຕຣາຕ່າງປະເທດ ບໍ່ໃຫ້ເໜັງເຕີງແຮງຈົນເກີນໄປ.

ດັ່ງເຈົ້າໜ້າທີ່ ກະຊວງການເງິນ ທ່ານນຶ່ງກ່າວຕໍ່ ວິທະຍຸເອເຊັຽເສຣີ ໃນ ວັນທີ 25 ມີນາ ທີ່ຜ່ານມານີ້ວ່າ:

“ໝາຍເຖິງວ່າ ປະຣິມານເງິນໃນຣະບົບຫັ້ນເນາະ ຕາມຈັ່ງຫວະ ການຂຫຍາຍທາງເສຖກິຈ ເນຶ່ອງຈາກວ່າ ໄລຍະນີ້ອັຕຣາແລກປ່ຽນ ມັນກຳລັງເປັນບັນຫາຢູ່ໃນໄລຍະນີ້ ສະແດງວ່າ ທີ່ຣັຖບານກາງ ໄດ້ເຂົ້າມາແຊກແຊງ ບຸກຄົນທົ່ວໄປ (ເງິນຕຣາຕ່າງປະເທດ) ໄດ້ແຕ່ມື້ນຶ່ງ 100 ໂດລາຣ໌ເທົ່ານັ້ນ ຂາຍໃນວົງຈຳກັດ.”

ທ່ານກາວຕື່ມວ່າ ປັດຈຸບັນ ສະພາບຄວາມດຸ່ນດ່ຽງ ດ້ານການຊຳລະເງິນ ຂອງປະເທດລາວ ແມ່່ນຖືວ່າ ຕິດລົບ ເຖິງແມ່ນວ່າ ການຄ້າໄດ້ເກີນດຸນ 1.32 ຕື້ ໂດຣາຣ໌ສະຫະຣັຖ ໃນປີ 2021 ກໍຕາມ ເນຶ່ອງຈາກວ່າ ເງິນຕຣາຕ່າງປະເທດ ມີພຽງ 26.45% ຂອງມູນຄ່າການສົ່ງອອກທັງໝົດ.

ການຂາດເຂີນເງິນຕຣາຕ່າງປະເທດ ຖືເປັນບັນຫາທ້າທາຍ ຂອງຣັຖບານລາວ ເພາະຣັຖບານລາວ ມີຄວາມຕ້ອງການເງິນຕຣາຕ່າງປະເທດ ເພຶ່ອມາຊຳລະໜີ້ສິນພາຍນອກ ທີ່ເພີ່ມຂຶ້ນ ແລະ ຕ້ອງການເງິນຕຣາຕ່າງປະເທດ ທີ່ຈຳເປັນ ໃນການນຳເຂົ້າສິນຄ້າ ທີ່ຈຳເປັນ ບາງປະເພດ ເຊິ່ງສົ່ງຜົລໃຫ້ສະຖ່ຽນລະພາບ ຂອງເງິນຕຣາຕ່າງປະເທດ ບໍ່ມີຄວາມໝັ້ນຄົງ ຄືໃນປັຈຸບັນ.

ຂະນະ ທີ່ສະພາບການອ່ອນຄ່າຂອງເງິນກີບລາວ ກໍຍັງກະທົບໃຫ້ເກີດພັຍເງິນເຟິ້ ໃນປະເທດລາວ ເນື່ອງຈາກວ່າ ບັນດາທຸຣະກິຈຕ່າງໆ ຕ້ອງໄດ້ຈ່າຍເງິນເພີ່ມສູງຂຶ້ນ ເພື່ອຊື້ເງິນຕຣາຕ່າງປະເທດໃນການນຳເຂົ້າສິນຄ້າ ໂດຍໃນເດືອນກຸມພາ 2022 ນີ້ ປະເທດລາວ ມີອັຕຣາເງິນເຟິ້ ຢູ່ທີ່ 7.31% ເຊິ່ງຍັງສົ່ງຜົລໃຫ້ຄ່າຄອງຊີບ ພາຍໃນປະເທດ ແລະ ສິນຄ້າເກືອບທຸກປະເພດ ເພີ່ມສູງຂຶ້ນ ໂດຍສະເພາະ ຣາຄານໍ້າມັນເຊື້ອເພີງ ແລະ ສິນຄ້າອຸປໂພກ-ບໍຣິໂພກ ທີ່ຈຳເປັນຕ້ອງນຳເຂົ້າຈາກຕ່າງປະເທດ ເພາະປະເທດລາວ ຍັງບໍ່ສາມາດຜລິດໄດ້.

ກ່ຽວກັບເຣື່ອງນີ້ ຫລາຍຝ່າຍ ຕ່າງກໍເປັນກັນວົນວ່າ ຫາກຣັຖບານລາວ ສືບຕໍ່ຂາດເຂີນເງິນຕຣາຕ່າງປະເທດ ຢ່າງໜັກ ມັນຈະກະທົບໂດຍຕົງຕໍ່ກັບການຊຳລະ ໜີ້ສິນສາທາຣະນະ ທັງເງິນຕົ້ນທຶນ ແລະ ດອກເບັ້ຽ. ແຕ່ເຈົ້າໜ້າທີ່ໜ່ວຍງານ ໃນການຊຳລະໜີ້ສິນ ກ່າວວ່າ ຣັຖບານລາວ ກໍໄດ້ກະຕຽມ ເງິນຕຣາຕ່າງປະເທດໄວ້ແລ້ວ ເຊິ່ງຄາດວ່າພຽງພໍ ຕໍ່ການຊຳລະໜີ້ສິນສາທາຣະນະ ທັງເງິນຕົ້ນທຶນ ແລະ ດອກເບັ້ຽຢູ່.

ດັ່ງເຈົ້າໜ້າທີ່ ຜແນກໜີ້ສິນ ກະຊວງການເງິນ ທ່ານນຶ່ງກ່າວຕໍ່ ວິທະຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ປັຈຸບັນນີ້ ກະຣັຖບານເພິ່ນມີເງິນເກັບ ໃຫ້ມາສນັບສນູນ. ໄທເຮົາກະມີມາຕການແກ້ໄຂທີ່ຢ່າງຈະແຈ້ງຢູ່.

ທາງດ້ານຊາວລາວ ທີ່ພວມປະເຊີນກັບ ສະພາບການຣະບາດ ຂອງເຊື້ອໂຄວິດ-19 ຮອບໃໝ່ ທີ່ນັບມື້ ຈະທະວີຄວາມຮຸນແຮງນັ້ນ ກໍພາກັນຈົ່ມວ່າ ໄລຍະນີ້ເງິນກີບລາວ ອ່ອນຄ່າລົງຫລາຍ ເມື່ອທຽບໃສ່ເງິນບາດ ກັບເງິນໂດລາຣ໌ສະຫະຣັຖ, ຄຽງບ່າຄຽງໄລ່ກັບສິນຄ້າ ກໍແພງຂຶ້ນຫລາຍ ໂດຍສະເພາະຣາຄານໍ້າມັນເຊື້ອເພີງ ເຮັດໃຫ້ກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໜັກຫລາຍສົມຄວນ.

ຕາມການສັງເກດ ສະພາບສັງຄົມ ແລະ ທຸຣກິຈ ໃນນະຄອນຫລວງວຽງຈັນ ໃນໄລຍະນີ້ ກໍເຫັນວ່າ ຂ້ອນຂ້າງງຽບເຫງົາ ແລະ ຍັງບໍ່ຄຶກຄັກ ຄືໄລຍະທີ່ໂຄວິດ-19 ຣະບາດເທຶ່ອ ເຖິງວ່າ ທາງການລາວ ຈະພະຍາຍາມ ມີມາຕການກະຕຸ່ນເສຖກິຈ ຜ່ານໂຄງການຕ່າງໆ ມາແລ້ວກໍຕາມ.

ດັ່ງຊາວບ້ານຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວຕໍ່ ວິທະຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ.

“410,000 ຕໍ່ພັນບາດ ເຄຶ່ອງກະຂຶ້ນ ອັນໃດກະຂຶ້ນໝົດ ຫາເງິນຍາກ ມັນແພງຫລາຍເດ້ ສ່ວນຫລາຍເງິນບາດ ບໍ່ຄ່ອຍໄດ້ໃຊ້ກັນດອກ ເພາະວ່າ ມັນແພງກະເລີຍບໍ່ໃຊ້ ບໍ່ແລກມາໄວ້ ແລ້ວກະບໍ່ໃຊ້ ໃຊ້ແຕ່ເງິນກີບຊື້ ມີແຕ່ວ່າ ພວກຂະເຈົ້າຮັບເຄື່ອງມາແຕ່ຝັ່ງພຸ້ນແຫລະ (ໄທຍ) ຂະເຈົ້າມາຂາຍ ແລ້ວຂະເຈົ້າມາຕີເປັນເງິນກີບບ້ານເຮົາ ມັນກະແພງຫັ້ນນ່າ.”

ຊາວລາວອີກຜູ້ນຶ່ງ ກໍກ່າວວ່າ ດຽວນີ້ ສະພາບເສຖກິຈ ຕົກຕໍ່າຫລາຍ, ບັນຍາກາດການຄ້າ-ການຂາຍ ກໍງຽບເຫົງາ ຍ້ອນຜູ້ຄົນບໍ່ອອກມາຈັບຈ່າຍ ຊື້ຂາຍສິນຄ້າ ເພາະຄ່າຄອງຊີບ ນັບມື້ຈະແພງຂຶ້ນເລື້ອຍໆ ໂດຍສະເພາະ ລາຄານໍ້າມັນເຊື້ອເພີງ.

ສ່ວນເຣື່ອງການຂາດເຂີນ ເງິນຕຣາຕ່າງປະເທດນັ້ນ ກໍເປັນຍ້ອນ ມາຕການຄວບຄຸມ ຂອງຣັຖບານລາວ ທີ່ຍັງບໍ່ເຂັ້ມງວດ ແລະ ກວດກາ ຢ່າງຈິງຈັງ ເນຶ່ອງຈາກ ມີຮ້ານແລກປ່ຽນເງິນຕຣາຕ່າງປະເທດ ເປີດບໍຣິການເປັນຈຳນວນຫລາຍ ໃນນະຄອນຫລວງວຽງຈັນ. ສະນັ້ນ ຈຶ່ງເຮັດໃຫ້ເງິນຕຣາຕ່າງປະເທດ ຈຳນວນບໍ່ໜ້ອຍ ກະຈາຍໄປໃນຕລາດມືດ ແທນທີ່ຈະຜ່ານ ລະບົບຂອງທະນະຄານ.

ດັ່ງຊາວບ້ານຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວຕໍ່ ວິທະຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຊູ່ມື້ນີ້ ມັນແຮ່ງຫລາຍ ຮ້ານແລກເງິນນ່າ ມີຢູ່ຄູ່ຊອຍ ຖນົນສາຍເຮົານີ້ກະ 7-8 ບ່ອນພຸ້ນ ຕິຕະມັນບໍ່ມີເງິນ. ເອີ! ກະຕົກແຮງແລ້ວ 4 ແສນກວ່າກີບຕໍ່ພັນບາດ. ບ້ານເມືອງມັນບໍ່ປົກຕິ ຫາເງິນບໍ່ໄດ້ ເງີນເດືອນພັດຍັງຊໍາເກົ່າຢູ່ ມັນກໍບໍ່ພໍກິນແຫລະ.”

ທາງດ້ານນັກເສຖສາຕ ຂອງທະນາຄານພັທະນາເອເຊັຽ ຫລື ADB ປະຈຳລາວ ໃຫ້ທັສະນະວ່າ ຫາກຈະຄວບຄຸມເງິນຕຣາຕ່າງປະເທດ ກໍຕ້ອງລຸດຜ່ອນ ການນຳເຂົ້າຈາກຕ່າງປະເທດ ແລ້ວຣັຖບານລາວ ຕ້ອງພະຍາຍາມເອົາໃຈໃສ່ ຊຸກຍູ້-ສົ່ງເສີມ ປະຊາຊົນ ໃຫ້ກັບມາເຄື່ອນໄຫວວຽກງານ ແລະ ທຸຣກິຈອີກຄັ້ງ ບໍ່ໃຫ້ຢຸດນິ້ງແບບນີ້ ເພາະຈະເຮັດໃຫ້ລະບົບເສຖກິຈພາຍໃນ ຕົກຕໍ່າລົງໄປເລື້ອຍໆ.

ດັ່ງເຈົ້າໜ້າທີ່ ທະນະຄານ ກ່າວຕໍ່ ວິທະຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ມີການທ່ອງທ່ຽວ ພາຍໃນເນາະ ມີການຈັບຈ່າຍພາຍໃນ ໃຫ້ມີການລົງທຶນພາຍໃນ ໃຫ້ຄົນລາວນີ້ລົງທຶນ. ລົງທຶນກະຄືເວົ້າຫັ້ນແຫລະ ເວົ້າເຣື່ອງການຜລິດ ສະບຽງອາຫານ ເຮົາກະຮູ້ ວ່າເຮົາຊື້ຫຍັງ ການນຳເຂົ້າອິຫຍັງ ກະເປັນປັດໃຈ ແລ້ວກະ ຈະຊິຊ່ວຍໃຫ້ກິຈກັມພາຍໃນເພີ່ມຂຶ້ນ ຫັ້ນນ່າ.”

ທ່ານກ່າວຕື່ມວ່າ ຣັຖບານລາວຕ້ອງພະຍາຍາມສ້າງສັງຄົມລາວ ໃຫ້ເປັນສັງຄົມທີ່ເພິ່ງພາຕົວເອງ ແລະ ໃຫ້ເບິ່ງວ່າ ສິນຄ້າໃນຕລາດ ຂາດເຂີນຫຍັງແດ່ ແລະ ກໍຄວນມີວິທີສົ່ງເສີມ ໃຫ້ຊາວບ້ານຜລິດສິນຄ້ານັ້ນມາຂາຍ ຫລື ສນັບສນຸນຄົນລາວ ລົງທຶນສ້າງໂຮງງານ ເພື່ອຜລິດສິນຄ້າ ອຸປໂພກ-ບໍຣິໂພກເອງ ກໍຈະເຮັດໃຫ້ເສຖກິຈໝັ້ນຄົງ ໃນໄລຍະຍາວ ແທນທີ່ຈະເພິ່ງພາແຕ່ສິນຄ້ານຳເຂົ້າ ພຽງຢ່າງດຽວ.

ອີງຕາມ ຣາຍງານຈາກທະນະຄານແຫ່ງຊາດລາວ ລະບຸວ່າ ມາຮອດເດືອນທັນວາ 2021 ນີ້ ທະນະຄານແຫ່ງຊາດລາວ ມີສັບສິນຕ່າງປະເທດ ຈຳນວນ 37,755 ຕື້ກີບ ແລະ ໜີ້ສິນຕ່າງປະເທດ ຈຳນວນ 33,313 ຕື້ກີບ ລວມທັງສິນສັບຕ່າງປະເທດ ລວມຍອດ ຈຳນວນ 4,441.48 ຕື້ກີບ. ສ່ວນຄັງເງີນສຳຮອງ ເງິນຕຣາຕ່າງປະເທດ ມີຈຳນວນ 1,262.51 ລ້ານໂດລາຣ໌ສະຫະຣັຖ.

ໃນຂະນະນີ້ ກະຊວງການເງິນຣາຍງານວ່າ ປະເທດລາວ ມີໜີ້ສິນສາທາຣະນະ ສູງເຖິງ 13 ຕື້ໂດລາຣ໌ສະຫະຣັຖ ຫລື ກວມເອົາປະມານ 72% ຂອງ GDP ເຊິ່ງສ່ວນຫລາຍ ຈະເປັນໜີ້ສິນ ທີ່ຣັຖບານລາວ ກູ້ຢືມຈາກຕ່າງປະເທດ ເພຶ່ອນຳມາລົງທຶນ ໃນໂຄງການພັທນາເສຖດິຈ-ສັງຄົມຂອງປະເທດ ເປັນຕົ້ນແມ່ນ ໂຄງການທາງລົດໄຟລາວ-ຈີນ, ໂຄງການ ທາງດ່ວນ, ໂຄງການເຂື່ອນໄຟຟ້າ ແລະ ໂຄງການກໍສ້າງ ໂຄງຮ່າງພື້ນຖານ ໃນເຂດຊົນນະບົດ ໂດຍໜີ້ສິນສາທາຣະນະ ທັງເງິນຕົ້ນທຶນ ແລະ ດອກເບັ້ຽ ຈະຕ້ອງຊຳລະ ເປັນເງິນຕຣາຕ່າງປະເທດເທົ່ານັ້ນ. ສະບາຍດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org