ໃນປີນີ້, ພາກຣັຖ ຈະພາປະຊາຊົນ ພົ້ນທຸກຕື່ມ 30 ພັນປາຍຄອບຄົວ
ຣັຖບານລາວ ຕັ້ງເປົ້າໝາຍ ໃຫ້ປະຊາຊົນ ຫຼຸດພົ້ນຈາກ ຄວາມທຸກຍາກ ໃນປີ 2022 ໃຫ້ໄດ້ 30 ພັນປາຍຄອບຄົວ, ແຕ່ຫຼາຍຄົນ ເຫັນວ່າ ຄົງບໍ່ແມ່ນເຣື່ອງງ່າຍ ເພາະທຶນ ທີ່ຈະໄປຊ່ອຍ ໃຫ້ປະຊາຊົນ ພົ້ນທຸກ ຍັງເປັນສິ່ງທີ່ ມີຈຳກັດ.
-
ພູວົງສ໌
2022-03-10 -
-
-
Your browser doesn’t support HTML5 audio
ຕາມມະຕິ ກອງປະຊຸມສະພາແຫ່ງຊາດ ທີ່ໄດ້ຮັບຮອງເອົາ ໃນປີ 2022 ນີ້ ວ່າດ້ວຍຄາດໝາຍວຽກງານ ພັທນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກນັ້ນ, ຣັຖບານລາວ ຕັ້ງເປົ້າໝາຍ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ໂດຍຈະເຮັດໃຫ້ຄອບຄົວທີ່ທຸກຍາກ ພົ້ນທຸກໃຫ້ໄດ້ 30,654 ຄອບຄົວ ຫຼື 11.12% ຂອງຈຳນວນຄອບຄົວ ທີ່ຍັງບໍ່ພົ້ນທຸກ ຫຼືຍັງທຸກຍາກທັງໝົດ 275,553 ຄອບຄົວ.
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ກະຊວງກະສິກັມ ແລະ ປ່າໄມ້ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວວ່າ ແຜນການພັທນາ ເສຖກິຈທ້ອງຖິ່ນ ເພື່ອໃຫ້ປະຊາຊົນ ຫຼຸດພົ້ນຈາກຄວາມທຸກຍາກ ຕາມເປົ້າໝາຍນັ້ນ ແມ່ນຄາດຄະເນ ແບບບໍ່ເປັນທາງການວ່າ ຈະເລັ່ງໃສ່ໂຄງການ ສົ່ງເສີມການປູກຝັງ ຈາກຕ່າງປະເທດ ເຂົ້າມາຈັດຕັ້ງໂຄງການ ໃນເນື້ອທີ່ ທີ່ມີເງື່ອນໄຂ ທຳການຜລິຕ ຕາມທີ່ໂຄງການວາງໄວ້ ແລະ ເປັນເນື້ອທີ່ ທີ່ນອນຢູ່ໃນເຂດບ້ານ, ເມືອງ ແລະ ແຂວງ ທີ່ທຸກຍາກກວ່າໝູ່. ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ກຸມພາ ທີ່ຜ່ານມານີ້ວ່າ:
“ໂຕນີ້ເນາະ ຄັນວ່າເຮັດແທ້ໆ ມັນຊິອາສັຍ ໂຄງການຕ່າງປະເທດນັ້ນແຫຼະ ຕາມເບິ່ງຫັ້ນນ່າ. ອັນຫຼັກໆ ໂຕມັນມີທ່າແຮງແທ້ໆ ມັນຊິເວົ້າເຣື່ອງປູກຝັງ ນີ້ແຫຼະ, ແຕ່ມັນເປັນສິ່ງ ທີ່ເຮົາຊິເຮັດໄດ້, ຫັ້ນນ່າ ຕາມເບິ່ງ. ຕາມທີ່ຄິດ ກໍຊິໄດ້ຢູ່, ແຕ່ວ່າຢ່າງໜ້ອຍ ຄັນວ່າຊິບໍ່ຮອດເປົ້າໝາຍ ກໍຊິໄດ້ຢູ່ບາງອັນ, ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ມະຕິກອງປະຊຸມ ສະພາແຫ່ງຊາດນີ້ ຫາກໍມີການຮັບຮອງໄປ ເມື່ອບໍ່ດົນມານີ້, ເຊິ່ງໄດ້ມີການກຳນົດຂອບເຂດ ແຂວງໃດ, ເມືອງໃດ, ບ້ານໃດ ຈະຢູ່ໃນແຜນ ລຶບລ້າງຄວາມທຸກຍາກ ຢ່າງຄັກແນ່ແລ້ວ.
ກ່ຽວກັບເຣື່ອງ, ນັກວິຊາການ ທີ່ເຄີຍເຮັດວຽກ ໃນໂຄງການພັທນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຫຼື ທລຍ ຢູ່ເມືອງຕະໂອ້ຍ ແຂວງສາຣະວັນ, ເຊິ່ງເປັນນຶ່ງເມືອງ ທີ່ປະຊາຊົນ ທີ່ເປັນຊົນເຜົ່າ ໃນເຂດພູດອຍ ທີ່ຍັງມີຄວາມທຸກຍາກ ຈຳນວນຫຼາຍ ກ່າວວ່າ ທີ່ຜ່ານມາ ໂຄງການ ທລຍ ກໍໄດ້ສຸມໃສ່ ວຽກງານດ້ານການແກ້ໄຂ ໂຄງຮ່າງພື້ນຖານ ເປັນຕົ້ນ ສ້າງຊົນລະປະທານ ແລະ ກໍ່ສ້າງເສັ້ນທາງ ໃຫ້ສາມາດຕອບສນອງການຜລິຕ ຂອງປະຊາຊົນໄດ້ ແລະ ທ່ານເອງ ກໍໃຫ້ຄວາມເຫັນວ່າ ເປົ້າໝາຍ ຂອງຣັຖບານ ທີ່ໄດ້ກຳນົດອອກມາ ຈະສ້າງຄອບຄົວພົ້ນທຸກນັ້ນ ແມ່ນຈະເຮັດໄດ້ຍາກຫຼາຍ ເນື່ອງຈາກໃນເຂດທຸກຍາກ ຍັງມີປະຊາຊົນ ບໍ່ເຂົ້າໃຈ ການພັທນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຈຶ່ງເຮັດໃຫ້ປະຊາຊົນ ຈຳນວນນຶ່ງ ບໍ່ຮັບເອົາໂຄງການ ທລຍ ເລີຍ. ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ຄັນຄື ຕະໂອ້ຍ ນີ້, ມັນກະຢາກຍາກຢູ່ໄດ໋, ແຕ່ວ່າທາງດ້ານເອກະສານ ກໍແມ່ນຢູ່ດອກ, ແຕ່ວ່າການປະຕິບັດໂຕຈິງ ຄຶດວ່າຢາກຍາກ. ເອີ່, ນຶ່ງ ລະບົບຄວາມເຂົ້າໃຈເຂົາ ກໍຍັງຢາກຍາກ, ຫັ້ນນ່າ. ບາງຄົນ, ກໍຍັງເວົ້າພາສາລາວບໍ່ໄດ້, ຫັ້ນນ່າ ຫຼືວ່າເບື້ອງບຸກຄະລາກອນ ທີ່ວ່າລົງໄປກະຕຸ້ນປະຊາຊົນ ບາງເທື່ອກໍບໍ່ພຽງພໍເນາະ. ບາງຂແນງການ ກໍອາຈເຮັດວຽກ ບໍ່ຖືກຕາມພາຣະບົດບາດ.”
ປະຊາຊົນຜູ້ທຸກຍາກ ຢູ່ບ້ານໃໝ່ຄູນຄຳ, ເມືອງຄູນຄຳ ແຂວງຄຳມ່ວນ ກໍກ່າວວ່າ ເປົ້າໝາຍທີ່ຣັຖບານ ຈະສ້າງຄອບຄົວ ໃຫ້ພົ້ນທຸກ 30 ພັນປາຍຄອບຄົວນັ້ນ, ທ່ານເອງ ກໍຄາດວ່າ ເປັນເຣື່ອງທີ່ທ້າທາຍສູງ ແລະ ເຮັດໄດ້ຍາກຫຼາຍ ເນື່ອງຈາກ ອີງຕາມສະພາບໂຕຈິງ ທີ່ມີໂຄງການ ຂອງຈີນ ເຂົ້າມາຊ່ອຍຊາວບ້ານ ຫຼຸດພົ້ນຄວາມທຸກຍາກພາຍໃນ ສ່ວນໃຫຍ່ແລ້ວ ແມ່ນນັກລົງທຶນ ໄດ້ປໂຍດຫຼາຍກວ່າ. ສ່ວນຊາວບ້ານ ຈະບໍ່ມີທີ່ດິນ ທຳການຜລິຕ ເປັນຂອງໂຕເອງ ຈຶ່ງເຮັດໃຫ້ບໍ່ມີອາຊີບ ແລະ ລາຍໄດ້ທີ່ໝັ້ນຄົງ ແລະ ຕໍ່ເນື່ອງ ຍ້ອນວ່າ ດິນຂອງພວກເຂົາເຈົ້າ ປະມານ 100 ເຮັກຕ້າຣ ໄດ້ຍົກໃຫ້ບໍຣິສັດຈີນ ເຊົ່າປູກໝາກກ້ວຍແລ້ວ, ອີກທັງສັນຍາເຊົ່າດິນປູກກ້ວຍ ເປັນສັນຍາໄລຍະສັ້ນ ຄືສັນຍາ 3 ປີ ຕໍ່ເທື່ອເທົ່ານັ້ນ. ດັ່ງຊາວບ້ານ ຢູ່ບ້ານໃໝ່ຄູນຄຳ, ເມືອງຄູນຄຳ ແຂວງຄຳມ່ວນ ກ່າວໃນມື້ດຽວກັນນີ້ວ່າ:
“ແບບວ່າເພິ່ນມາ ເພິ່ນກໍມາເຮັດເອົາກຳໄລເພິ່ນ. ໂຕຢ່າງຫັ້ນນ່າ ສວນກ້ວຍ ດິນເຊົ່າຫັ້ນເນາະ ເຊົ່າ 3 ປີ. ຄືທຸກມື້ນີ້ ກໍບໍ່ມີດິນ ມີດອນ ຄືແຕ່ກ່ອນ ດິນຊິເຮັດນາ ກໍບໍ່ມີນ່າ ຊິເຮັດສວນ ກໍບໍ່ມີນ່າ, ທຸກມື້ນີ້.”
ສະພາແຫ່ງຊາດລາວ ຖືເປັນໜ່ວຍງານ ທີ່ກວດສອບ ການເຮັດວຽກ ຂອງຣັຖບານ ໃນວຽກງານດ້ານການພັທນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນປີ 2022 ນີ້, ເຊິ່ງເຈົ້າໜ້າທີ່ ສະພາແຫ່ງຊາດ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກໍໄດ້ກ່າວວ່າ ບໍ່ສາມາດຄາດຄະເນໄດ້ວ່າ ຣັຖບານ ຈະເຮັດໃຫ້ປະຊາຊົນ ຫຼຸດພົ້ນຈາກຄວາມທຸກຍາກ ໄດ້ 30 ພັນປາຍຄອບຄົວ ຕາມເປົ້າໝາຍນັ້ນ ແລະ ໄດ້ໃຫ້ຄວາມເຫັນວ່າ ຫາກຈະຫຼຸດພົ້ນ ຈາກຄວາມທຸກຍາກໄດ້ແທ້ ຈຳເປັນຕ້ອງຈັດສັນງົບປະມານ ໃນການຈັດຕັ້ງປະຕິບັດໂຄງການ ໃຫ້ປະຊາຊົນ ມີວຽກເຮັດງານທຳ ຢ່າງຕໍ່ເນື່ອງ ແລະ ບໍ່ແມ່ນແຈກຢາຍເງິນ ຫຼືເຄື່ອງຂອງ ໃຫ້ປະຊາຊົນ ເພາະນັ້ນຈະເປັນ ການລຶບລ້າງຄວາມທຸກຍາກ ທີ່ເປັນລັກສະນະຊົ່ວຄາວ. ດັ່ງທ່ານກ່າວວ່າ:
“ວິຊາສະເພາະ ທີ່ເຮົາຊິລົງໄປຊຸກຍູ້ເຂົາ ໃຫ້ເຂົາມີວຽກເຮັດງານທຳ ຫັ້ນແຫຼະ ໃຫ້ເຂົາມີອາຊີບ ຫັ້ນແຫຼະ. ຄັນເຂົາມີອາຊີບ ເຂົາກໍສາມາດຊ່ອຍໂຕເອງ ສາມາດເຮັດໃຫ້ໂຕເອງ ພົ້ນທຸກໄດ້. ຄັນເຮົາຊິໄປເອົາເງິນ ເອົາແຕ່ຄຳ ເອົາແຕ່ເຄື່ອງ ເອົາຫຍັງໄປຊ່ອຍເຫຼືອ ມັນບໍ່ພົ້ນທຸກໄດ້ຈັກເທື່ອດອກ.”
ທ່ານກ່າວຕື່ມວ່າ ການລົງກວດສອບ ການເຮັດວຽກ ຂອງໜ່ວຍງານຣັຖບານ ໃນການຈັດຕັ້ງປະຕິບັດ ວຽກງານ ດ້ານການພັທນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນປີທີ່ຜ່ານມານັ້ນ, ສະພາແຫ່ງຊາດເອງ ກໍມີຂໍ້ຈຳກັດ ໃນດ້ານງົບປະມານ ແລະ ສາມາດລົງໄປຕິດຕາມ ການຈັດຕັ້ງປະຕິບັດ ໂຄງການຕ່າງໆ ເພື່ອລຶບລ້າງຄວາມທຸກຍາກ ໄດ້ປີລະ 1 ຄັ້ງເທົ່ານັ້ນ ຈຶ່ງຍັງບໍ່ທົ່ວທຸກບ້ານ, ທຸກເມືອງ ແລະ ທຸກແຂວງ ຈຶ່ງບໍ່ສາມາດປະເມີນໄດ້ ຢ່າງຈະແຈ້ງວ່າ ເປົ້າໝາຍທີ່ພາກຣັຖ ຕັ້ງເອົາໄວ້ ສາມາດບັນລຸໄດ້ຕາມເປົ້າໝາຍ ໄດ້ເຕັມເມັດເຕັມໜ່ວຍ ແນວໃດແດ່.
“ທຶນຫັ້ນແຫຼະ ເຮົາຊິມີທຶນບໍ່? ສະພາແຫ່ງຊາດເຮົາ ກໍລົງຕິດຕາມ ກວດກາ ປີລະຄັ້ງເທົ່ານັ້ນ. ມັນກໍຍາກ ໃນການຕິດຕາມກວດກາ, ໃນການເບິ່ງວ່າ ຣັຖບານຊິເຮັດໄດ້ສ່ຳໃດ ແນວໃດ. ຂຶ້ນຢູ່ກັບທຶນ ຫັ້ນແຫຼະ.”
ນອກຈາກນີ້, ເປົ້າໝາຍປີ 2022 ທີ່ພາກຣັຖ ຈະແກ້ໄຂຄວາມທຸກຍາກ ໃຫ້ປະຊາຊົນ ຫຼຸດພົ້ນຈາກຄວາມທຸກຍາກ 30 ພັນປາຍຄອບຄົວແລ້ວນັ້ນ, ມະຕິກອງປະຊຸມສະພາແຫ່ງຊາດ ຍັງໄດ້ລວມເອົາແຜນ ທີ່ພາກຣັຖ ຈະສ້າງເມືອງພົ້ນທຸກ ໃຫ້ໄດ້ 12 ເມືອງ ຫຼືເທົ່າກັບ 8.1% ຂອງຈຳນວນ 148 ເມືອງທັງໝົດ ໃນທົ່ວປະເທດ ແລະ ຈະສ້າງບ້ານພົ້ນທຸກ ໃຫ້ໄດ້ 466 ບ້ານ ຫຼືເທົ່າກັບ 12.82% ຂອງບ້ານຍັງບໍ່ພົ້ນທຸກ ຈຳນວນ 3,634 ບ້ານນຳດ້ວຍ.
ປັດຈຸບັນ, ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາດລາວ, ກະຊວງແຜນການ ແລະ ການລົງທຶນ ທີ່ໄດ້ລົງສຳຣວດ ໃນປີ 2018-2019 ແລະ ຣາຍງານ ໃນປີ 2019 ແລ້ວສາມາດສັງລວມໄດ້ວ່າ ຍັງມີປະຊາຊົນລາວ ທີ່ທຸກຍາກ ຫຼືມີລາຍໄດ້ຕໍ່ຫົວຄົນຕໍ່ປີ ຕ່ຳກວ່າເສັ້ນຄວາມທຸກຍາກ ຕາມທີ່ອົງການສະຫະປະຊາຊາດ ໄດ້ໃຫ້ນິຍາມໄວ້ ຈຳນວນ 18.3% ຫຼືປະມານ 1 ລ້ານ 2 ແສນ 60 ພັນຄົນ ຂອງຈຳນວນປະຊາກອນທັງໝົດ ໃນທົ່ວປະເທດ ທີ່ມີປະມານ 7 ລ້ານປາຍຄົນ.
ຂະນະດຽວກັນ, ສະພາບການຣະບາດ ຂອງໂຄວິດ-19 ໃນຮອບ 2 ປີມານີ້, ກໍຍິ່ງເຮັດໃຫ້ປະຊາຊົນລາວ ໄດ້ຮັບຄວາມກົດດັນ ຈາກສະພາວະເສຖກິຈ ທີ່ຂຍາຍໂຕຊ້າລົງນີ້ ແລະ ການຟື້ນຟູເສຖກິຈ ກໍເປັນໄປແບບຊ້າໆ ແລະ ຫຼາຍຄົນ ກໍກາຍເປັນຄົນວ່າງງານ ກໍຍິ່ງເຮັດໃຫ້ ຈຳນວນຄົນທຸກຍາກ ເພີ່ມຂຶ້ນ ແລະ ຫຼາຍຄົນ ກໍຈະປະສົບກັບຄວາມບໍ່ໝັ້ນຄົງ ທາງດ້ານສະບຽງອາຫານນຳດ້ວຍ, ອີງຕາມການຣາຍງານ ຂອງທນາຄານໂລກປະຈຳລາວ ທີ່ອອກບົດຣາຍງານ “ການຕິດຕາມເສຖກິຈລາວ” ໃນເດືອນສິງຫາ ປີ 2021 ທີ່ຜ່ານມານີ້. ນອກຈາກນີ້, ທນາຄານໂລກ ຍັງໄດ້ຄາດຄະເນວ່າ ໃນປີ 2021 ມີຄົນທຸກຍາກເພີ່ມຂຶ້ນໃນປະເທດລາວ ປະມານ 1 ແສນ 70 ພັນຄົນ, ອັນເນື່ອງມາຈາກ ເຂົາເຈົ້າວ່າງງານ ແລະ ຂາດລາຍຮັບ ຈາກການຣະບາດ ຂອງໂຄວິດ-19 ຮອບທີ 2 ທີ່ຮຸນແຮງທີ່ສຸດ.
ແນ່ນອນວ່າ ວຽກງານ ການລຶບລ້າງຄວາມທຸກຍາກ ແລະ ການແກ້ໄຂບັນຫາ ຄອບຄົວທຸກຍາກ ໃຫ້ພົ້ນທຸກ 30,654 ຄອບຄົວ ຕາມແຜນການ ຂອງຣັຖບານລາວ ໄດ້ກຳນົດອອກມາ ແລະ ສະພາແຫ່ງຊາດ ໄດ້ຮັບຮອງໄປນັ້ນ, ກໍຄົງໄດ້ຮັບຜົລກະທົບ ຈາກການຣະບາດ ຂອງໂຄວິດ-19 ເຊັ່ນດຽວກັນ ແລະ ເປັນສິ່ງທີ່ມີຄວາມທ້າທາຍສູງ ທີ່ຈະສາມາດ ບັນລຸໄດ້ຕາມແຜນການ. ສບາຍດີ.