ສາກົນຈະປະເມີນ ມາຕຖານ ການເງິນ ໃນລາວ

ຈໍາປາທອງ
2021.07.21
ສາກົນຈະປະເມີນ ມາຕຖານ ການເງິນ ໃນລາວ ຂ.ບໍ່ແກ້ວ ເຂດເສຖກິດພິເສດ ສາມຫຼ່ຽມຄໍາ ຖືກພັທນາໂດຍ ບໍຣິສັດຄິງໂຣມັນ ອິນເຕີເນຊັນແນນ ອິນແວັສເມັນ ທີ່ຖືກຂຶ້ນບັນຊີດໍາ ຈາກ ຄະນະສະເພາະກິດ ດ້ານມາຕຖານ ການເງິນສາກົນ.
ນັກຂ່າວພົລເມືອງ

ຄະນະສະເພາະກິດດ້ານມາຕຖານການເງິນສາກົນ ຫລື FATF ຕຽມປະເມີນຜົລການປະຕິບັດມາຕຖານປ້ອງກັນ ແລະປາບປາມ ການຟອກເງິນ ແລະການສນອງທຶນ ໃຫ້ແກ່ການ ກໍ່ການຮ້າຍ ຄັ້ງທີ 2 ສໍາລັບລາວ ໃນເດືອນສິງຫາ ນີ້ ເພື່ອເຮັດໃຫ້ປະເທດລາວ ບໍ່ຖືກຈ້ອງມອງ ແລະຕົກຢູ່ໃນສະພາບທີ່ຖືກສາກົນຕິດຕາມ, ດັ່ງເຈົ້າໜ້າທີ່ທະນາຄານ ແຫ່ງຊາດລາວ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 21 ກໍຣະກະດາ ນີ້ວ່າ:

“ຄືປີ 2017 ເຮົາຫລຸດອອກຈາກບັນຊີເທົາແລ້ວ ແລ້ວເທື່ອນີ້ແມ່ນເຮົາຕຽມປະເມີນຄັ້ງທີ 2 ແລ້ວ ເດືອນ 8 ເພິ່ນຈະມາ on side off side ນໍາເຮົາ. ຖ້າສົມມຸດວ່າການປະເມີນເທື່ອນີ້ ເຮົາບໍ່ຜ່ານ ເຮົາສິໄດ້ເຂົ້າບັນຊີເທົາຄືນ ສົມມຸດວ່າມັນບໍ່ຜ່ານກໍຈະສົ່ງຜົລກະທົບ ຫລາຍໆອັນ.”

ທ່ານກ່າວຕື່ມວ່າ ໃນໄລຍະທີ່ຜ່ານມາ ກ່ອນປີ 2017 ປະເທດລາວຕົກຢູ່ໃນບັນຊີສີເທົາ ຄືເປັນປະເທດທີ່ຕ້ອງຖືກເຝົ້າຣະວັງໃນການ ຟອກເງິນ, ແຕ່ຫລັງຈາກນັ້ນກໍໄດ້ຫລຸດພົ້ນ ອອກຈາກບັນຊີດັ່ງກ່າວ ຈົນມາເຖິງປັດຈຸບັນ ເຮັດໃຫ້ລາວຫລຸດພົ້ນອອກຈາກການເຝົ້າ ຣະວັງພິເສດ ໃນການຟອກເງິນ ແລະບໍ່ຕົກຢູ່ໃນສະພາບຖືກຕິດຕາມຂອງສາກົນ.

ໃນການປະເມີນຄັ້ງທີ 2 ນີ້ ເຈົ້າໜ້າທີ່ຕ້ານການຟອກເງິນຂອງລາວ ໄດ້ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຂອງຣັຖບາລ ຊຸກຍູ້, ສົ່ງເສີມ ໃຫ້ພາກທຸຣະກິດການເງິນ ເປັນຕົ້ນຕລາດຫຼັກຊັບ ປະກັນພັຍ ກາສິໂນ ອະສັງຫະຣິມະຊັບ ຮ້ານແລກປ່ຽນເງິນຕຣາ ແລະສະຖາບັນ ການເງິນ ເຂົ້າໃຈກ່ຽວກັບມາຕຖານສາກົນ ໃນການປ້ອງກັນ ແລະ ປາບປາມການຟອກເງິນ ແລະ ຕ້ານການສນອງທຶນ ໃຫ້ແກ່ການ ກໍ່ການຮ້າຍ ຕາມຂໍ້ແນະນໍາຂອງຄະນະສະເພາະກິດ.

ໃນປັດຈຸບັນ ວິທີການຟອກເງິນ ທີ່ໄດ້ຮັບຄວາມນິຍົມຫລາຍ ຄືການເປີດບໍຣິສັດເຮັດທຸຣະກິດບັງໜ້າ ໃນການຟອກເງິນ, ການຟອກ ເງິນໃນກາສິໂນ, ການເຊື່ອງຄໍາແທ່ງ ຈໍານວນຫຼາຍ ແລ້ວນໍາໄປຂາຍເທື່ອລະໜ້ອຍ, ການແລກປ່ຽນເງິນສົດ ໃນທະນາຄານໄປລົງ ທຶນດ້ານອະສັງຫາຣິມະຊັບ.

ເມື່ອວັນທີ 30 ມົກກະຣາ 2019 ກະຊວງການຄັງ ຂອງສະຫະຣັຖອາເມຣິກາ ໄດ້ອອກແຈ້ງການກ່ຽວກັບ ການຂຶ້ນບັນຊີດໍາ ບໍຣິສັດ ພັທນາເຂດເສຖກິດພິເສດ ສາມຫລ່ຽມຄໍາ ຫລື ບໍຣິສັດຄິງໂຣມັນ ອິນເຕີເນຊັນແນນ ອິນແວສເມັນ ເປັນອົງການອາຊຍາກັມຂ້າມຊາດ ໂດຍມີການຄ້າຢາເສບຕິດ, ການຄ້າມະນຸດ, ການຄ້າສັດປ່າ ແລະ ອະວັຍວະສັດປ່າສງວນ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຜແນກຍຸຕິທັມ ແຂວງບໍ່ແກ້ວທ່ານນຶ່ງ ຜູ້ຂໍສງວນຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ກໍຣະກະດາ ນີ້ວ່າ:

“ເປັນເຣື່ອງຍາກຫລາຍ ທີ່ຈະໄປກວດສອບກຸ່ມຄົນຈີນ ທີ່ເຂົ້າມາເຮັດທຸຣະກິດ ທັງໃນເຂດເສຖກິດພິເສດ ສາມຫລ່ຽມຄໍາ ແລະ ຢູ່ແຂວງວບໍ່ແກ້ວ ຊຶ່ງສ່ວນນຶ່ງກໍອາຈເປັນຍ້ອນ ເຈົ້າໜ້າທີ່ລາວ ບໍ່ບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດ. ດັ່ງນັ້ນຈຶ່ງບໍ່ຮູ້ທີ່ມາທີ່ໄປ ຂອງ ຄົນຈີນວ່າ ພວກເຂົາເອົາເງິນ ມາລົງທຶນຢູ່ໃນເຂດດັ່ງກ່າວ ມາແຕ່ໃສ.”

ເວົ້າເຖິງການຟອກເງິນໃນລາວ ປະຊາຊົນຜູ້ນຶ່ງ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ ດຽວນີ້ ຢູ່ໃນເມືອງຕົ້ນເຜິ້ງ ເຕັມໄປດ້ວຍຄົນຈີນ ທີ່ເຂົ້າມາ ເຮັດທຸຣະກິດເກືອບທຸກປະເພດ ແລະເຮັດອາຊີບອື່ນໆ ທີ່ບໍ່ສາມາດກວດສອບ ທີ່ມາທີ່ໄປໄດ້ ຮວມທັງແຫລ່ງທີ່ມາຂອງເງິນທຶນ ກໍບໍ່ຮູ້ວ່າຖືກ ຫລື ບໍ່ຖືກກົດໝາຍ.

ແລະອີກຊ່ອງທາງນຶ່ງ ຄືຄົນຈີນຈໍານວນນຶ່ງ ມາແຕ່ງດອງກັບແມ່ຍິງລາວ ຫລືຈ້າງແມ່ຍິງລາວແຕ່ງງານນໍາ ເພື່ອທີ່ຈະສາມາດນໍາເງິນ ທີ່ບໍ່ຮູ້ທີ່ໄປທີ່ມານັ້ນ ມາຊື້ດິນໃນປະເທດລາວ ໂດຍບໍ່ຜິດກົດໝາຍ ດັ່ງທີ່ທ່ານກ່າວວ່າ:

“ດຽວນີ້ຈີນເຂົ້າມາຫຼາຍ ແບບວ່າຂະເຈົ້າທຶນຫລາຍ ສ່ວນຫຼາຍເຂົາມາເຊົ່າ ກົດໝາຍບໍ່ຂາຍດິນໃຫ້ຄົນຕ່າງປະເທດ ເຂົາກໍມີເລ້ຫຼ່ຽມ ຄັນບໍ່ອອກຊື່ເຂົາ ເຂົາກໍໄປແຕ່ງງານ ກັບຄົນລາວ. ເມືອງຕົ້ນເຜິ້ງນີ້ພັທນາຫລາຍແລ້ວ ແຕ່ຣະດັບການເມືອງຍັງບໍ່ຍົກສູງ.”

ແລະຢູ່ນະຄອນຫລວງວຽງຈັນ ປະຊາຊົນລາວຜູ້ນຶ່ງເວົ້າຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ກໍຣະກະດາ ນີ້ວ່າ ທາງການລາວຄວນ ຈະເຂັ້ມງວດຂຶ້ນ ໃນການກວດກາຄົນຕ່າງປະເທດ ທີ່ເຂົ້າມາເຮັດທຸຣະກິດ ໃນລາວ ເພື່ອຄວາມປອດພັຍຂອງປະຊາຊົນ ທັງໃນດ້ານ ຊີວິດ ແລະຊັບສິນ ແລະທັງເປັນການຫລຸດຜ່ອນ ການຟອກເງິນນໍາດ້ວຍ:

“ໂອ້, ຫລາຍບ່ອນເດີ ມັນເຊົ່າໂຮງແຮມ ເຊົ່າບ້ານພັກເຂົາ. ຊັງຈຽງ ໂຕມັນປຸກໃໝ່ນີ້ ແຕ່ກ່ອນຍັງວ່າມີຊັ້ນດຽວນຶ່ງເນາະ ໄຟໃໝ້ແລ້ວ ມັນໄປເຮັດໃໝ່ຢູ່ຂ້າງໆກັນອີກ ແຮງກວ້າງ ກ່ອນເກົ່າ ນັບມື້ນັບຍາກເດີ ຈີນເຂົ້າມາຫລາຍແລ້ວ ທາງຣົດໄຟແລ້ວນີ້ແຮງຫຍູ້ງແຫລະ. ເລາະທາງຄູວຽງຫັ້ນ ອັນນັ້ນກະຈີນອີກ ສ້າງໂຮງແຮມບັກໃຫຍ່ໆ ຈັກຊັ້ນຕຶກອັນນັ້ນ.”

ປັດຈຸບັນ ຄະນະສະເພາະກິດ ດ້ານມາຕຖານການເງິນສາກົນ ໄດ້ຂຶ້ນບັນຊີດໍາ 2 ປະເທດ ແລະບັນຊີສີເທົາ 18 ປະເທດ ຊຶ່ງໃນນັ້ນ ມີທັງ ກໍາພູຊາ ແລະ ພະມ້າ. ຫາກການປະເມີນ ຕາມຂໍ້ແນະນໍາ ຂອງຄະນະສະເພາະກິດ ດ້ານມາຕຖານການເງິນສາກົນ ເປັນຕົ້ນ ການຣາຍງານບັນຊີ ຢ່າງຖືກຕ້ອງ, ຄວາມໂປ່ງໃສ ຂອງທະນາຄານ ແລະ ທຸຣະກິດຕ່າງໆ, ການກວດສອບແຫລ່ງທີ່ມາຂອງເງິນ ໄດ້ຢ່າງຈະແຈ້ງຢູ່ລາວ ບໍ່ຜ່ານໃນຄັ້ງນີ້ ປະເທດລາວ ກໍຈະຖືກຈັດເຂົ້າຢູ່ໃນບັນຊີສີເທົາ ອັນຈະສົ່ງຜົລກະທົບຕໍ່ພາບພົດ ແລະຊື່ສຽງ ຂອງ ສປປລາວ ທັງໃນດ້ານການເມືອງ-ສັງຄົມ ແລະ ຈະກາຍເປັນປະເທດ ທີ່ຂຶ້ນຊື່ວ່າ ມີຄວາມສ່ຽງສູງ ທີ່ຈະເກີດການຟອກເງິນ ແລະການສນອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ທາງດ້ານເສຖກິດ ກໍຈະຖືກຈໍາກັດ ທາງດ້ານການຄ້າ ແລະການລົງທຶນ ເພາະ ນັກລົງທຶນຂາດຄວາມເຊື່ອໝັ້ນ.

ພົລໂທ ວິໄລ ຫລ້າຄໍາຟອງ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ໄດ້ກ່າວຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 10 ຂອງສະພາ ແຫ່ງຊາດ ຊຸດທີ 8 ໃນມື້ວັນທີ 12 ພຶສຈິກາ 2020 ວ່າ ກົດໝາຍອາຍາຂອງລາວ ຄວນໄດ້ຮັບການແກ້ໄຂ ເພື່ອໃຫ້ສອດຄ່ອງກັບ ສະພາບເງື່ອນໄຂ ໃນປັດຈຸບັນ ເພື່ອຄຸ້ມຄອງຕິດຕາມ ກວດກາສະກັດກັ້ນ ແລະ ແກ້ໄຂຊ່ອງຫວ່າງ ຂອງ ປາກົດການອັນບໍ່ດີ ທີ່ ເກີດຂຶ້ນໃນສັງຄົມ ເປັນຕົ້ນ ການກໍ່ອາຊຍາກັມຂ້າມຊາດ, ການຄ້າມະນຸດ, ການຄ້າສັດນໍ້າ-ສັດປ່າ ຫວງຫ້າມ, ການຄ້າຢາເສບຕິດ, ການຟອກເງິນ ແລະ ການສນອງທຶນ ໃຫ້ແກ່ການກໍ່ການຮ້າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.