ຂ.ຫຼວງພຣະບາງຄົນຕ່າງດ້າວ ເພີ່ມຂຶ້ນ
ຢູ່ແຂວງ ຫຼວງພຣະບາງ ມີຄົນຕ່າງດ້າວ ເພີ່ມຂຶ້ນ ສ່ວນຫຼາຍ ຈະລັກຢູ່ ແລະ ເຮັດວຽກແບບ ບໍ່ມີ ອະນຸຍາດ.
-
ສິດນີ້
2016-09-26 -
-
-
Your browser doesn’t support HTML5 audio
ແຂວງຫລວງພຣະບາງ ເພີ້ມມາຕການ ກວດກາ ຄົນຕ່າງດ້າວ ຫລາຍຂຶ້ນ ຫລັງຈາກ ພົບວ່າ ມີຄົນງານຕ່າງດ້າວ ຈຳນວນນຶ່ງ ລັກເຂົ້າມາ ເຮັດວຽກ ແບບບໍ່ມີ ໃບອະນຸຍາດ ເປັນຕົ້ນ ຄົນງານ ວຽດນາມ ແລະ ຄົນຈີນ ຫຼາຍຄົນ ກໍຖືກສົ່ງກັບ ປະເທດ. ດັ່ງເຈົ້າຫນ້າທີ່ ຜແນກ ອຸດສາຫະກັມ ແລະການຄ້າ ແຂວງ ຫລວງພຣະບາງ ທ່ານນຶ່ງກ່າວ ໃນວັນທີ 23 ກັນຍາ ນີ້ວ່າ:
"ອີງໃສ່ຣະບຽບ ຂອງ ພັກຣັດລາວນີ້ ເພິ່ນກໍໄດ້ ມີຂໍ້ກຳນົດ ອອກມາໃຫ້ ຕີດຕາມ ກວດກາຣະອຽດ ບຸກຄົນໃດ ທີ່ເຂົ້າມາແບບ ບໍ່ຖືກຕ້ອງ ກໍຈະໄດ້ ຈັບສົ່ງກັບຄືນ ປະເທດ ແຕ່ລະປີ ກະຖືກສົ່ງ ບາງຄົນ ກະມາລັກ ສ້າງຄອບຄົວ ກະຈົນ ໄດ້ລູກໄດ້ເຕົ້າ".
ທ່ານກ່າວຕື່ມວ່າ ຄົນງານຕ່າງດ້າວ ທີ່ທາງການ ສົ່ງກັບ ປະເທດນັ້ນ ສ່ວນໃຫຍ່ ຈະເຂົ້າມາແບບ ນັກທ່ອງທ່ຽວ ຫລັງຈາກ ໄດ້ພົບ ຫມູ່ເພື່ອນ ຢູ່ແຂວງ ຫລວງພຣະບາງ ກໍສວຍໂອກາດ ເຮັດວຽກ ນຳຫມູ່ ແລະ ອີກຈຳນວນນຶ່ງ ເຂົ້າມາ ໃນຮູບແບບຄົນງານ ບໍຣິສັດ ແຕ່ເມື່ອ ຫລັງຈາກ ຫມົດສັນຍາ ແລ້ວ ຂະເຈົ້າ ກໍບໍ່ກັບ ປະເທດ ແລະ ກໍລັກເຮັດວຽກ ຢ່າງອື່ນ ໃນແຂວງ.
ທ່ານວ່າ ທີ່ຜ່ານມາ ຄົນງານຕ່າງດ້າວ ທີ່ເຮັດວຽກ ແບບ ຜິດກົດຫມາຍ ດັ່ງຄົນຈີນ ແລະ ວຽດນາມ ນັ້ນ ມັກສ້າງບັນຫາ ທາງສັງຄົມ ເປັນຕົ້ນ ໄດ້ລັກເອົາເມັຽ ເປັນຄົນລາວ ປາສຈາກ ໃບ ອະນຸຍາດ ເມື່ອ ຖືກທາງການຈັບ ແລະ ສົ່ງກັບບ້ານແລ້ວ ກໍປະຖີ້ມ ລູກເມັຽ ຄົນລາວ ໃຫ້ຫາກິນ ໂດຍລຳພັງ ເຮັດໃຫ້ ແມ່ຍິງລາວ ໄດ້ຮັບ ຄວາມເດືອດຮ້ອນ.
ບັນຫາ ດັ່ງກ່າວ ບໍ່ໄດ້ເກີດຂຶ້ນ ໃນສະເພາະແຕ່ ແຂວງ ຫລວງພຣະບາງ ເທົ່ານັ້ນ ທີ່ແຂວງອື່ນໆ ກໍເກີດຂຶ້ນ ເຫມືອນກັນ ເປັນຕົ້ນ ທີ່ ແຂວງຈຳປາສັກ ເມື່ອບໍ່ດົນ ມານີ້ ທາງການແຂວງ ໄດ້ ສົ່ງຄົນງານ ຕ່າງດ້າວ ຜິດກົດຫມາຍ ກັບປະເທດ ປະມານ 5 ຮ້ອຍຄົນ ແລະ ເຊື່ອວ່າ ຍັງລີ້ຊ່ອນຢູ່ ໃນແຂວງ ອີກກວ່າ 5 ຮ້ອຍຄົນ ໃນ ປັດຈຸບັນ.
ທີ່ແຂວງວຽງຈັນ ໃນປີ 2014 ນະຄອນຫຼວງ ວຽງຈັນ ໄດ້ສົ່ງຄົນງານ ຕ່າງດ້າວ ກັບບ້ານ ປະມານ 3 ພັນຄົນ. ເມື່ອສາມປີ ກອ່ນ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ສປປລາວ ໄດ້ຣາຍງານ ຕໍ່ກອງປະຊຸມ ສະພາ ແຫ່ງຊາດ ວ່າທົ່ວປະເທດ ມີຄົນງານ ຕ່າງດ້າວ ປະມານ 2 ແສນ 5 ຫມື່ນ ຄົນ ໃນນັ້ນສ່ວນໃຫຍ່ ເຮັດວຽກ ແບບບໍ່ຖືກຕ້ອງ.