ທາງດ່ວນຫຼວງນໍ້າທາ ຫາ ບໍ່ແກ້ວ
ປະຊາຊົນ ແຂວງ ຫຼວງນໍ້າທາ ຈະຖືກໂຍກຍ້າຍ ອອກຈາກ ບໍຣິເວນ ກໍ່ສ້າງ ທາງຫຼວງ ນັບແຕ່ເຂດ ບໍ່ເຕັນ ແຂວງ ຫຼວງນໍ້າທາ ໄປຫາ ແຂວງ ບໍ່ແກ້ວ.
-
ອຸ່ນແກ້ວ ສຸກສະຫວັນ
2016-04-27 -
-
-
Your browser doesn’t support HTML5 audio
ປະຊາຊົນ ຫຼາຍຄອບຄົວ ຢູ່ເມືອງ ຫຼວງນໍ້າທາ ແຂວງ ຫຼວງນ້ໍານາ ຈະຖືກໂຍກຍ້າຍ ເຮືອນຊານ ໄປຢູ່ບ່ອນ ໃໝ່ ແນ່ນອນ, ຍ້ອນ ໂຄງການ ສ້າງທາງຫຼວງ ສາຍດ່ວນ ຈາກເຂດ ເສຖກິຈສະເພາະ ບໍ່ເຕັນ ແດນງາມ ໄປຫາ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ.
ໂຄງການ ເສັ້ນທາງ ດັ່ງກ່າວ ຈະຜ່ານເຂດ ຕົວເມືອງ ຫຼວງນໍ້າທາ ຫຼາຍກວ່າ ເຂດພູດອຍ ຍ້ອນວ່າ ການສ້າງທາງ ໃນເຂດ ຕົວເມືອງ ຈະງ່າຍກວ່າ ເຂດ ພູດອຍ ແຕ່ ທາງການ ແຂວງ ຫຼວງນໍ້າທາ ຍັງບໍ່ ເປີດເຜີຍ ຣາຍລະອຽດ ວ່າຈະຖືກ ບ້ານເຮືອນ ຂອງ ປະຊາຊົນ ຢູ່ຈຸດໃດ. ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ໃນ ແຂວງ ຫຼວງນໍ້າທາ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ໃນ ວັນທີ 26 ເມສາ ວ່າ:
"ຍັງມີ ເພິ່ນເຈຣະຈາ ເລື້ອງ ເສັ້ນທາງໄຮເວ ແຕ່ບໍ່ເຕັນ ໄປຫາ ບໍ່ແກ້ວ ຫັ້ນເນາະ ຫຼວງນໍ້າທາ ຫາ ບໍ່ແກ້ວ ປະຊາຊົນ ກະຕ້ອງ ໄດ້ຍ້າຍ ຫັ້ນແຫຼະ ຮົ້ວສວນ ກະຊິບໍ່ ຈໍາເປັນ ຫຼາຍເນາະ ກະຍັງ ເຈຣະຈາ ຢູ່".
ເຈົ້າໜ້າທີ່ ກ່າວຕື່ມ ອີກວ່າ ຫລ້າສຸດ ບໍຣິສັດ ຈີນ ທີ່ຈະເປັນ ຜູ້ລົງທຶນ ສ້າງ ກໍາລັງ ຊອກຫາ ແຫລ່ງທຶນ ຈາກ ຕ່າງປະເທດ ຢູ່ ແຕ່ຍັງ ບໍ່ເປີດເຜີຍ ຣາຍລະອຽດ ດ້ານຕ່າງໆ ທັງເລື້ອງ ແຜນຜັງ ແລະ ຄວາມຍາວ ຂອງ ເສັ້ນທາງ ທີ່ຈະສ້າງ, ຄາດວ່າ ອີກບໍ່ດົນ ຫຼາຍໆຢ່າງ ຈະເປັນຮູບ ເປັນຮ່າງຂຶ້ນ ແລະ ອາດຈະເຖິງ ຂັ້ນລົງມື ກໍ່ສ້າງ ໃນປີນີ້.
ເຈົ້າໜ້າທີ່ ໃຫ້ ເຫດຜົນວ່າ ເສັ້ນທາງ ສາຍດ່ວນ ແຫ່ງນີ້ ຈະ ອໍານວຍ ຄວາມສະດວກ ໃນ ການເດີນທາງ ແຕ່ ຊາຍແດນ ບໍ່ເຕັນ ແຂວງ ຫຼວງນໍ້າທາ ໄປຫາ ເມືອງຫ້ວຍ ໄດ້ໄວ ແລະ ສະດວກກວ່າ ເສັ້ນທາງ R3 ໂດຍສະເພາະ ຊາວຈີນ ທີ່ ຈະເດີນທາງ ແຕ່ເຂດ ຊາຍແດນ ບໍ່ເຕັນ ໄປຫາ ປະເທດໄທ.
ມີຣາຍງານ ວ່າ ໂຄງການ ສ້າງຖະໜົນ ເສັ້ນທາງ ສາຍດ່ວນ ນີ້ ເປັນການ ລົງທຶນ ຂອງຈີນ ໃນ ຮູບແບບ ສ້າງແລ້ວ ມາດໍາເນີິນ ການ ບໍຣິຫານ ເກັບເງິນ ເອົາເອງ ແລ້ວໃຫ້ ຣັຖບານ ລາວ ຫລັງຈາກ ໝົດ ສັ້ນຍາ.