ປະຊາຊົນ ບໍ່ໝັ້ນໃຈ ການແກ້ໄຂ ສິນຄ້າລາຄາແພງ
ນ້ຳມັນ ແລະ ສິນຄ້າ ທຸກປະເພດ ຍັງຂຶ້ນລາຄາ ຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ທາງການລາວ ບອກວ່າມີແຜນໃນການຮັບມື ໂດຍສະເພາະ ເຣື່ອງລາຄານ້ຳມັນ ແລະປະຣິມານນ້ຳມັນ ໃນປະເທດລາວ ຊຶ່ງມາເຖິງປັດຈຸບັນນີ້ ປະຊາຊົນ ກໍຍັງເດືອດຮ້ອນ ເພາະຄ່າຄອງຊີພ ທີ່ແພງຂຶ້ນຫຼາຍເທົ່າ.
-
ໄຊຍາ
2022-06-24 -
-
-
Your browser doesn’t support HTML5 audio
ອີງຕາມທີ່ຣັຖມົນຕຣີ ກະຊວງອຸດສາຫະກັມ ແລະການຄ້າ ຣາຍງານໃນສະພາແຫ່ງຊາດວ່າ ຈະແກ້ໄຂສິນຄ້າລາຄາແພງ ແລະຄ່າຄອງຊີພສູງ ໃຫ້ສຳເຣັດພາຍໃນປີ 2023 ນັ້ນ. ປະຊາຊົນລາວຫຼາຍຄົນ ບໍ່ໝັ້ນໃຈ ຍ້ອນວ່າປັດຈຸບັນ ແກ້ໄຂເຣື່ອງນໍ້າມັນເຊື້ອເພີງ ຍັງບໍ່ໄດ້ເທື່ອ ເພາະຫຼາຍແຂວງ, ຫຼາຍເມືອງ ກໍຍັງຫາຊື້ຍາກຢູ່.
ຫຼ້າສຸດວັນທີ 24 ມິຖຸນາ 2022 ນີ້ ລາຄານໍ້າມັນກໍໄດ້ປັບຂຶ້ນອີກ ດັ່ງນໍ້າມັນແອັດຊັງພິເສດ ລາຄາປັບຂຶ້ນອີກ 1,820 ກີບຕໍ່ລິຈ, ລາຄາປັດຈຸບັນ 30,250 ກີບຕໍ່ລິດ, ແອັດຊັງທັມມະດາປັບຂຶ້ນອີກ 1,250 ກີບ, ລາຄາປັດຈຸບັນ 21,410 ກີບຕໍ່ລິດ ແລະ ນໍ້າມັນກະຊວນປັບຂຶ້ນອີກ 1,920 ກີບ, ລາຄາປັດຈຸບັນ 22,180 ກີບຕໍ່ລິດ.
ນອກຈາກນີ້ຍັງມີສິນຄ້າອື່ນໆ ທີ່ແພງຂຶ້ນຫຼາຍເທົ່າ ສົ່ງຜົລຕໍ່ການດຳຣົງຊີວິຕ ປະຈຳວັນຢ່າງໜັກໜ່ວງ ຊຶ່ງປະຊາຊົນລາວ ໄດ້ແຕ່ຫວັງວ່າປະເທດລາວ ຈະບໍ່ລົ້ມລະລາຍຄືກັບປະເທດສີລັງກາ.
ດັ່ງປະຊາຊົນ ໃນນະຄອນຫຼວງຈັນ ທ່ານນຶ່ງໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ມິຖຸນາ ນີ້ວ່າ:
“ເພິ່ນເວົ້າວ່າເຣື່ອງນໍ້າມັນ ວັນຈັນຊິດີ ທຸກມື້ນີ້ກໍຍັງຍາກຄືເກົ່າ ກໍຍັງໄດ້ລຽນຄີວຄືເກົ່າ ຢູ່ແຕ່ວ່າກະອາຈບໍ່ຫຼາຍຄືເກົ່າ ແຕ່ວ່າຄ່ານໍ້າມັນປັບຂຶ້ນອີກແລ້ວ ບໍ່ແນ່ໃຈເພິ່ນຊິເຮັດແນວໃດ ແຕ່ວ່າເຮົາກໍດຳຣົງຊີວິຕ ຕໍ່ໄປຫັ້ນແຫຼະ ຈະປະທ້ວງມັນເປັນບໍ່ໄດ້ດອກ ຫວັງເພິ່ງຣັຖບານແຫຼະ ວ່າເພິ່ນຈະແກ້ແນວໃດ ໃຫ້ຜ່ອນຄາຍລົງ ບໍ່ໃຫ້ລົ້ມລະລາຍປານສີລັງກາ.”
ປະຊາຊົນທ່ານນີ້ກ່າວຕື່ມວ່າ ປັດຈຸບັນສິນຄ້າອຸປໂພກ ແລະບໍຣິໂພກ ມີລາຄາແພງຂຶ້ນຫຼາຍເທົ່າ ເຊັ່ນເຂົ້າສານຈ້າວກິໂລນຶ່ງ 13,000-15,000 ກີບ ຈາກແຕ່ກ່ອນກິໂລລະ 9,000-10,000 ກີບ, ນໍ້າມັນໝູຕຸກໃຫຍ່ລາຄາ 45,000 ກີບຈາກແຕ່ກ່ອນຕຸກລະ 18,000 ກີບ ແລະ ນໍ້າມັນຫອຍຕຸກໃຫຍ່ລາຄາ 39,000 ກີບ ຈາກແຕ່ກ່ອນ 18,000 ກີບ.
“ເຂົ້າສານຈ້າວໂລນຶ່ງ 13,000-15,000 ແລ້ວເດ້ ແຕ່ກ່ອນຫັ້ນ 10,000-9,000 ຂຶ້ນຫຼາຍ ນໍ້າມັນໝູນີ້ຈາກແຕ່ກີ້ຕຸກ 18,000 ດຽວນີ້ ຮອດຕຸກ 45,000, ນໍ້າມັນຫອຍໂຕໃຫຍ່ນີ້ຄືກັນ ແຕ່ກີ້ມີແຕ່ 18,000 ດຽວນີ້ 39,000-40,000 ປາຍຄືກັນກັບນໍ້າມັນໝູແລ້ວ ບໍ່ກ້າກີນນໍ້າມັນໝູແລ້ວ.”
ຂະນະທີ່ຄົນລ້ຽງໝູ ຂາຍໃນແຂວງສວັນນະເຂດ ທ່ານນຶ່ງກໍໄດ້ກ່າວວ່າ ປັດຈຸບັນນີ້ໝູໜ້າຟາມ ກໍຍັງຕ້ອງໄດ້ຂາຍໃນລາຄາກິໂລລະ 34,000 ກີບ ຈາກແຕ່ກ່ອນຂາຍໜ້າຟາມປະມານ 28,000-29,000 ກີບຕໍ່ກິໂລ ຍ້ອນວ່າຄ່າຫົວອາຫານ ແລະຄ່າຂົນສົ່ງ ແພງຂຶ້ນຫຼາຍ ບັນດາແມ່ຄ້າກໍຮັບໄປຂາຍຕໍ່ ໃນຕລາດຊີ້ນໝູ 60,000 ກີບຕໍ່ກິໂລ ຊຶ່ງແພງກ່ວາການກຳນົດບໍ່ໃຫ້ເກີນ 50,000 ກີບຕໍ່ກິໂລ ຍ້ອນວ່າເຂົາເຈົ້າກໍຕ້ອງຄິດໄລ່ຄ່າໃຊ້ຈ່າຍອື່ນໆ ເຊັ່ນກັນ ແລະ ບັນຫາສິນຄ້າລາຄາແພງນີ້ ຄິດວ່າຣັຖບານຈະແກ້ໄຂຍັງບໍ່ໄດ້ ແນ່ນອນຊຶ່ງຕົນເອງກໍບໍ່ມີຄວາມໝັ້ນໃຈ ເພາະຂນາດເຣື່ອງບັນຫານໍ້າມັນເຊື້ອເພີງ ເຫັນວ່າຈະແກ້ໄຂກໍຍັງຂາດເຂີນ ແລະແພງຂຶ້ນອີກຢູ່ຄືເກົ່າ.
“34 ຢູ່ໜ້າຟາມ ເພາະວ່າຕົ້ນທືນເຮົາມັນກໍສູງເດ້ ຊື້ຫົວອາຫານແພງການຂົນສົ່ງເນາະ ນໍ້າມັນກາບວກເຂົ້າໄປອີກຫັ້ນນ່າ ທາງຕລາດເຂົາຂາຍ 60 ນໍ້າມັນຫາຊື້ຍາກ ບໍ່ຄ່ອຍມີລະມື້ນີ້ກາບໍ່ມີເລີຍໃນປໍ້າ ເມືອງຈຳພອນນີ້ ຂຶ້ນແຮງຍັງບໍ່ດີດອກ ຍັງເໝືອນເດີມ ນີ້ບໍ່ໝັ້ນໃຈເລີຍ ເພາະວ່າຣັຖບານ ມີພຽງແຕ່ເວົ້າລົມປາກຊື່ໆ ເດ້ເພິ່ນລົງມາເຮັດບໍ່ໄດ້ດອກ.”
ສ່ວນປະຊາຊົນ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງກໍໄດ້ກ່າວວ່າ ສຳລັບບັນຫາຄ່າຄອງຊີພສູງ ແລະສິນຄ້າລາຄາແພງນີ້ ຄິດວ່າຣັຖບານຍັງແກ້ໄຂບໍ່ໄດ້ເທື່ອ ເພາະສິນຄ້າກໍຍັງແພງຄືເກົ່າ ເຊັ່ນຄຣີມອາບນໍ້າຂວດນຶ່ງລາຄາປັດຈຸບັນ ແມ່ນຢູ່ປະມານ 60,000 ປາຍກີບຈາກແຕ່ກ່ອນລາຄາ 30,000 ປາຍກີບ.
“ໃນສະພາບສະພາວະ ເສຖກິຈແບບນີ້ຫັ້ນນ່າ ຍັງບໍ່ເຫັນແບບລັກສະນະທາງທີ່ວ່າ ຈະແກ້ໄຂໄດ້ເນາະ ໃນຊ່ວງທີ່ວ່າປີນຶ່ງ-ສອງປີນີ້ ຄືເຄີຍຊື້ຄຣີມອາບນໍ້າຂວດນຶ່ງ 30 ປາຍພັນ ເປັນ 60 ປາຍພັນຈັ່ງຊິນ່າ.”
ຂະນະດຽວກັນປະຊາຊົນ ໃນແຂວງຈຳປາສັກ ອີກທ່ານນຶ່ງກໍໄດ້ກ່າວວ່າ ໃນສ່ວນຂອງນໍ້າມັນເຊື້ອເພີງ ກໍເຫັນວ່າຣັຖບານ ນໍາເຂົ້າມາຫຼາຍຄັນ ແຕ່ພາຍໃນແຂວງຈຳປາສັກ ກໍຍັງຂາດເຂີນຢູ່ ແລະລາຄານໍ້າມັນປັດຈຸບັນ ກໍປັບຂຶ້ນອີກແລ້ວ ຖ້ານໍ້າມັນຍັງຂາດແບບນີ້ ຄິດເປັນເງິນໄທຍລິດນຶ່ງປະມານ 80 ບາດ.
“ນໍ້າມັນເຂົ້າມາແຕ່ໄທຍກໍຫຼາຍຄັນແລ້ວນ່າ ບໍ່ຕໍ່າກ່ວາ 40 ກ່ວາຄັນພຸ້ນລະ ນໍ້າມັນກໍມີ ແຕ່ວ່າກໍຂາດໆ ເຂີນໆ ຍັງບໍ່ທັນຫຼາຍ ຖ້າມັນຂາດກໍ 80 ກວ່າບາດ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະການຄ້າ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງ ກໍໄດ້ກ່າວໃນມື້ດຽວກັນນີ້ວ່າ ສຳລັບເຣື່ອງຄ່າຄອງຊີພ ແລະບັນຫາສິນຄ້າ ແພງນີ້ໃນການປະຊຸມສະພາແຫ່ງຊາດ ທາງການກໍມີແຜນແກ້ໄຂຢູ່ ຊຶ່ງກໍຕ້ອງຄ່ອຍໆ ແກ້ໄຂກັນໄປ ເທື່ອລະໜ້ອຍ.
“ກາອີງໃສ່ ເພິ່ນຊີ້ແຈງຢູ່ສະພາຫັ້ນແຫຼະ ມີການປະຊຸມກັນຕລອດ ແຕ່ວ່າເພິ່ນຈະແກ້ໄຂ ຕາມລຳດັບ ເພາະວ່າມັນກໍມີຫຼາຍອັນ ເພາະວ່າສິນຄ້າ ເຮົານຳເຂົ້າມາຈາກຕ່າງປະເທດ ເປັນສ່ວນຫຼາຍ ບາງເທື່ອມັນກໍເປັນສິນຄ້າຕົກຄ້າງ ແຕ່ລອ໊ຕກ່ອນ ມັນກໍບໍ່ສາມາດລົງໄດ້.”
ຢ່າງໃດກໍຕາມ ເຖິງແມ່ນວ່າ ຣັຖບານລາວ ກຳລັງພະຍາຍາມແກ້ໄຂ ບັນຫາເສຖກິຈ ແຕ່ກໍຍັງແກ້ໄຂບໍ່ທັນໄດ້ເທື່ອ ຍັງປະເຊີນກັບບັນຫາ ເສຖກິຈຢ່າງໜັກໜ່ວງ ໂດຍສະເພາະບັນຫາຄ່າຄອງຊີພສູງ ສິນຄ້າລາຄາແພງ ສະພາບເງິນເຟີ້ ທີ່ກະທົບຕໍ່ຊີວິຕ ປະຈຳວັນຂອງປະຊາຊົນ.
ສຳລັບລາຄານໍ້າມັນ ທີ່ກະຊວງອຸດສາຫະກັມ ແລະການຄ້າ ໄດ້ປັບຂຶ້ນຄັ້ງທີ 14 ໃນວັນທີ 24 ມິຖຸນາ 2022 ນີ້ຢູ່ນະຄອນຫຼວງວຽງຈັນ ແອັດຊັງພິເສດປັບຂຶ້ນເປັນ 30,250 ກີບຕໍ່ລິດ ຈາກແຕ່ກ່ອນ 28,430 ກີບຕໍ່ລິດ. ແອັດຊັງທັມມະດາ ປັບຂຶ້ນເປັນ 21,410 ກີບຕໍ່ລິດ ຈາກແຕ່ກ່ອນ 20,160 ກີບຕໍ່ລິດ ແລະ ກະຊວນປັບຂຶ້ນເປັນ 22,180 ກີບຕໍ່ລິດ ຈາກແຕ່ກ່ອນ 20,260 ຕໍ່ລິດ.
ອີງຕາມການຣາຍງານຂອງ ຍານາງ ຈັນສຸກ ແສງພະຈັນ ຮອງຣັຖມົນຕຣີກະຊວງອຸດສາຫະກັມ ແລະການຄ້າ ໄດ້ຊີ້ແຈງຕໍ່ມາຕການຮັບມື ກັບລາຄາສິນຄ້າອຸປໂພກ, ບໍຣິໂພກ ແລະ ຄ່າຄອງຊີພ ໃນຕໍ່ໜ້າໃນກອງປະຊຸມສະພາ ລະຫວ່າງວັນທີ 20 ມີຖຸນາ 2022 ນີ້ວ່າ ຈະເພີ່ມທວີ ການຄຸ້ມຄອງສິນຄ້າ ອຸປໂພກ, ບໍຣິໂພກ ໂດຍການສ້າງກົນໄກ ຕິດຕາມລາຄາສິນຄ້າ ຢ່າງເປັນລະບົບ, ປົກກະຕິ, ທັນສມັຍ ແລະ ທົ່ວເຖີງ ທັງກຳນົດໄລຍະເວລາ ແລະແຜນດຳເນີນງານ ຕິດຕາມການເໜັງຕີງ ລາຄາສິນຄ້າ ແຕ່ລະໄລຍະ ຢ່າງລະອຽດ ແລະຈະເຮັດໃຫ້ສຳເຣັດໃນປີ 2023. ພ້ອມທັງຊຸກຍູ້ ຂແນງການທີ່ກ່ຽວຂ້ອງ ໂດຍສະເພາະຂແນງກະສິກັມ ແລະປ່າໄມ້ ປັນເຈົ້າການກຳນົດຕົ້ນທຶນ ແລະຄຸ້ມຄອງລາຄາ ການຜລິດໂດຍສະເພາະຕົ້ນທຶນ ການຜລິດທີ່ຕິດພັນການປູກຝັງ ແລະການລ້ຽງສັດ ໃຫ້ສຳເຣັດພາຍໃນ 6 ເດືອນທ້າຍປີນີ້.