ກູ້ເງິນນອກຣະບົບແກ້ບັນຫາເງິນ ເດືອນອອກຊ້າ

ພະນັກງານ ຣັຖກອນ ຂອງລາວ ຍັງ ຄົງໄດ້ ເງິນເດືອນ ຊ້າ ຄືເກົ່າ ຈົນ ຕ້ອງໄດ້ ໄປຢືມ ເງິນ ນອກຣະບົບ ດອກເບັ້ຍ ສູງ ມາໃຊ້ ຈ່າຍ

ທາງການລາວ ກໍາລັງ ຫາທາງ ແກ້ເຣື້ອງ ຂາດ ງົປມານ LPDR

 

ພະນັກງານ ຣັຖກອນ ຂອງລາວ ຍັງ ຄົງໄດ້ ເງິນເດືອນ ຊ້າ ຄືເກົ່າ ຈົນມີ ໂຕຢ່າງ ພະນັກງານ ຣັຖກອນ ຢູ່ ພາກເໜືອ ຕ້ອງໄດ້ ໄປຢືມ ເງິນ ນອກຣະບົບ ດອກເບັ້ຍ ສູງ ຈົນ ເຮັດໃຫ້ ພະນັກງານ ຜູ້ນ້ອຍ ສ່ວນຫລາຍ ຕ້ອງໄປ ຊອກຫາ ເຮັດວຽກ ຢ່າງອືີ່ນ.

ບັນຫາ ວິກິດການ ທາງ ດ້ານການເງິນ ຂອງ ປະເທດ ລາວ ຍັງຄົງ ດຳເນີນໄປ ຢ່າງ ຕໍ່ເນື່ອງ ຊຶ່ງ ໄດ້ເກີດຂຶ້ນ ແຕ່ ປີ 2013 ເປັນຕົ້ນມາ ເປັນເວລາ ປະມານ 1 ປີ ແລ້ວ. ສິ່ງດັ່ງກ່າວ ໄດ້ສົ່ງຜົນ ທາງລົບ ຢ່າງ ຫລີກລ້ຽງ ບໍ່ໄດ້ ໄດ້ເຮັດ ໃຫ້ ພະນັກງານ ຣັຖ ທົ່ວໄປ ບໍ່ໄດ້ຮັບ ເງິນເດືອນ ບໍ່ຕ່ຳກວ່າ 2- 3 ເດືອນ ຕິດຕໍ່ກັນ ແລະ ພະນັກງານ ຣັຖກອນ ເຂົາເຈົ້າ ເຫລົ່ານັ້ນ ຕ້ອງໄດ້ ຢືມເງິນ ນອກຣະບົບ ອອກມາໃຊ້ ເພື່ອແກ້ໄຂ ຊີວິດ ການເປັນ ຢູ່. ດັ່ງ ພະນັກງານ ທ່ານນຶ່ງ ກ່າວວ່າ:

"ບາງຄົນ ກໍເປັນໜີ້ ເປັນສິນ ຫລາຍໃດ໋ ຍ້ອນວ່າ ໄປຢືມເງິນ ເພີ່ນມາ ກິນກ່ອນ ສຸດທ້າຍ ແລ້ວ ດອກເບັ້ຍ ມັນຫລາຍໃດ໋ ຢືມ ທາງນອກ ມັນບໍ່ຄື ຢືມ ທະນະຄານ ໃດ໋ ບາດເງິນ ເດືອນ ອອກມາ ແລ້ວ ແມ່ນບໍດີ ເອົາໄປ ໃຊ້ໜີ້ ຕໍ່ ເຮັດໃຫ້ ຊີວິດນີ້ ຄືວ່າມີ ແຕ່ຖອຍ ລົງນ໋າ ບໍ່ມີຊິດີຂຶ້ນ ຈັກໜ້ອຍ".

ອີງຕາມ ການ ບອກເລົ່າ ຂອງ ພະນັກງານ ຣັຖກອນ ໄດ້ຮູ້ວ່າ ເມື່ອບໍ່ໄດ້ ເງິນເດືອນ ມາເປັນ ປົກກະຕິ ນີ້ ເຂົາເຈົ້າ ຕ້ອງໄດ້ ໄປຢືມເງິນ ນອກຣະບົບ ເຖີງວ່າ ດອກເບັ້ຍ ຈະສູງ ກໍຕາມ ແຕ່ເຂົາເຈົ້າ ກໍຕ້ອງ ໄດ້ຢືມ ດັ່ງ ທ່ານກ່າວ ອີກວ່າ:

"ອັນນີ້ເຮົາ ໄດ້ລໍຖ້າ ເງິນເດືອນ 3​ - 4 ເດືອນ ອັນນີ້ ເຮົາໄດ້ ໄປຢືມເພີ່ນ ມາກິນກ່ອນ ແລ້ວ ໃຊ້ຄ່າ ດອກເບ້ຍ 5 ເປີເຊັນ ຕໍ່ເດືອນໃດ໋ 5 ເປີເຊັນ ຕ່ຳສຸດ ແມ່ນຄົນ ຮູ້ຈັກກັນ".

ໃນຂະນະ ທີ່ ເງິນເດືອນ ກໍຍັງບໍ່ ທັນໄດ້, ຄ່າຄອງຊີບ ພັດສູງຂຶ້ນ ຄ່າໄຟຟ້າ ຊິ ຂຶ້ນອີກ 20 ສ່ວນຮ້ອຍ ຫລື 20 ເປີເຊັນ ໝາຍຄວາມ ວ່າ ຜູ້ທີ່ເຄີຍ ເສັຍຄ່າ ໄຟຟ້າ 100,000 ກີບ ຕໍ່ເດືອນ ຈະຕ້ອງ ເສັຍ ເພີ້ມອີກ ເປັນ 20,000 ກີບ ກໍຄື 120,000 ກີບ ຕໍ່ເດືອນ.

ພະນັກງານ ຣັຖກອນ ບໍ່ໄດ້ເງິນ ເດືອນ 3 ເດືອນ ຖືວ່າ ກາຍເປັນ ເຣື້ອງ ປົກກະຕິ ເພາະວ່າ ບໍ່ມີສິດ ຕໍ່ວ່າຫຍັງ, ແຕ່ ທີ່ໜ້າ ເຫັນໃຈ ໄປກວ່ານັ້ນ ກໍຄື ເຂົ້າເຈົ້າ ເຫລົ່ານັ້ນ ຕ້ອງຈ່າຍ ທຸກເດືອນ. ຖ້າເຂົາເຈົ້າ ບໍ່ຈ່າຍ ຄ່ານ້ຳ ຄ່າໄຟ ເປັນ ເວລາ 2 ເດືອນ ຕິດຕໍ່ກັນ ກໍ ຈະຖືກ ຕັດນ້ຳ ຕັດໄຟ. ຊຶ່ງ ສິ່ງດັ່ງກ່າວ ຍັງບໍ່ລວມ ທັງຄ່າ ນ້ຳມັນ ຣົດ ໄປການ ຄ່າລູກ ໄປໂຮງຮຽນ, ຄ່າຊື້ ອາຫານ ການກິນ ໃນແຕ່ລະມື້ ນຳອີກ.
ນອກຈາກ ນີ້ ຍັງມີ ຣາຄາ ສິນຄ້າ ປະເທດ ເຂົ້າປາ ອາຫານ ຢູ່ຕາມ ທ້ອງ ຕະຫລາດ ກໍແພງຂຶ້ນ ເຊັ່ນ ດຽວກັນ ຍິ່ງເຮັດໃຫ້ ຊີວິດ ການເປັນຢູ່ ມີຄວາມ ຫຍຸ້ງຍາກ ຂຶ້ນ ກວ່າເກົ່າ.

ໃນຂະນະ ທີ່ ຣັຖບານ ກໍບໍ່ສາມາດ ຂຶ້ນເງິນ ເດືອນ ໃຫ້ ພະນັກ ຣັຖກອນ ໄດ້ ຜ່ານມາ ຣັຖບານ ກໍໄດ້ ປະກາດ ວ່າ ຈະບໍ່ມີ ການຂຶ້ນ ເງິນເດືອນ ໃຫ້ ພະນັກງານ ຣັຖກອນ ອີກ ໃນປີໜ້າ ໂດຍ ອ້າງວ່າ ມີຄວາມ ຫຍຸ້ງຍາກ ແລະ ຝືດເຄືອງ ທາງດ້ານ ເງິນ ງົບປະມານ ຣາຍຮັບ ບໍ່ພຽງພໍ ອີງຕາມ ການຣາຍ ງານຂ່າວ ຂອງ ໜັງສືພິມ ເສຖກິດ ສັງຄົມ ຂອງລາວ ໃນວັນ ທີ 25 ເສມາ 2014.

ສາເຫດ ນຶ່ງ ທີ່ ກໍໍ່ໃຫ້ເກີດ ວິກິດການ ທາງດ້ານ ການເງິນ ໃນຄັ້ງນີ້ ກໍຄື ການໃຫ້ ເງິນພິເສດ ປຸກສ້າງ ເຄຫາສະຖານ ໃຫ້ແກ່ ພະນັກງານ ຂັ້ນສູງ ແຕ່ ຣະດັບ ຣັຖມົນຕຣີ ຊ່ວຍ ວ່າການ ແລະ ທຽບເທົ່າ ຂຶ້ນໄປ ມີທັງ ຜູ້ທີ່ອອກ ບຳນານ ແລ້ວ ແລະ ຜູ້ທີ່ຍັງ ຢູ່ໃນ ຕຳແໜ່ງ ຢູ່ ມູນຄ່າ ເງິນ ທີ່ໃຫ້ ແມ່ນ 26 ຕື້ ກີບ. ອີງຕາມ ແຈ້ງການ ຂອງ ຈັດຕັ້ງ ສູນກາງພັກ ເລກທີ 55. ສິ່ງ ດັ່ງກ່າວ ກໍເປັນ ສາເຫດ ເຮັດໃຫ້ ພະນັກງານ ຣັຖກອນ ບໍ່ໄດ້ ເງິນເດືອນ.

ການສຸມໃສ່ ການ ກໍ່ສ້າງ ໂຄງຮ່າງ ພື້ນຖານ ຫລາຍ ຈົນເກີນໄປ ໃນຣາຄາ ສູງ ຜິດ ປົກກະຕິ ຈົນເຮັດໃຫ້ ທ່ານ ນາຍົກ ຣັຖມົນຕຣີ ທອງສິງ ທຳມະວົງ ອອກມາ ຍອມຮັບ ຢູ່ໃນ ກອງປະຊຸມ ສະພາ ແຫ່ງຊາດ ໃນທ້າຍ ປີ 2013 ທີ່ ຜ່ານມາ ວ່າ ມີຄວາມ ບໍ່ໂປ່ງໄສ ເກີດຂຶ້ນ ໃນ ໂຄງການ ກໍ່ສ້າງ ພື້ນຖານ ໂຄງຮ່າງ ຢູ່ໃນທົ່ວ ປະເທດ. ສິ່ງ ດັ່ງກ່າວ ກໍເປັນ ສາເຫດ ທີ່ເຮັດໃຫ້ ເງິນເດືອນ ພະນັກງານ ຣັຖກອນ ບໍ່ໄດ້ ເງິນ ເດືອນ.

ໜັງສືພີມ ວຽງຈັນທາມສ໌ ສະບັບ ວັນທີ 8 ພຶສຈິກ 2013 ໄດ້ ຣາຍງານ ວ່າ ຣັຖບານ ສັ່ງໂຈະ ໂຄງການ ກໍ່ສ້າງ ພື້ນຖານ ໂຄງຮ່າງ ທີ່ບໍ່ໄດ້ ຜ່ານການ ອະນຸມັດ ຂອງ ສະພາ ແຫ່ງຊາດ, ການກໍ່ສ້າງ ເສັ້ນທາງ 450 ປີ ມູນຄ່າ 80 ລ້ານ ໂດລາ ສະຫະຣັຖ ທີ່ບໍ່ໄດ້ ມາຕຖານ. ສິ່ງ ດັ່ງກ່າວ ກໍເປັນ ສາເຫດ ທີ່ເຮັດໃຫ້ ເງິນເດືອນ ພະນັກງານ ຣັຖກອນ ບໍ່ໄດ້ ເງິນ ເດືອນ.

ອົງການ ຈັດຕັ້ງ ກວດກາ ແຫ່ງຣັຖ ໄດ້ ຣາຍງານ ວ່າ ໃນ ສົກປີ 2010 - 2012 ໄດ້ກວດ ພົບວ່າ ມີການໃ ຊ້ຈ່າຍ ງົບປະມານ ຢູ່ໃນ ໂຄງການ ຂອງຣັຖ ທີ່ບໍ່ໄດ້ ຜ່ານການ ອະນຸມັດ ຈາກ ສະພາ ແຫ່ງຊາດ ມູນຄ່າ 1,500 ຕື້ ກີບ. ສິ່ງ ດັ່ງກ່າວ ກໍເປັນ ສາເຫດ ທີ່ເຮັດໃຫ້ ພະນັກງານ ຣັຖກອນ ບໍ່ໄດ້ ເງິນເດືອນ.

ນອກຈາກ ນີ້ ຍັງມີການ ຈັດງານ ໃຫຍ່ ທີ່ ໃຊ້ເງິນ ງົບປະມານ ມະຫາສານ ຈັດງານ ສະເຫລີມ ສະຫລອງ ນະຄອນ ຫລວງ ວຽງຈັນ ຄົບຮອບ 450 ປີ, ການຈັດ ກອງປະຊຸມ ອາເຊັັມ ໃນ ທ້າຍ ປີ 2012 ແລະ ການຊື້ ຣົດ ມາຮັບໃຊ້ ກອງປະຊຸມ ຫລາຍຮ້ອຍ ຄັນ ຊຶ່ງ ທັງໝົດ ນີ້ແມ່ນ ການໃຊ້ ເງິນ ງົບປະມານ ລວມ ຂອງຊາດ ຢ່າງ ມະຫາສານ ໂດຍ ທີ່ບໍ່ມີ ຜົນ ກຳໄຣ ຫຍັງເລີຍ. ສິ່ງ ດັ່ງກ່າວ ກໍເປັນ ສາເຫດ ທີ່ເຮັດໃຫ້ ພະນັກງານ ຣັຖກອນ ບໍ່ໄດ້ ເງິນເດືອນ.

ການເກັບ ຣາຍຮັບ ເຂົ້າ ງົບປະມານ ບໍ່ໄດ້ ກໍຍ້ອນວ່າ ມັນຮົ່ວໄຫລ, ເງິນ ຮົ່ວໄຫລ ຢູ່ບ່ອນໃດ ເພາະວ່າ ເຈົ້າໜ້າທີ່ ພາສີ ອາກອນ ແລະ ເຈົ້າໜ້າທີ່ ອາກອນ ຮ່ວມມື ກັບ ຫົວໜ່ວຍ ທຸຣະກິຈ ໃນການ ຫລີກລ້ຽງ ເສັຍພາສີ ແລະ ອາກອນ. ສິ່ງ ດັ່ງກ່າວ ເຮັດໃຫ້ ເຈົ້າໜ້າທີ່ ເຮັດວຽກ ເປັນ ພາສີ ແລະ ເຈົ້າໜ້າທີ່ ອາກອນ ມີຖານະ ລ້ຳລວຍ ຂຶ້ນ ກວ່າເກົ່າ ໃນຂະນະ ທີ່ ພະນັກງານ ຣັຖກອນ ຄົນອື່ນ ກຳລັງ ທຸກຈົນ ລົງ ກວ່າເກົ່າ.
ສະຫລຸບ ສາເຫດ ຫລັກ ທີ່ເຮັດໃຫ້ ພະນັກງານ ຣັຖກອນ ບໍ່ໄດ້ ເງິນເດືອນ ຄື:

ສາເຫດທີ່ 1: ການຈ່າຍ ເງິນ ປຸກສ້າງ ເຮືອນ ໃຫ້ ພະນັກງານ ຣະດັບ ການນຳ ຂັ້ນສູງ ແຕ່ ຣະດັບ ຣັຖມົນຕຣີ ຊ່ວຍ ຫລື ທຽບເທົ່າ ຂຶ້ນໄປ.

ສາເຫດທີ 2: ການໃຊ້ ເງິນ ປຸກສ້າງ ໂຄງຮ່າງ ພື້ນຖານ ຖະໜົນ ຫົນທາງ, ຕຶກອາຄານ ຫ້ອງການ ຕ່າງໆ ໂດຍບໍ່ໄດ້ ຮັບ ອະນຸມັດ ຈາກ ສະພາ ແຫ່ງຊາດ.

ສາເຫດທີ 3: ການໃຊ້ ເງິນ ເຂົ້າໃນ ການຈັດງານ ໃຫຍ່ໆ ງານ ສະຫລອງ ວຽງຈັນ ຄົບຮອບ 450 ປີ ແລະ ການຈັດ ກອງປະຊຸມ ແລະ ຊື້ຣົດ ຮັບໃຊ້ ກອງ ປະຊຸມ.

ສາເຫດທີ 4: ງົບປະມານ ຮົ່ວໄຫລ ຈາກການ ເກັບ ພາສີ ແລະ ການເກັບ ອາກອນ.

ທັງ 4 ສາເຫດ ຫລັກ ທີ່ກ່າວມາ ກໍມີເຣື້ອງ ການ ສໍ້ຣາສ ບັງຫລວງ ອີກ ຮູບແບບນຶ່ງ ທີ່ ເປັນໄພ ຂົ່ມຂູ່ ຕໍ່ຄວາມ ໝັ້ນຄົງ ຂອງ ຣັຖບານ ແລະ ຜົນກະທົບ ກໍຄື ບໍ່ມີເງິນ ເຫລື່ອຢູ່ໃນ ຄັງເງິນ ແຫ່ງຊາດ ເຖີງວ່າ ຣັຖບານ ຈະມີ ຄວາມ ພຍາຍາມ ໃນການ ແກ້ໄຂ ບັນຫາ ກໍຕາມ.

ໃນການ ແກ້ໄຂ ບັນຫາ ຈ່າຍເດືອນ ໃຫ້ ພະນັກງານ ຣັຖກອນ, ຣັຖບານ ລາວ ໄດ້ຢືມເງິນ ມາແກ້ໄຂ ບັນຫາ ເບີກຈ່າຍ ເງິນເດືອນ ແລະ ນອກນັ້ນ ຣັຖບານ ຍັງມີແຜນ ການຕັດ ງົບປະມານ ປະຈຳປີ ຂອງ ກະຊວງ ຕ່າງໆ ກະຊວງ ລະ 1 ຕື້ ກີບ ເພື່ອ ມາໝູນໃຊ້ ເປັນເງິນ ເດືອນ ຂອງ ຣັຖກອນ. ດັ່ງ ເຈົ້າໜ້າທີ່ ຂອງ ກະຊວງ ການເງິນ ຂອງລາວ ທ່ານນຶ່ງ ກ່າວຕໍ່ ນັກຂ່າວ ເອເຊັຍ ເສຣີ ວ່າ:

"ມື້ວັນຈັນ ເພີ່ນ ກະເອີ້ນ ບັນດາ ກະຊວງ ເຂົ້າມາຕັດ ງົບ ກະຊວງ ລະ 1,000 ລ້ານ ຕັດ ຕັດອອກ ຕັດອອກ ແຕ່ລະ ກະຊວງ ເລີຍ ຊິເອົາໄປ ໝູນໃຊ້ ບັນດາ ພວກຢູ່ຕ່າງ ແຂວງ ຄຣູ ອາຈານ ແບບຊິນ່າ ມັນບໍ່ໄດ້ ຕັດອອກ ແລ້ວ ເອົາເງິນ ຢູ່ນີ້ ມາໝູນໃຊ້ ຊິເອົາ ມາເປັນ ງົບປະມານ ຂອງ ເງິນເດືອນ ພະນັກງານ ເດ໋ ເພາະມັນ ບໍ່ມີເງິນ".

ເຖີງຢ່າງໃດ ກໍຕາມ ຜູ້ຊ່ຽວຊານ ທາງ ເສຖກິດ ຂອງລາວ ທ່ານນຶ່ງ ໃຫ້ ທັສນະ ວ່າ ບໍ່ວ່າ ຣັຖບານ ຈະຢືມ ເງິນ ມາຫລາຍ ປານໃດ ກໍຕາມ ເພື່ອມາ ແກ້ໄຂ ບັນຫາ ເງິນເດືອນ ໃຫ້ ພະນັກງານ ແລະ ບໍ່ວ່າ ຣັຖບານ ຈະຕັດ ງົບປະມານ ຈາກ ກະຊວງ ຕ່າງໆ ຫລາຍປານ ໃດ ກໍຕາມ ເພື່ອ ມາແກ້ໄຂ ບັນຫາ ເງີນເດືອນ ໃຫ້ ພະນັກງານ, ແຕ່ຖ້າບໍ່ ປະຕິບັດ ມາຕການ ປາບປາມ ການ ສໍ້ຣາສ ບັງຫລວງ ໄດ້ ບັນຫາ ດັ່ງກ່າວ ກໍບໍ່ ສາມາດ ຖືກແກ້ໄຂ ໄດ້ຢ່າງ ສິ້ນເຊີງ.

ຜົນທີ່ ເກີດຂຶ້ນ ໃນ ປັດຈຸບັນ ກໍຄື ພະນັກງານ ຣັຖກອນ ຜູ້ນ້ອຍ ສ່ວນຫລາຍ ພາມາ ເຮັດວຽກ ຢູ່ ຫ້ອງການ ພຽງແຕ່ 1 – 2 ຊົ່ວໂມງ ເທົ່ານັ້ນ ຫລັງຈາກ ນັ້ນ ເຂົາເຈົ້າ ກໍກັບບ້ານ ຫລື ໄປເຮັດວຽກ ຢ່າງອື່ນ ເພື່ອຫາ ຣາຍຮັບ ເພີ່ມ ເພາະ ບໍ່ສາມາດ ຄອງຄອຍ ແຕ່ເງິນ ເດືອນ ແຕ່ເງິນ ເດືອນ ພຽງ ຢ່າງດຽວ ໄດ້ແລ້ວ ໃນຕອນນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org