ປະຊາຊົນ ເດືອດຮ້ອນ ຍ້ອນນ້ຳມັນ ຂຶ້ນລາຄາອີກ

ກະຊວງອຸດສາຫະກັມ ແລະ ການຄ້າ ອອກໃບແຈ້ງການ ສະບັບເລກທີ 0360/ອຄ ປະກາດ ປັບຂຶ້ນ ລາຄານ້ໍາມັນ ແອດຊັງພິເສດ ທົ່ວປະເທດ ໂດຍປັບຂຶ້ນອີກ 310 ກີບ ຕໍ່ລິດ ຈາກ 26,260 ກີບ ຕໍ່ລິດ ຂຶ້ນມາເປັນ 26,570 ກີບ ຕໍ່ລິດ ລາຄານ້ໍາມັນໃໝ່ນີ້ ມີຜົລ ຕັ້ງແຕ່ວັນທີ 1 ເມສາ ເປັນຕົ້ນມາ.

ປະຊາຊົນ ກຳລັງຊື້ນ້ຳມັນ ທີ່ແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ (TS) ວັນທີ 01 ມິຖຸນາ ປີ 2022. RFA

ໃນມື້ວັນທີ 12 ເມສາ ທີ່ຜ່ານມາ ກະຊວງອຸດສາຫະກັມ ແລະ ການຄ້າ ອອກໃບແຈ້ງການສະບັບເລກທີ 0360/ອຄ ປະກາດ ປັບຂຶ້ນ ລາຄານ້ໍາມັນ ແອດຊັງພິເສດ ທົ່ວປະເທດ ໂດຍປັບຂຶ້ນອີກ 310 ກີບ ຕໍ່ລິດ ຈາກ 26,260 ກີບ ຕໍ່ລິດ ຂຶ້ນມາເປັນ 26,570 ກີບ ຕໍ່ລິດ ລາຄານ້ໍາມັນໃໝ່ນີ້ ມີຜົລ ຕັ້ງແຕ່ວັນທີ 1 ເມສາ ເວລາ 6:00 ໂມງ ເປັນຕົ້ນມາ. 

ກ່ອນໜ້ານີ້ ວັນທີ 5 ເມສາ ນ້ໍາມັນແອດຊັງທັມມະດາ ປັບຂຶ້ນ 440 ກີບຕໍ່ລິດ ຈາກ 20,130 ກີບຕໍ່ລິດ ເປັນ 20,570 ກີບຕໍ່ລິດ ແລະ ນ້ໍາມັນ ກາຊວນ ປັບຂຶ້ນ 230 ກີບຕໍ່ລິດ ຈາກ 17,640 ກີບຕໍ່ລິດ ເປັນ 17,870 ກີບຕໍ່ລິດ. 

ຕໍ່ການປັບລາຄານ້ໍາມັນນີ້ ປະຊາຊົນຮູ້ສຶກວ່າ ລາຄານ້ໍາມັນແພງຂຶ້ນອີກ ແລະ ຫລາຍຄົນຕ້ອງປະຢັດ ໃຊ້ຣົຖໃຫຍ່ນ້ອຍລົງ ຫາກບໍ່ຈໍາເປັນກໍຈະບໍ່ໃຊ້ ຈະໃຊ້ຣົຖຈັກໃນການເດີນທາງແທນ.

ດັ່ງ ຊາວບ້ານຢູ່ ນະຄອນໄກສອນ ແຂວງສວັນນະເຂດ ຜູ້ໃຊ້ນ້ໍາມັນແອດຊັງພິເສດ 95 ເປັນປະຈໍາ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 19 ມສາ ນີ້ວ່າ:

“ແພງຢູ່ຫລາຍ ຕັ້ງແຕ່ຊ່ວງໂຄວິດຣະບາດ ຂຶ້ນເປັນພັນ ລົງເປັນກີບ ລົງທີ່ລະກີບ ແລ້ວກໍຂຶ້ນໃໝ່ ມັນບໍ່ເຄີຍເຫັນ ມັນລົງຫລາຍ ເງິນມັນກໍເຟີ້ຂຶ້ນອີກແລ້ວນີ່ ຂີ່ຣົຖຈັກ ບໍ່ຈໍາເປັນກໍບໍ່ເອົາຣົຖໃຫຍ່ມາ ມີແຕ່ໄປຕ່າງແຂວງ ຫລືວ່າ ມັນຈໍາເປັນກໍຈຶ່ງເອົາໄປ ຫັ້ນນ່າ.” 

ຍານາງ ກ່າວຕື່ມວ່າ ບາງຄັ້ງຫາກໄປວຽກ ໄປໂຮງໝໍ ຫລື ໄປຊື້ເຄື່ອງຢູ່ຝັ່ງໄທຍ ກໍຈະຕື່ມນ້ໍາມັນຈາກຝັ່ງໄທຍກັບໄປລາວເຕັມຖັງ ຍ້ອນຮູ້ສຶກວ່າຕື່ມ 2,000 ບາດຢູ່ຝັ່ງໄທຍຄຸ້ມກ່ວາ ຕື່ມຢູ່ຝັ່ງລາວ.

ດັ່ງ ຍານາງ ກ່າວຕື່ມວ່າ: 

“ໄປເຕີມຢູ່ ມື້ນີ້ຂ້ອຍກະຂ້າມໄປເຕີມ ເຕີມເຕັມຖັງມາ ເພາະວ່າເຕີມຢູ່ບ້ານເຮົາ ກັບ ຢູ່ໄທຍຕ່າງກັນ ສົມມຸດວ່າເຮົາເຕີມ 2,000 ນີ່ນ່າ ຄືວ່າມັນກຸ້ມເງິນ ມາເຕີມຢູ່ບ້ານເຮົາ 2,000 ພັນ ຂີ່ຄາວດຽວກໍເບິດ ຕອນຢູ່ໄທຍ ສົມມຸດວ່າຂ້ອຍເຕີມເຕັມຖັງ 2,000 ພັນກໍຂີ່ກຸ້ມ ມັນຍືດເວລາໄດ້ ອີກຍາວກວ່າເຕີມ ຢູ່ລາວຫັ້ນນ່າ.”

ຂະນະທີ່ ຊາວບ້ານ ອີກທ່ານນຶ່ງ ຢູ່ນະຄອນໄກສອນ ກ່າວວ່າ ນ້ໍາມັນຍັງແພງຂຶ້ນຫລາຍເຕີບ ຍ້ອນເງິນກີບເຟີ້ ແຕ່ຖ້າທຽບໃສ່ເງິນບາທ ກໍບໍ່ຂຶ້ນຫລາຍປານໃດ.

ດັ່ງທ່ານກ່າວວ່າ: 

“ກໍຖືວ່າແພງຫັ້ນແຫລະ ຖ້າເປັນເງິນກີບລາວເດ້ ຖ້າທຽບກັບເງິນໄທຍ ລາຄາກໍຂຶ້ນບໍ່ຫລາຍ ເພາະວ່າເງິນລາວ ອອ່ນຄ່າເຄິ່ງນຶ່ງ. ລາຄານ້ໍາມັນກໍເລີຍພຸ່ງ ແບບເທົ່າໂຕເລີຍ ລົງໜ້ອຍດຽວ, ລົງກະລົງຖຽວ ລະ 300 ກີບ, 500 ກີບ ແບບຊີ້ນ່າ ເວລາຂຶ້ນກໍຂຶ້ນ 1,000-1,500 ຊີ້ນ່າ ຖ້າເງິນກີບ ຍາກທີ່ຈະລົງ ເພາະວ່າ ເງິນກີບອ່ອນຄ່າ ຖ້າເງິນກີບແຂງຄ່າ ມີໂອກາດນ້ໍາມັນລົງໄດ້ຢູ່.”

ລາຄານ້ຳມນັນສຳລັບມື້ນີ້ ທີ່ປ້ຳແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ວັນທີ 19 ເມສາ 2023. ຮູບພາບໂດຍ ນັກຂ່າວພົລເມືອງ

ຂະນະທີ່ ຄົນຂັບຣົຖຕູ້ ຢູ່ແຂວງວຽງຈັນ ທີ່ໃຊ້ນໍ້າມັນກາຊວນ ທ່ານນຶ່ງ ກ່າວວ່າ ເຖິງແມ່ນວ່າ ນໍ້າມັນກາຊວນ ຈະລາຄາຄົງທີ່ ແລະ ຖືກກວ່າປີກາຍ ແຕ່ກໍຍັງຖືວ່າ ລາຄາແພງຢູ່ ຍ້ອນເມື່ອ ລາຄານໍ້າມັນຫລຸດ ກໍຫລຸດບໍ່ຫລາຍປານໃດ ເຮັດໃຫ້ ຕ້ອງຂຶ້ນລາຄາ ຄ່າໂດຍສານມາ ຕັ້ງແຕ່ປີກາຍແລ້ວ.

ດັ່ງທ່ານກ່າວວ່າ:

“ລາຄານ້ໍາມັນກາຊວນຫັ້ນ ປະມານ 17,000 ພັນ ລົງມາໜ້ອຍດຽວ ຖືວ່າປີກາຍນີ້ ຖືກກວ່າ ປະມານ 200-300 ກີບ ນີ່ນ່າ ກໍຍັງຖືວ່າແພງຢູ່ເດ່ ຍັງແພງຢູ່ ແມ່ນໆ ເຮົາຕ້ອງໄດ້ຂຶ້ນລາຄາໂດຍສານອີກ ນ້ໍາມັນ ມັນບໍ່ມີລົງດອກ ມັນລົງຢູ່ປະມານ 100 ກີບ 200 ກີບ ປະມານນີ້ຫັ້ນນ່າ ຄ່າໂດຍສານມັນກໍເລີຍລົງບໍ່ໄດ້.”

ນ້ໍາມັນເຊື້ອເພີງ ແມ່ນເປັນສິນຄ້າ ນໍາເຂົ້າອັນດັບຕົ້ນ ຂອງປະເທດລາວ ກວມເອົາອັດຕາສ່ວນສໍາຄັນ ຂອງສິນຄ້າ ທີ່ນໍາເຂົ້າ ທັງໝົດ. ໃນປີ 2021 ລາວນໍາເຂົ້າ ນ້ໍາມັນເຊື້ອເພີງ ມູນຄ່າສູງເຖິງ 5,887,331,437 ໂດລ້າຣ໌ສະຫະຣັຖ ຫລື ກວມເອົາ 10.2% ຂອງມູນຄ່າສິນຄ້າ ທັງໝົດ. ນ້ໍາມັນເຊື້ອເພິງສ່ວນຫລາຍ ແມ່ນຖືກນໍາໃຊ້ ກັບຍານພາຫະນະທາງບົກ. 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org