ລາຄາຜັກ ໃນໃນນະຄອນຫຼວງແພງຂຶ້ນ ເປັນຜົນກະທົບ ນ້ຳຖ້ວມພື້ນທີ່ການກະເສດ

ລາຄາຜັກຫຼາຍຊະນິດ ຢູ່ນະຄອນຫຼວງວຽງຈັນ ປັບຂຶ້ນຍ້ອນພື້ນທີ່ກະສິກຳທີ່ປູກຜັກ ໃນນະຄອນຫຼວງວຽງຈັນ ຖືກນໍ້າຖ້ວມ ໃນເດືອນຜ່ານມາ ເຮັດໃຫ້ຜົນຜະລິດເສັຍຫາຍ, ຊາວຄ້າຂາຍ ຜັກຢູ່ຕະຫຼາດ ນະຄອນຫຼວງວຽງຈັນ ຕ້ອງໄດ້ນໍາເຂົ້າຜັກຈາກຈີນ ຫຼື ຕ່າງແຂວງ.

ລາຄາພືດຜັກສູງຂຶ້ນຕໍ່ເນື່ອງ ທີ່ຕະຫລາດສົດແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ (TS) ເດືອນກໍລະກົດ ປີ 2024. RFA

ລາຄາຜັກຫຼາຍຊະນິດ ຢູ່ນະຄອນຫຼວງວຽງຈັນ ປັບຂຶ້ນຍ້ອນພື້ນທີ່ກະສິກຳທີ່ປູກຜັກ ໃນນະຄອນຫຼວງເປັນຕົ້ນເຂດບ້ານຫ້ອມໃຕ້, ບ້ານຫາດກັນຊາ, ບ້ານສີຖານໃຕ້, ບ້ານສິມມະໂນ, ບ້ານຄວາຍແດງ ແລະ ບ້ານທ່າພະ ຢູ່ເມືອງຫາດຊາຍຟອງ ຖືກນໍ້າຖ້ວມໃນເດືອນຜ່ານມາຜົນຜະລິດເສັຍຫາຍ ເຮັດໃຫ້ຊາວຄ້າຂາຍຜັກຢູ່ຕະຫຼາດ ນະຄອນຫຼວງວຽງຈັນ ຕ້ອງໄດ້ນໍາເຂົ້າຜັກຈາກຈີນ ຫຼືຕ່າງແຂວງ ເພື່ອມາຂາຍຕໍ່ຕົ້ນທຶນທີ່ເພີ່ມຂຶ້ນ ຈາກຄ່າຂົນສົ່ງເຮັດໃຫ້ຜັກມີລາຄາສູງຂຶ້ນ ຕັ້ງແຕ່ໄລຍະອາທິດຜ່ານມາ. ດັ່ງແມ່ຄ້າຂາຍຜັກຢູ່ຕະຫຼາດສົດ ລາວ-ອົດຊີ ໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງເປັນຕະຫຼາດໃຫຍ່ທີ່ຂາຍຜັກຫຼາຍຊະນິດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 08 ຕຸລາ 2024 ນີ້ວ່າ:

“ມັນລາຄາສູງເພາະວ່າບ້ານ ທີ່ປູກຝັງປູກຫຍັງຫັ້ນມັນເສັຍຫາຍ ເບິດເດ້ ເປັນບ້ານຫ້ອມພວກຫາດກັນຊາພວກ ສີຖານໃຕ້. ຂະເຈົ້າຜະລິດຜັກມາໃຫ້ເຮົານີ້ຖືກນໍ້າຖ້ວມ ຜົນກະທົບກໍ່ເສັຍຫາຍຫຼາຍ ເຮົາກໍ່ໄດ້ໃຊ້ຜັກຈີນນໍາເຂົ້າຜັກເໜືອ ຜັກອີ່ຫຍັງມັນມາໄກຊິນ່າຕ່າງແຂວງວ່າຊັ້ນ ສະລາຄາກໍ່ພຸ້ງສູງຂຶ້ນເພາະວ່າ ຢູ່ວຽງເຮົາບໍ່ມີເດ້ເຮົາໄດ້ເອົາຕໍ່ຈາກແມ່ຄ້າຄົນກາງມາເດ້ ຕ້ອງໄດ້ເອົາມາແຕ່ເໜືອແຕ່ໄດ້ຄ່າຂົນສົ່ງ ອີ່ຫຍັງທາງກໍ່ຫຍຸ້ງຍາກ.”

ຢູ່ຕະຫຼາດລາວ-ອົດຊີ ລາຄາຫອມປ້ອມຢູ່ທີ່ປະມານກິໂລລະ 110,000-120,000 ກີບ ຍ້ອນຖີືກສົ່ງມາຈາກປາກເຊສ່ວນຫອມບົ່ວນັ້ນ ນໍາເຂົ້າຈາກຈີນ ສ່ວນໜຶ່ງແລະສ່ວນໜຶ່ງມາຈາກແຂວງຊຽງຂວາງ, ສ່ວນຜັກບົ້ງແລະຜັກຂົມກໍ່ຂຶ້ນລາຄານໍາ. ຢ່າງໃດກໍ່ຕາມພໍຄ້າແມ່ຄ້າຄາດວ່າຜັກຈະຫຼຸດລົງໝໍ່ໆ ນີ້ຍ້ອນຊາວສວນໃນເຂດພື້ນທີ່ຖືກນໍ້າຖ້ວມ ໄດ້ເລີ່ມປູກຜັກຄືນແລ້ວ ແຕ່ກໍ່ຕ້ອງລໍຖ້າຢ່າງໜ້ອຍ 45 ວັນເຖິງຈະເກັບໄດ້ສ່ວນຕໍ່ໄປກໍ່ຈະເຂົ້າສູ່ໜ້າໜາວກໍ່ຄາດວ່າ ຜັກຈະກັບຄືນສູ່ລາຄາປົກກະຕິ ພາຍຫຼັງເດືອນຕຸລາ.

ດ້ານແມ່ຄ້າຂາຍໝາກໄມ້ ຢູ່ຕະຫຼາດລາວອົດຊີກ່າວວ່າໃນໄລຍະອາທິດຜ່ານມາ ລາຄາຜັກບາງຊະນິດເປັນຕົ້ນຜັກກາດ ຊອມເພີ່ມຂຶ້ນແທ້ແຕ່ລາຄາຜັກບາງຊະນິດ ກໍຫຼຸດລົງເມື່ອທຽບໃສ່ລາຄາເກົ່າ ແຕ່ໂດຍລວມແລ້ວກໍ່ຍັງບໍ່ຖືວ່າຫຼຸດລົງຫຼາຍປານໃດ. ດັ່ງແມ່ຄ້າຂາຍໝາກໄມ້ກ່າວວ່າ:

“ເພີ່ມໆ ເພີ່ມຫຼາຍເຕີບເພີ່ມແພງເຕີບ ຮູ້ສຶກວ່າແພງຜັກກາຊອມຜັກກາດ ຫຍັງກໍ່ໂລ 25-30 ກໍ່ແພງເຕີບແພງຫຼາຍຫົວໄຄ້ຕ້ອນນັ້ນໂລ 30-40ດຽວນີ້ມັນລົງຫຼາຍແລ້ວລົງແລ້ວ 25-30 ແລ້ວຜັກກະລໍ່າປີກໍ່ 20,000 ຜັກກາດຂາວກໍ່ 20-25 ແລ້ວລົງຫຼາຍແລ້ວແຕ່ກໍ່ຍັງບໍ່ລົງອີກຫັ້ນນ່າ ຍັງບໍ່ທັນແມ່ນ 10 ປາຍເທື່ອ.”

ສ່ວນພໍ່ຄ້າຢູ່ຕະຫຼາດວັງມີໄຊ ເຂດບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວວ່າ ລາຄາຜັກທີ່ຂາຍຢູ່ຕະຫຼາດວັງມີໄຊນີ້ ຖືວ່າບໍ່ໄດ້ສູງປານໃດຍັງຢູ່ໃນເກນທີ່ປະຊາຊົນ ສາມາດຊື້ໄດ້ເພາະວ່າຕະຫຼາດນີ້ ແມ່ນເປັນຕະຫຼາດທ້ອງຖິ່ນ ທີ່ມີຂະໜາດນ້ອຍສ່ວນໃຫຍ່ ພໍ່ຄ້າແມ່ຄ້າໃນຕະຫຼາດເປັນຄົນໃນພື້ນທີ່ທີ່ປູກຜັກເອງ ເຫຼືອຈາກການນໍາໃຊ້ໃນຄົວເຮືອນ ຈຶ່ງນໍາມາຂາຍຢູ່ຕະຫຼາດ. ມີພຽງບາງສ່ວນເທົ່ານັ້ນທີ່ໄປຮັບມາກຈາກຕະຫຼາດໃຫຍ່ ອີກທັງຕອນນີ້ເລີ່ມເຂົ້າສູ່ລະດູແລ້ງ ແລ້ວຊາວບ້ານກໍ່ເລີ່ມປູກຜັກຫຼາຍຂຶ້ນ. ດັ່ງພໍ່ຄ້າຕະຫຼາດວັງມີໄຊກ່າວວ່າ:

“ກໍ່ທໍາມະດາບໍ່ສູງປານໃດ ອີງຕາມສະພາບເສດຖະກິດໃນຊ່ວງປັດຈຸບັນ ແລ້ວກໍ່ອີງໃສ່ລາຄາເງິນເຟີ້ ຄັນເວົ້າວ່າສູງມັນກໍ່ບໍ່ສູງປານໃດ ກໍບໍ່ສູງປານໃດຊື້ຄືໄດ້ຢູ່ແມ່ນແລ້ວ ມັນເລີ່ມລົງມາຈັກໜ່ອຍແລ້ວເພາະວ່າ ຕົກເຂົ້າມາໜ້າແລ້ງແລ້ວຊາວບ້ານ ກໍຄ່ອຍທະຍອຍປູກປູກແລ້ວເຂົາກໍ່ເອົາມາລົງ ໃນທ້ອງຕະຫຼາດ.”

ຂະນະທີ່ເຈົ້່າຂອງຮ້ານອາຫານ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າລາຄາຜັກແພງຂຶ້ນ ໂດຍສະເພາະໂຫລະພາທີ່ປັດຈຸບັນລາຄາຢູ່ ທີ່ກິໂລລະ 100,000 ກີບຈາກລາຄາເດີມຢູ່ທີ່ 30,000-50,000 ກີບ. ດັ່ງເຈົ້າຂອງຮ້ານອາຫານກ່າວວ່າ:

“ແພງໆ ຄັນເຮົາໃຊ້ກໍ່ມີແຕ່ບົວລະພາ, ຫອມລາບ ເຮົາກໍ່ຊື້ມື້ລະ 2-3 ໂລໂຫລະພາມັນໂລລະ 100,000 ແລ້ວ ເຂົາຂາຍຕະກີ້ໂລໜຶ່ງ 30, 40,​ 50. ປັນຫາກໍ່ກະທົບນໍ້າຖ້ວມນີ້ແຫຼະ ມັນຕາຍນໍ້າຖ້ວມ ແລ້ວມັນຕາຍຝົນຕົກແລ້ວ ມັນຕາຍໂຫລະພາຍັງແພງຢູ່ແພງເບິດທຸກຜັກ.”

ລາຄາຜັກທີ່ສູງຂຶ້ນ ເປັນໜຶ່ງໃນຜົນກະທົບທາງອ້ອມ ທີ່ປະຊາຊົນໄດ້ຮັບຈາກໄພພິບັດນໍ້າຖ້ວມ ທີ່ເກີດຂຶ້ນຢູ່ຫຼາຍແຂວງ ໃນປະເທດລາວ ຕັ້ງແຕ່ເດືອນກໍລະກົດຫາເດືອນກັນຍາ. ມາຮອດປັດຈຸບັນ ລັດຖະບານລາວຄາດການວ່າ ໄພພິບັດນໍ້າຖ້ວມໃນປີນີ້ໄດ້ສ້າງຄວາມເສັຍຫາຍ ທົ່ວປະເທດລາວຫຼາຍກ່ວາ 720 ຕື້ກີບ. ມີແຂວງທີ່ໄດ້ຮັບຜົນກະທົບ 15 ແຂວງ ຄື ຫຼວງນໍ້າທາ, ຜົ້ງສາລີ, ສາລະວັນ, ຄຳມ່ວນ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ເຊກອງ, ບໍ່ແກ້ວ, ໄຊຍະບູລີ, ບໍລິຄຳໄຊ, ອຸດົມໄຊ ແລະ ນະຄອນຫຼວງວຽງຈັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org