10 ຄອບຄົວຍັງບໍ່ຍ້າຍຈາກ ດິນ ບໍຣິສັດ ບຸນທ່ຽງ
ປະຊາຊົນ 10 ຄອບຄົວ ຢູ່ແຂວງ ຫລວງພຣະບາງ ຍັງບໍ່ທັນ ຍ້າຍອອກຈາກ ດິນ ທີ່ມີ ຂໍ້ຂັດແຍ່ງ ກັບ ບໍຣິສັດ ບຸນທ່ຽງ ດວງປະເສີດ.
-
ອຸ່ນແກ້ວ ສຸກສະຫວັນ
2017-09-22 -
-
-
Your browser doesn’t support HTML5 audio
ປະຊາຊົນ 10 ຄອບຄົວ ຢູ່ແຂວງຫລວງພຣະບາງ ຍັງບໍ່ທັນຍ້າຍອອກຈາກ ດິນທີ່ມີຂໍ້ຂັດແຍ່ງ ກັບ ບໍຣິສັດ ບຸນທ່ຽງ ດວງປະເສີດ. ວັນທີ 20 ກັນຍາ ເປັນມື້ກໍານົດເສັ້ນຕາຍ ທີ່ທາງການ ແຂວງຫຼວງພຣະບາງ ແຈ້ງໃຫ້ປະຊາຊົນ 60 ຄອບຄົວ ຢູ່ບ້ານພອນໄຊ ເມືອງແລະແຂວງ ຫລວງພຣະບາງ ຕ້ອງຍ້າຍອອກຈາກ ທີ່ດິນ ທີ່ມີຂໍ້ຂັດແຍ່ງ ກັບ ບໍຣິສັດ ບຸນທ່ຽງ ດວງປະເສີດ.
ແຕ່ຍັງເຫລືອປະມານ 10 ຄອບຄົວ ທີ່ຍັງບໍ່ທັນ ຍ້າຍອອກຈາກ ເນື້ອທີ່ດິນຕອນດັ່ງກ່າວ ຍ້ອນວ່າ ເຂົາເຈົ້າຕ້ອງການ ຄ່າຊົດເຊີຍ, ດັ່ງ ເຈົ້າໜ້າທີ່ ເມືອງຫລວງພຣະບາງ ທ່ານນຶ່ງ ກ່າວໃນວັນທີ 21 ກັນຍາ ວ່າ:
“ໂຕນີ້ຫັ້ນເຮົາມີປະມານ 50 ປາຍຄອບຄົວ ທີ່ເຂົາມາຈັບຈອງຫັ້ນນະ ດຽວນີ້ກະຖືວ່າຍັງປະມານ 10 ຄອບຄົວນີ້ແຫລະ ຍ້າຍໄປໝົດແລ້ວ ຈໍານວນນຶ່ງ ກະຍັງຖ້າໃຫ້ ບໍຣິສັດຊົດເຊີຍ ຈັ່ງນຶ່ງເບາະ ການເຄື່ອນຍ້າຍ ອຸປກອນ ການກໍ່ສ້າງ ແມ່ນຫຍັງຫັ້ນເດ".
ເຈົ້າໜ້າທີ່ກ່າວຕື່ມອີກວ່າ ຄັນປະຊາຊົນ ທີ່ເຫລືອ ຍັງບໍ່ສາມາດຍ້າຍອອກ ໄປບ່ອນອື່ນໄດ້ ກໍສາມາດແຈ້ງມາຍັງ ທາງການ ເພື່ອຈະແຈ້ງ ລົດບັນທຸກ ໄປຊ່ວຍຂົນຂອງ ອອກຈາກ ບ່ອນຢູ່ອາໃສ ຊຶ່ງເຈົ້າໜ້າທີ່ ຈະໄດ້ຊ່ວຍລົງໄປ ແກ້ໄຂໄວໆ ນີ້.
ທ່ານອະທິບາຍອີກວ່າ ດິນບ່ອນດັ່ງກ່າວ ທີ່ເກີດບັນຫາ ເປັນຂອງບໍຣິສັດ ບຸນທ່ຽງ ດວງປະເສີດ ມາດົນແລ້ວ, ແຕ່ໃນສ່ວນຂອງ ຊາວບ້ານ ກໍຢືນຢັນວ່າ ເຂົາເຈົ້າ ມາຢູ່ກ່ອນ ບໍຣິສັດ ໂດຍທີ່ ເຈົ້າໜ້າທີ່ເມືອງ ໄດ້ອອກສິດໃຊ້ ໃຫ້ແກ່ເຂົາເຈົ້າ ກ່ອນທີ່ ບໍຣິສັດ ບຸນທ່ຽງດວງປະເສດີ ຈະເຂົ້າມາເຮັດ ໃບຕາດິນຖາວອນ.
ເພື່ອສອບຖາມຂໍ້ມູນເພີ້ມເຕີມ ເອເຊັຍເສຣີ ໄດ້ຕິດຕໍ່ຫາຄະນະໄກ່ເກັ່ຽ ແລະ ເຈົ້າໜ້າທີ່ ຜແນກຊັພຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫລວງພຣະບາງ, ແຕ່ ເຈົ້າໜ້າທີ່ ທັງສອງພາກສ່ວນ ປະຕິເສດ ທີ່ໃຫ້ຄໍາເຫັນ ໃນເລື້ອງນີ້.