ຊາວບ້ານລໍາບາກເດືອດຮ້ອນ ຍ້ອນເຂື່ອນ ນໍ້າເທີນ 1
2019.07.15

ປະຊາຊົນ ບ້ານທ່າເດື່ອ 100 ປາຍຄອບຄົວ ຢູ່ເມືອງວຽງທອງ ແຂວງບໍຣິຄໍາໄຊ ຊຶ່ງເປັນ 1 ໃນ 7 ບ້ານທີ່ໄດ້ຮັບຜົລກະທົບຈາກໂຄງການ ກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1 ໄດ້ຮັບຄວາມຫຍຸ້ງຍາກລໍາບາກຫຼາຍ ຍ້ອນຍັງບໍ່ໄດ້ຮັບຄ່າຊົດເຊີຍ ແລະບໍ່ມີທີ່ດິນ ທໍາການຜລິດເທື່ອ, ດັ່ງ ປະຊາຊົນ ຜູ້ທີີ່ໄດ້ຮັບຜົລກະທົບ ຈາກໂຄງການດ່ັງກ່າວ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ່ 11 ກໍຣະກະດາ ນີ້ວ່າ:
“ໃນການພັທນາເນາະ ແຈ້ງຊັບສິນຂອງປະຊາຊົນມາເປັນ 2-3 ປີ ເຮັດຫຍັງເຂົາກໍຍັງບໍ່ທັນໃຫ້ເນາະ ບາດນີ້ມັນມີຄວາມຫຍຸ້ງຍາກຫຼາຍຢ່າງ ເສັ້ນທາງໄປ-ມາ ເຂົ້າກໍບໍ່ມີການ ພັທນາໃຫ້ຊິນາ ມັນກໍຢູ່ບໍ່ໄດ້ ບາງຄອບຄົວເຂົາກໍເຮັດຄືຜ່ານມາ ເຂົາບໍ່ເຮັດ ກະບໍ່ມີເຂົ້າກິນຫັ້ນແຫຼ້ວ.”
ປະຊາຊົນຜູ້ນີ້ເວົ້າວ່າທາງໂຄງການ ໃຊ້ເສັ້ນທາງບ້ານທ່າເດື່ອ ໃນການຂົນເຄື່ອງຈັກ ອຸປກອນກໍ່ສ້າງ ເຮັດໃຫ້ທາງເປ່ເພໄປມາບໍ່ສະດວກ ຄືແຕ່ກ່ອນ ທັ້ງໆທີ່ ປະຊາຊົນ ກໍຍັງບໍ່ທັນໄດ້ໂຍກຍ້າຍອອກໄປ ທາງໂຄງກໍບໍ່ມາສ້ອມແປງເສັ້ນທາງໃຫ້ເລີຍ.
ເບື້ອງຕົ້ນ ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ມີແຜນຈະຊົດເຊີຍເງິນໃຫ້ປະຊາຊົນ ໝົດທຸກບ້ານ ພາຍໃນປີ 2018 ແຕ່ກໍຈ່າຍເງິນຊົດເຊີຍ ໄປພຽງ 3 ບ້ານ, ຊຶ່ງເປັນບ້ານນ້ອຍ ມີບໍ່ຮອດ 10 ຄອບຄົວ ສ່ວນອີກ 4 ບ້ານ ທີ່ເປັນບ້ານໃຫຍ່ນັ້ນ ມາຮອດປັດຈຸບັນ ກໍຍັງບໍ່ໄດ້ຮັບ ຄ່າຊົດເຊີຍເທື່ອ.
ກ່ຽວກັບເຣື້ອງດັ່ງກ່າວນີ້ ເຈົ້າໜ້າທີ່ຜແນກພລັງງານແລະບໍ່ແຮ່ ແຂວງບໍລິຄໍາໄຊ ເວົ້າວ່າ ປະຊາຊົນ 4 ບ້ານ ທີ່ຍັງບໍ່ໄດ້ຮັບເງິນຊົດເຊີຍ ນັ້ນມີບ້ານ ທ່າເດື່ອ, ບ້ານວັງໝາກ, ບ້ານພຽງຕົ້ນ ແລະບ້ານໜອງມົນ, ຊຶ່ງທາງໂຄງການ ກໍບໍ່ໄດ້ແຈ້ງເຫດຜົລໃຫ້ຮູ້ ວ່າເປັນຫຍັງຈຶ່ງມີ ຄວາມລ້າຊ້າ, ດັ່ງທ່ານກ່າວວ່າ:
“ລະຍັງ 4 ບ້ານພຸ້ນ ທີ່ຍັງບໍ່ທັນໄດ້ຊົດເຊີຍ ບ້ານຍັບຍ້າຍ ກໍບໍ່ທັນໄດ້ຊົດເຊີຍ ໂຕຫຼາຍກ່ອນໝູ່ ກໍສິແມ່ນທ່າເດື່ອເດີ້ ບ້ານໃຫຍ່ກ່ອນໝູ່ເດ້ ກໍສິອອກແຜນພ້ອມດຽວໝົດຫັ້ນນາ.”
ໃນຂນະດຽວກັນ ວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ໄປຫາ ບໍຣິສັດຜູ້ພັທນາໂຄງການເຂື່ອນໄຟຟ້ານໍ້າເທີນ 1 ເພືຶ່ອຖາມເຖິງການຈ່າຍ ຄ່າຊົດເຊີຍ ໃຫ້ປະຊາຊົນທີ່ໄດ້ຮັບຜົລກະທົບ ແຕ່ບໍ່ມີໃຜຮັບໂທຣະສັບ.
ກ່ອນໜ້ານີ້ບໍ່ດົນ ເຈົ້າໜ້າທີ່ເຂື່ອນໄຟຟ້ານໍ້າເທີນ 1 ເວົ້າກັບວິທຍຸເອເຊັຽເສຣີ ວ່າ ແຜນການຊົດເຊີຍ ເງິນໃຫ້ປະຊາຊົນ ທີ່ໄດ້ຮັບຜົລ ກະທົບນັ້ນ ຈະຈ່າຍພ້ອມກັນໃນມື້ທີ່ໂຍກຍ້າຍ ປະຊາຊົນ ມາຢູ່ບ້ານຈັດສັນໃໝ່ ໃນພຶສຈິກາ ທີ່ຈະມາເຖິງນີ້.
ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ຂນາດ 650 ເມກາວັດ ເຣີ້ມກໍ່ສ້າງມາແຕ່ປີ 2014 ແລະຄາດວ່າ ຈະສ້າງສໍາເຣັດໃນທ້າຍປີ 2019 ນີ້ ໂດຍມີການຮ່ວມທຶນ ຣະຫວ່າງປະເທດ ຄື ບໍຣິສັດພອນສັກກລຸ໊ບ ຂອງລາວ 60%, ບໍຣິສັດ ເອັກໂກ້ ກລຸ໊ບ ຂອງໄທ 25% ແລະບໍຣິສັດ LED ເຈນີເລຊັ້ນ 15% ມູນຄ່າການລົງທຶນ 900 ລ້ານປາຍໂດລາ ສະຫະຣັຖ ກະແສໄຟຟ້າ ທີ່ຜລິດໄດ້ ຈະສົ່ງຂາຍໃຫ້ໄທ.