ຄົນງານລາວຖືກນາຍຈ້າງ ໄທ ບັງຄັບ

ໄຊຍາ
2019.08.06
f-workers ຄົນງານລາວສອງຜົວເມັຽ ທີ່ເຂົ້າໄປຂໍຄວາມເປັນທັມ ຕໍ່ກົມຄຸ້ມຄອງແຮງງານ ແລະ ສວັດດີການສັງຄົມ ຂອງໄທ ໃນວັນທີ 5 ສິງຫາ 2019
LPN

ຄົນງານລາວ 2 ຄົນ ຈາກເມືອງ ຄົງເຊໂດນ ແຂວງສາລະວັນ ທີ່ຖືກນາຍຈ້າງຄົນໄທ ກົດຄ່າແຮງງານ ພ້ອມທັງ ບໍ່ຈ່າຍຄ່າ ແຮງງານ ເຖິງສອງເດືອນ ໄດ້ເຂົ້າຂໍຄວາມເປັນທັມ ຕໍ່ກົມຄຸ້ມຄອງ ແຮງງານ ແລະ ສວັດດີການສັງຄົມ ຂອງໄທ ໃນວັນທີ 05 ສິງຫາ ຜ່ານມາ ເພື່ອໃຫ້ຊ່ອຍຮຽກຮ້ອງ ເອົາຄ່າແຮງງານ ຈາກນາຍຈ້າງຄືນ. ດັ່ງແຮງງານລາວ ໄດ້ກ່າວຕໍ່ RFA ວ່າ:

"ກໍຢາກໃຫ້ເຈົ້າໜ້າທີ່ ຊ່ອຍແນ່ກໍ່ຢາກໃຫ້ໄດ້ຖືກຕ້ອງ ຕາມກົດໝາຍຫັ້ນແຫຼະ ໃຫ້ເຈົ້າໜ້າທີ່ຊ່ອຍດຳເນີນການໃຫ້ ຄັນໄດ້ເງິນກໍສິເມືອບ້ານ ຄັນນາທີນີ້ສຳເຣັດກໍ່ດິໃຈ."

ຄົນງານລາວທີ່ພົບກັບບັນຫາ ທັງສອງຄົນ ເປັນຜົວເມັຽກັນອາຍຸ 25 ປີ ມາເຮັດວຽກ ຢູ່ບາງກອກ ປະເທສໄທ ກັບບໍຣິສັດ DST Security and Service ຕາມຄຳຊັກຊວນຂອງໝູ່ເພື່ອນ ຄົນລາວດ້ວຍກັນ ໂດຍ ຜູ້ເປັນຜົວເປັນຍາມບໍຣິສັດ ສ່ວນເມັຽ ເຮັດວຽກເປັນແມ່ບ້ານ.

ອີງຕາມການບອກເລົ່າຂອງແຮງງານລາວ ໃນການເຮັດວຽກແຕ່ລະມື້ ທັງສອງເຣີ້ມແຕ່ 6 ໂມງແລງ ຫາ 6 ໂມງເຊົ້າ ທຸກວັນໂດຍບໍ່ມີມື້ ພັກໃຫ້ ຮວມທັງເວລາເຮັດວຽກ ກໍ່ບໍ່ມີເວລາພັກໃຫ້ ກິນເຂົ້າຕ້ອງກິນໄປ ເຮັດວຽກໄປ. ກ່ອນໜ້ານີ້ນາຍຈ້າງ ຈ່າຍຄ່າແຮງງານບໍ່ຮອດ 300 ບາດຕໍ່ມື້ ບາງມື້ບໍ່ຮອດ 200 ບາດ ທັງທີ່ວ່າຕົກລົງຕ້ອງຈ່າຍ ໃຫ້ຜູ້ຊາຍ 450 ບາດຕໍ່ມື້ ແລະ ຜູ້ຍີງ 420 ບາດຕໍ່ມື້.

ແຮງງານລາວກ່າວຕື່ມວ່າ ໃນເດືອນທຳອິດ ເຖີງຈະມີການຈ່າຍບໍ່ກົງເວລາ ແຕ່ນາຍຈ້າງກໍ່ຈ່າຍ ແຕ່ເດືອນ ກໍຣະກະດາ ນາຍຈ້າງບໍ່ຈ່າຍ ຄ່າແຮງງານ ໃຫ້ເລີຍຈົນບໍ່ມີເງີນ ຊື້ເຂົ້າກິນ ແຕ່ລະມື້ ເມື່ອໄປຮ້ອງຮຽນ ກໍ່ຖືກຂົ່ມຂູ່ວ່າຈະແຈ້ງຕຳຣວດມາຈັບ ເນື່ອງຈາກຄົນງານທັງສອງ ເຂົ້າມາໄທ ໂດຍມີແຕ່ໜັງສືເດີນທາງ ບໍ່ໄດ້ຜ່ານ MOU.

ຕໍ່ເຫດການນີ້ຄົນງານທັງສອງ ຈຶ່ງໄດ້ແຈ້ງຫາມູນນິທິ LPN ແລະ ທາງມູນນິທິຈື່ງໄດ້ພາໄປຫາທາງການໄທ ໃຫ້ຊ່ອຍເຫຼືອ.

ກ່ຽວກັບເຣື່ອງ ນີ້ ທ່ານ ພິໄຊ ເຈົ້າໜ້າທີ່ກົມຄຸ້ມຄອງແຮງານ ແລະສວັດດີການສັງຄົມຂອງໄທ ທີ່ຮັບການຟ້ອງຮ້ອງ ຂອງຄົນລາວຄັ້ງນີ້ ໄດ້ກ່າວຕໍ່ RFA ວ່າ:

"ກົມສວັດດີການ ແລະຄຸ້ມຄອງແຮງງານ ກໍມີໜ້າທີ່ຖ້າເຈົາເຮັດວຽກ ກໍຕ້ອງໄດ້ຄ່າແຮງງານ ເຮົາກໍ່ຈະໃຫ້ການຄຸ້ມຄອງຊ່ອຍເຫຼືອ ໂດຍບໍ່ ເລືອກສັນຊາດ ຄືເຮັດວຽກແລ້ວຕ້ອງໄດ້ເງີນ."

ປັດຈຸບັນຄົນງານລາວທັງສອງ ໄດ້ໄປອາສັຍຢູ່ມູນນິທິ LPN ເພື່ອລໍຖ້າເຈົ້າໜ້າທີ່ໄທ ຮຽກຮ້ອງເງິນ ທີ່ນາຍຈ້າງບໍ່ໄດ້ຈ່າຍ ສອງເດືອນ ປະມານ ສອງ ໝື່ນບາດ ເຊີ່ງອາດຈະໃຊ້ເວລາສອງອາທິດ ແຕ່ຖ້ານາຍຈ້າງ ຍີນຍອມຈ່າຍໃຫ້ທັນທີ ກໍຈະມອບເງີນ ໃຫ້ຄົນງານ ແລະ ສົ່ງກັບລາວ ຖ້າວ່ານາຍຈ້າງບໍ່ຍອມຈ່າຍ ກໍ່ຈະຕ້ອງໄດ້ຂື້ນສານ ຊຶ່ງອາດຈະໃຊ້ເວລາສາມເດືອນ ຈົນກ່ວາຄະດີຈະແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.