ທະນະຄານໂລກຣາຍງານການ ພັທນາ ຢູ່ລາວ
ຣາຍງານ ການ ພັທນາ ໃນລາວ ຂອງ ທະນາຄານ ໂລກ ປະຈໍາ ປີ 2014 ເວົ້າວ່າ ລາວ ຕ້ອງ ຂຍາຍ ວຽກງານ ການຜລິດ ເພື່ອ ເສຖກິດ ເຕີບໃຫຍ່.
-
ສົມເນ
2015-02-04 -
-
-
Your browser doesn’t support HTML5 audio
ຣາຍງານ ການ ພັທນາ ສປປລາວ ຂອງ ທະນາຄານ ໂລກ ປະຈໍາ ປີ 2014 ທີ່ ພິມ ເຜີຍແພ່ ໃນ ວັນທີ 3 ກຸມພາ 2015 ນີ້ ຣະບຸ ວ່າ ເສຖກິດ ລາວ ເຕີບໃຫ່ຍ ຢ່າງ ໄວວາ ສະເລັ່ຽ 7 ສ່ວນຮ້ອຍ ໃນ ລະຍະ 2 ທົສວັດ ມານີ້ ຊຶ່ງ ຖືວ່າ ເປັນ ອັຕຣາ ສູງ ໃນ ເອເຊັຽ.
ຄາດວ່າ ປະຊາກອນ ຈະ ເພີ້ມຂຶ້ນ ປະມານ 38 ສ່ວນຮ້ອຍ ຈາກ 6 ລ້ານ ກັບ 4 ແສນ ຄົນ ໃນ ປີ 2010 ເປັນ 8 ລ້ານ ກັບ 8 ແສນ ໃນປີ 2030, ຈະມີ ຊາວຫນຸ່ມ ປະມານ ເກືອບ 1 ແສນ ຄົນ ຊອກຫາ ວຽກເຮັດ ງານທໍາ ໃນ ແຕ່ລະ ປີ ໃນ 2 ທົສວັດ ຕໍ່ໜ້າ ນີ້, ດັ່ງນັ້ນ ລາວ ຕ້ອງ ຂຍາຍ ວຽກງານ ການຜລິດ ເພື່ອໃຫ້ ຖານ ເສຖກິດ ເຕີບໃຫຍ່. ການ ຄົ້ນຄວ້າ ຂອງ ທະນາຄານ ໂລກ ພໍ ສລຸບ ຫຍໍ້ໆ ດັ່ງນີ້:
ເສຖກິດ ລາວ ເຕີບໃຫຍ່ ໄວ ສ່ວນຫລາຍ ແລ້ວ ແມ່ນຍ້ອນ ຊັພຍາກອນ ພລັງງານ ໄຟຟ້າ ນໍ້າຕົກ ແລະ ບໍ່ແຮ່,ແຕ່ໄດ້ ສ້າງ ວຽກເຮັດ ງານທໍາ ໃຫ້ຄົນ ນ້ອຍດຽວ ປະມານ 22,000 ວຽກ ເທົ່ານັ້ນ ໃນ ພາກສ່ວນ ທີ່ ກ່າວມານີ້ ແລະ ຄົງຈະບໍ່ ເພີ້ມຂຶ້ນ ຕື່ມຫລາຍ. ປັດຈຸບັນ ວຽກງານ ທີ່ ມີຢູ່ໃນ ລາວ ສ່ວນຫລາຍ ບໍ່ເປັນທີ່ ດຶງດູດ, ການຜລິດ ແລະ ການ ເຕີບໃຫຍ່ ຍັງ ຕໍ່າຢູ່ ອັນເຮັດໃຫ້ ຄ່າຈ້າງ ແຮງງານ ຕໍ່າ.
ບັນຫາ ທີ່ ກ່າວມານີ້ ໄດ້ ສ້າງ ສະພາບ ການ ຫຍຸ້ງຍາກ ແກ່ ທຸຣະກິດ ເຮັດໃຫ້ ການ ລົງທຶນ ພາຍໃນ ແລະ ຕ່າງ ປະເທດ ຜ່າຍໜີ ເວັ້ນ ຈາກວ່າ ບັນຫານີ້ ຖືກ ແກ້ໄຂ ແຕ່ຍັງບໍ່ ເຫັນ ຊ່ອງທາງ ເລີຍວ່າ ເສຖກິດ ຂອງລາວ ໃນ ປັດຈຸບັນ ຈະສ້າງ ໂອ ກາດ ວຽກເຮັດ ງານທໍາ ໃຫ້ ແຮງງານ ຫນຸ່ມນ້ອຍ ຢູ່ ໃນຕລາດ ແຮງງານ ປະມານ 1 ແສນ ຄົນ ໃນ ແຕ່ລະ ປີ.
ແຮງງານ ສ່ວນໃຫຍ່ ຍັງຢູ່ໃນ ວຽກງານ ຜລິດ ຣະດັບ ຕໍ່າ ເຊັ່ນວ່າ ເຮັດໄຮ່ ທໍານາ ອັນ ສະແດງ ວ່າ ລາວ ຍັງ ຕ້ອງການ ແຮງງານ ຫລາຍ ສໍາລັບ ການ ຜລິດ ຣະດັບ ສູງ.
ເພື່ອ ສວຍ ໂອກາດ ໃຫ້ໄດ້ ເຮັດວຽກ ງານທໍາ ທີ່ດີ ຊາວ ຫນຸ່ມ ຕ້ອງການ ມີພື້ນຖານ ສີມື ແຮງງານ ດີ, ແຕ່ສໍາລັບ ລາວ ແລ້ວ ການສຶກສາ ຂອງຄົນ ໃນເຂດ ຊົນະບົດ ບ່ອນທີ່ມີ ແຮງ ງານ ຫລາຍ ນັ້ນ ຍັງຕໍ່າຢູ່ ເມື່ອ ທຽບກັບ ປະເທດ ເພື່ອນບ້ານ. ທະນາຄານ ໂລກ ໃຫ້ ຄໍາ ແນະນໍາ ວ່າ:
ຕ້ອງຍົກ ຣະດັບ ການຜລິດ ກະສິກັມ ໃຫ້ສູງ ເພື່ອ ຍົກຣາຍໄດ້ ໃນ ພາກສວ່ນ ກະສິກັມ, ຄວາມ ຕ້ອງການ ແຮງງານ ໃນ ພາກສ່ວນ ນີ້ ກໍຈະ ຫລຸດລົງ ແລະ ໃນທີ່ສຸດ ຊາວໄຮ່ ຊາວນາ ກໍຈະຍ້າຍ ເຂົ້າໄປ ຫາ ວຽກເຮັດ ງານທໍາ ຢູ່ໃນ ເຂດ ການຜລິດ ຣະດັບ ສູງ. ເພື່ອ ຈະໃຫ້ ແຮງງານ ຮັບວຽກ ຢູ່ໃນ ຣະດັບ ການຜລິດ ສູງ ກໍຕ້ອງ ເຮັດໃຫ້ ຄົນງານ ຫນຸ່ມນ້ອຍ ມີການ ສຶກສາ ສູງ. (ນີ້ ເປັນ ສ່ວນນຶ່ງ ຂອງ ຣາຍງານ)