ບັດເຮັດວຽກໃນໄທ E-work permit

ສິດນີ
2017.06.05
f-e-work ຄົນງານລາວ ທີ່ພາກັນໄປຂໍບັດອະນຸຍາດ E-Work permit ທີ່ແຂວງໜອງຄາຍ ປະເທດໄທ
RFA/PN

ເຈົ້າຫນ້າທີ່ ຈັດຫາວຽກ ຂອງໄທ ທີ່ແຂວງຫນອງຄາຍ ທ່ານນຶ່ງເວົ້າວ່າ ສິດປະໂຫຍດ ທີ່ຄົນງານຕ່າງດ້າວ ຮ່ວມທັງຄົນງານລາວຈະໄດ້ຮັບ ຈາກ ບັດອະນຸຍາດ ເຮັດວຽກ E-WORK PERMIT ມີຫລາຍຢ່າງ ເປັນຕົ້ນ:

1-ຄົນງານສາມາດ ເດີນທາງເຂົ້າອອກ ປະເທດໄທ ໄດ້ຕລອດເວລາ

2-ສາມາດເດີນທາງໄປ ທຸກແຫ່ງໃນໄທ

3-ມີປະກັນສັງຄົມ ແລະ ປະກັນ ສຸຂພາບນຳ ສ

4-ສາມາດເຮັດວຽກ ໃນໄທໄດ້ເຖິງ 4 ປີ ແລະບໍ່ຕ້ອງໄດ້ ຕໍ່ວິຊາ ໃນແຕ່ລະປີ.

ຊຶ່ງແຕກຕ່າງ ຈາກບັດ ສີສົມພູ ຕ້ອງໄດ້ຕໍ່ວິຊາ ປີລະຄັ້ງ ບໍ່ສາມາດ ເດີນທາງ ເຂົ້າອອກ ປະເທດໄທ ໄດ້ຕລອດ ແລະ ບໍ່ມີປະກັນ ສັງຄົມ.

ທ່ານໄດ້ຊັກຊວນ ໃຫ້ຄົນງານລາວ ເຂົ້າມາຂໍໃບ ອະນຸຍາດ ດັ່ງກ່າວ ແຕ່ໃນບາງ ກໍຣະນີ ກໍມີການຊັກຊ້າ ຍ້ອນວ່າ ການຂໍວິຊາໃນ ລາວ ມີການລ່າຊ້າ ເຮັດໃຫ້ ຄົນງານລາວ ຫລາຍຄົນ ທີ່ເຂົ້າມາ ຂໍບັດອະນຸຍາດ ເຮັດວຽກແບບ ອັດຕະໂນມັດ ຫລື SMART CARD ຣະບົບ E-WORK PERMIT ທີ່ ແຂວງຫນອງຄາຍ ບໍ່ມີເວລາພຽງພໍ ໃນການເຮັດບັດ ດັ່ງກ່າວ ພາຍໃນມື້ດຽວ. ບາງຄົນ ຕ້ອງໄດ້ນອນ ຄ້າງຄືນ ທີ່ ແຂວງຫນອງຄາຍ ເພື່ອລໍຖ້າ ຂໍບັດນັ້ນ ໃນມື້ຕໍ່ໄປ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

"ຕອນນີ້ຂອງເຮົາ ປະສົບກັບບັນຫາ ຫນັກ ວິຊາ ຂອງຄົນງານນີ້ ມັນໄດ້ຊ້າ ແລ້ວຄົນຕ່າງດ້າວ ເຂົາຂ້າມມາເຖິງໄທ ປຸບ ມັນກໍຄ່ຳແລ້ວ ເຮົາບໍ່ສາມາດ ເປິດທຳງານຕອນ ສີ່ໂມງເຄິ່ງ ເພາະຄົນງານເຂົາ ຮັບວິຊາ ຕອນບ່າຍ ຊຶ່ງມັນຍືດເຍື້ອ ໄປຮອດສາມ ທຸ່ມ ເຖິງ 4 ທຸ່ມ ໃນແຕ່ລະວັນ".

ທ່ານວ່າ ໃນແຕ່ລະມື້ ຈະມີຄົນງານລາວ ເດີນທາງມາຂໍ E-WORK PERMIT ປະມານ 100-150 ຄົນ ກຸ່ມດັ່ງກ່າວ ໄດ້ຂໍລາພັກ ຈາກ ນາຍຈ້າງ ພຽງແຕ່ ນຶ່ງຫາສອງວັນ ແຕ່ການຂໍ ວີຊາ ແລະ WORK PERMIT ນີ້ໃຊ້ເວລາ ຫລາຍກວ່ານັ້ນ ຈຶ່ງເປັນບັນຫາ ໃຫ້ຄົນງານ ລາວ ກັບນາຍຈ້າງ.

ໃນຣະຍະ 7 ເດືອນ ຜ່ານມາ ມີຄົນງານລາວ ເຂົ້າມາ ຂໍບັດເຮັດວຽກ E-WORK PERMIT ປະມານ 3 ຫາ 4 ພັນຄົນຖືວ່າ ຫນ້ອຍ ຖ້າທຽບໃສ່ຈຳນວນ ຄົນງານລາວໃນໄທ ໃນປັດຈຸບັນ ກວ່ານຶ່ງແສນຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.