ສະຫຼຸບທາງການເງິນ ປະຈໍາວັນທີ 26 ເດືອນພະຈິກ 2024

ອັດຕາແລກປ່ຽນເງິນ ອີງຕາມຂໍ້ມູນ ຈາກທະນາຄານການຄ້າຕ່າງປະເທດ ແລະ ລາຄາຊື້-ຂາຍຄໍາ ປະຈໍາວັນທີ 26 ພະຈິກ 2024, ອີງຕາມຂໍ້ມູນຈາກ ຮ້ານຄໍາພູວົງ.

ຮູບພາບປະກອບ: ໂຕຢ່າງການແລກປ່ຽນເງິນ ຢູ່ ສປປ ລາວ ຮູບພາບຈາກ ວີດີໂອຂອງພົນລະເມືອງ

ອັດຕາແລກປ່ຽນເງິນຕາ ປະຈໍາວັນທີ 26 ພະຈິກ 2024 ນີ້ ຕາມລາຍງານຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ເງິນໂດລາສະຫະຣັດ ອັດຕາຊື້ 1 ໂດລາ - 21,751 ກີບ, ອັດຕາຂາຍ 1 ໂດລາ - 22,015 ກີບ; ເງິນບາດໄທ ອັດຕາຊື້ 1 ບາດ - 621.94 ກີບ, ອັດຕາຂາຍ 1 ບາດ - 634.37 ກີບ; ເງິນຢວນຈີນ ອັດຕາຊື້ 1 ຢວນ - 2,950 ກີບ, ອັດຕາຂາຍ 1 ຢວນ - 3009 ກີບ; ແລະ ເງິນດົງຫວຽດນາມ ອັດຕາຊື້ 1 ດົງ - 0,8895 ກີບ, ອັດຕາຂາຍ 1 ດົງ - 0,9072 ກີບ.    

ລາຄານໍ້າມັນເຊື້ອໄຟ ອີງຕາມລາຄານໍ້າມັນເຊື້ອໄຟ ທີ່ກະຊວງອຸດສາຫະກໍາ ແລະການຄ້າ ປັບຄັ້ງວັນທີ 20 ພະຈິກ 2024 ນີ້, ຢູ່ນະຄອນຫຼວງວຽງຈັນ ແອັດຊັງພິເສດ ລິດໜຶ່ງ 29,410 ກີບ, ແອັດຊັງທໍາມະດາ ລິດນຶ່ງ 22,660 ກີບ, ແລະກາຊວນ ລິດໜຶ່ງ 19,110 ກີບ.  

ສໍາລັບລາຄາຊື້-ຂາຍຄໍາ ໃນມື້ວັນທີ 26 ພະຈິກ 2024 ນີ້ ຢູ່ຮ້ານຄໍາພູວົງ, ຄໍາຮູບປະພັນ ລາຄາຂາຍ 1 ບາດ - 28,369,000 ກີບ, 1 ສະຫຼຶງ 7,094,000 ກີບ, ລາຄາຊື້ 1 ບາດ - 27,460,000 ກີບ, 1 ສະຫຼຶງ 6,840,000 ກີບ; ຄໍາແທ່ງ ລາຄາຂາຍ 1 ບາດ - 28,260,000 ກີບ, ລາຄາຊື້ 1 ບາດ - 27,730,000 ກີບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org