ສະຫຼຸບທາງການເງິນ ປະຈໍາວັນທີ 21 ພະຈິກ 2024

ອັດຕາແລກປ່ຽນເງິນ ອີງຕາມຂໍ້ມູນ ຈາກທະນາຄານການຄ້າຕ່າງປະເທດ ແລະ ລາຄາຊື້-ຂາຍຄໍາ ປະຈໍາວັນທີ 21 ພະຈິກ 2024, ອີງຕາມຂໍ້ມູນຈາກ ຮ້ານຄໍາພູວົງ.

ການຊື້-ຂາຍ ສິນຄ້າ ປະເພດຕ່າງໆ ທີ່ຕະຫລາດສົດແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ (TS), ເດືອນກໍລະກົດ 2024. RFA

ອັດຕາແລກປ່ຽນເງິນຕາ ປະຈໍາວັນທີ 21 ພະຈິກ 2024 ນີ້ ຕາມລາຍງານຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ເງິນໂດລາສະຫະຣັດ ອັດຕາຊື້ 1 ໂດລາ - 21,782 ກີບ, ອັດຕາຂາຍ 1 ໂດລາ - 22,025 ກີບ ; ເງິນບາດໄທ ອັດຕາຊື້ 1 ບາດ - 623.98 ກີບ, ອັດຕາຂາຍ 1 ບາດ - 636.45 ກີບ; ເງິນຢວນຈີນ ອັດຕາຊື້ 1 ຢວນ - 2,953 ກີບ, ອັດຕາຂາຍ 1 ຢວນ - 3,012 ກີບ  ແລະ ເງິນດົງຫວຽດນາມ ອັດຕາຊື້ 1 ດົງ - 0,8906 ກີບ, ອັດຕາຂາຍ 1 ດົງ - 0,9083 ກີບ.    

ລາຄານໍ້າມັນເຊື້ອໄຟ ອີງຕາມລາຄານໍ້າມັນ ທີ່ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ກໍານົດ ໃນມື້ວັນທີ 21 ພະຈິກ 2024 ນີ້, ຢູ່ນະຄອນຫຼວງວຽງຈັນ ແອັດຊັງພິເສດ ລິດນຶ່ງ 29,780 ກີບ, ແອັດຊັງທໍາມະດາ ລິດນຶ່ງ 23,070 ກີບ  ແລະກາຊວນ ລິດນຶ່ງ 19,730 ກີບ. 

ສໍາລັບລາຄາຄໍາ ໃນມື້ວັນທີ 21 ພະຈິກນີ້ ຢູ່ຮ້ານຄໍາພູວົງ, ຄໍາຮູບປະພັນ ລາຄາຂາຍ 1 ບາດ - 28,679,000 ກີບ, 1 ສະຫຼຶງ 7,174,000 ກີບ, ລາຄາຊື້ 1 ບາດ - 27,770,000 ກີບ, 1 ສະຫຼຶງ 6,920,000 ກີບ; ຄໍາແທ່ງ ລາຄາຂາຍ 1 ບາດ - 28,570,000 ກີບ, ລາຄາຊື້ 1 ບາດ - 28,040,000 ກີບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org