ໂຄງການເຂື່ອນເຊປຽນ ເຊນ້ຳນ້ອຍ
ໂຄງການ ສ້າງ ເຂື່ອນ ເຊປຽນ ເຊນ້ຳນ້ອຍ ເລີ້ມ ຍົກຍ້າຍ ຊາວບ້ານ ແລ້ວ ແຕ່ ຍັງບໍ່ທັນ ໃຫ້ ຄ່າ ຊົດເຊີຍ.
-
ອະວາຣີ
2014-11-30 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່ ຂອງ ລາວ ເປີດເຜີຍ ວ່າ ໂຄງການ ເຂື່ອນ ເຊປຽນ ເຊນ້ຳນ້ອຍ ທີ່ ແຂວງ ຈຳປາສັກ ແລະ ອັດຕະປື ໄດ້ ໂຍກຍ້າຍ ປະຊາຊົນ ອອກ ຈາກ ບໍຣິເວນ ຈະ ສ້າງ ເຂື່ອນ ແລ້ວ ແຕ່ ຍັງບໍ່ທັນ ໃຫ້ ຄ່າ ຊົດເຊີຍ ແກ່ ຊາວບ້ານ ທຸກຄົນ ເທື່ອ. ເຈົ້າໜ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່ ທ່ານນັ້ນ ໃຫ້ຣາຍ ລະອຽດ ກ່ຽວກັບ ເຣື່ອງນີ້ ຕື່ມວ່າ:
“ມີແຕ່ວ່າ ເວົ້າເຣື່ອງ ຄ່າ ທົດແທນ ບ່ອນໃດ ມັນຖືກ ມໍ່ໆນີ້ ກ່ອນ ເພິ່ນໄດ້ ທົດແທນ ໄປແລ້ວ ແຕ່ວ່າ ບ່ອນໃດ ບໍ່ທັນໄດ້ ມັນຍັງຢູ່ ໄກ ຄອງ ເໝືອງ ເຂົາຍັງ ບໍ່ທັນເຮັດ ບໍ່ທັນໄດ້ ທົດແທນ ຈັດສັນ ປະຊາຊົນ ຫລື ວ່າຟື້ນຟູ ພື້ນທີ່ ຄວາມເປັນຢູ່ ຂະເຈົ້າ ເຂົາຍັງ ບໍ່ທັນມີ ທຶນບຸກເບີກ ໃຫ້ ປະຊາຊົນ.”
ເຈົ້າໜ້າທີ່ ເວົ້າອີກ ວ່າ ປະຊາຊົນ ທັງໝົດ 371 ຄອບຄົວ ໃນ 8 ບ້ານ ໃນ ແຂວງ ຈຳປາສັກ ແລະ ອັດຕະປີ ຈະໄດ້ຮັບ ຜົນກະທົບ ຈາກ ໂຄງການ ສ້າງ ເຂື່ອນ ເຊປຽນ ເຊນ້ຳນ້ອຍ ປັດຈຸບັນ ຊາວບ້ານ ປະມານ 300 ຄອບຄົວ ໄດ້ ໂຍກຍ້າຍ ໄປຢູ່ ບ້ານໃຫຍ່ ບ້ານ ດຽວກັນ ແລ້ວ ຍັງເຫລືອ ຢູ່ 71 ຄອບຄົວ ທີ່ ຍັງລໍຖ້າ ໂຍກຍ້າຍ ແລະ ຄ່າ ຊົດເຊີຍ.
ເຂື່ອນ ເຊປຽນ ເຊນ້ຳນ້ອຍ ແຫ່ງນີ້ ຕັ້ງຢູ່ ໃນເຂດ ເມືອງ ປາກຊ່ອງ ແຂວງ ຈຳປາສັກ ແລະ ເມືອງ ສາມັກຄີໄຊ ແຂວງ ອັດຕະປື ຈະມີ ກໍາລັງ ການຜລິດ 390 ເມກາວັດ ປັດຈຸບັນ ເລີ້ມສ້າງ ໄປ ແດ່ແລ້ວ ແລະ ຄາດວ່າ ຈະສ້າງ ໃຫ້ສຳເຣັດ ພາຍໃນ ປີ 2019.
ຂ່າວ ບໍ່ໄດ້ແຈ້ງ ຣາຍ ລະອຽດ ວ່າ 4 ບໍຣິສັດ ຈາກ ເກົາຫລີໃຕ້ ໄທ ແລະ ລາວ ໄດ້ລົງທຶນ ເທົ່າໃດ ເພື່ອສ້າງ ເຂື່ອນ ດັ່ງກ່າວ. ເມື່ອ ສ້າງແລ້ວ ຈະສົ່ງຂາຍ ໄຟຟ້າ 60 ສ່ວນຮ້ອຍ ໃຫ້ ປະເທດ ເພືື່ອນບ້ານ ເຫລືອນັ້ນ 40 ສ່ວນຮ້ອຍ ຈະໃຊ້ ພາຍໃນ ປະເທດ.