ກະສິກອນວຽດນາມຮ້ອນໃຈຕໍານິ ເຂື່ອນລາວ

ໂຄງການ ເຂື່ອນ ດອນສະໂຮງ ແລະ ໄຊຍະບູຣີ ຖືກ ປະນາມ ຈາກ ຊາວ ກະສິກອນ ວຽດນາມ ທັ້ງໆ ທີ່ ຍັງສ້າງ ບໍ່ແລ້ວ ແລະ ບໍ່ທັນສ້າງ ເທື່ອ.

ດອນຫະຫົງ ໃນຂົງເຂດ ທີ່ ໂຄງການ ສ້າງເຂື່ອນ ມີຂື້ນ. RFA

 

ຫນັງສືພິມ ວຽດນາມ ແນັດ ຣາຍງານ ວ່າ ຜົລກະທົບ ຈາກການ ສ້າງເຂື່ອນ ໃສ່ ແມ່ນ້ຳຂອງ ດັ່ງ ເຂື່ອນ ດອນສະໂຮງ ແລະ ເຂື່ອນ ໄຊຍະບູຣີ ຈະສົ່ງ ຜົລກະທົບ ຕໍ່ ວຽດນາມ ໃນເຂດ ສາມຫລ່ຽມ ປາກ ແມ່ນ້ຳຂອງ ຢ່າງ ຫລີກລຽງ ບໍ່ໄດ້. ດັ່ງພັຍ ນ້ຳຖ້ວມ ແລະ ນ້ຳ ເກືອ ຈະ ໄຫລເຂົ້າສູ່ ພື້ນທີ່ ປູກເຂົ້າ ໃນ ຫລາຍແຂວງ ຢູ່ປາກ ແມ່ນ້ຳ, ດິນຕົມ ແລະ ແຮ່ທາດ ທີ່ ອຸດົມ ສົມບູນ ຈາກ ແມ່ນ້ຳຂອງ ກໍຈະມາ ບໍ່ຮອດເຂດ ສາມຫລ່ຽມ ປາກ ແມ່ນ້ຳ.

ຊາວນາ ວຽດນາມ ຜູ້ທີ່ ເຂົ້າຮ່ວມ ສຳມະນາ ທີ່ ເມືອງ ກັນໂທ ໃນມື້ ວັນທີ 21 ຫາ 22 ສິງຫາ ປີນີ້ ກ່ຽວກັບ ໂຄງການ ເຂື່ອນ ດອນ ສະໂຮງ ທີ່ ຈະສ້າງໃສ່ ແມ່ນ້ຳຂອງ ສາຍຫລັກ ໄດ້ສະແດງ ຄວາມ ເປັນຫວ່ງ ໃນ ຜົລກະທົບ ຂອງ ໂຄງການ ດັ່ງກ່າວ.

ນາຍ ຫງຽນ ວັນຮຽບ ຊາວນາ ຈາກ ເມືອງ ນາມນອງ ແຂວງ ດົງທັບ ເວົ້າວ່າ ທີ່ ຜ່ານມາ ພວກເຮົາ ສາມາດ ພຍາກອນ ສະພາບ ອາກາດ ໄດ້ດີ ໂດຍອີງໃສ່ ການໄຫລ ແບບ ທັມມະຊາດ ຂອງນ້ຳ ແລະ ສາມາດ ຮັບມື ກັບ ພັຍ ທັມມະຊາດ ນຳອີກ ດັ່ງ ນ້ຳຖ້ວມ ແຕ່ໃນ ປັດຈຸບັນ ພວກເຮົາ ບໍ່ສາມາດ ຮັບມື ກັບ ພັຍ ທັມມະຊາດ ໄດ້ຍ້ອນ ການປ່ຽນແປງ ຂອງ ກະແສ ນ້ຳ ໄຫລ ທັ້ງໆ ທີ່ ຍັງບໍ່ທັນ ໄດ້ສ້າງ ເຂື່ອນ ເທື່ອ.

ນາຍ ວັນຮຽບ ຍັງບອກ ອີກວ່າ ໃນ ປັດຈຸບັນ ຊາວນາ ວຽດນາມ ຍາກ ໃນການ ວາງແຜນ ປູກຝັງ ຍ້ອນວ່າ ມີ ນ້ຳຖວ້ມ ຫລາຍໃນຊ່ວງ ຍາມຝົນ ຍາມແລ້ງ ກໍ ປະສົບ ກັບ ພັຍ ແຫ້ງແລ້ງ ແລະ ກໍເປັນທີ່ມາ ຂອງ ນ້ຳເກືອ ໃນນາ ປູກເຂົ້າ. ນັກຄົ້ນຄວ້າ ວຽດນາມ ເວົ້າວ່າ ໂຄງການ ເຂື່ອນ ດອນສະໂຮງ ຈະ ຫລຸດ ຣະດັບ ການໄຫລ ຂອງ ນ້ຳຂອງ 50%  ລົງສູ່ ຂ້າງລຸ່ມ ໃນຊ່ວງ ຣະດູ ແລ້ງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org