ເຂື່ອນດອນສະໂຮງເລີ້ມຂຶ້ນ ແບບ ງຽບໆ

ກ່ອນໜ້າ ຂອງ ຂັ້ນຕອນ ການປຶກສາ ຫາລື ລ່ວງໜ້າ ນັ້ນ ໂຄງການ ເຂື່ອນ ດອນສະໂຮງ ໄດ້ ເລີ້ມຂຶ້ນ ແບບ ງຽບໆ.

ສາຍນໍ້າຂອງ ໃນເຂດ ຈະສ້າງເຂື່ອນ ດອນສະໂຮງ ພາກໃຕ້ຂອງລາວ RFA

 

ອົງການ ແມ່ນໍ້າ ສາກົນ ອອກ ບົດຄວາມ ວ່າ ກ່ອນ ຂັ້ນຕອນ ການປຶກສາ ຫາລື ລ່ວງໜ້າ ນັ້ນ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ເລີ້ມຂຶ້ນ ແບບ ບໍ່ມີໃຜ ຮູ້ນໍາ. ອົງການ ແມ່ນໍ້າ ສາກົນ ຖແລງວ່າ ພາຍຫລງ ກອງ ປະຊຸມ ຄນະກັມການ ຮ່ວມ ກັມມາທິການ ແມ່ນໍ້າຂອງ MRC ຢູ່ກຸງ ພະນົມເປັນ ເມື່ອ ອາທິດ ຜ່ານມານີ້, ໃນທີ່ສຸດ MRC ກໍຢືນຢັນ ວັນເວລາ ຂອງການເລີ້ມ ຂັ້ນຕອນ ປຶກສາ ຫາລື ລ່ວງໜ້າ ແມ່ນ ວັນທີ່ 25 ກໍຣະກະດາ ຊຶ່ງ ມັນກາຍ ໄປແລ້ວ 2 ເດືອນ ກວ່າ, ໝາຍຄວາມ ວ່າ ຂັ້ນຕອນ ການປຶກສາ ຫາລື ຂອງ 4 ປະເທດ ນີ້ ສໍາເຣັດ ໄປເກືອບ ເຄິ່ງນຶ່ງ ແລ້ວ. ຂັ້ນຕອນ ການປຶກສາ ຫາລື ລ່ວງໜ້າ ເລີ້ມຂຶ້ນ ໃນ ຖ້າມກາງ ຄວາມ ເປັນຫ່ວງ ເຖິງຄວາມ ຖືກຕ້ອງ ວ່າ ເຂື່ອນ ດອນສະໂຮງ ຈະດໍາເນີນ ຕໍ່ໄປ ຫລືບໍ່?

ໃນ ກອງປະຊຸມ ຄນະມົນຕຣີ ກັມມາທິການ ແມ່ນໍ້າຂອງ ເມື່ອເດືອນ ມີຖຸນາ ຣັຖບານ ລາວ ປະກາດວ່າ ຈະສົ່ງ ເອກສານ ວ່າດ້ວຍ ການປຶກສາ ຫາລື ລ່ວງໜ້າ ເຣື້ອງ ເຂື່ອນ ດອນສະໂຮງ ໃຫ້ ກັມມາທິການ ແມ່ນໍ້າ ຂອງ, ແຕ່ ໃນຂນະ ດຽວກັນ ພັດ ດໍາເນີນ ການ ພັທນາ ໂຄງການ ໄປ ພ້ອມໆກັນ.

ເຖິງແມ່ນວ່າ ຣັຖບານ ລາວ ປະຊາສັມພັນ ຕໍ່ ສາທາຣະນະຊົນ ວ່າຈະບໍ່ ດໍາເນີນ ວຽກງານ ກໍ່ສ້າງໃດໆ ໃນຣະຫ່ວາງ ການດໍາເນີນ ຂັ້ນ ຕອນ ປຶກສາ ຫາລື ລ່ວງໜ້າ ແຕ່ວ່າ ບໍຣິສັດ Mega-first Corporation Berhard ຜູ້ຮັບ ສັມປະທານ ໂຄງການ ຢືນຢັນວ່າ ວຽກງານ ກໍ່ສ້າງ ຢູ່ໃນເຂດ ໂຄງການ ດໍາເນີນໄປ ເລື້ອຍໆ. ຍິ່ງໄປ ກວ່ານັ້ນ ປາກົດວ່າ ການ ເຈຣະຈາ ຈັດຫາ ເຄື່ອງ ອຸປກອນ ຕ່າງໆ ແລະ ສັນຍາ ການ ຕົກລົງ ກໍາລັງ ດໍາເນີນຢູ່ ກັບ ບໍຣິສັດ Synohydro ຂອງ ປະເທດຈີນ.

ກໍຣະນີ ເຂື່ອນ ດອນສະໂຮງ ກໍຄ້າຍຄື ກັນກັບ ເຂື່ອນ ໄຊຍະບູຣີ ຊຶ່ງ ມີການ ສັນຍາ ຕົກລົງ ກັນກ່ອນ ແລ້ວ ອັນເຮັດໃຫ້ ການປ່ຽນແປງ ເຣື້ອງ ອອກແບບ ເປັນໄປໄດ້ ຍາກ ແລະ ມີຣາຄາ ແພງ. ຫລາຍ ອົງການ ກ່ຽວ ຂ້ອງ ຂອງ ສາກົນ ວ່າ ການສຶກສາ ແລະ ຕີຣາຄາ ຜົນກະທົບ ສິ່ງແວດລ້ອມ ຄວນມີ ພາກສ່ວນ ການຈັດຕັ້ງ ທາງສັງຄົມ ເຂົ້າຮ່ວມ ນໍາ ແຕ່ ປາກົດວ່າ ບໍ່ມີການ ປະກາດ ວັນເວລາ ການ ປຶກສາ ຫາລື ກັບ ອົງການ ຈັດຕັ້ງ ທາງສັງຄົມ ຂອງ ກໍາພູຊາ ວຽດນາມ ແລະ ໄທ ເລີຽ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org