ເຂື່ອນປາກແບງຍັງບໍ່ໄດ້ ໄຟຂຽວ
ໂຄງການ ເຂື່ອນ ນໍ້າຂອງ ປາກແບງ ຍັງຢູ່ໃນ ຂັ້ນ ພິຈາຣະນາ ອະນຸມັດ ຈາກ ຣັຖບານ.
-
ສົມເນ
2016-02-08 -
-
-
Your browser doesn’t support HTML5 audio
ໂຄງການ ສ້າງເຂື່ອນ ໃສ່ນໍ້າຂອງ ເຂດເມືອງ ປາກແບງ ແຂວງ ອຸດົມໄຊ ປັດຈຸບັນ ຢູ່ໃນຂັ້ນ ການ ພິຈາຣະນາ ອະນຸມັດ ຈາກ ຣັຖບານ ຫລັງຈາກ ການສຶກສາ ຜົນກະທົບ ຕໍ່ ສິ່ງແວດລ້ອມ ບົດສໍາຣວດ ແລະ ອອກແບບ ໄດ້ສໍາເຣັດ ໄປດົນແລ້ວ. ຕາມການ ເປີີດເຜີຍ ຂອງ ເຈົ້າໜ້າທີ່ ຜແນກ ສິ່ງແວດລ້ອມ ແຂວງ ອຸດົມໄຊ:
"ຍັງຢູ່ໃນຂັ້ນ ສໍາຣວດ ອອກແບບ ລໍຖ້າ ຣັຖບານ ອະນຸມັດ. MOU ນີ້ ເຊັນແລ້ວນະ ເຊັນໃນຂັ້ນ ສໍາຣວດ ອອກແບບ ນັ້ນນະ ແຕ່ວ່າ ດຽວນີ້ຍັງຢູ່ ໃນຂັ້ນທີ່ວ່າ ຜ່ານ ບົດສໍາຣວດ ອອກແບບ ນໍາຣັຖບານ ຢູ່ດຽວນີ້ ສິ່ງແວດລ້ອມ ນັ້ນເຂົາເຈົ້າ ເຮັດແລ້ວ ໝົດແລ້ວ ຍັງບໍ່ໄດ້ ຜ່ານ ຣັຖບານ ບໍ່ທັນຮູ້ວ່າ ຣັຖບານໃຫ້ຜ່ານ ຫລື ບໍ່ຜ່ານ".
ທ່ານ ອະທິບາຍ ວ່າ ຜ່ານມາ ທາງການ ໄດ້ຊີ້ແຈງ ຕໍ່ ປະຊາຊົນ ທີ່ຢູ່ໃກ້ ຈຸດກໍ່ສ້າງ ເປັນທີ່ຮຽບຮ້ອຍ ແລ້ວ ໃນນັ້ນ ມີ 9 ຄອບຄົວ ແລະ ໄດ້ຍ້າຍເຂົາເຈົ້າ ຂຶ້ນໄປຢູ່ ພື້ນທີ່ສູງ ແລ້ວ:
"ເຮົາໄດ້ໄປ ສຶກສາ ປະຊາຊົນ ແລ້ວນະ ກໍມີຫຼາຍອັນ ທີ່ເຮົາໄດ້ ສື່ສານ ເພາະວ່າ ຢູ່ເຂດນັ້ນ ມັນບໍ່ມີບ້ານ ປະຊາຊົນ ຫຼາຍປານໃດ ຫັ້ນນະ ບໍ່ມີໂຍກຍ້າຍ ມີແຕ່ ຍັບບ້າຍ ຢູ່ແຄມຂອງ ຂຶ້ນມາເທິງ ເຄື່ອນຍ້າຍ ບ້ານແທ້ບໍ່ມີ ປະມານ 5 ຫາ 6 ຫລື 9 ຄອບຄົວ".
ໂຄງການ ເຂື່ອນ ປາກແບງ ທີ່ ສ້າງໃສ່ ແມ່ນໍ້າຂອງ ເຂດ ແຂວງອຸດົມໄຊ ມີການເຊັນ ບົດບັນທຶກ ຄວາມເຂົ້າໃຈ ຣະຫ່ວາງ ຣັຖບານ ກັບ ບໍຣິສັດ ຣັຖວິສາຫະກິດ ຕ້າຖັງ ຂອງຈີນ. ການສໍາຣວດ ອອກແບບ ສໍາເຣັດ ຫຼາຍປີແລ້ວ ມີການລົງນາມ ສັນຍາ ໃຫ້ ບໍຣິສັດ ຕ້າຖັງ ເປັນ ຜູ້ດໍາເນີນ ວຽກງານ ກໍ່ສ້າງ ເມື່ອປະມານ 5 ປີ ກ່ອນ ແຕ່ຍັງລໍຖ້າ ການ ອະນຸມັດ ຈາກ ຣັຖບານ ຢູ່.