ເຂື່ອນປາກແບງເລີ້ມແລ້ວ
ໂຄງການ ກໍ່ສ້າງ ເຂື່ອນ ໄຟຟ້າ ປາກແບງ ແຂວງ ອຸດົມໄຊ ກໍາລັງ ເລີ້ມ ສ້າງຖນົນ, ບ່ອນພັກ ຂອງຄົນງານ ໂດຍທີ່ ປະຊາຊົນ ທ້ອງຖິ່ນ ບໍ່ຮູ້ ເຣຶ້ອງ ນຳ ພໍເທົ່າໃດ.
-
ຈໍາປາທອງ
2015-09-24 -
-
-
Your browser doesn’t support HTML5 audio
ບໍຣິສັດ ຕ້າຖັງ ຂອງ ຈີນ ໄດ້ເລິ່ມ ກໍ່ສ້າງ ບ່ອນຢູ່ ພັກເຊົາ ໃຫ້ ຄົນງານ ແລະ ສ້າງທາງ ເຂົ້າສູ່ເຂດ ຂອງ ການສ້າງ ເຂື່ອນ ໄຟຟ້າ ປາກແບງ ແຂວງ ອຸດົມໄຊ, ໂດຍ ຈະ ມີຄົນງານ ຈີນ ແລະ ວຽດນາມ ເຂົ້າມາ ກໍ່ສ້າງ ໃນມໍ່ໆນີ້ ແຕ່ ກໍບໍ່ຮູ້ ວ່າ ຈະລົງມື ສ້າງ ເຂືຶ່ອນ ນັ້ນ ເມື່ອໃດ ກັນແທ້. ຕາມຄຳເວົ້າ ຂອງ ຊາວບ້ານ ຢູ່ ເມືອງ ປາກແບງ ຕໍ່ ເອເຊັຽ ເສຣີ ໃນ ວັນທີ 23 ກັນຍາ 2015 ນີ້:
"ໄດ້ຍິນວ່າ ທາງການ ຈະ ສ້າງ ເຂື່ອນ ນ້ຳຂອງ ກຳລັງ ປຸກ ເຮືອນນອນ ຂອງ ກັມມະກອນ ກຳລັງ ເພິ່ນ ທະລຸທາງ ມາຫຍັງໆ ກໍຕຽມໄປ ແລ້ວນະ ຂະເຈົ້າ ເອົາຣົດມາ ເຮັດທາງ ເຮັດຫຍັງ ແລ້ວນະ".
ແລະ ຊາວເມືອງ ປາກແບງ ທີ່ ເປັນ ພະນັກງານ ໂຮງແຮມ ກໍເວົ້າວ່າ ທາງການ ບໍ່ໄດ້ໃຫ້ ຊາວບ້ານ ຮູ້ ຣາຍລະອຽດ ຫຍັງຫຼາຍ ຈຶ່ງ ບໍ່ກ້າອອກ ຄວາມເຫັນ ແລະ ບໍ່ມີສ່ວນ ຮ່ວມ ໃນການ ຕັດສິນໃຈ ກ່ຽວກັບ ການສ້າງເຂື່ອນ ນັ້ນ, ມີແຕ່ ເຈົ້ານາຍ ຮວມທັງ ເຈົ້າແຂວງ ເພິ່ນ ພາກັນ ປະຊຸມ ແລະ ຟັງຄຳຊີ້ແຈງ ຈາກ ທາງການ ທີ່ ກ່ຽວຂ້ອງ:
"ອັນນີ້ ກໍບໍ່ເຂົ້າໃຈ ປານໃດ ບໍ່ຮູ້ເລີຍ ແລ້ວແຕ່ ຜູ້ໃຫຍ່ ເພິ່ນເຮັດ ອັນນີ້ ກໍເອົາ ປະຊາຊົນ ກໍບໍ່ຮູ້ ອັນນີ້ ເອົາແຕ່ ເຈົ້ານາຍ ເຈົ້າເມືອງ ເຈົ້າແຂວງ ມາປະຊຸມ ກັນ ມາປຶກສາ ຫາລື ກັນ ເຈົ້ານາຍ ເພິ່ນ ໂອເຄ ກໍ ໂອເຄ ຕາມເພິ່ນ".
ເຂື່ອນ ປາກແບງ ຂນາດ 912 MW ທີ່ ບໍຣິສັດ Datang International ຂອງຈີນ ຈະເປັນ ຜູ້ສ້າງ ທີ່ຈະກັ້ນ ແມ່ນ້ຳຂອງ ນັ້ນ, ຈະເຮັດໃຫ້ ນໍ້າຖ້ວມ 16 ບ້ານ ຮວມທັງ ບ້ານ ຫ້ວຍແຄນ, ບ້ານ ຫ້ວຍຄູນ, ບ້ານ ຫ້ວຍສິດ ແລະ ຢູ່ຝັ່ງໄທ ກໍ ຈະໄດ້ຮັບ ຜົລກະທົບ ນຳ ດ້ວຍ.
ໜັງສືພິມ ທາງການ ລາວ ຣາຍງານ ໃນ ວັນທີ 23 ກັນຍາ ນີ້ວ່າ ທ່ານ ຄຳມະນີ ອິນທິລາດ ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ໄດ້ຫາລື ກັບ ທູດ ຈີນ ກ່ຽວກັບ ໂຄງການ ເຂື່ອນ ປາກແບງ ໂດຍໃຊ້ ບົດຮຽນ ຈາກ ໂຄງການ ເຂື່ອນ ໄຊຍະບູຣີ ແລະ ເຂື່ອນ ດອນສະໂຮງ ຊຶ່ງ ເປັນສອງ ໂຄງການ ທຳອິດ ຢູ່ ສປປລາວ ທີ່ ສ້າງກັ້ນ ແມ່ນ້ຳຂອງ.