ເຂື່ອນດອນສະໂຮງຢູ່ໃນຣາຍການ ກອງ ປະຊຸມ
ການ ສົນທະນາ ເຣື້ອງ ເຂື່ອນ ດອນສະໂຮງ ຈະຢູ່ໃນ ຣາຍການ ກອງ ປະຊຸມ ສະພາ ມົນຕຣີ ແມ່ນໍ້າຂອງ ທີ່ ເມືອງ ຊຽງໃໝ່ ໃນທ້າຍ ເດືອນ ມີຖຸນາ ນີ້.
-
ສົມເນ
2014-06-08 -
-
-
Your browser doesn’t support HTML5 audio
ກອງປະຊຸມ ປະຈໍາປີ ຂອງ ສະພາ ມົນຕຣີ ແມ່ນໍ້າຂອງ ປະກອບ ດ້ວຍ ຣັຖມົນຕຣີ ການຈັດການ ນໍ້າ ແລະ ສິ່ງແວດລ້ອມ ຈາກ 4 ປະເທດ ລຸ່ມ ແມ່ນໍ້າຂອງ ລາວ ກໍາພູຊາ ວຽດນາມ ແລະໄທ ຈະມີຂຶ້ນ ຣະຫ່ວາງ ວັນທີ່ 26-27 ມີຖຸນາ ນີ້, ນອກຈາກ ຈະ ສົນທະນາ ກັນເຣື້ອງ ນະໂຍບາຍ ທີ່ກ່ຽວຂ້ອງ ກັບ ກັມມາທິການ ແມ່ນໍ້າຂອງ ການຈັດການ ນໍ້າ ໃນ ແມ່ນໍ້າຂອງ ຕອນລຸ່ມ ຣະດັບ ນະໂຍບາຍ ແລ້ວ, ປີນີ້ ຍັງຈະໄດ້ ຮັບ ພິຈາຣະນາ ຜົນຂອງ ກອງປະຊຸມ ກັມມາທິການ ຮ່ວມ ແມ່ນໍ້າຂອງ Joint committee ເຣື້ອງ ໂຄງການ ເຂື່ອນ ດອນສະໂຮງ ເມື່ອ ເດືອນ ມົກກະຣາ ຜ່ານມາ, ຕາມການ ອະທິບາຍ ຂອງ ເຈົ້າໜ້າທີ່ ກໍາມາທິການ ແມ່ນໍ້າຂອງ ໃນວັນ ທີ 6 ມີຖຸນາ ຈາກ ນະຄອນ ຫລວງ ວຽງຈັນ:
"ປີນີ້ ຈະມີເຣື້ອງ ຜົນ ກອງປະຊຸມ ດອນສະໂຮງ ໃນຊ່ວງ ເດືອນ ມົກກະຣາ ທີ່ ຜ່ານມາ ຊຶ່ງເປັນການ ປະຊຸມ ໃນຣະດັບ ຄະນະ ກັມມະການ ຮ່ວມ joint committee ຣະດັບ ທີ່ ຕໍ່າກ່ວາ council ທີ່ ຈະມີໃນ ເດືອນ ນີ້ແລ້ວ council ກໍຈະ ພິຈາຣະນາ ເອົາຄໍາ ຂອງ ກອງປະຊຸມ Joint committee ໃນເດືອນ ມົກກະຣາ ເພາະວ່າ ໃນ ຊ່ວງເດືອນ ມົກກະຣາ 4 ປະເທດ ລົມກັນ ເຣື້ອງ ໂຄງການ ເຂື່ອນ ດອນສະໂຮງ ຊຶ່ງຫລັງຈາກ ທີ່ ປະຊຸມ ເສັດແລ້ວ ທັງ 4 ປະເທດນີ້ ຫາຂໍ້ ສລຸບຮ່ວມກັນ ບໍ່ໄດ້ວ່າ ໂຄງການ ດອນສະໂຮງ ຄວນຈະເຂົ້າ ຂະບວນການ ປຶກສາ ຫາລື ລ່ວງໜ້າ (prior consultation) ຂອງ MRC ບໍ່".
ຄະນະ ກັມມະການ ຮ່ວມ ຝ່າຍລາວ ຊຶ່ງເປັນ ປະເທດ ເຈົ້າຂອງ ໂຄງການ ເຫັນວ່າ ໂຄງການ ເຂື່ອນ ດອນສະໂຮງ ນີ້ ຜ່ານຂະບວນ ການແຈ້ງ ໃຫ້ຊາບ (Notification) ຢ່າງດຽວ ກໍພໍ ບໍ່ຈໍາເປັນ ຕ້ອງປຶກສາ ຫາລື ລ່ວງໜ້າ ຢ່າງເປັນ ທາງການ, ແຕ່ອີກ ຄະນະ ກັມະການ ຮ່ວມ 3 ປະເທດ ຢາກໃຫ້ ມີການ ປຶກສາ ຫາລື ລ່ວງໜ້າ ເພາະເຫັນວ່າ ຈະມີ ຜົນກະທົບ ຕໍ່ ຣະບົບ ນິເວດ ແລະ ຜົນກະທົບ ຕໍ່ ຊີວິດການ ເປັນຢູ່ ຂອງ ພົລເມືອງ ຢູ່ ແມ່ນໍ້າຂອງ ຕອນລຸ່ມ.
ເມື່ອຕົກລົງ ກັນ ບໍ່ໄດ້ແລ້ວ ຈຶ່ງຍົກເອົາ ບັນຫາ ນີ້ ໃຫ້ ກອງປະຊຸມ ຄະນະມົນຕຣີ mrc ພິຈາຣະນາ ວ່າ ໂຄງການເຂື່ອນ ດອນສະໂຮງ ຄວນຈະຜ່ານ ຂະບວນການ ແຈ້ງໃຫ້ຊາບ ລ່ວງໜ້າ ຢ່າງດຽວ ຫລື ຄວນຜ່ານ ຂະບວນການ ປຶກສາ ຫາລື ລ່ວງໜ້າ ຂອງ ຄະນະ ກັມມາທິການ ແມ່ນໍ້າຂອງ ກ່ອນຈະລົງມື ສ້າງ.