ເຂື່ອນນ້ຳຂອງແຫ່ງທີສາມ ຂອງລາວ
ສປປລາວ ຈະສ້າງເຂື່ອນ ໃສ່ ແມ່ນ້ຳຂອງ ແຫ່ງທີສາມ ຈະເປັນພັຍ ນາບຂູ່ ຕໍ່ ແມ່ນ້ຳຂອງ ໂດຍສະເພາະ ໃນ ວຽດນາມ.
-
ສິດນີ
2016-07-29 -
-
-
Your browser doesn’t support HTML5 audio
ດຣ ວູທັນຮົວ ປະທານ ສະມາຄົມ ຊັພຍາກອນນ້ຳ ແລະ ອະດີດ ຮອງ ຣັຖມົນຕຣີ ກະຊວງ ກະສິກັມ ແລະ ການພັທນາ ຊົນນະບົດ ຂອງວຽດນາມ ກ່າວວ່າ ຣັຖບານວຽດນາມ ຕ້ອງ ຊອກຊ່ອງທາງ ແກ້ໄຂບັນຫາ ທີ່ ປະເທດ ເພື່ອນບ້ານ ສ້າງເຂຶ່ອນໃສ່ ແມ່ນ້ຳຂອງ ຫຼາຍຂຶ້ນ.
ທ່ານວ່າ ສປປລາວ ກຳລັງ ຈະສ້າງເຂື່ອນ ໄຟຟ້າ ແຫ່ງທີ 3 ໃສ່ແມ່ນ້ຳຂອງ ທັ້ງໆທີ່ມີ ການຕັກເຕືອນ ຈາກ ປະເທດ ອ້ອມຂ້າງ. ນັກຊ່ຽວຊານ ເວົ້າວ່າ ການສ້າງ ເຂຶ່ອນໃສ່ ແມ່ນ້ຳຂອງ ຫຼາຍເກີນໄປນັ້ນ ນ້ຳໃນ ແມ່ນ້ຳຂອງ ອາຈຫມົດໄປ ເທື່ອລະເລັກ ລະນ້ອຍ. ໃນຍາມ ຣະດູແລ້ງ ປະເທດ ທີ່ມີເຂື່ອນ ກໍຈະກັກນ້ຳ ໄວ້ເພື່ອປັ່ນ ໄຟຟ້າ ແຕ່ສຳລັບ ວຽດນາມ ຊື່ງ ເປັນປະເທດ ຢູ່ລຸ່ມເຂື່ອນ ຈະບໍ່ ມີນ້ຳ ພຽງພໍ ສຳລັບການ ຊົລປະທານ.
ທ່ານ ວູທັນຮົວ ເວົ້າວ່າ ສິ່ງທີ່ ຣັຖບານວຽດນາມ ຄວນເຮັດ ກໍຄື ສ້າງອ່າງ ເກັບນ້ຳໄວ້ ໃນຣະດູຝົນ ເພື່ອ ໃຊ້ໃນການ ຊົລປະທານ ໃນ ຣະດູແລ້ງ ວຽດນາມ ຖືກເຕືອນເມື່ອ ສີບປີ ຜ່ານມາວ່າ ນ້ຳ ໃນແມ່ນ້ຳຂອງ ໃນວຽດນາມ ອາຈຫມົດໄປ ຊຶ່ງ ປັດຈຸບັນ ການໄຫຼ ຂອງນ້່ຳ ໃນເຂດ ສາມຫລ່ຽມປາກ ແມ່ນ້ຳຂອງ ມີ ຢູ່ປະມານ 6 ພັນ ແມັດກ້ອນ ຕໍ່ວິນາທີ ແລະ ສະພາບແວດລ້ອມ ຊ່ອຍລ້າງ ສານພິດ ແລະ ນ້ຳເກືອ ລົງທະເລ.
ຖ້າ ສປປລາວ ເລີ້ມ ບໍຣິການ ເຂື່ອນໄຟຟ້າ 3 ແຫ່ງ ໃນແມ່ນ້ຳຂອງ ບັນຫາ ດັ່ງກ່າວ ຈະກັບຄືນມາ ໃຫມ່ ນ້ຳເກືອ ຈະເຂົ້າມາ ວຽດນາມ ແລະ ຣະດັບນ້ຳ ໃນແມ່ນ້ຳຂອງ ກໍຈະຫລຸດລົງ ວຽດນາມ ຈະຂາດນ້ຳ.