ເຂື່ອນນໍ້າອູ 5 ຄືບໜ້າ


2013.05.02
F-Nam ou ຊາວບ້ານ ທີ່ຫາປາລ້ຽງຊີພ ຕາມລໍານໍ້າອູ
International rivers

 

ການກໍ່ສ້າງ ເຂື່ອນນໍ້າອູ 5 ແລະ ນໍ້າອູ 6 ຢູ່ແຂວງ ຜົ້ງສາລີ ມີຄວາມຄືບໜ້າ.

ເຈົ້າໜ້າທີ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ເປີດເຜີຍວ່າ ການກໍ່ສ້າງ ໂຄງຮ່າງ ເຊັ່ນການ ຕັດທາງ, ການກໍ່ສ້າງ ທີ່ພັກຄົນງານ ແລະ ການກະກຽມ ກໍ່ສ້າງຕົວ  ເຂື່ອນ ນໍ້າອູ 5 ແລະ ນໍ້າອູ 6 ຢູ່ ແຂວງ ຜົ້ງສາລີ ມີຄວາມຄືບໜ້າ:

"ທັງ 2 ເຂື່ອນ ຫັ້ນເນາະ ນໍ້າອູ 5 ນໍ້າອູ 6 ແມ່ນກໍາລັງ ຖືວ່າ ສໍາເຣັດ ໂຕກໍ່ສ້າງ ໂຄງຮ່າງ ເສັ້່ນທາງຂົວເນາະ ຕອນນີ້ ກໍາລັງດໍາເນີນ ເຮັດ ເຂື່ອນ".

ທ່ານເວົ້າ ຕໍ່ໄປວ່າ ສໍາລັບ ໂຄງການ ເຂື່ອນນໍ້າອູ 5  ຖືວ່າມີ ຄວາມຄືບໜ້າ ຫລາຍກວ່າ ເຂື່ອນນໍ້າອູ 6. ປັດຈຸບັນ ໄດ້ໂຍກຍ້າຍ ຊາວບ້ານ ບາງສ່ວນ ອອກຈາກ ພື້ນທີ່ ກໍ່ສ້າງເຂື່ອນ ນໍາອູ 5 ໄປຢູ່ບ້ານ ຈັດສັນ ຊົ່ວຄາວ ແລ້ວ ແລະ ຈະຍ້າຍ ອອກຕື່ມອີກ ຫລັງຈາກ ສ້າງບ້ານ ຈັດສັນແລ້ວ. ສໍາລັບ ເຂື່ອນນໍ້າອູ 6 ຍັງບໍ່ໄດ້ ໂຍກຍ້າຍ ປະຊາຊົນ ອອກໄປເທື່ອ, ຍັງຢູ່ໃນ ຂັ້ນຕອນ ເກັບກໍາຂໍ້ມູນ ກ່ຽວກັບ ຜົນກະທົບຢູ່.

ປັດຈຸບັນ ຣັຖບາລລາວ ມີສັນຍາ ກັບ ບໍຣິສັດຈີນ ກ່ຽວກັບ ການສ້າງເຂື່ອນ 3 ແຫ່ງ ຄື: ເຂື່ອນນໍ້າອູ 2 ທີ່ສາມາດ ຜລິດກະແສ ໄຟຟ້າໄດ້ 120 MW, ເຂື່ອນນໍ້າອູ 5 - 240 MW ແລະ ເຂື່ອນນໍ້າອູ 6 - 120 MW ຊຶ່ງ ເມື່ອກ່ອນ ວ່າຈະມອບ ໃຫ້ຈີນ ຮັບຜິດຊອບ ສ້າງ ທັງໝົດ 7 ເຂື່ອນ ຢູ່ແຂວງ ຫລວງພຣະບາງ ແລະ ຜົ້ງສາລີ.

ເຂື່ອນນໍ້າອູ 5 ແລະ ນໍ້າອູ 6 ຄາດວ່າ ຈະກໍ່ສ້າງ ໃຫ້ແລ້ວ ບໍ່ກາຍປີ 2017 ໂດຍທີ່ ບໍຣິສັດ ຊິໂນ-ໄຮໂຕຣ ຂອງຈີນ ໄດ້ນໍາຄົນງານ ຈີນ ເຂົາມາແລ້ວ ຈໍານວນນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.