ຜົລກະທົບຂອງຫົງສາລິກໄນ
ໂຄງການ ໂຮງໄຟຟ້າ ຫົງສາ ໃນແຂວງ ໄຊຍະບູຣີ ສົ່ງ ຜົລກະທົບ ໃສ່ ການ ປູກເຂົ້າ ແລະ ສະພາບ ແວດລ້ອມ
-
ມະນີຈັນ
2014-06-04 -
-
-
Your browser doesn’t support HTML5 audio
ໂຄງການ ກໍ່ສ້າງ ໂຮງໄຟຟ້າ ຫົງສາ ລິກໄນ ເມືອງ ຫົງສາ ແຂວງ ໄຊຍະບູຣີ ສົ່ງ ຜົລກະທົບ ຕໍ່ເນື້ອທີ່ ປູກເຂົ້າ ນາແຊງ ແລະສະພາບ ແວດລ້ອມ ໃນ ບໍຣິເວນ ໃກ້ຄຽງນັ້ນ ແລ້ວ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ແຂວງ ໄຊຍະບູຣີ ໃນວັນທີ 4 ມີຖຸນາ 2014:
"ເຣື່ອງນາແຊງ ປີນີ້ ຖືວ່າ ທໍາການ ຜລິດນາແຊງ ບໍ່ຫລາຍ ມີແຕ່ 6 ເຮັກຕາ ຖືວ່າ ຫລຸດຫລາຍ ເນື່ອງຈາກວ່າ ເຂດທີ່ ມີ ຊົລປະທານ ຖາວອນ ໂດຍສະເພາະ ຢູ່ໃນເຂດ ນໍ້າເລືອກ ນີ່ ຖືກໂຄງການ ໄຟຟ້າ ຫົງສາ ສັມປະທານ ແລ້ວ ກໍເຮັດໃຫ້ ພື້ນທີ່ ບາງແຫ່ງ ຄອງເໝືອງ ຫັ້ນເປ່ເພ ຫລັງຈາກ ທີ່ຂະເຈົ້າ ຫົດນໍ້າໄວ້ ໃນ ໜ້າເຂື່ອນ ຂະເຈົ້າ ກໍປ່ອຍນໍ້າ ສ່ວນທີ່ເຫລືອ ລົງມາ ການຜລິດ".
ທ່ານວ່າ ກ່ອນທີ່ ຈະມີໂຄງການ ກໍ່ສ້າງໂຮງ ໄຟຟ້າ ຫົງສາ ລິກໄນ ເມືອງຫົງສາ ມີເນື້ອທີ່ ປູກເຂົ້າ ນາແຊງ ທີ່ ຣະບົບ ຊົລປະທານ ສາມາດ ສນອງນໍ້າ ໄດ້ 60 ເຮັກຕາ. ແຕ່ ເມື່ອເລີ້ມ ກໍ່ສ້າງ ໂຄງການ ນີ້ມາ ເນື້ອທີ່ປູກ ເຂົ້ານາແຊງ ຂອງ ປະຊາຊົນ ກໍຫລຸດລົງ ເລື້ອຍໆ.
ໃນຣະດູ ນາແຊງ ປີ 2013 ປະຊາຊົນ ສາມາດ ປູກໄດ້ພຽງ 25 ເຮັກຕາ ແລະ ມາປີນີ້ ເຫລືອພຽງ 6 ເຮັກຕາ ເພາະໂຄງການ ໄດ້ກວມ ເອົາ ເຂດ ຊົລປະທານ ຮວມທັງ ການ ກໍ່ສ້າງ ເຮັດໃຫ້ ຣະບົບ ຊົລປະທານ ຫລາຍບ່ອນ ເປ່ເພ ແລະ ຕ້ອງໄດ້ ໂຈະການ ກໍ່ສ້າງ ຊົລປະທານ ນໍາດ້ວຍ.
ເຣື້ອງ ຜົລກະທົບ ດ້ານ ສິ່ງແວດລ້ອມ ນັ້ນ ເຈົ້າໜ້າທີ່ ລາວ ວ່າ ທາງໂຄງການ ໄດ້ປ່ອຍນໍ້າ ສ່ວນນຶ່ງ ທີ່ໃຊ້ໃນ ໂຄງການ ຫົງສາ ລິກໄນ ນັ້ນ ອອກມາໃສ່ ນາຂອງ ປະຊາ ຊົນ ທີ່ຢູ່ ບໍຣິເວນ ໃກ້ຄຽງ, ເຮັດໃຫ້ ປະຊາຊົນ ບໍ່ສາມາດ ປູກຝັງໄດ້ ຕາມ ປົກກະຕິ ແຕ່ເນື້ອທີ່ ເສັຽຫາຍ ນັ້ນ ຍັງບໍ່ໄດ້ ມີການ ຢັ້ງຢືນວ່າ ມີເທົ່າໃດ ກັນແທ້.