ທາງການຍັງເສີຍເຣື້ອງຄ່າ ຊົດເຊີຍ
ຊາວບ້ານ ໃນເຂດ ກໍ່ສ້າງ ເຂື່ອນ ດອນສະໂຮງ ຍັງຖ້າ ຄຳຕອບ ຈາກ ທາງການ ເຣື້ອງ ຄ່າຊົດເຊີຍ ດິນນາ ແລະ ບ່ອນຢູ່ ອາສັຍ.
-
ສິດນີ
2016-01-07 -
-
-
Your browser doesn’t support HTML5 audio
ຊາວບ້ານ ຫຼາຍຄອບຄົວ ທີ່ ສູນເສັຽ ທີ່ດິນໃຫ້ ແກ່ໂຄງການ ກໍ່ສ້າງ ເຂື່ອນ ດອນສະໂຮງ ທີ່ ສ້າງໃສ່ ຮູສະໂຮງ ສາຂາ ແມ່ນໍ້າຂອງ ໃນພາກໃຕ້ສຸດ ຂອງລາວ ຍັງລໍຄອຍ ຄຳຕອບ ຈາກ ທາງການ ຢູ່ວ່າ ການຊົດເຊີຍ ຈະມີຄວາມ ຊັດເຈນ ແນວໃດ ແດ່? ເພາະ ບໍ່ຮູ້ວ່າ ພວກຕົນ ຈະໄດ້ຮັບ ການຊົດເຊີຍ ຫຼືບໍ່ໄດ້. ບາງຄອບຄົວ ເຖິງຂັ້ນ ກ່າວວ່າ ຈະບໍ່ຄອງຄອຍ ອີກແລ້ວ ແລະ ເວົ້າຫຍັງຫຼາຍ ກະບໍ່ໄດ້. ດັ່ງ ຊາວບ້ານ ໄດ້ກ່າວ ຕໍ່ຜູ້ສື່ຂ່າວ ພວກເຮົາ ໃນ ສັປດາ ທີ່ ຜ່ານມາ ນີ້ວ່າ:
"ຫ້ວຍ! ມັນກະຖືກ ດິນນາ ເຂົາ ເບິດແຫຼະ ຈຸ້ມບ້ານ ເຂົານີ້ ຫາງດອນນີ້. ເວົ້າເຣື້ອງ ຊົດເຊີຍ ເວົ້າເຣື້ອງນີ້ ຂ້ອຍຄາເຈົ້າ. ຄືວ່າ ຫັ້ນແຫຼະ ບອກວ່າ ຊົດເຊີຍ ຢູ່ ແຕ່ກະຄື ວ່າຫັ້ນແຫຼະ ວ່າຊົດເຊີຍ ຢູ່ ຄວາມເວົ້າ ຄວາມປາກຄົນ ແຕ່ເປັນຈິງ ມັນຈັກຊິ ໄດ້ບໍ່? ຄັນຊິ ເວົ້າໄປ ມັນເວົ້າຍາວ ເວົ້າສ່ຳນີ້ ພໍແລ້ວ".
ເມື່ອ ວັນທີ່ 5 ມົກກະຣາ ຜ່ານມາ ນີ້, ທາງການລາວ ໄດ້ເລີ້ມ ລົງມື ການກໍ່ສ້າງ ເຂື່ອນ ດອນສະໂຮງ ຢ່າງເປັນ ທາງການ ໂດຍມີ ເຈົ້າແຂວງ ຈຳປາສັກ ພ້ອມດ້ວຍ ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ແລະ ເຈົ້າໜ້າທີ່ ຈາກ ພາກສ່ວນ ກ່ຽວຂ້ອງ ຈຳນວນໜຶ່ງ ໄດ້ລົງໄປ ຮ່ວມເປັນ ສັກຂີພິຍານ ໃນ ພິທີເປີດ ການກໍ່ສ້າງ ເຂື່ອນ ດັ່ງກ່າວ.
ມີປະຊາຊົນ 3 ບ້ານ ທີ່ຖືກ ຜົນກະທົບ ຈາກ ໂຄງການ ສ້າງ ເຂື່ອນ ຜລິດໄຟຟ້າ ດອນສະໂຮງ ຄື: ບ້ານ ຫົວສະດໍາ ບ້ານ ຫາງສະດໍາ ແລະ ບ້ານ ຫາງສະໂຮງ, ໃນນັ້ນ 17 ຄອບຄົວ ຖືກຍ້າຍ ໄປຢູ່ບ້ານ ຫາງສະດໍາ ແລະ ຫົວສະດໍາ. ນອກນັ້ນ ຍັງມີ 40 ຄອບຄົວ ຢູ່ ບ້ານ ຫາງສະດໍາ ແລະ 60 ຄອບຄົວ ຢູ່ບ້ານ ຫົວສະດໍາ ທີ່ ຈະສູນເສັຽ ທີ່ດິນໄຮ່ ດິນນາ ແລະ ດິນປູກຝັງ ອື່ນໆ ເພື່ອໃຊ້ເປັນ ພື້ນທີ່ ກໍ່ສ້າງ ຂອງ ໂຄງການ.
ປັດຈຸບັນ ຊາວບ້ານ ຍັງສາມາດ ຫາປາໄດ້ຢູ່ ຫລັງຈາກ ທາງການ ສັ່ງຫ້າມ.ຊາວບ້ານ ທ່ານ ໜຶ່ງກ່າວ ເພີ້ມວ່າ ພວກຊາວບ້ານ ບໍ່ໄດ້ ຂັດຂ້ອງ ນໍາການ ກໍ່ສ້າງເຂື່ອນ ເພາະມັນ ແມ່ນ ການ ສ້າງສາ ພັທນາ ປະເທດຊາດ. ແຕ່ ເຖິງຢ່າງໃດ ກໍ່ດີ, ກໍ່ຢາກໃຫ້ ພາກສ່ວນ ຮັບຜິດຊອບ ຄິດ ເຖິງຊາວບ້ານ ແດ່ວ່າ ຄວນມີ ການຊົດເຊີຍ ແນວໃດ ຈຶ່ງ ຈະເປັນການ ເໝາະສົມ.