ດອນສະໂຮງຈະແກ້ໄຂບ່ອນປາ ຂຶ້ນລົງ
ຍັງ ຈະມີ ການ ສຶກສາ ເຣຶ່ອງ ປາ ຂຶ້ນ-ລົງ ໃນເຂດ ເຂື່ອນ ດອນ ສະໂຮງ ຢູ່ ຕໍ່ໄປ.
-
ຈໍາປາທອງ
2015-02-16 -
-
-
Your browser doesn’t support HTML5 audio
ບໍຣິສັດ ທີ່ ຈະສ້າງ ເຂື່ຶອນ ໄຟຟ້າ ດອນ ສະໂຮງ ເວົ້າວ່າ ການ ປັບປ່ຽນ ທາງ ຂຶ້ນລົງ ຂອງປາ ແລະ ການ ກວດສອບ ສາຍພັນ ປາ ຢູ່ເຂດ ສີ່ ພັນ ດອນ ນັ້ນ ຍັງຈະມີ ຢູ່ຕໍ່ໄປ ໃນຂນະທີ່ ມີການ ກະກຽມ ເລີ່ມການ ກໍ່ສ້າງ ເຂື່ອນ ນັ້ນ. ຕາມຣາຍ ງານ ຂອງ ວຽງຈັນ ທາມ ໃນວັນທີ 14 ກຸມພາ ນີ້.
ເມື່ອ ໄວໆ ມານີ້ ທາງການ ສປປລາວ ໄດ້ບອກ ໃຫ້ ຄນະ ກັມມາທິການ ແມ່ນໍ້າຂອງ ຮູ້ວ່າ ຂະບວນ ການ ປຶກສາ ຫາລື ລ່ວງໜ້າ ຢ່າງເປັນ ທາງການ ໃນ ກໍານົດ 6 ເດືອນ ນັ້ນ ໄດ້ ສິ້ນສຸດ ລົງແລ້ວ ແລະ ແຜນການ ທີ່ຈະ ປະຕິບັດ ຕໍ່ໄປ ຄືການ ກໍ່ສ້າງ ເຂື່ອນ ດອນ ສະໂຮງ ຂນາດ 260 ເມກາວັດ.
ການຂຸດ ຮູຫວາຍ ເພື່ອ ເຮັດໃຫ້ ມັນກວ້າງ ແລະ ເລິກ ສໍາລັບ ປາໃຫຍ່ ທີ່ ຈະຂຶ້ນ ຜ່ານ ໄປ ຄອນລານ ທີ່ ນໍ້າໄຫລ ແຮງ ນັ້ນ ກໍຈະ ສໍາເຣັດ ໃນ ຣະດູ ແລ້ງ ປີນີ້ ເຊັ່ນ ດຽວກັນ ກັບ ການ ປັບປ່ຽນ ທາງປາ ຂຶ້ນ-ລ່ອງ ທີ່ມີຢູ່ ໃນ ຂນະນີ້ ເພື່ອເຮັດ ໃຫ້ພັນ ປານ້ອຍ ຜ່ານໄດ້. ວຽກງານ ທີ່ວ່ານີ້ ຈະ ຮັບປະກັນ ໃຫ້ ເປັນທາງ ປາ ຂຶ້ນໄດ້ ດີ ສໍາລັບ ພັນປາ ທຸກຊນິດ ຜ່ານ ຮູຊ້າງ ເຝືອກ ຊຶ່ງ ເປັນທາງ ປາຜ່ານ ທີ່ ສໍາຄັນ.
ຂ່າວ ວຽງຈັນ ທາມ ເວົ້າວ່າ ພວກ ນັກຂ່າວ ໄດ້ໄປ ຢ້ຽມຊົມ ໂຄງການ ເຮັດໃຫ້ ຮູນໍ້າ ກວ້າງໃນ ເດືອນນີ້ ໄດ້ເຫັນ ນົກຫລາຍໂຕ ກໍາລັງ ຊອກຫາ ອາຫານ ຢູ່ ທີ່ນັ້ນ ອັນເປັນ ສັນຍານ ວ່າ ປາ ນ້ອຍ ມີ ຫລາຍແລ້ວ. ແຕ່ໃນ ຂນະ ດຽວກັນ ບັນດາ ນັກ ເຄື່ອນໄຫວ ປົກປ້ອງ ສິ່ງ ແວດລ້ອມ CPUE ທີ່ ຕິດຕາມ ໂຄງການ ດອນ ສະໂຮງ ນັ້ນ ເວົ້າວ່າ ການ ຂຶ້ນລ່ອງ ຂອງພວກ ໝູ່ປາ ຊນິດ ຕ່າງໆ ຢູ່ໃກ້ ຮູ ສະໂຮງ ກໍຈະຖືກ ໂຄງການ ເຂື່ອນ ນີ້ຕັນ ເອົາໄວ້ ບໍ່ໃຫ້ ປາ ຜ່ານໄດ້.