ເຂື່ອນດອນສະໂຮງຈະຜັນປ່ຽນ ແລວ ນໍ້າຂອງ
ເຂື່ອນ ໄຟຟ້າ ດອນສະໂຮງ ຈະຕັນ ຜັນປ່ຽນ ແລວນໍ້າ ໃນ ແມ່ນໍ້າຂອງ. ຕາມ ຣາຍງານ ຂ່າວ ຂອງ ໜັງສືພິມ ວຽດນາມ.
-
ຈໍາປາທອງ
2014-12-25 -
-
-
Your browser doesn’t support HTML5 audio
ເຂື່ອນ ໄຟຟ້າ ດອນສະໂຮງ ຈະຕັນ ຜັນປ່ຽນ ແລວນໍ້າ ໃນ ແມ່ນໍ້າຂອງ. ຕາມ ຣາຍງານ ຂ່າວ ຂອງ ໜັງສືພິມ ວຽດນາມ. ອີງໃສ່ ກອງປະຊຸມ ອອກ ຄວາມ ຄິດເຫັນ ແຫ່ງຊາດ ວຽດນາມ ທີ່ຈັດຂຶ້ນ ຢູ່ ກຸງ ຮາໂໜ້ຍ ວັນທີ 23 ທັນວາ 2014 ຊຶ່ງ ກ່ຽວກັບ ການ ກວດສອບ ຜົລກະທົບ ທີ່ ອາຈເກີດ ຈາກ ເຂື່ອນ ໄຟຟ້າ ດອນສະໂຮງ ຂນາດ 260 ເມກາວັດ ຂອງ ສປປ ລາວ.
ນາງ Nguen Hong Phuong ຮອງ ຫົວໜ້າ ຄນະ ເລຂາ ຫ້ອງການ ປະຈໍາ ຂອງ ຄນະ ກັມການ ແມ່ນໍ້າຂອງ ແຫ່ງຊາດ ວຽດນາມ ກ່າວວ່າ ໂຄງການ ເຂື່ອນ ໄຟຟ້າ ດອນສະໂຮງ ນັ້ນ ຕັ້ງຢູ່ ຮູ ສະໂຮງ ບ່ອນທີ່ ກະແສນໍ້າ ສໍາຄັນ ຂອງ ແມ່ນໍ້າຂອງ ໄຫລ ຜ່ານ.
ຜູ້ເຂົ້າຮ່ວມ ກອງ ປະຊຸມ ພາກັນ ເວົ້າວ່າ ເຂື່ອນ ດອນສະໂຮງ ຈະຕັນ ການໄຫລ ຂອງນໍ້າ ຢູ່ ຮູສະໂຮງ, ຈະກັ້ນ ການ ຂຶ້ນ-ລ່ອງ ຂອງໝູ່ປາ, ຈະທໍາລາຍ ສິ່ງ ແວດລ້ອມ ທາງ ຊີວະພາບ ແລະ ຈະມີຜົລ ກະທົບ ຕໍ່ການ ດໍາລົງຊີວິິດ ຂອງ ປະຊາຊົນ ທີ່ ອາສັຍ ແມ່ນໍ້າຂອງ ເປັນບ່ອນ ທໍາມາຫາ ລ້ຽງຊີບ. ເຂື່ອນນີ້ ຈະມີຜົລ ກະທົບ ອັນ ໃຫຍ່ຫລວງ ຕໍ່ ການປະມົງ ໃນ ຂົງເຂດ ນີ້ ຍ້ອນຈະມີ ການປ່ຽນ ແປງ ໃນການ ຂຶ້ນ-ລ່ອງ ຂອງ ພວກໝູ່ປາ.
ເມື່ອເດືອນ ມິຖຸນາ ຜ່ານມາ ທາງການ ລາວ ປະກາດ ເຖິງ ການຕົກລົງ ທີ່ ຈະໃຫ້ມີ ຂະບວນການ ປຶກສາ ຫາລື ລ່ວງໜ້າ ຂອງຄນະ ກັມມາທິການ ແມ່ນໍ້າຂອງ ກ່ຽວກັບ ໂຄງການ ເຂື່ອນ ດອນສະໂຮງ ນັ້ນ. ເຂື່ອນ ດອນສະໂຮງ ຈະຢູ່ໄກ ຈາກ ຊາຍແດນ ກໍາພູຊາ ປະມານ 3 ກິໂລແມັດ ແລະ ຫ່າງຈາກ ຊາຍແດນ ວຽດນາມ ປະມານ 420 ກິໂລແມັດ.