ມະຫາຊົນຕ້ານການສ້າງເຂື່ອນ

ການກໍ່ສ້າງ ເຂື່ອນ ໃນເຂດ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ຕ້ອງ ຊັກຊ້າລົງ ຍ້ອນ ປະເຊີນ ກັບການ ຕໍ່ຕ້ານ.

ຮູປຮ່າງຂອງ ເຂື່ອນໄຊຍະບູຣີ laotimes

 

ການກໍ່ສ້າງເຂື່ອນຜລິດໄຟຟ້າຢູ່ໃນເອເຊັຽຕະເວັນອອກສ່ຽງໃຕ້ຫລາຍໂຄງການຖືກຍົກເລີກຫລືໂຈະໄວ້ໃນຂະນະທີ່ຮັຖບານປະເຊິນກັບ ການຕໍ່ຕ້ານຢ່າງແຂງແຮງ,ຖືກບັງຄັບໃຫ້ເອົາມາຕການຮັບຜິດຊອບສູງເຣື້ອງຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມ,ຫລືໃຫ້ເລືອກສ້າງ ພະລັງງານທົດແທນອື່ນໆ.

ການຕໍ່ຕ້ານການສ້າງເຂື່ອນນີ້ມີຂຶ້ນຢູ່ໃນພູມີພາກຊຶ່ງຄວາມຕ້ອງການດ້ານພະລັງງານມີສູງ.ໃນເມື່ອການສ້າງເຂື່ອນປະເຊີນກັບການຕໍ່ ຕ້ານເຣື້ອງຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມແລ້ວຕໍ່ໆໄປການສ້າງເຂື່ອນແບບບໍ່ມີການຈໍາແນກນີ້ຄົງຈະສິ້ນສຸດລົງ,ຕາມບົດລາຍ ງານຂອງໜັງສືພິມ The Wall Street Journal. ລາຍງານຍົກໂຕຢ່າງວ່າເມື່ອເດືອນຕຸລາປີ 2013 ຜ່ານມາວຽດນາມໄດ້ໂຈະ ໂຄງການສ້າງເຂື່ອນຂນາດນ້ອຍທັງໝົດ 420 ແຫ່ງຍ້ອນປະຊາຊົນບໍ່ພໍໃຈ ແລະມີຄວາມເປັນຫ່ວງເຣື້ອງຄວາມພອດພັຍ.

ຢູ່ກໍາພູຊາກໍເຊັ່ນດຽວກັນການສະເໜີໂຄງການສ້າງເຂື່ອນໃໝ່ປະສົບກັບຄວາມຫຍຸ້ງຍາກຫລາຍຂຶ້ນຫລັງຈາກເຂື່ອນທີ່ກໍາລັງສ້າງ ນັ້ນແຕກແລະຫັກເພພັງລົງ.

ຢູ່ສປປລາວ ຝ່າຍທີ່ບໍ່ເຫັນດີນໍາການສ້າງເຂື່ອນໃສ່ແມ່ນໍ້າຂອງ ກ່າວວ່າພວກຕົນບໍ່ພໍໃຈນໍາຜົນກະທົບຕໍ່ການຂຶ້ນລົງຂອງປາຊຶ່ງ ຈະມີຜົນສະທ້ອນຕໍ່ຊີວິດການເປັນຢູ່ຂອງພົລເມືອງຫລາຍລ້ານຄົນ ທີ່ອາສັຍຢູ່ລຸ່ມເຂື່ອນ.

ຢູ່ປະເທດພະມ້າຣັຖບານໄດ້ໂຈະໂຄງການສ້າງເຂື່ອນຂະນາດໃຫ່ຽ Myitsone ທີ່ຈີນເປັນຜູ້ລົງທຶນສ້າງຍ້ອນມັນຈະມີຜົນກະທົບ ໜັກຕໍ່ສິ່ງແວດລ້ອມແລະຊີວິດການເປັນຢູ່ຂອງປະຊາຊົນ,ແຕ່ວ່າຣັຖບານບາງປະເທດບໍ່ຍອມຖອຍໂດຍອ້າງວ່າການສ້າງເຂື່ອນທີ່ ໃຊ້ພະລັງນໍ້າມັນດີກວ່າໃຊ້ ພະລັງຖ່ານຫີນ ໃນການຜລິດໄຟຟ້າ.

ຣາຍງານກ່າວຕໍ່ໄປວ່າ ຣັຖບານລາວຕັດສີນໃຈສ້າງເຂື່ອນໃສ່ແມ່ນໍ້າຂອງຢູ່ ໄຊຍະບູຣີ ໂດຍອ້າງວ່າມັນເປັນໂຄງການທີ່ເຮັດໃຫ້ ສິ່ງແວດລ້ອມມີຄວາມຍືນຍົງ,ແຕ່ວ່າວຽດນາມແລະກໍາພຊາບໍ່ເຫັນພ້ອມນໍາ.

ສໍາລັບສປປລາວແລ້ວການສ້າງເຂື່ອນຖືວ່າເປັນໂອກາດເຮັດໃຫ້ເສຖກິດເຕີບໃຫ່ຽ. 95 ສ່ວນຮ້ອຍຂອງໄຟຟ້າທີ່ຜລິດຈາກເຂື່ອນ ໄຊຍະບູຣີຈະສົ່ງໄປຂາຍໃຫ້ໄທ.

ທ່ານ Marc Goichot ນັກຊ່ຽວຊານສິ່ງແວດລ້ອມແມ່ນໍ້າຂອງກ່າວວ່າສປປລາວຈັດຕັ້ງປະຕິບັດຍຸທສາຕການພະລັງງານຂອງ ໄທບໍ່ແມ່ນຍຸທສາຕພະລັງງານໄຟຟ້າຂອງລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org