ຄ່າຊົດເຊີຍຈາກທາງຣົດໄຟ ຜ່ານອີກ ຂັ້ນນຶ່ງ

ການກໍານົດ ຄ່າຊົດເຊີຍ ຄວາມເສັຍຫາຍ ທີ່ເກີດຈາກ ການສ້າງ ທາງຣົດໄຟ ລາວ-ຈີນ ໄດ້ຖືກຮັບເອົາ ແລ້ວ.

ການເຈາະອຸມົງ ຂອງ ບໍຣິສັດກໍ່ສ້າງຈີນ ໃນໂຄງການທາງຣົດໄຟ ລາວ-ຈີນ RFA/VD

ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການ ສປປລາວ ໄດ້ຮັບຮອງເອົາຈໍານວນເງິນ ຄ່າຊົດເຊີຍຄວາມເສັຍຫາຍ ທີ່ຈະຈ່າຍໃຫ້ປະຊາຊາຊົນ ທີ່ເສັຍດິນ ຫລືຊັພສິນອື່ນໆ ຍ້ອນການສ້າງທາງຣົດໄຟ ລາວ-ຈີນ ນັ້ນແລ້ວ. ຕາມຂ່າວ Vientiane Times ວັນທີ 17 ພຶສພາ ນີ້.

ແຫຼ່ງຂ່າວຈາກບໍຣິສັດທາງຣົດໄຟລາວ-ຈີນ ໃນວັນທີ 16 ພຶສພາ ຣາຍງານວ່າ 4 ແຂວງ ຄືແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພຣະບາງ, ແຂວງວຽງຈັນ ແລະນະຄອນຫຼວງວຽງຈັນ ທີ່ທາງຣົດໄຟຈະຜ່ານ ປັດຈຸບັນໄດ້ຮັບຮອງ ເອົາຄ່າຊົດເຊີຍທີ່ີວ່ານັ້ນແລ້ວ.

ຣັຖບາລລາວປະກາດວ່າ ມີນະໂຍບາຍທີ່ຈະຊົດເຊີຍຢ່າງສົມເຫດສົມຜົລ ແລະເປັນທັມ ແລະຈະຈ່າຍໃຫ້ປະຊາຊົນ ໃນໄວໆນີ້ ຊຶ່ງ ທ່ານ ລັດຕະມະນີ ຄູນນີວົງ ຮອງຣັຖມົນຕຣີ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຍເສຣີວ່າ:

“ເພິ່ນກະວ່າໄວໆນີ້ແຫຼະ ກະຕ້ອງເຮັດໃຫ້ມັນໄວ ເພາະວ່າເຂົາກະຢາກເວນຄືນ ເຮົາກະຢາກໃຫ້ປະຊາຊົນ ມັນກະຕ້ອງມີລະບຽບການຈ່າຍ ເຮົາກະຕ້ອງໄດ້ເອກກະພາບກັນ ຢາກໃຫ້ເຖິງປະຊາຊົນເລີຍ ໃຫ້ປະຊາຊົນເປີດບັນຊີ ທະນາຄານ ແລ້ວກະເບີກ ຜ່ານເລີຍ ໃຫ້ມັນມີ ລະບຽບອອກແລ້ວ ກະປະຕິບັດຕາມຫັ້ນ ມັນກະໂປ່ງໃສ."

ໃນຂນະທີ່ ປະຊາຊົນແຂວງຫລວງພຣະບາງ ທີ່ໄດ້ຮັບຜົລກະທົບ ຍັງລໍຖ້າເງິນນັ້ນຢ່າງຈົດຈໍ່. ດັ່ງທ່ານກ່າວໃນມື້ວັນທີ 17 ພຶສພາ ນີ້ວ່າ:

“ລໍຖ້າເງິນຢູ່ ປະຈຸບັນນີ້ນະ ໂອ່ຍເພິ່ນກະວ່າ ເພິ່ນຊິໃຫ້ທ້າຍປີນີ້ແຫຼະ ແຕ່ວ່າປະຈຸບັນນີ້ ມາຮອດປີໃໝ່ແລ້ວ ແຕ່ວ່າເພິ່ນບໍ່ວ່າຫຍັງເທື່ອເດ່ ສຸດແລ້ວແຕ່ຂັ້ນເທິງ ມາໃຫ້ ດິນກະເສັຍຫາຍແລ້ວ.”

ໃນການໃຊ້ຈ່າຍຄ່າຊົດເຊີຍດິນຂອງປະຊາຊົນ ທີ່ເສັຽໃຫ້ໂຄງການທາງຣົດໄຟນັ້ນ ແມ່ນຝ່າຍລາວເປັນຜູ້ຮັບຜິດຊອບ ແລະບໍຣິສັດທາງຣົດໄຟ ລາວ-ຈີນ ຮັບຜິດຊອບຈ່າຍຄ່າຊົດເຊີຍ ຄວາມເສັຍຫາຍຂອງຊັພສິນອື່ນໆ ທີ່ບໍ່ແມ່ນດິນນັ້ນ.

ເງິນ ທີ່ອະນຸມັດໃຫ້ໃຊ້ຈ່າຍເປັນຄ່າຊົດເຊີຍ ເປັນຈໍານວນຫລາຍກວ່າ 653 ຕື້ກັບ 700 ລ້ານກີບ ຫື 500 ລ້ານຢວນນັ້ນເບິ່ງຄືວ່າໜ້າຈະບໍ່ ພຽງພໍ, ທາງການລາວ ຈະຂໍຢືມເງິນຈາກຈີນ ເພີ້ມຕື່ມ ເພື່ອເອົາມາຈ່າຍຄ່າຊົດເຊີຍ. ແຫລ່ງຂ່າວຣາຍງານ ໂດຍອີງໃສ່ຂໍ້ຕົກລົງສອງຝ່າຍ ລາວ-ຈີນວ່າ:

“ຄ່າໃຊ້ຈ່າຍສໍາລັບທຸກອົງປະກອບຂອງໂຄງການທາງຣົດໄຟ ຮວມທັງການກໍ່ສ້າງທາງ ແລະຊື້ຕູ້ຣົດໄຟ ຈະຕ້ອງໄດ້ໃຊ້ງົບປະມານ ຣະຫວ່າງ 37 ຕື້ກັບ 400 ລ້ານຢວນ."

ມາຮອດວັນທີ 23 ມິນາ ທີ່ຜ່ານມານີ້ ການກໍ່ສ້າງທາງຣົດໄຟ ນັ້ນ ສໍາເຣັດໄດ້ 26.5% ແລ້ວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org