ບໍຣິສັດຈີນຕິດຄ້າງ ເງິນເດືອນ ພະນັກງານ
ພະນັກງານລາວ 13 ຄົນ ທີ່ເຮັດວຽກ ຢູ່ ບໍຣິສັດ ຊອກຄົ້ນບໍ່ແຮ່ ຂອງຈີນ ຍັງລໍຖ້າ ເງິນເດືອນ.
-
ສຸພັດຕາ
2018-04-05 -
-
-
Your browser doesn’t support HTML5 audio
ພະນັກງານລາວ 13 ຄົນ ທີ່ເຮັດວຽກຢູ່ສູນບໍຣິການ ຊອກຄົ້ນສຳຣວດ ແລະວິຈັຍແຮ່ທາດ ຂອງບໍຣິສັດຈີນ ຢູ່ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ຍັງບໍ່ໄດ້ຮັບເງິນເດືອນເທື່ອ ບາງຄົນກໍ 3 ເດືອນ ແລະບາງຄົນກໍ 10 ຫາ 11 ເດືອນ ນັບແຕ່ເດືອນ ເມສາ ປີ 2017 ຮວມມູນຄ່າ ກວ່າ 50 ລ້ານກີບ, ດັ່ງອະດີດ ພະນັກງານ ສູນບໍຣິການດັ່ງກ່າວເວົ້າຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 5 ເມສາ ນີ້ວ່່າ:
“ເລື້ອງບໍ່ໄດ້ເງິນເດືອນຫັ້ນແຫຼະ ອັນ.. ເຮົາກໍ່ອອກວຽກແຕ່ເດືອນເກົ້າ ພຸ້ນນະ ຂອງເຮົາຫັ້ນຍັງເຫຼືອແຕ່ 3 ເດືອນປາຍ ແຕ່ຂອງຜູ້ອື່ນເຂົາ 10 ເບາະ 11 ເດືອນນີ້ແຫຼະມັນເປັນບໍລິສັດ ແຕ່ເຮົາຊິເປັນແມ່ຄົວຢູ່ຫັ້ນ ແມ່ນແລ້ວຂອງຈີນ ມັນມີແມ່ບ້ານແນ່ ມັນຫຼາຍອັນ ໂອ້ຍ... ເຂົາກໍ່ວ່າ ຊິໃຫ້ ຫະບໍ່ເຫັນມິດເລີຍ ວ່າຊິໃຫ້ໆ ກໍ່ບໍ່ເຫັນວ່າຈັ່ງໃດ ມັນເປັນບໍລິສັດຂຸດຄົ້ນບໍ່ແຮ່ ວິຈັຍສຳລວດວິຈັຍ ຂຶ້ນກັບກົມທໍຣະນີສາດ ດອກໂຕນີ້.”
ນາງເວົ້າຕື່ມວ່າ ນາງໄດ້ລາອອກຈາກສູນສຳຣວດ ແລະວິຈັຍແຮ່ທາດແຫ່ງນີ້ ມາຕັ້ງແຕ່ເດືອນກັນຍາ ປີກາຍແລ້ວ ຍ້ອນບໍ່ໄດ້ຮັບເງິນເດືອນ ລວມແລ້ວ ຫົກລ້ານປາຍກີບ. ສ່ວນພະນັກງານ ທີ່ເຮັດວຽກຢູ່ສູນນັ້ນ ຍັງເຫຼືອບໍ່ຮອດ 10 ຄົນ ແລະ ຍັງບໍ່ໄດ້ຮັບເງິນ ເດືອນຄືກັນ, ແຕ່ ເຂົາເຈົ້າບໍ່ລາອອກ. ເພາະບໍ່ຮູ້ວ່າ ອອກໄປແລ້ວ ຈະເຮັດວຽກຫຍັງ.
ເມື່ອທ້າຍປີ 2017 ພະນັກງານທັງ 13 ຄົນ ທີ່ບໍ່ໄດ້ຮັບເງິນເດືອນນັ້ນ ກໍໄດ້ຍື່ນໜັງສື ໄປຫາກົມທໍຣະນີສາດແລະແຮ່ທາດ ກະຊວງພລັງງານ ແລະບໍ່ແຮ່ ເພື່ອຂໍຄວາມຊ່ວຍເຫຼືອ, ດັ່ງເຈົ້າໜ້າທີ່ ກົມດັ່ງກ່າວ. ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ເມສາ ນີ້ວ່າ:
“ມີແຕ່ວ່າ ບໍ່ຮູ້ວ່າເພິິ່ນຊິແກ້ໄຂຢ່າງໃດ ເພິ່ນກໍ່ບໍ່ໄດ້ເວົ້າຫຍັງ ມີແຕ່ກັບໄປກັບມາຫັ້ນນ່າ ເພາະວ່າ ເຮົາກໍ່ບໍ່ຮູ້ວ່າ ຊິເຮັດຈັ່ງໃດ ມັນກໍ່ຂຶ້ນກັບສູນ ຂະເຈົ້າຫັ້ນນ່າ.”
ສູນບໍຣິການ ຊອກຄົ້ນສຳຣວດ ແລະວິຈັຍແຮ່ທາດ ຂອງກຸ່ມບໍຣິດສັດ ຊັພຍາກອນ ຊີໂນກຣໍລີ ຈຳກັດ ຕັ້ງຢູ່ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ເປີດມາໄດ້ ປະມານ 10 ປີແລ້ວ. ໃນປີ 2016 ກຸ່ມບໍຣິສັດນີ້ ໄດ້ຕົກລົງ ທີ່ຈະສ້າງໂຮງງານ ເຫຼັກກ້າ ທີ່ ນະຄອນຫຼວງວຽງຈັນ ແຕ່ມີຄວາມຫຍຸ້ງຍາກທາງດ້ານການເງິນ ຈຶ່ງຍັງບໍ່ໄດ້ສ້າງເທື່ອ.