ຄົນງານຕາຍນາຍຈ້າງຍັງຄ້າງ ຄ່າແຮງ
ຄອບຄົວ ຂອງ ຄົນງານ ຜູ້ທີ່ ເສັຽຊິວິດ ຢູ່ ສວນກ້ວຍ ຂອງຈີນ ແຂວງ ບໍ່ແກ້ວ ຕ້ອງການ ເງິນເດືອນ ຈາກ ນາຍຈ້າງ ທີ່ ຍັງຄ້າງຢູ່.
-
ຈໍາປາທອງ
2016-04-13 -
-
-
Your browser doesn’t support HTML5 audio
ສະມາຊິກ ໃນຄອບຄົວ ຂອງ ຄົນງານ ສວນກ້ວຍ ຢູ່ ບ້ານຫ້ວຍກູນ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ຈະຮຽກຮ້ອງ ເອົາເງິນເດືອນ ຈາກ ນາຍຈ້າງຈີນ ທີ່ ຍັງບໍ່ໄດ້ ຈ່າຍໃຫ້ ຜູ້ທີ່ເສັຽຊິວິດ ໄປແລ້ວນັ້ນ.
ຄົນງານລາວ ອາຍຸ 59 ປີ ທີ່ເຄີຍເຮັດວຽກ ເຝົ້າສວນກ້ວຍ ຂອງຈີນ ເປັນເວລາ 1 ປີ ຢູ່ເຂດ ເມືອງຕົ້ນເຜີ້ງ ໄດ້ເສັຽ ຊີວິດ ຍ້ອນ ສານເຄມີ ທີ່ໃຊ້ ໃນສວນກ້ວຍ ເມື່ອ ເດືອນ ພຶສພາ 2015 ແຕ່ນາຍຈ້າງ ຍັງບໍ່ຈ່າຍ ເງິນເດືອນ ໃຫ້ ຜູ້ກ່ຽວ. ດັ່ງ ເຈົ້າໜ້າທີ່ ເມືອງ ຜາອຸດົມ ກ່າວຕໍ່ RFA ໃນ ວັນທີ 12 ເມສາ 2016 ນີ້ວ່າ:
"ດຽວນີ້ ທາງຄອບຄົວ ເພິ່ນກະຢາກ ໄປເວົ້າ ຢາກ ໃຫ້ເພີ່ນຊ່ວຍ ຕີ່ມອີກ ຫັ້ນນະ ຄ່າເພີ່ນ ເຝົ້າສວນກ້ວຍ ຫັ້ນ ຍັງບໍ່ທັນ ໄດ້ຈັກກີບ ວ່າຊັ້ນ ຍັງບໍ່ໃຫ້ ເທື່ອ ລູກເພີ່ນ ກະຍັງ ກຳລັງ ສິແລ່ນ ເອກກະສານ".
ນາງກ່າວ ຕໍ່ໄປວ່າ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງ ຜາອຸດົມ ໃຫ້ຄວາມ ຊ່ວຍເຫລືອ ແກ່ຄອບຄົວ ຂອງຜູ້ ເສັຽຊີວິດ ໂດຍຈະ ປະສານ ກັບ ເຈົ້າໜ້າທີ່ ຕຳຣວດ ເມືອງ ຕົ້ນເຜີ້ງ ໄກ່ເກັ່ຽ ໃຫ້ເຈົ້າຂອງ ສວນກ້ວຍຈີນ ຈ່າຍເງິນ ເດືອນ ທີ່ຍັງຕິດຄ້າງ ນັ້ນໃຫ້, ບໍ່ດັ່ງນັ້ນ ທາງ ຄອບຄົວ ຜູ້ເສັຽຊີວິດ ຈະຟ້ອງຮ້ອງ ຕາມຣະບຽບ ກົດໝາຍ ຊຶ່ງ ຄາດວ່າ ພາຍຫລັງ ບຸນປີໃໝ່ ລາວ ນີ້ແລ້ວ ໄປກ່ອນ.
ນາງກ່າວ ຕື່ມວ່າ ໃນຣະຍະ ທີ່ຄົນງານ ຜູ້ເສັຽຊີວິດ ໄດ້ນອນ ປິ່ນປົວ ຢູ່ໂຮງໝໍ ເມືອງ ຕົ້ນເຜີ້ງ ທາງນາຍຈ້າງ ໄດ້ໃຫ້ເງິນ 5 ແສນກີບ ເປັນຄ່າ ປິ່ນປົວ ແຕ່ເມື່ອ ຜູ້ກ່ຽວ ເສັຽຊີວິດ ນາຍຈ້າງ ກໍບໍ່ຮັບ ຜິດຊອບ ແລະ ພຍາຍາມ ມິດງຽບໄປ ຈົນທາງ ຄອບຄົວ ຂອງຜູ້ກ່ຽວ ຮຽກຮ້ອງ ຂໍຄວາມ ຊ່ວຍເຫລືອ ຈາກ ທາງການ ເພື່ອ ພິຈາຣະນາ ແກ້ໄຂ ເຣຶ່ອງນີ້.
ປັຈຈຸບັນນີ້ ເຈົ້າຂອງ ສວນກ້ວຍ ຫຼາຍແຫ່ງ ຍັງສັ່ງໃຫ້ ຄົນງານ ສີດ ສານເຄມີ ປະເພດ ອັນຕລາຍ ໂດຍບໍ່ໃສ່ ໜ້າກາກ ປ້ອງກັນອາຍ ສານພິດ ນັ້ນຢູ່. ສເລັ່ຽແລ້ວ ເຈົ້າຂອງ ສວນກ້ວຍ ແຕ່ລະແຫ່ງ ຈ້າງ ຄົນງານລາວ ເຮັດວຽກ ແຕ່ລະຄົນ ບໍ່ເກີນ 3 ປີ, ເມື່ອຄົບ 3 ປີ ກໍໃຫ້ອອກ ແລ້ວຈ້າງ ຄົນໃໝ່ມາແທນ ເພາະຢ້ານ ຄົນງານ ເສັຽຊີວິດ ຍ້ອນ ສານເຄມີ ຫາກໃຫ້ ເຮັດວຽກດົນ ໄປກວ່ານັ້ນ.