ສູນອະນຸຮັກຊ້າງຂອງຈີນ ກະທົບ 2 ບ້ານ
2019.06.20
ປະຊາຊົນ ບ້ານນາຕໍໃຫຍ່ ແລະ ນາຕໍນ້ອຍ ຢ່າງໜ້ອຍ 3 ຄອບຄົວ ຢູ່ເມືອງ ແລະ ແຂວງໄຊຍະບູລີ ໄດ້ຮັບຜົນກະທົບ ຈາກໂຄງການສ້າງ ສູນອະນຸຮັກ ຊ້າງ ຂອງບໍຣິສັດ ພັທນາການທ່ອງທ່ຽວ ເຊໂນ-ລາວ ຂອງນັກລົງທຶນຈີນ ຍ້ອນສູນເສັຽທີ່ດິນ ຊຶ່ງເປັນສວນ ໝາກໄມ້ ປະມານ 10 ເຮັກຕາ ແລະບໍ່ຢາກໂຍກຍ້າຍ ອອກຈາກບ້ານ ຊຶ່ງມາຮອດປັດຈຸບັນ ກໍຍັງບໍ່ໄດ້ຄ່າຊົດເຊີຍເທື່ອ, ຕາມຄຳເວົ້າຂອງປະຊາຊົນ ບ້ານນາຕໍ ໃຫຍ່ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ມິຖຸນາ ນີ້:
"ແມ່ນແຫລະ ປະຊາຊົນບ້ານນາຕໍໃຫຍ່ ຫັ້ນແຫລະ ກະທົບເຣຶ່ອງສວນໝາກໄມ້ ດິນຂອງປະຊາຊົນ ບ້ານນາຕໍໃຫຍ່ ນາຕໍນ້ອຍ ແມ່ນ ສອງບ້ານນີ້ແຫລະ ຍັງບໍ່ມີເທື່ອ ກຳລັງເຮັດທາງເຮັດຫຍັງຊື່ໆ."
ທ່ານເວົ້າວ່າ ປັດຈຸບັນ ທາງໂຄງການສ້າງສູນ ອະນຸຮັກຊ້າງຂອງຈີນ ຍັງບໍ່ທັນໄດ້ເລິ່ມກໍ່ສ້າງ ອາຄານຫຍັງເທື່ອ, ມີແຕ່ສ້າງທາງເຂົ້າໄປສູນ ເພື່ອບຸກເບີກ ພື້ນທີ່ດິນ ຕາມສັນຍາສໍາປະທານ ທີ່ໄດ້ມີໄວ້ກັບແຂວງ ແລະຍັງບໍ່ທັນເຫັນວ່າ ບໍຣິສັດຈີນ ເຂົ້າມາໂອ້ລົມ ກ່ຽວກັບຜົນກະທົບ ທີ່ມີຕໍ່ປະຊາຊົນນັ້ນເທື່ອ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ກໍໄດ້ຣາຍງານໄປກ່ອນໜ້ານີ້ ໂດຍອີງໃສ່ຄໍາເວົ້າຂອງເຈົ້າໜ້າທີ່ ຫ້ອງການປົກຄອງແຂວງໄຊຍະບູລີ ວ່າ ສູນອະນຸຮັກຊ້າງຂອງຈີນ ຈະສ້າງຢູ່ເດີ່ນສນາມຫລວງຂອງແຂວງ ຊຶ່ງເປັນຣະຍະທີ 2 ຊຶ່ງ ຣະຍະທໍາອິດ ແມ່ນຢູ່ບ້ານນາຕານໃຫຍ່ ໃນເນື້ອທີ່ປະມານ 100 ປາຍ ເຮັກຕາ.
ເຈົ້າໜ້າທີ່ຫ້ອງການປົກຄອງແຂວງໄຊຍະບູລີ ເວົ້າວ່າ ໂຄງການສ້າງສູນອະນຸຮັກຊ້າງ ຂອງຈີນ ບໍ່ໄດ້ມີບັນຫາ ໃນເຣຶ່ອງຄ່າຊົດເຊີຍທີ່ດິນ ແລະການຊົດເຊີຍນັ້ນ ກໍເປັນໄປຕາມຣະບຽບການ ທີ່ທາງແຂວງກໍານົດໄວ້. ແຕ່ທ່ານບໍ່ໄດ້ເປີດເຜີຍ ຣາຍລະອຽດວ່າ ຄ່າຊົດເຊີຍທີ່ດິນ ນັ້ນ ເຮັກຕານຶ່ງເທົ່າໃດ:
"ເພາະວ່າມັນມີຈຳນວນນຶ່ງຊື່ໆ ບໍ່ມີບັນຫາ ແລ້ວກາຍນັ້ນຈະເປັນຂອງຣັຖຄຸ້ມຄອງ ພູແຄນພີ້ ບໍ່ແມ່ນສນາມຫລວງ ນ້ີ້ໄດ໋ ສນາມຫລວງນີ້ມັນ ຈະເປັນຣະຍະສອງ ເກັບກຳຂໍ້ມູນໄວ້."
ທ່ານກ່າວຕື່ມອີກວ່າ ເດີ່ນສນາມຫລວງຂອງແຂວງ ຍັງຢູ່ໃນແຜນພັທນາເປັນສູນ ອະນຸຮັກຊ້າງ ຂອງບໍຣິສັດຈີນ ຣະຍະ 2 ຕາມເດີມ.
ເພື່ອຊອກຮູ້ກ່ຽວກັບເຣຶ່ອງທີ່ວ່ານີ້ຕື່ມ ວິທຍຸເອເຊັຽເສຣີ ກໍໄດ້ພຍາຍາມຖາມໄປຍັງ ບໍຣິສັດຈີນ ທີ່ເປັນຜູ້ລົງທຶນສ້າງ, ແຕ່ຍັງບໍ່ສາມາດ ຕິດຕໍ່ໄດ້. ແຕ່ເຖິງຢ່າງໃດ ກໍຮູ້ວ່າ ບໍຣິສັດພັທນາການທ່ອງທ່ຽວ ເຊໂນ-ລາວ ຈະສ້າງສູນອະນຸຮັກຊ້າງ ແລະຂຍາຍພັນຊ້າງ ໃນມູນຄ່າ 40 ລ້ານໂດລາສະຫະຣັຖ ໂດຍເວົ້າວ່າຈະເປັນການ ປົກປ້ອງຊ້າງ ແລະຂຍາຍພັນຊ້າງ ຢູ່ປະເທດລາວ ທີ່ນັບມື້ນັບມີ ຈຳນວນໜ້ອຍລົງ.