ໂຮງງານຈີນ ເປີດຮັບຊື້ມັນຕົ້ນແລ້ວ ແຕ່ລາຄາຕ່ຳ
ນັກທຸຣະກິຈຈີນ ເປີດໂຮງງານ ຮັບຊື້ມັນຕົ້ນ ໃນເມືອງລອງ ແຂວງຫຼວງນ້ຳທາ, ຊາວສວນມັນຕົ້ນ ສາມາດ ເອົາມັນຕົ້ນໄປຂາຍໃຫ້ ໂຮງງານໄດ້ແລ້ວ ແຕ່ໂຮງງານ ກົດລາຄາ ຄືຊື້ໃນລາຄາຕໍ່າກວ່າ ທ້ອງຕລາດ ແລະລົດປະຣິມານຊື້ໜ້ອຍລົງ ກວ່າທີ່ຜ່ານມາ.
-
ສຸພັດຕາ
2022-04-06 -
-
-
Your browser doesn’t support HTML5 audio
ເຣີ່ມແຕ່ວັນທີ່ 9 ມິນາ 2022 ມາຮອດປັດຈຸບັນ ນັກລົງທຶນຈີນ ໄດ້ກັບມາເປີດໂຮງງານມັນຕົ້ນ ຮັບຊື້ມັນຕົ້ນນໍາຊາວສວນ ຈໍານວນ 30 ປາຍບ້ານ ຢູ່ເມືອງລອງ ແຂວງຫຼວງນໍ້າທາແລ້ວ ພາຍຫຼັງປິດໂຮງງານແຕ່ເດືອນ ພຶສຈິກາ 2021 ຫາວັນທີ່ 8 ມິນາ 2022.
ແຕ່ພໍໂຮງງານມັນຕົ້ນຈີນ ກັບມາເປີດຮັບຊື້ມັນຕົ້ນນໍາຊາວສວນຄືນ ກໍຊື້ໃນລາຄາຕໍ່າກວ່າທ້ອງຕລາດ ຄື: 550 ກີບຕໍ່ກິໂລ ຂະນະທີ່ ລາຄາມັນຕົ້ນ ຢູ່ແຂວງບໍຣິຄໍາໄຊ ແລະແຂວງໄຊຍະບູຣີ ໃນປັດຈຸບັນ ຢູ່ທີ່ 800-1,000 ກີບຕໍ່ກິໂລ, ອີກທັງ ໂຮງງານມັນຕົ້ນຈີນ ຍັງຮັບຊື້ມັນຕົ້ນ ນໍາຊາວສວນໜ້ອຍລົງ ຄືມື້ລະ 7-8 ຕັນ (Tons) ຕໍ່ຄອບຄົວ, ຂະນະທີ່ ຜ່ານມາຊື້ມັນຕົ້ນນໍາຊາວສວນ ມື້ລະ 20-30 ຕັນ ຕໍ່ຄອບຄົວ ດັ່ງນັ້ນ ປັດຈຸບັນນີ້ ຈຶ່ງເຮັດໃຫ້ມັນຕົ້ນເໜົ່າຖິ້ມຫຼາຍພັນຕັນ ແຕ່ລະບ້ານ ບໍ່ຫຼຸດບ້ານລະ 40-100 ຕັນ, ອີງຕາມຄວາມເວົ້າ ຂອງຊາວບ້ານ ຢູ່ບ້ານສົມປານໃຕ້ ເມືອງລອງ ແຂວງຫຼວງນໍ້າທາ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ເມສານີ້:
“ລາຄານີ້ ດຽວນີ້ນີ່ ໂລນຶ່ງ 500 ກັບ 50 ກີບ ແຕ່ວ່າ ປະຊາຊົນຂາຍນີ້ ບໍ່ໄດ້ຂາຍປົກກະຕິນ່າ ຣົຖຄັ້ງນຶ່ງນິ່ ເກັບເຊົາແລ້ວ ມື້ນີ້ ເຊົາແລ້ວ ຊິໄດ້ພັກ 2 ມື້ 3 ມື້ແລ້ວຈຶ່ງໄປ ສໍາຄັນນີ້ເນ່ ແລ້ວກໍໂຮງງານນີ້ ແລ້ວກໍປັດຈຸບັນນີ້ ເຂົາເກັບບໍ່ໝົດເດ້ ມັນຕົ້ນນີ້ ແລ້ວປະຊາຊົນຊິຕາຍ ເໜົ່າໝົດແລ້ວ ເນົ່າທຸກມື້ແລ້ວ.”
ຊາວບ້ານຜູ້ນີ້ກ່າວຕື່ມວ່າ ຖ້າຫາກມັນຕົ້ນເໜົ່າ ກໍບໍ່ສາມາດເອົາໄປເປັນອາຫານ ເກືອສັດລ້ຽງ ຄືກັບຜັກກະຫຼໍ່າປີທີ່ເໜົ່າໄດ້ ຍ້ອນມັນຕົ້ນນີ້ມັນເໝັນ.
ສ່ວນຢູ່ບ້ານຈະເຣີນໄຊ ເມືອງລອງ ແຂວງຫຼວງນໍ້າທາ ໂຮງງານມັນຕົ້ນຈີນ ສາມາດຊື້ມັນຕົ້ນນໍາຊາວສວນ ໄດ້ມື້ລະ 300-400 ຕັນ ຂະນະທີ່ ສະພາບໂຕຈິງ ຊາວສວນຢູ່ບ້ານຈະເຣີນໄຊ ແມ່ນມີມັນຕົ້ນປ້ອນໃຫ້ໂຮງງານມັນຕົ້ນຈີນ ມື້ລະ 700-800 ຕັນ ເຮັດໃຫ້ມັນຕົ້ນຂອງຊາວບ້ານ ທີ່ຂຸດຕຣຽມໄວ້ຂາຍ ຕ້ອງເໜົ່າຖິ້ມລ້າໆ ຄືກັນ. ອີກທັງ ຄ່າຈ້າງຣົຖແກ່ມັນຕົ້ນໄປຂາຍໃຫ້ໂຮງງນຈີນ ແມ່ນຄັນລະ 2 ແສນ ຫາ 3 ແສນກີບ ຂະນະທີ່ແຕ່ກ່ອນ ຄ່າຈ້າງຣົຖແກ່ມັນຕົ້ນ ໄປຂາຍໃຫ້ໂຮງງານມັນຕົ້ນຈີນ ແມ່ນພຽງແຕ່ ຄັນລະ 50 ພັນ ຫາ 70 ພັນກີບ ຈຶ່ງເຮັດໃຫ້ຊາວສວນທີ່ປູກມັນຕົ້ນ ບໍ່ໄດ້ທຶນ ຫຼືກໍາໄລ ຈາກການປູກມັນຕົ້ນຂາຍ ແລະຊາວສວນບາງຄອບຄົວ ກໍບໍ່ຈ້າງຣົຖແກ່ມັນຕົ້ນເລີຍ ຍ້ອນຊອກຈ້າງຣົຖ ໃນລາຄາຖືກຄືແຕ່ເກົ່າບໍ່ໄດ້ ກໍຈໍາເປັນຕ້ອງປະໃຫ້ມັນຕົ້ນນັ້ນ ເໜົ່າຖິ້ມລ້າໆ ຄືກັນ.
ດັ່ງຊາວບ້ານ ຢູ່ບ້ານຈະເຣີນໄຊ ເມືອງລອງ ແຂວງຫຼວງນໍ້າທາ ກ່າວໃນມື້ດຽວກັນນີ້ວ່າ:
“ຍົກໂຕຢ່າງວ່າ ເຄື່ອງຂອງເຮົາຫັ້ນນ່າ ເອົາມາແລ້ວ ບໍ່ມີຄົນຊື້ຫັ້ນນ່າ ໂຕນີ້ນີ່ ຊອກຣົຖບໍ່ໄດ້ ກໍປະລະຫັ້ນແຫຼະ ຊອກຣົຖບໍ່ໄດ້ ບາງທີ່ກໍປະເນົ່າ ຢູ່ໃນສວນກໍມີເນາະ.”
ນອກຈາກນັ້ນ ຊາວສວນມັນຕົ້ນ 30 ປາຍບ້ານນີ້ ຍັງມີອາຊີບປູກອ້ອຍ, ປູກຢາງພາຣາ ຜັກສວນຄົວ ຄຽງຄູ່ໄປກັບການປູກມັນຕົ້ນນໍາດ້ວຍ, ແຕ່ອ້ອຍ ພັດເປັນພືດທີ່ທາງການ ເກັບພາສີ-ອາກອນ ນໍາຊາວສວນແພງ ເຮັດໃຫ້ລາຍໄດ້ ທີ່ເຄີຍໄດ້ຮັບຕໍ່ປີ, ຄອບຄົວນຶ່ງສເລັ່ຽ 200 ປາຍລ້ານກີບ ແຕ່ປັດຈຸບັນ ເຫຼືອພຽງແຕ່ 150 ລ້ານກີບຕໍ່ປີເທົ່ານັ້ນ.
ດັ່ງຊາວສວນມັນຕົ້ນ ຢູ່ບ້ານເຕົ້າໂຮມ ເມືອງລອງ ແຂວງຫຼວງນໍ້າທາ ກ່າວໃນມື້ດຽວກັນນີ້ວ່າ:
“ຄັນນຶ່ງລະ ແມ່ນ 32 ໂຕນຂຶ້ນເມືອ ແຕ່ວ່າເງິນໆ ມາໄລ່ນີ້ ປະຊາຊົນ ມີແຕ່ 29 ໂຕນ ດຽວນີ້ນ່າ ອ້ອຍກໍຍິ່ງໜັກຄືກັນ ອັນນີ້ແມ່ນທາງກະຊວງນີ້ຕີ້ ເວົ້ານ່າ ພາສີເບາະ ແມ່ນບໍ ອາກອນບໍ ເຂົາເຈົ້າຊິຕັດແນວນີ້ ຜ່ານມາບໍ່ມີ ແຕ່ດຽວນີ້ ເຮັດແນວນີ້ ປະຊາຊົນ ກໍມີຫຼາຍໆ ອັນແຫຼະ ປູກອ້ອຍນີ້.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ ລາຄາມັນຕົ້ນ ຢູ່ເມືອງລອງ ແຂວງຫຼວງນໍ້າທາ ແມ່ນຕົກຕໍ່າກວ່າລາຄາທ້ອງຕລາດແທ້ ຍ້ອນວ່າ ເປັນລາຄາທີ່ຖືກລະບຸໄວ້ ໃນສັນຍາ ການຊື້-ຂາຍ ລະຫວ່າງໂຮງງານມັນຕົ້ນຈີນ ກັບຊາວສວນ ຕັ້ງແຕ່ປີ 2021, ແຕ່ມາຮອດປີນີ້ ທາງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ປະສານຫາໂຮງງານມັນຕົ້ນຈີນ ໃຫ້ປັບລາຄາຊື້ມັນຕົ້ນຂຶ້ນຕື່ມ ແລະວ່າ ພາຍໃນ 2 ປີ ລາຄາມັນຕົ້ນ ຢູ່ເມືອງລອງ ແຂວງຫຼວງນໍ້າທາ ຈະທຽບເທົ່າກັບລາຄາທ້ອງຕລາດ, ຢາກໃຫ້ຊາວສວນລໍຖ້າ.
ດັ່ງທ່ານກ່າວວ່າ:
“ກ່ອນທີ່ຈະເປີດໂຮງງານ ແຕ່ລະປີຫັ້ນເນາະ ກໍມີການຕໍ່ລອງເຣື່ອງລາຄາ ກະດຽວນີ້ ກໍຖືວ່າ ຂຍັບເຂົ້າມາເນາະ ຄືປີກາຍນີ້ ກໍແມ່ນລາຄາ 480 ກີບຕໍ່ໂລ ປີນີ້ລະແມ່ນ ໄດ້ 550 ກີບຕໍ່ກິໂລ ກໍຖືວ່າ ຍັງຕ່ຳຫັ້ນແຫຼະ ກໍມັນເປັນນໍາສະພາບ ທີ່ວ່າເຮົາສັນຍາເບື້ອງຕົ້ນຫັ້ນເນາະ ທຸກປີ ເຮົາຈະໄດ້ຕໍ່ລອງ ເພື່ອວ່າຈະໃຫ້ມັນໄດ້ໃກ້ຄຽງ ກັບລາຄາທີ່ວ່າບັນດາຕ່າງແຂວງ ຄິດວ່າປະມານ 2-3 ປີ ກໍຈະໄດ້ ໃກ້ຄຽງກັນແລ້ວ.”
ທ່ານກ່າວຕື່ມວ່າ ມັນຕົ້ນຂອງຊາວສວນເໜົ່າເສັຍ ກໍຍ້ອນວ່າໂຮງງານເປີດຮັບຊື້ມັນຕົ້ນຊ້າ ຄືປົກກະຕິ ຕ້ອງເປີດແຕ່ເດືອນພຶສຈິກາ ຂອງແຕ່ລະປີ, ແຕ່ມາປີນີ້ ພັດເປີດເດືອນມິນາ ຈຶ່ງເຮັດໃຫ້ມັນຕົ້ນ ທີ່ຊາວສວນຂຸດປະມ້ຽນ ແຕ່ເດືອນພຶສຈິກາ ເພື່ອຖ້າຂາຍໃຫ້ໂຮງງານມັນຕົ້ນຈີນນັ້ນ ມີຈໍານວນຫຼາຍ ແລະຈໍານວນນຶ່ງໄດ້ເໜົ່າຖິ້ມ.
ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງລອງ ແຂວງຫຼວງນໍ້າທາ ກ່າວໃນມື້ດຽວກັນນີ້ວ່າ ສ່ວນໂຮງງານມັນຕົ້ນຈີນ ຮັບຊື້ມັນຕົ້ນນໍາຊາວສວນ ຈໍານວນໜ້ອຍລົງກວ່າເກົ່ານັ້ນ ຍ້ອນພົບອຸປະສັກທາງທັມມະຊາດ ຕົ້ນໄມ້ຫັກລົ້ມທັບເສົາໄຟຟ້າ ເຮັດໃຫ້ມີບັນຫາເຣື່ອງໄຟຟ້າ ບໍ່ສາມາດໃຊ້ງານໄດ້ເປັນປົກກະຕິ ເຮັດໃຫ້ເຄື່ອງຈັກ ໃນໂຮງງານມັນຕົ້ນຈີນເປເພແດ່ ຈຶ່ງມີການຮັບຊື້ຊັກຊ້າ ແລະຄາດວ່າ ປະມານເດືອນພຶສພາ ທາງໂຮງງານມັນຕົ້ນຈີນ ກໍຈະເກັບຊື້ມັນຕົ້ນ ຈາກຊາວສວນໄດ້ທັງໝົດ.
ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ປີນີ້ ໝໍ້ແປງໄຟຟ້າເນາະ ເພຕລອດເນາະ ໄຟຕົກຕລອດ ບາດນຶ່ງ ຕົ້ນໄມ້ລົ້ມທັບເສົາ ຢູ່ຈຸດນັ້ນຢູ່ຈຸດນີ້ ໄດ້ແປງໄຟຕລອດ ໄຟບໍ່ປົກກະຕິກະ ເຄື່ອງຈັກ ຫຼືວ່າໄດ ໂຮງງານເຂົາເຈົ້າກໍໄໝ້ ກໍໄດ້ໄປແປງ ກໍໄດ້ເສັຍເວລາ ມື້ນຶ່ງສອງມື້ຫັ້ນນ່າ ມັນລະເປັນແນວນີ້ ມັນຫຼ້າຊ້າແນວນີ້ ທາງໂຮງງານ ກໍໄດ້ຮັບປາກນໍາ ຂແນງການທີ່ກ່ຽວຂ້ອງ ຂອງເມືອງແລ້ວເນາະ ເພິ່ນກະວ່າ ເຖິງແນວໃດກະຢ່າ ຊິໄດ້ເກັບຊື້ໝົດ ຊິໄດ້ປິດໂຮງງານຊ້າຫຼືໄວ ຊິເກັບຊື້ໝົດ.”
ໃນປີ 2022 ນີ້ ໂຮງງານມັນຕົ້ນຈີນ ກໍຍັງໄດ້ຂໍອະນຸຍາດ ຈາກຂັ້ນເມືອງ ແລະຂັ້ນແຂວງ ນໍາສົ່ງແປ້ງມັນຕົ້ນ ທີ່ແປຮູບແລ້ວ ຈໍານວນ 2,080 ຕັນ ສົ່ງໄປຍັງປະເທດຈີນ ໂດຍໃຊ້ການຂົນສົ່ງດ້ວຍຣົຖໄຟລາວ-ຈີນ ແລະຄາດວ່າ ປີນີ້ ໂຮງງານມັນຕົ້ນຈີນ ຈະສົ່ງອອກແປ້ງມັນຕົ້ນ ທີ່ແປຮູບແລ້ວ 7,000 ຕັນ.