ຜູ້ປະກອບການ ຈຳນວນນຶ່ງ ບໍ່ເຫັນດີ ຂຶ້ນຄ່າແຮງງານ ຂັ້ນຕໍ່າເພີ່ມເທື່ອ
ເຈົ້າຂອງທຸຣະກິຈ ຍັງບໍ່ເຫັນດີ ໃຫ້ຂຶ້ນຄ່າແຮງງານຂັ້ນຕໍ່າຈາກ 1,300,000 ເປັນ 1,500,000 ກີບ ຕໍ່ເດືອນ ໂດຍສະເພາະ ຄົນງານທີ່ຂາດທັກສະ ຫຼື ຄວາມສຳນານວຽກງານ ເຖິງແມ່ນວ່າ ຄ່າຄອງຊີບຈະສູງຂຶ້ນ ແລະ ທາງການສເນີໃຫ້ປັບຂຶ້ນກໍຕາມ.
-
ຈຳປາທອງ
2023-03-30 -
-
-
Your browser doesn’t support HTML5 audio
ສູນກາງສະຫະພັນກັມມະບານລາວ ຮຽກຮ້ອງເມື່ອບໍ່ດົນມານີ້ ໃຫ້ເຈົ້າຂອງທຸຣະກິຈ ຂຶ້ນຄ່າຈ້າງແຮງງານຂັ້ນຕໍ່າຈາກ 1,300,000 ກີບເປັນ 1,500,000 ກີບຕໍ່ເດືອນ ຍ້ອນວ່າ ຄ່າຈ້າງແຮງງານ ບໍ່ສອດຄ່ອງກັບຄ່າຄອງຊີບ ໃນປັດຈຸບັນ ຂະນະທີ່ຜູ້ປະກອບການຈໍານວນນຶ່ງ ຍັງບໍ່ພ້ອມທີ່ຈະຂຶ້ນເງິນເດືອນ ໃຫ້ຄົນງານ ແລະຈໍານວນນຶ່ງກໍເຫັນວ່າ ຄົນງານບາງຄົນບໍ່ມີທັກສະພຽງພໍ ທີ່ຈະໄດ້ເງິນ ເດືອນເພິ່ມຕື່ມ, ຍັງບໍ່ມີຄວາມສາມາດເຮັດວຽກໄດ້ພໍເທົ່າໃດ.
ດັ່ງຜູ້ປະກອບການ ໂຮງແຮມ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 30 ມີນານີ້ວ່າ:
“ບາງຄົນກໍບໍ່ມີຄວາມສາມາດ ກໍຢາກເວົ້າຖາມຫລາຍບາງ ຄົນກໍຢາກໄດ້ເງິນຫລາຍ ມັນຂຶ້ນຢູ່ກັບຄວາມສາມາດ ມັນບໍ່ຄືເມື່ອກ່ອນແລ້ວ ບາງທີກໍຕ້ອງມີຄວາມສາມາດ. ເອີ ພວກຂະເຈົ້າກໍ ກໍຢາກໄດ້ຫລາຍເນາະ ຍັງບໍ່ທັນໄດ້ເຮັດວຽກ ຢາກໄດ້ເງິນເດືອນຫລາຍຊີ້ນ່າ.”
ທ່ານກ່າວຕື່ມວ່າ ສໍາລັບວຽກງານ ທີ່ຈະໄດ້ຮັບຄ່າຈ້າງແຮງງານບໍ່ຮອດ 1,000,000 ກີບຫາ 1,200,000 ກີບຕໍ່ເດືອນນັ້ນ ກໍບໍ່ສາມາດລະບຸໄດ້ຢ່າງຄັກແນ່ວ່າ ແມ່ນວຽກງານຢູ່ໃນຂແນງການໃດແທ້, ຍ້ອນພວກເຂົາເຈົ້າກະຈາຍກັນ ຢູ່ໃນທຸກຫົວໜ່ວຍທຸຣະກິຈ ແລະການຄິດໄລ່ຄ່າຈ້າງ ແຮງງານນັ້ນ ທາງຜູ້ປະກອບການ ອີງໃສ່ຄວາມສາມາດໃນການເຮັດວຽກ ແລະຄວາມດຸໝັ່ນຂອງຄົນງານ.
ກ່ຽວກັບເຣື່ອງທີ່ວ່ານີ້ ນັກວິຊາການດ້ານການສົ່ງເສີມ ທັກສະຂອງຄົນງານທ່ານນຶ່ງ ກ່າວວ່າ ທີ່ຜ່ານມາ ນັກທຸຣະກີຈ ທັງພາຍໃນ ແລະຕ່າງປະເທດ ທີ່ລົງທຶນຢູ່ປະເທດລາວ ສ່ວນຫລາຍແມ່ນກ່ຽວກັບຂແນງກະສິກໍາ ແລະໂຮງຈັກໂຮງງານ ຊຶ່ງໃຊ້ຄົນງານ ທີ່ບໍ່ຈໍາເປັນຕ້ອງມີຄວາມສາມາດ ຫລື ມີສີມືແຮງງານຫລາຍພໍເທົ່າໃດ, ເຮັດໃຫ້ຊາວລາວບາງຄົນ ທີ່ມີຄວາມຮູ້ໃນສາຂາວິຊາສະເພາະ ຫລື ຮຽນຈົບການສຶກສາຊັ້ນສູງ ບໍ່ສົນໃຈເຮັດວຽກດັ່ງກ່າວນັ້ນ ແລະອີກຢ່າງນຶ່ງກໍໄດ້ຄ່າຈ້າງແຮງງານໜ້ອຍ.
ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“1,200,000 ຫາ 1,300,000 ມັນເປັນໄປບໍ່ໄດ້ແລ້ວຍາມນີ້ ຜູ້ປະກອບການ ເຂົາກໍຈໍາກັດເຣື່ອງວຸດທິການສຶກສາ ບາງຜູ້ປະກອບການເຂົາເຈົ້າກໍຈໍາກັດຊີ້ນ່າ ກໍຍັງວ່າຜູ້ໃດມີທັກສະຫລາຍ ມີແວວຫລາຍ ດ້ານໃດດ້ານນຶ່ງ ຂະເຈົ້າກໍມີການຕໍ່ລອງຄ່າແຮງງານ ເຣື່ອງທັດສະເຣື່ອງຍີ້ກັ້ນນ່າ ໄປເບິ່ງແລ້ວອ້າຍໄປເບິ່ງແລ້ວ ຂະເຈົ້າບໍ່ເນັ້ນເຣື່ອງທັກສະ ຂະເຈົ້າເນັ້ນເຣື່ອງວ່າເຈົ້າຈະເຮັດໄດ້ບໍ່ ພາຍໃນ 4 ມື້ຫລາຍກ່ອນ.”
ພ້ອມດຽວກັນນີ້ ນາຍໜ້າຊອກຫາຄົນງານ ໃຫ້ຫົວໜ່ວຍທຸຣະກິຈ ຢູ່ນະຄອນ ຫລວງວຽງຈັນ ກໍກ່າວຕໍ່ວິທຍຸເອເຊັຍເສຣີເຖິງຜູ້ປະກອບການ ຫລືນາຍຈ້າງຈໍານວນນຶ່ງ ທີ່ຍັງສືບຕໍ່ ໃຫ້ຄ່າຈ້າງແຮງງານເດືອນລະບໍ່ຮອດ 1,200,000 ກີບ ຫລື ຈ່າຍຄ່າຈ້າງຢູ່ປະມານ 1,200,000 ກີບຫາ 1,500,000 ກີບຕໍ່ເດືອນນັ້ນວ່າ ແມ່ນເປັນຍ້ອນພວກເຂົາເຈົ້າ ໄດ້ຊ່ອຍເຫລືອຄົນງານ ໃນເຣື່ອງອາຫານການກິນແລະທີ່ຢູ່ອາໄສ. “1,500,000 ນີ້ເຮົາຢູ່ໄດ້ຮອດ 2 ເດືອນຫລືຂຶ້ນກັບວ່າ ເຮົາຢູ່ໄດ້ຮອດ 2 ເດືອນຫລືສ່າ 3 ເດືອນ ເຂົາຈຶ່ງປັບເງິນໃຫ້ກັບເຮົາເນາະ ຖ້າວ່າເຮົາຢູ່ບໍ່ໄດ້ສໍ່ານັ້ນເຂົາບໍ່ປັບຂຶ້ນ ແຕ່ໃນການທີ່ວ່າຢູ່ໄດ້ 1,000,000 ປາຍຫລືວ່າ 1,400,000 ຫາ 1,500,000 ຫລືລະຫວ່າງ 1,200,000 ຫາ 1,500,000 ນີ້ເຣື່ອງຢູ່ ເຣື່ອງກິນນີ້ມັນຂຶ້ນຢູ່ກັບເຂົາ ນາຍໜ້າເນາະ ການຢູ່ການກິນການນອນນີ້ ເປັນຂອງເຂົາໝົດທຸກຢ່າງ ມັນຂຶ້ນກັບເຂົາເອງ.”
ທ່ານກ່າວຕໍ່ໄປວ່າ ວຽກງານຈໍານວນນຶ່ງພາຍໃນ ປະເທດລາວ ເປັນວຽກງານທີ່ມີການຈ້າງງານແບບລາຍມື້ ຊຶ່ງມີຄ່າຈ້າງແຮງງານມື້ລະ 120,000 ກີບ, ແຕ່ຖ້າຫາກຄົນງານໄດ້ກິນເຂົ້າຢູ່ ນໍານາຍຈ້າງ ພວກເຂົາເຈົ້າຈະໄດ້ຮັບຄ່າຈ້າງພຽງແຕ່ 100,000 ກີບຕໍ່ມື້. ຖ້າຫາກເປັນການຈ້າງງານ ແບບລາຍເດືອນ ຄົນງານກໍຈະໄດ້ຮັບຄ່າຈ້າງປະມານ 1,500,000 ກີບຫາ 2,000,000 ກີບຕໍ່ເດືອນ, ແຕ່ຖ້າຫາກຄົນງານກິນເຂົ້າຢູ່ນໍານາຍຈ້າງ ກໍຈະໄດ້ຮັບຄ່າຈ້າງພຽງ 1,100,000 ກີບຫາ 1,300,000 ກີບຕໍ່ເດືອນ ຊຶ່ງຖືວ່າເປັນຈໍານວນເງິນທີ່ໜ້ອຍ, ບໍ່ກຸ້ມຢູ່ບໍ່ກຸ້ມກິນ ໂດຍສະເພາະຄົນງານ ທີ່ຕ້ອງໄດ້ເບິ່ງແຍງລູກນ້ອຍ ແລະຄົນອື່ນໆໃນຄອບຄົວ. ມາເຖິງປັດຈຸບັນ ຜູ້ປະກອບການ ຫລື ນາຍຈ້າງ ທີ່ໃຫ້ຄ່າຈ້າງຄົນງານ ບໍ່ຮອດ 1,500,000 ກີບນັ້ນ ແທບຈະບໍ່ມີຄົນງານລາວ ເຂົ້າສມັກເຮັດວຽກນໍາແລ້ວ ຍ້ອນເປັນຄ່າຈ້າງ ທີ່ບໍ່ສອດຄ່ອງກັບຄ່າຄອງຊີບ ແລະສະພາບເງິນເຟີ້ ທີ່ເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ນາຍຈ້າງຫລາຍຄົນ ຈໍາເປັນຕ້ອງຍອມປັບຂຶ້ນຄ່າຈ້າງແຮງງານ ໃຫ້ແກ່ຄົນງານ, ແຕ່ການປັບຂຶ້ນຄ່າຈ້າງແຮງງານ ແຕ່ລະເທື່ອ ພັດເປັນເຣື່ອງຫຍຸ້ງຍາກ ດັ່ງຄົນງານລາວ ທີ່ເຮັດວຽກຢູ່ຮ້ານອາຫານ ໃນນະຄອນຫລວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 30 ມິນານີ້ວ່າ:
“ເພິ່ນແຕ່ລະເທື່ອກໍ 100,000 ກີບເນາະ 100,000 ກີບໄລ່ຖິ້ມໆກໍ 200 ບາດປະມານ 3 ເດືອນຫລືວ່າ 6 ເດືອນ ຫລື ວ່າປີນຶ່ງແລ້ວແຕ່ຄັນນາຍຈ້າງຜູ້ໃດດີ ກໍເອີກໍ 3 ເດືອນຫາ 6 ເດືອນ ນາຍຈ້າງຜູ້ໃດຢາກອືດໆແອ່ກໍປະມານປີນຶ່ງ ຫລື ວ່າປີປາຍພຸ້ນແຫລະ ຄັນວ່າຣັຖບານເລັ່ງລັດ ອອກມາໄດ້ ກໍເອີ ປັບຂຶ້ນໃຫ້ກໍເບິ່ງທັກສະພຸ້ນແຫລະ ແຕ່ວ່າເຣີ່ມຕົ້ນກໍແມ່ນຊ່ຳນັ້ນຫັ້ນ.”
ຄົນງານຜູ້ນີ້ເວົ້າຕື່ມວ່າ ເຖິງແມ່ນທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະພະຍາຍາມ ປັບຂຶ້ນຄ່າຈ້າງແຮງງານຂັ້ນຕໍ່າ ຈາກ 1,200,000 ກີບເປັນ 1,500,000 ກີບຕໍ່ເດືອນ, ໃຫ້ຜູ້ປະກອບການ ແລະນາຍຈ້າງຈ່າຍຄ່າຈ້າງ ແຮງງານໃຫ້ຜູ້ອອກແຮງງານຫລາຍຂຶ້ນ ແຕ່ໃນເມື່ອເງິນກີບເຟີ້ຮຸນແຮງຄືໃນປັດຈຸບັນ ເຮັດໃຫ້ຄ່າຈ້າງແຮງງານຂັ້ນຕໍ່າ ພາຍໃນປະເທດລາວ ຈຶ່ງບໍ່ຄວນຕໍ່າກວ່າ 2,000,000 ຫາ 2,500,000 ກີບຕໍ່ເດືອນ.
ການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ກັມມະກອນກໍ່ສ້າງຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າວ່າ ຢາກໃຫ້ມີການປັບ. ຖ້າກິນຢູ່ນໍາບໍຣິສັດ ກໍຂໍໃຫ້ເຣີ່ມຕົ້ນ 150,000 ກີບຕໍ່ມື້, ຖ້າກິນຢູ່ເອງກໍ 200,000 ກີບຕໍ່ມື້ຂຶ້ນໄປ.
“ກໍຢາກປັບ ຢາກໃຫ້ປັບ ກິນຢູ່ນະບໍຣິສັດເນາະ ເລີ່ມຕົ້ນຫັ້ນ 150,000 ກີບຕໍ່ມື້ ຖ້າວ່າກິນເອງຢູ່ເອງກໍ ...ອັນນ່າ 200,000 ກີບຕໍ່ມື້ຂຶ້ນໄປ ໂດຍ ອັນປົກກະຕິແລ້ວປົກກະຕິຢູ່ລາວ ຕອນເຊົ້າອາຈກິນໝີ່ແລ້ວກໍອັນນັ້ນ ຕອນສວຍ, ຕອນແລງ ມັນກິນເຂົ້າ.”
ເມື່ອກ່ອນໜ້ານີ້ ຍານາງ ໃບຄໍາ ຂັດທິຍະ ຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດິການສັງຄົມ, ປະທານສູນກາງ ສະຫະພັນກັມມະບານລາວ, ປະທານສະພາການຄ້າ ແລະອຸດສາຫະກັມ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ຮ່ວມກັນສເນີຄວາມເຫັນ ໃນກອງປະຊຸມຄະນະກັມມະການແຮງງານ ແຫ່ງຊາຕ ຄັ້ງທີ 1 ໃນມື້ວັນທີ 23 ມິນານີ້ ກ່ຽວກັບການປັບປຸງຄ່າແຮງງານ ຂັ້ນຕໍ່າ ແລະແນວທາງການແກ້ໄຂບັນຫາຂາດເຂີນຄົນງານ ຍ້ອນທີ່ຜ່ານມາ ຄ່າແຮງງານຂັ້ນຕໍ່າ 1,200,000 ຫາ 1,300,000 ກີບຕໍ່ເດືອນ ບໍ່ສອດຄ່ອງ ກັບຄ່າຄອງຊີບໃນປັດຈຸບັນ.
ທີ່ຜ່ານມາ ທາງການລາວ ໄດ້ປັບປຸງຄ່າແຮງງານຂັ້ນພື້ນຖານ 9 ຄັ້ງ, ຄັ້ງຫຼ້າສຸດ ຫລື ຄັ້ງທີ 9 ທາງການລາວໄດ້ປັບຄ່າແຮງງານ ຂັ້ນຕໍ່າຈາກ 1,100,000 ກີບມາເປັນ 1,300,000 ກີບຕໍ່ເດືອນ ຫລື 18% ຂອງອັດຕຣາເງິນເດືອນເດີມ. ເມື່ອທຽບໃສ່ປະເທດອື່ນໆ ໃນພາກພື້ນເອເຊັຽ ຕາເວັນອອກສ່ຽງໃຕ້, ສປປ ລາວ ແມ່ນມີຄ່າຈ້າງແຮງງານ ຕໍ່າທີ່ສຸດ ເປັນອັນດັບ 9 ຈາກ 10 ປະເທດ. ສ່ວນປະເທດທີ່ມີຄ່າຈ້າງແຮງງານ ຕໍ່າສຸດໃນພາກພື້ນດຽວກັນນີ້ ແມ່ນປະເທດພະມ້າ.