ເຈົ້າຂອງຣົຖໂດຍສານ ຖືກຕັ້ງຂໍ້ຫາ ຂົນສິນຄ້າ ນອກລະບົບ

ເຈົ້າຂອງ ຣົຖຂົນສົ່ງໂດຍສານ ແລະ ສິນຄ້າ ຖືກເຈົ້າໜ້າທີ່ ກວດກາສິນຄ້າ ແຂວງຄຳມ່ວນ ຕັ້ງຂໍ້ຫາຫຼາຍຂໍ້ ຂະນະທີ່ຊາວບ້ານ ເຫັນວ່າ ເປັນການຕັ້ງຂໍ້ຫາ ທີ່ໜ້າສົງສັຍ, ຍ້ອນສິນຄ້າດັ່ງກ່າວນີ້ ບໍ່ແມ່ນເປັນເຄື່ອງ ຂອງເຈົ້າຂອງຣົຖ ແລະ ເຈົ້າໜ້າທີ່ ກໍບໍ່ມີສິດ ທີ່ຈະກັກໂຕຜູ້ກ່ຽວໄປ.

ໂຕຢ່າງ ຣົຖໂດຍສານ (ສະຖານີ ຣົດເມໂດຍສານ ນະຄອນຫຼວງວຽງຈັນ) RFA

“ທ້າວນ້ອຍ ຈຽງສະກຸນ” ເຈົ້າຂອງຣົຖຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ລະຫວ່າງເມືອງທ່າແຂກ ແຂວງຄຳມ່ວນ ແລະ ນະຄອນຫລວງວຽງຈັນ ຖືກເຈົ້າໜ້າທີ່ກວດກາການຄ້າ ແຂວງຄຳມ່ວນ ຕັ້ງຂໍ້ຫາຫລາຍຂໍ້ ເປັນຕົ້ນ ດຳເນີນທຸຣະກິຈ ຜິດວັດຖຸປະສົງ, ຫລົບຫລີກພັນທະ ຫລື ຄ່າທຳນຽມຕ່າງໆ ກ່ຽວກັບສິນຄ້າ, ຮັບຈ້າງຂົນສົ່ງສິນຄ້າ ທີ່ຜິດລະບຽບກົດໝາຍ ແລະ ມີພຶດຕິກັມຂັດຂວາງ ການປະຕິບັດວຽກງານຂອງເຈົ້າໜ້າທີ່.

ໃນຂະນະດຽວກັນ ຊາວບ້ານຈຳນວນນຶ່ງ ກໍມີຄວາມເຫັນວ່າ ການຕັ້ງຂໍ້ຫາຄັ້ງນີ້ ບໍ່ມີຄວາມໂປ່ງໃສ ແລະ ບໍ່ເປັນທັມ ຍ້ອນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕັ້ງຂໍ້ຫາໃຫ້ແຕ່ສະເພາະ “ທ້າວນ້ອຍ ຈຽງສະກຸນ” ແຕ່ພຽງຝ່າຍດຽວ ໂດຍບໍ່ມີການພິຈາຣະນາຄວາມຜິດ ຕໍ່ ເຈົ້າໜ້າທີ່ກວດກາການຄ້າ ກຸ່ມດັ່ງກ່າວນີ້ແຕ່ຢ່າງໃດ. ອີກທັ້ງ ການຕັ້ງຂໍ້ຫາຕ່າງໆນັ້ນ ຍັງບໍ່ຕົງກັບສະພາບຕົວຈິງທີ່ເກີດຂື້ນ.

ດັ່ງຊາວບ້ານຜູ້ຮູ້ເຫດການ ຢູ່ເມືອງທ່າແຂກ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ເມື່ອວັນທີ 7 ມີນາ 2022 ນີ້ວ່າ:

ບໍ່ໄດ້ເວົ້າແນວໃດ ກໍ່ມີແຕ່ຈັບໄປໂລດ ຄ້າຢອກຄ້າຢາບໍ່ ຄ້າຂອງເຖື່ອນບໍ່ ອັນນີ້ພັດບໍ່ໄດ້ເຮັດຫຍັງ. ນຶ່ງມາ ຄັນຖ້າວ່າເຈົ້ານັ້ນບໍຣິສຸດແທ້ນ່າ ສຳໄລ້ຟສົດ ມັນຊິເປັນຫຍັງ ຖ້າເຈົ້າບໍຣິສຸດແທ້ ຖ້າເຈົ້າເຮັດຕາມໜ້າທີ່ຂອງເຈົ້າ. ອັນນີ້ເຈົ້າບໍ່ໄດ້ເຮັດຕາມໜ້າທີ່ຂອງເຈົ້າ ມັນເຮັດບໍ່ຖືກເນາະ ຢາກຈະຂົ່ມຂູ່ ເອົາເງິນປະຊາຊົນເນາະ.

ສຳລັບຂໍ້ກ່າວຫາ ທີ່ວ່າ “ທ້າວນ້ອຍ ຈຽງສະກຸນ” ດຳເນີນທຸຣະກິຈ ຜິດວັດຖຸປະສົງ ຄື ນຳຣົຖໂດຍສານມາຮັບຝາກຂົນເຄື່ອງນັ້ນ ຖືເປັນຂໍ້ກ່າວຫາ ທີ່ບໍ່ຍຸຕິທັມ ຍ້ອນໃນສະພາບໂຕຈິງແລ້ວ ຖ້າຫາກເຈົ້າຂອງຣົຖບໍ່ມີບ່ອນຫວ່າງ ກໍສາມາດຂາຍປີ້ດັ່ງກ່າວນີ້ ໃຫ້ແກ່ຜູ້ຕ້ອງການຝາກເຄຶ່ອງໄດ້, ຖ້າຫາກເຈົ້າໜ້າທີ່ຣົຖ ຕ້ອງການກວດໃບອາກອນສິນຄ້າ ກໍຈຳເປັນຕ້ອງໄດ້ຂໍກວດ ຈາກເຈົ້າຂອງເຄື່ອງ ຍ້ອນສິນຄ້າດັ່ງກ່າວນີ້ ບໍ່ແມ່ນເປັນເຄື່ອງຂອງເຈົ້າຂອງຣົຖ ແລະ ເຈົ້າໜ້າທີ່ ກໍບໍ່ມີສິດທີ່ຈະກັກໂຕຜູ້ກ່ຽວໄປ. ສະນັ້ນ ຍາດຕິພີ່ນ້ອງ ຂອງກ່ຽວ ສາມາດຟ້ອງຮ້ອງ ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາຣະນາ ຂໍ້ກ່າວຫາຄືນໃໝ່.

ດັ່ງນັກກົດໝາຍ ຜູ້ຮູ້ເຫດການດັ່ງກ່າວ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຂະເຈົ້າບໍ່ມີສິດ ວ່າຈະກັກໂຕລາວ ມີແຕ່ກັກບໍຣິເວນນີ້ ມີແຕ່ວ່າ ເອີໃຫ້ລາວຢູ່ນັ້ນ ພາຍໃນ 48 ຊົ່ວໂມງ ເພື່ອຕິດຕໍ່ເຈົ້າຂອງເຄື່ອງນັ້ນມາວ່າ ເຄື່ອງຂອງຂອງເຈົ້ານີ້ມັນຜິດກົດໝາຍເນາະ. ອັນນຶ່ງເນາະ ຕ້ອງໄດ້ເອົາຜູ້ນັ້ນ ຜູ້ຝາກມາດຳເນີນຄະດີ ອັນສອງ ແບບວ່າສິນຄ້າ ຫລົບໜີພາສີ ເຈົ້າຂອງເຄື່ອງຫັ້ນ ຕ້ອງໄດ້ມາເສັຽພາສີຕາມກົດໝາຍ ເຂົາເຈົ້າບໍ່ມີສິດຈະກັກ ໂຊເຟີຣ໌ໂດຍສານ ບໍ່ມີສິດເດັດຂາດ.

ໃນຂະນະດຽວກັນ ການທີ່ “ທ້າວນ້ອຍ ຈຽງສະກຸນ” ຖ່າຍທອດສົດ ການປະຕິບັດງານຂອງເຈົ້າໜ້າທີ່ ຜ່ານສື່ສັງຄົມອອນລ່າຍນັ້ນ ກໍເນື່ອງຈາກລາວເຫັນວ່າ ພາຍຫລັງເຈົ້າໜ້າທີ່ ເຂົ້າມາບຸກລຸກເຮືອນຂອງລາວ ໃນເວລາແລງຄໍ່າ ພ້ອມທັງພະຍາຍາມທີ່ຈະໃຫ້ຄົນມາຂີ່ຣົຖເມໂດຍສານ ທີ່ມີເຄຶ່ອງຂອງໄປໄວ້ທີ່ສາງ ຂອງຜະແນກອຸສາຫະກັມ ແລະ ການຄ້າ ແຂວງຄຳມ່ວນ ໂດຍບໍ່ມີໃບຂໍກວດຄົ້ນ. ຍ້ອນເຫດນີ້ ເຈົ້າໜ້າທີ່ ຈຶ່ງພິຈາຣະນາໃຫ້ທ້າວນ້ອຍ ມີຄວາມຜິດ ຕາມປະມວນກົດໝາຍອາຍາ ມາຕຣາ 168 ວ່າດ້ວຍການສ້າງຄວາມເສັຍຫາຍ ຜ່ານສື່ສັງຄົມອອນລ່າຍ ເຮັດໃຫ້ເຈົ້າໜ້າທີ່ເສັຍຊື່ສຽງ, ຂັດຂວາງການປະຕະບັດວຽກງານ ແລະ ມີ່ນປະມາດເຈົ້າໜ້າທີ່ນັ້ນ ເຊິ່ງຫລາຍຝ່າຍເຫັນວ່າ ເປັນການກະທຳບໍ່ສົມຄວນ.

ດັ່ງ ດຣ. ບຸນທອນ ຈັນທະລາວົງ-ວິເຊິ ປະທານອົງການ ພັນທະມິຕ ເພຶ່ອປະຊາທິປະຕັຍໃນລາວ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນວັນທີ 5 ມີນາ 2022 ທີ່ຜ່ານມານີ້ວ່າ:

ຕາມປົກກະຕິແລ້ວ ຫາກເຈົ້າໜ້າທີ່ ຕ້ອງການຢາກໃຫ້ຜູ້ໃດ ທີ່ວ່າ ຂົນສົ່ງສິນຄ້າຜິດ ເຈົ້າໜ້າທີ່ກໍ່ມີສິດກວດກາ ຖືກຕ້ອງຕາມກົດໝາຍທີ່ວາງໄວ້. ຫາກຜູ້ກ່ຽວບໍ່ຍອມ ກໍແນ່ນອນ ຈະຕ້ອງນຳໄປສືບສວນ ແຕ່ບໍ່ແມ່ນການຕັດສິນໂທດ ຍ້ອນວ່າໄປຖ່າຍຮູປພາບ ຂ່າວວີດິໂອຕ່າງໆແລ້ວລົງໂທດ ອັນນີ້ແມ່ນບໍ່ສົມຄວນ.”

ທາງດ້ານນັກກົດໝາຍ ຜູ້ຮູ້ເຫດການອີກທ່ານນຶ່ງກໍກ່າວວ່າ ທ້າວນ້ອຍ ຈຽງສະກຸນ ສາມາດຖ່າຍທອດສົດ ການປະຕິບັດວຽກງານ ຂອງເຈົ້າໜ້າທີ່ ເພຶ່ອໃຫ້ເປັນຫລັກຖານໃນການປົກປ້ອງຕົວເອງ ເນຶ່ອງຈາກໃນມື້ເກີດເຫດ ເຈົ້າໜ້າທີ່ກວດສິນຄ້າກຸ່ມດັ່ງກ່າວນີ້ ມີອາການເມົາເຫລົ້າ, ໃຊ້ວາຈາບໍ່ສຸພາບ, ບໍ່ມີໃບອານຸຍາດກວດຄົ້ນ ແລະ ເດີນທາງມາທີ່ເຮືອນ ຂອງທ້າວນ້ອຍ ປະມານ 10ປາຍຄົນ ໃນເວລາ 20ໂມງແລງ ຂອງວັນທີ 25 ກຸມພາ 2022 ເຊິ່ງຢູ່ນອກເວລາຣັຖການ.

ກ່ຽວກັບເຣຶ່ອງນີ້, ວິທະຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ໄປຍັງຍາດຕິພີ່ນ້ອງ ຫລື ຄົນໃກ້ຊິດຂອງ ທ້າວນ້ອຍ ຈຽງສະກຸນ ເພື່ອສອບຖາມວ່າ ຫລັງຈາກ ພິຈາຣະນາຄະດີແລ້ວນັ້ນ ຈະດຳເນີນການແນວໃດຕໍ່ໄປຫລືບໍ່ ແຕ່ພັດບໍ່ສາມາດຕິດຕໍ່ໃຜໄດ້ເທຶ່ອ.

ພາຍຫລັງທີ່ມີການຖແຫລງການຂ່າວ ຈາກເຈົ້າໜ້າທີ່ ໄດ້ເຜີຍແຜ່ອອກໄປ ຕາມສ່ອງສັງຄົມອອນລ່າຍຕ່າງໆ ພັດມີປະຊາຊົນຜູ້ຮູ້ເຫດການຈຳນວນຫລາຍ ຕ່າງກໍອອກມາສະແດງຄວາມເຫັນວ່າ ການຕັ້ງຂໍ້ຫາດັ່ງກ່າວນັ້ນ ບໍ່ມີຄວາມເປັນທັມ ຍ້ອນເຄື່ອງຂອງທີ່ລາວຮັບມາຈາກເຈົ້າຂອງເຄຶ່ອງນັ້ນ ເປັນສິນຄ້າອຸປໂພກ-ບໍຣິໂພກ ທົ່ວໄປ ເປັນເຄຶ່ອງຂອງທີ່ລາວຮັບ, ເຈົ້າຂອງເຄຶ່ອງນຳມາຝາກ ເພຶື່ອຂົນສົ່ງໄປຈາກເມຶອງທ່າແຂກ ແຂວງຄຳມ່ວນ ໄປຮອດ ນະຄອນຫລວງວຽງຈັນ ບໍ່ແມ່ນການສົ່ງສິນຄ້າ ຫລື ການຊື້ຂາຍສິນຄ້າ ລະຫວ່າງປະເທດ. ດັ່ງຊາວບ້ານ ຜູ້ຕິດຕາມເຫດການ ດັ່ງກ່າວນີ້ ກ່າວຜ່ານສື່ສັງຄົມອອນລ່າຍ ວ່າ:

ທ່ານເວົ້າວ່າ ເຄຶ່ອງຂອງທັງໝົດ ແມ່ນຊື້ຈາກຮ້ານຄ້າຕາມຕລາດທົ່ວໄປ. ຖ້າຊື້ຈາກວຽງຈັນແລ້ວຂົນສົ່ງລົງໃຕ້ ຫລື ຂື້ນເໜືອ ກໍຕ້ອງໄດ້ຈ່າຍອາກອນ ຫລື ພາສີອີກບໍ່? ຄັນເຈົ້າໜ້າທີ່ ເວົ້າວ່າ ບໍ່ຖືກຕ້ອງ ເປັນຫຍັງຈຶ່ງອະນຸຍາດໃຫ້ຈີນ ໃຫ້ວຽດນາມ ແລະ ໄທຍ ນຳເຂົ້າສິນຄ້າມາຂາຍເຕັມທ້ອງຕລາດ ຕັ້ງແຕ່ເໜືອຮອດໃຕ້. ຖ້າຈັບ ກໍຄວນຈັບຜູ້ອະນຸຍາດນຳເຂົ້າ ຂະເຈົ້າຫາເງິນ ແລະ ຮັບບໍຣິການຂົນສົ່ງ ເຈົ້າໜ້າທີ່ຄວນເບິ່ງຄືນ ສ້າງຄວາມເຊື່ອໝັ້ນ ແລະ ຄວາມເປັນທັມແກ່ປະຊາຊົນ.

ໃນຂະນະທີ່ປະຊາຊົນທີ່ໄດ້ຕິດຕາມຄະດີດັ່ງກ່າວນີ້ ອີກຈຳນວນນຶ່ງ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງມາກວດກາ ພິຈາຣະນາ ການຕັ້ງຂໍ້ຫາດັ່ງກ່າວນີ້ຄືນ ຍ້ອນເຈົ້າໜ້າທີ່ ກັບຄະດີດັ່ງກ່າວນີ້ ອາດໃຊ້ອຳນາດໜ້າທີ່ຂອງເຂົາເຈົ້າ ໃນການຄົມເຫັງ ປະຊາຊົນ.

ດັ່ງ ຊາວບ້ານຢູ່ເມືອງທ່າແຂກອີກທ່ານນຶ່ງ ກ່າວວ່າ:

ປະເທດລາວເຮົາ ອາດມີຜູ້ມີຄວາມເປັນທັມ ໃຫ້ກັບປະຊາຊົນຢູ່ດອກ ແຕ່ວ່າເຮົາອາດຍັງບໍ່ເຂົ້າເຖິງຊື່ໆ ຫັ້ນນ່າ. ເພາະວ່າຢູ່ທ່າແຂກ ໜ້າຈະຢາກຍາກ ເຮັດສໍ່າລາວຫັ້ນນ່າ ເພາະວ່າ ລາວຜິດກັບຄົນມີອຳນາດ ຫັ້ນນ່າ. ອັນນີ້ເຮົາກະເວົ້າໃຫ້ເຫັນໂຕຈິງເລີຍ.”

ອີງຕາມ ການຖແລງຂ່າວ ກ່ຽວກັບ ການປະຕິບັດວຽກງານຂອງເຈົ້າໜ້າທີ່ ກວດກາການຄ້າ ແຂວງຄຳມ່ວນ ລະບຸວ່າ “ທ້າວນ້ອຍ ຈຽງສະກຸນ” ເຈົ້າຂອງຣົຖຂົນສົ່ງຜູ້ໂດຍສານ ແລະສິນຄ້າ ແມ່ນຜິດຕໍ່ກົດລະບຽບກົດໝາຍ ຂອງປະເທດລາວ ຄື ດຳເນີນທຸຣກິຈ ແບບ ບໍ່ຖືກວັດຖຸປະສົງ ຂອງວິສະຫະກິຈຂອງຕົນ ຄື ນຳຣົຖຂົນສົ່ງຜູ້ໂດຍສານ ໄປໃຊ້ໃນການຂົນສົ່ງສິນຄ້າ ຈະຖຶກສຶກສາອົບຮົມ ຫລື ຖຶກປັບໃໝ ແຕ່1 ລ້ານກີບ ຫາ 5 ລ້ານກີບ ຕໍ່ຄັ້ງ. ການລົບຫລີກພັນທະ ຫລື ຄ່າທຳນຽມຕ່າງໆ ຈະຖືກປັບໃໝ 70% ຂອງສິນຄ້າ ເຄື່ອງຂອງ, ອອກໃບເກັບເງິນແບບບໍ່ຖືກຕ້ອງ ຕາມລະບຽບອາກອນ ຈະຖືກປັບໃໝ 20-60% ຂອງຈຳນວນອາກອນ ທີ່ໄລ່ໃຫ້ເສັຍ ແລະຮັບຈ້າງສິນຄ້າ ຜິດລະບຽບກົດໝາຍ ປະເພດ ຈັກຕັດໄມ້ ແລະ ອາໄຫລ່.

ດັ່ງທ່ານວຽງທອງ ພິມມະສອນ ຕາງໜ້າກວດກາການຄ້າ ແຂວງຄຳມ່ວນ ກ່າວ ໃນການຖແລງຂ່າວ ຕໍ່ສື່ມວນຊົນ ເມື່ອວັນທີ 4 ມີນາ 2022 ນີ້ວ່າ:

ຜູ້ຖືກກວດກາ ແລະ ບຸກຄົນອື່ນ ຈະຖືກກ່າວເຕືອນ ຮັບຜິດຊອບທາງແພ່ງ ຫລືທາງອາຍາ ຕາມແຕ່ກໍຣະນີເບົາ ຫລື ໜັກ. ຕໍ່ພຶດຕິກັມດັ່ງນີ້ ບໍ່ໃຫ້ຄວາມຮ່ວມມື, ຂັດຂວາງ, ສ້າງຄວາມຫຍຸ້ງຍາກ, ຂົ່ມຂູ່, ໃຊ້ຄວາມຫຍາບຄາຍ, ໃຊ້ຄວາມຮຸນແຮງ ຫລື ທຳຮ້າຍຮ່າງກາຍ ເຈົ້າໜ້າທີ່ກວດກາການຄ້າ.”

ກ່ຽວກັບເຣຶ່ອງນີ້, ວິທະຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ ຕຳຣວດເສຖກິຈ ຂອງແຂວງຄຳມ່ວນ ເຊິ່ງເປັນໜວ່ຍງານ ທີ່ຮັບຜິດຊອບຄະດີນີ້ໂດຍຕົງ ເພຶ່ອສອບຖາມ ກ່ຽວກັບ ຄວາມຄືບໜ້າຂອງຄະດີ “ທ້າວນ້ອຍ ຈຽງສະກຸນ” ເປັນຕົ້ນ ຜູ້ກ່ຽວ ຈະຕ້ອງຖືກປັບໃໝເທົ່າໃດ ຫລື ຖືກ ຕັດສິນ ຈຳຄຸກຈັກປີ ແລະ ອະນຸຍາດໃຫ້ມີການປະກັນຕົວໄດ້ ຫລື ບໍ່? ແຕ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ຂໍ້ມູນ.

ອີງຕາມການຖແລງຂ່າວ ໃນຄັ້ງນີ້ລະບຸວ່າ ກ່ອນໜ້ານີ້ ເມຶ່ອວັນທີ 13 ກຸມພາ 2022 ເຈົ້າໜ້າທີ່ ກວດກາການຄ້າ ໄດ້ກວດພົບວ່າ ຣົຖເມຄັນດັ່ງກ່າວນີ້ ໄດ້ມີການຂົນສົ່ງສິນຄ້າມາກ່ອນແລ້ວ ແລະ ໃນຄັ້ງນັ້ນ ເຈົ້າໜ້າທີ່ກໍສເນິຕົວຂໍ ກວດກາ ແຕ່ເຈົ້າຂອງຣົຖບໍ່ອະນຸຍາດ ພ້ອມທັງ ສະແດງຄວາມບໍ່ພໍໃຈຕໍ່ເຈົ້າໜ້າທີ່. ສະນັ້ນ ທາງອົງການ ປະຕິບັດວຽກງານກວດກາການຄ້າ ຈຶ່ງປະສານຫາ ຂເເນງການທີ່ກ່ຽວຂ້ອງ ມາຮ່ວມກວດການຳ ຄື ເຈົ້າໜ້າທີ່ຕຳຣວດ ເສຖກິຈການຄ້າແຂວງ, ອຳນາດການປົກຄອງບ້ານ ບ້ານເລົ່າໂພໄຊ, ເຈົ້າໜ້າທີ່ ປກຊ-ປກສ ກຸ່ມຈອມແຈ້ງ ພ້ອມເຮັດບົດບັນທຶກ ກວດກາຮ່ວມກັນໄວ້ ແຕ່ຜູ້ກ່ຽວບໍ່ໄດ້ເຊັນ.

ຈົນມາຮອດ ວັນທີ 25 ກຸມພາ ທີ່ຜ່ານມາ ເຈົ້າໜ້າທີ່ທີ່ກວດກາການຄ້າ ຈຶ່ງໄດ້ໄປກວດກາອີກເທຶ່ອນຶ່ງ ແຕ່ຜູ້ກ່ຽວພັດບໍ່ອະນຸຍາດໃຫ້ເຈົ້າໜ້າທີ່ກວດຄົ້ນ ຍ້ອນບໍ່ມີໃບຂໍກວດຄົ້ນ.

ຈາກນັ້ນຜູ້ກ່ຽວກໍຖ່າຍທອດສົດ ການປະຕິບັດວຽກງານຂອງເຈົ້າໜ້າທີ່ ເພຶ່ອໃຊ້ເປັນຫລັກຖານ ຄັນວ່າມີເຫດການຜິດປົກກະຕິເກີດຂື້ນ ພ້ອມເວົ້າໃຫ້ເຈົ້າໜ້າທີ່ ກັບມາກວດກາຕາມພາຍຫລັງ ຍ້ອນໃບອາກອນສິນຄ້າຢູ່ນຳເຈົ້າຂອງເຄື່ອງ ບໍ່ໄດ້ຢູ່ນຳຜູ້ກ່ຽວ ແຕ່ດ້ວຍຣົຖເມ ແລະ ເຄື່ອງຂອງເທິງຣົຖເມ ໄປເກັບໄວ້ຢູ່ພະແນກ ອຸຕສາຫກັມ ແລະ ການຄ້າແຂວງ ໂດຍບໍ່ທັນໄດ້ຕັ້ງຂໍ້ຫາ ຕໍ່ຜູ້ກ່ຽວແນວໃດເທຶ່ອ.

ຈາກນັ້ນ ໃນວັນທີ 28 ກຸມພາ ທີ່ຜ່ານມາ ເຈົ້າໜ້າທີ່ກວດກາການຄ້າ ກໍໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຕາງໜ້າຂອງ ເຈົ້າຂອງຣົຖເມ ດຳເນີນການກວດກາສິນຄ້າໃນຣົຖເມຄືນ ແລະ ພົບວ່າ ສິນຄ້າ 58 ຣາຍການ ໃນນັ້ນ ເປັນເຄື່ອງຈັກສະຕິນ 32 ເຄື່ອງ ພ້ອມດ້ວຍອາໄຫລ່ ເຊິ່ງເປັນສິນຄ້າຄຸ້ມຄອງການນຳເຂົ້າ ແລະ ການຈຳໜ່າຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org