ການກໍ່ສ້າງເມືອງກະລຶມໃຫມ່

ການກໍ່ສ້າງ ເມືອງ ກະລຶມໃຫມ່ ທີ່ ແຂວງເຊກອງ ສຳເຣັດ ແລ້ວ 60 ສ່ວນຮ້ອຍ.

ຊົນຊາຕ ຊົນເຜົ່າ ລາວ ໃນ ແຂວງເຊກອງ GNU Free Documentation License

 

ເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນຶ່ງງເວົ້າວ່າ ໂຄງການກໍ່ສ້າງເມືອງກະລຶມໃຫມ່ ທີ່ແຂວງ ເຊກອງ ໄດ້ສຳເຣັດໄປແລ້ວ 50-60% ຫລັງຈາກໄດ້ ເລີ້ມມາແຕ່ປີ 2012 ຄາດວ່າຈະສ້າງສຳເຣັດ ແລະໂຍກຍ້າຍປະຊາຊົນ ຮ່ວມທັງພນັກງານແຂວງ ມາຢູ່ໄດ້ ໃນປີ 2015 ເປັນຢ່າງຊ້າ.

"ຍ້າຍເມືອງໃຫມ່ ບ່ອນຢູ່ປັດຈຸບັນ ກໍໄດ້ສຳເຣັດຫຼາຍເປີເຊັນແລ້ວ ປຸກສ້າງເຮືອນປະຊາຊົນ ເຮົາໄປເບີ່ງກໍໄດ້ຫຼາຍເປີເຊັນແລ້ວ ປະມານ 50 ເປີເຊັນ".

ທ່ານກ່າວຕື່ມວ່າ ໃນປັດຈຸບັນ ທາງການ ໄດ້ເນັ້ນຫນັກໃສ່ ວຽກງານ ກໍ່ສ້າງເສັ້ນທາງ ຈາກເມືອງກະລຶມ ເກົ່າຫາເມືອງກະລຶມໃຫມ່ໃນຣະຍະ ທາງຍາວປະມານ 30 ກິໂລແມັດ ເພື່ອໃຫ້ສະດວກ ໃນການຂົນສົ່ງອຸປກອນການກໍ່ສ້າງ ແລະ ການເດີນທາງຂອງເຈົ້າຫນ້າທີ່ ຮວມທັງການ ກໍ່ສ້າງ ໂຄງຮ່າງພື້ນຖານຕ່າງໆ.

ເຫດຜົລທີ່ທາງການລາວ ໄດ້ໂຍກຍ້າຍແລະກໍ່ສ້າງເມືອງກະລຶມໃຫມ່ ກໍແມ່ນເພື່ອຄວາມສະດວກ ໃນການຂຍາຍຕົວເມືອງ ແລະ ຫລີກທາງ ໃຫ້ກັບໂຄງການ ກໍ່ສ້າງເຂື່ອນໄຟຟ້າເຊກອງ4 ທີ່ຄາດວ່າ ຈະເຮັດໃຫ້ ເມືອງກະລຶມເກົ່າ ຖືກນ້ຳຖ້ວມ ນອກຈາກນັ້ນກໍເພື່ອຫລີກທາງ ໃຫ້ກັບ ໂຄງການ ຂຸດຄົ້ນຖ່ານຫີນ ລິກໄນ ທີ່ຈະເກີດຂື້ນ ໃນອະນາຄົດ. ສຖານທີ່ສ້າງ  ເມືອງກະລຶມໃຫມ່ ນີ້ ຫ່າງຈາກເມືອງ ກະລຶມເກົ່າ ໄປທາງ ທິດຕາເວັນອອກ ປະມານ 32 ກິໂລແມັດ ໃນເນື້ອທີ່ 1500 ເຮັກຕາ ຈະໃຊ້ງົປມານ ໃນການກໍ່ສ້າງ 930,5 ຕື້ກີບ ປະຊາຊົນ ຈະຖືກໂຍກ ຍ້າຍ 4400 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org