ຊາວບ້ານຫ້ວຍຍໍເສັຽດິນ ໃຫ້ຈີນ ປູກກ້ວຍ
2020.04.02
ຊາວບ້ານຫ້ວຍຍໍ 46 ຄອບຄົວ ຢູ່ເມືອງເມິງ ແຂວງບໍ່ແກ້ວ ທີ່ຖືກທາງການຍຶດເອົາດິນ ພວກເຂົາເຈົ້າ ທັງໝົດປະມານ 60 ເຮັກຕາ ໃຫ້ນັກ ລົງທຶນຈີນປູກກ້ວຍ ໂດຍໃຫ້ຄ່າຊົດເຊີຍຄອບຄົວນຶ່ງພຽງ 11 ລ້ານກີບ ຊຶ່ງເປັນຄ່າຊົດເຊີຍ ທີ່ບໍ່ສົມເຫດສົມຜົລ. ບາງຄອບຄົວ ຕ້ອງໄດ້ຍອມ ເສັຽດິນຂອງຕົນ ຫລັງຈາກຖືກຕໍາຣວດປ້ອງກັນຄວາມສງົບເມືອງເມິງ ເອີ້ນໄປສຶກສາອົບຮົມຢູ່ຫ້ອງການ; ດັ່ງຊາວບ້ານທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 1 ເມສາ ນີ້ວ່າ:
“ຂະເຈົ້າໃຊ້ທົດແທນ ໃຫ້ແລ້ວປະມານ 11 ລ້ານ ກະໄດ້ໜ້ອຍໂພດນີ໊ ເຮັດແນວໃດ ເພາະວ່າທາງເມືອງຂະເຈົ້າ ເຮັດແນວນັ້ນ ທາງເມືອງ ເຂົາເອີ້ນ 3 ຄົນມາຢູ່ຫ້ອງການ ປກສ ເມືອງເດ໊ ບັງຄັບປະມານອາທິດ ນຶ່ງແລ້ວ 3 ຄົນລະຈຶ່ງຍອມໃຫ້ແລ້ວ ສົ່ງຄືນ.”
ທ່ານເວົ້າຕື່ມວ່າ ໃນດິນທີ່ວ່ານັ້ນ ປະຊາຊົນໄດ້ປູກເຂົ້າ ແລະປູກສາລີທຸກປີ ເພື່ອລ້ຽງຊີບ. ແຕ່ຫລັງຈາກຖືກທາງການລາວ ຍຶດເອົາແລ້ວ ກໍບໍ່ມີດິນປູກຝັງອີກ. ປັດຈຸບັນແຕ່ລະຄອບຄົວ ໄດ້ຮັບຄວາມເດືອດຮ້ອນ ຫລາຍ, ບໍ່ຮູ້ວ່າຈະປູກເຂົ້າກິນໄດ້ແນວໃດ ແລະເງິນຄ່າຊົດເຊີຍ ທີ່ໄດ້ຮັບມານັ້ນ ກໍບໍ່ພໍ ທີ່ຈະເອົາໄປຊື້ດິນບ່ອນໃໝ່.
ປະຊາຊົນມີແຕ່ຂໍຄວາມເມດຕາ ຈາກພາກສ່ວນທີ່ກ່ຽວຂ້ອງ ໃນການໃຫ້ຄວາມຊ່ອຍເຫຼືອ ແລະເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງ ກໍເວົ້າໃນມື້ດຽວ ກັນນີ້ວ່າ ຊາວບ້ານຈໍານວນດັ່ງກ່າວໄດ້ເງິນຄ່າຊົດເຊີຍ ແລະ ເສັຽດິນ ໃຫ້ທາງການໄປແລ້ວ. ເຖິງແມ່ນວ່າ ພວກເຂົາເຈົ້າຈະຮຽກຮ້ອງ ໃຫ້ອໍານາດການປົກຄອງທ້ອງຖິ່ນ ຊ່ອຍຕໍ່ລອງເຣຶ່ອງຄ່າຊົດເຊີຍ ໃຫ້ຕື່ມ ແຕ່ກໍບໍ່ສາມາດຊ່ອຍຫຍັງໄດ້; ດັ່ງທີ່ທ່ານກ່າວວ່າ:
“ບຸກແທກເຂົາແລ້ວຍອມເສັຽ ໃຫ້ເຂົານະ. ດຽວນີ້ດິນຂະເຈົ້າໃຫ້ເຊົາແລ້ວ ຂະເຈົ້າມາເບິ່ງວັດແທກ ເສັຽໃຫ້ເຂົາແລ້ວເອົາເງິນ ບໍ່ໄດ້ຊ່ອຍ ຫຍັງເທື່ອນີ້.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການປົກຄອງ ເມືອງເມິງ ແລະ ຜແນກກະສິກັມ ແລະປ່າໄມ້ ແຂວງບໍ່ແກ້ວ ເພື່ອຂໍຮູ້ຣາຍລະອຽດ, ແຕ່ເຈົ້າໜ້າທີ່ຍັງບໍ່ສະດວກ ທີ່ຈະໃຫ້ຄໍາເຫັນ ຍ້ອນຢູ່ໃນໄລຍະປິດຫ້ອງການ ຕາມຄໍາສັ່ງຂອງຂັ້ນເທິງ.
ອີງຕາມຄໍາເວົ້າຂອງປະຊາຊົນໃນເຂດດັ່ງກ່າວ, ເມື່ອກ່ອນນັ້ນ ມີນັກລົງທຶນຈີນຣາຍນຶ່ງ ໄດ້ເຂົ້າມາຫາທາງການລາວ ຢາກໄດ້ດິນຊາວ ບ້ານຫ້ວຍຍໍ ປະມານ 200-300 ເຮັກຕາ ເພື່ອປູກຢາງພາລາ.