ສນາມບິນ ສາກົລບໍ່ແກ້ວ ຈະເປີດໃຫ້ບໍຣິການ ທ້າຍປີນີ້

ສຸພັດຕາ
2023.02.02
ສນາມບິນ ສາກົລບໍ່ແກ້ວ ຈະເປີດໃຫ້ບໍຣິການ ທ້າຍປີນີ້ ອາຄານ ສນາມບິນສາກົລ ບໍ່ແກ້ວ, ວັນທີ 24 ມົກກະຣາ ປີ 2023.
RFA

ການກໍ່ສ້າງສນາມບິນສາກົລບໍ່ແກ້ວ ຂອງກຸ່ມບໍຣິສັດດອກງິ້ວຄໍາ ທີ່ຕັ້ງຢູ່ບ້ານ ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃກ້ກັບເຂດເສຖກິຈພິເສດສາມຫຼ່ຽມຄໍາ ມີຄວາມຄືບໜ້າ 90% ອີງຕາມການຣາຍງານ ຂອງທ່ານ ຈື່ຊົງ ຈົງຢາ ຫົວໜ້າຄະນະປະສານງານ ຄວາມປອດພັຍ ແລະປ້ອງກັນຄວາມປອດພັຍການບິນ ຄະນະຄຸ້ມຄອງໂຄງການກໍ່ສ້າງສນາມບິນ ສນາມບິນສາກົລບໍ່ແກ້ວ ກົມການບິນພົລເຮືອນກະຊວງໂຍທາທິການ ແລະຂົນສົ່ງ ໄດ້ຣາຍງານວ່າງບໍ່ດົນມານີ້ວ່າ ຕາມແຜນ ໂຄງການນີ້ ຈະສໍາເຣັດພາຍໃນ 18 ເດືອນ ພາຍຫຼັງ ເຣີ່ມກໍ່ສ້າງຕັ້ງແຕ່ວັນທີ 20 ເດືອນກັນຍາ ປີ 2020 ແຕ່ເນື່ອງຈາກມີການຣະບາດຂອງໂຄວິດ-19 ຈຶ່ງເຮັດໃຫ້ໂຄງການຊັກຊ້າ.

ປັດຈຸບັນ ໄດ້ສ້າງສໍາເຣັດຫຼາຍວຽງການແລ້ວ ເຊັ່ນ ທາງແລ່ນຂຶ້ນ-ລົງ (run way), ທາງເຊື່ອມຈອດ (taxi way), ແລະລານ Apron, ຕຶກອາຄານຜູ້ໂດຍສານ, ຕຶກຫໍຄອຍ ແລະກໍຍັງຢູ່ລະຫວ່າງ ການຕິດຕັ້ງເຄື່ອງມື ສິ່ງອໍານວຍຄວາມສະດວກ ເທັກນິກຕ່າງໆ ພາຍໃນສນາມບິນອີກຈໍານວນຫຼາຍຢ່າງ ຄາດວ່າ ຈະເປີດໃຫ້ບໍຣິການບໍ່ເກີນທ້າຍປີ 2023 ນີ້, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທ່ານນຶ່ງ ໃນແຂວງບໍ່ແກ້ວ ທີ່ຂໍສງວນຊື່ ແລະຕໍາແໜ່ງກ່າວ ໃນວັນທີ 2 ກຸມພານີ້ວ່າ:

“ສນາມບິນສາກົລບໍ່ແກ້ວ ກໍາລັງກໍ່ສ້າງ ກໍາລັງເລັ່ງໃສ່ຂັ້ນຕອນ ການຕິດຕັ້ງລະບົບຕ່າງໆຫັ້ນ ຄົບຊຸດໃຫ້ມາຕຖານກ່ອນ ມັນເອັດຫຼາຍປັດຈັຍເນາະ ທາງດ້ານເຄື່ອງມືອຸປະກອນ ຍັງບໍ່ທັນຕິດຕັ້ງລະອຽດໝົດ ອາຈໃຊ້ເວລາຢູ່ກາງ ຫາທ້າຍປີນີ້ແຫຼະ ເທັກນິກມັນຍັງສູງເດ້ເນາະ.”

ທ່ານກ່າວຕື່ມວ່າ ສນາມບິນບໍ່ແກ້ວນີ້ ໄລຍະທໍາອິດ ຈະເປີດຖ້ຽວບິນສະເພາະພາຍໃນ ປະເທດລາວກ່ອນ ແລະໃນຕໍ່ໜ້າ ກໍຈະມີການເປີດຖ້ຽວບິນຕ່າງປະເທດ ຕາມເງື່ອນໄຂທີ່ຂຶ້ນຊື່ ສນາມບິນສາກົລບໍ່ແກ້ວ.

ຂະນະທີ່ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງກໍກ່າວວ່າ ຣາຍລະອຽດການເປີດຖ້ຽວບິນຕ່າງໆ ຕ້ອງລໍຖ້າທາງການແຈ້ງການ ເຊິ່ງໄລຍະນີ້ ຢູ່ລະຫວ່າງການກໍ່ສ້າງ ແລະຕິດຕັ້ງລະບົບຕ່າງໆ:

“ເພິ່ນກໍຍັງບໍ່ທັນໄດ້ ກໍ່ສ້າງສໍາເຣັດເທື່ອ ຄັນວ່າເພິ່ນເປີດແລ້ວ ເພິ່ນໜ້າຈະມີ ເປັນເປີດເປັນພິທີທາງການ ເພິ່ນຊິແຈ້ງບອກຣາຍລະອຽດຕື່ມ ອັນນີ້ກໍຍັງໃຫ້ຄໍາຕອບຫຍັງບໍ່ໄດ້້ເທື່ອ.”

ສໍາລັບສນາມບິນສາກົລບໍ່ແກ້ວນີ້ ໃນປີ 2014 ສະພາບໍຣິຫານ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ມີແຜນຈະກໍ່ສ້າງ ແຕ່ເກີດຂໍ້ຂັດແຍ້ງກັບຊາວບ້ານ ຫຼາຍຄອບຄົວ ຢ່າງຮຸນແຮງ ເພາະເຈົ້າໜ້າທີ່ ໄປບຸກລຸກພື້ນທີ່ຂອງເຂົາເຈົ້າ ໂດຍບໍ່ໄດ້ບອກບໍ່ໄດ້ກ່າວ ຊາວບ້ານໃນເຣື່ອງຄ່າຊົດເຊີຽ ຈົນມາຮອດປີ 2017 ກໍຢຸດເຊົາໂຄງການ ໂດຍໃຫ້ເຫດຜົລວ່າ ຈະຫັນໄປປັບປຸງ ສນາມບິນເມືອງຫ້ວຍຊາຍແທນ.

ຈົນມາຮອດປີ 2019 ໂຄງການນີ້ ກໍກັບມາພິຈາຣະນາຄືນໃໝ່ ໂດຍສະພາບໍຣິຫານເຂດເສຖກິຈພິເສດສາມຫຼ່ຽມຄໍາ ໄດ້ຈ່າຍຄ່າຊົດເຊີຽໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈົນບໍ່ມີຜູ້ໃດ ກ້າອອກມາຄັດຄ້ານ ແລະໃນປີ 2020 ຣັຖບານລາວ ກໍໄດ້ອະນຸມັດໃນການກໍ່ສ້າງ ໂຄງການສນາມບິນສາກົລບໍ່ແກ້ວ.

ຢ່າງໃດກໍຕາມ ຊາວລາວທີ່ອາສັຍຢູ່ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ກໍຮູ້ສຶກດີໃຈ ທີ່ແຂວງບໍ່ແກ້ວ ຈະມີສນາມສາກົລ ຈະໄດ້ເດີນທາງສະດວກສະບາຍຂຶ້ນ ແລະວ່ອງໄວຂຶ້ນ ເນື່ອງຈາກໃນປັດຈຸບັນນີ້ ຖ້າຫາກຜູ້ໃດ ຕ້ອງການຂຶ້ນເຮືອບິນ ກໍຕ້ອງເດີນທາງດ້ວຍຣົຖໂດຍສານ ຈາກແຂວງບໍ່ແກ້ວ ໄປຫາ ແຂວງຫຼວງນໍ້າທາ ໃຊ້ໄລຍະເວລາ ປມານ 5 ຊົ່ວໂມງ:

“ບໍ່ແກ້ວ ຖ້າຫາວ່າສນາມບິນເປີດ ກະສະດວກສະບາຍຫຼາຍຢ່າງ ຜ່ານມາກະຕ້ອງໄດ້ຂີ່ຣົຖໄປຕໍ່ ຢູ່ຫຼວງນໍ້າທາເອງ ຊີ້ນ່າ ຕ້ອງໄດ້ໄປຂຶ້ນຍົນຢູ່ພຸ້ນນ່າ ມັນກໍລໍາບາກ ກະປະມານ 5 ຊົ່ວໂມງ.”

ຊາວລາວ ໃນແຂວງບໍ່ແກ້ວ ອີກທ່ານນຶ່ງ ກໍກ່າວກ່ຽວກັບເຣື່ອງນີ້ວ່າ ເປັນເຣື່ອງທີ່ໜ້າຍິນດີ ສໍາລັບປະຊາຊົນ ທີ່ແຂວງບໍ່ແກ້ວຈະມີສນາມບິນສາກົລ ເຊິ່ງປະຊາຊົນ ກໍໄດ້ຄວາມສະດວກ ໃນການເດີນທາງ ແລະຈະໄປໃສມາໃສ ກໍງ່າຍຂຶ້ນ:

“ເອີ່! ມັນກໍດີກັບຊາວບ້ານ ເພາະວ່າເຮົາຈະໃສ ມັນກະສະດວກນີ້ ຈະໄປໄທຍ ກໍມາລົງນີ້ນ່າ ແຕ່ກ່ອນແທ້ໆ ຢູ່ຫ້ວຍຊາຍນີ້ກໍມີ ແຕ່ວ່າ ມັນຍຸບໄປແລ້ວດຽວນີ້.”

ການກໍ່ສ້າງສນາມບິນສາກົລບໍ່ແກ້ວ ເປັນການກໍ່ສ້າງຕາມມາຕຖານຄວາມປອດພັຍ ຂອງກົມການບິນພົລເຮືອນ ແລະມາຕຖານຂອງອົງການ ການບິນພົລເຮືອນສາກົລ (ICAO) ວາງອອກ ຄື ຂນາດຂອງສນາມບິນ ທີ່ມີລະຫັດໝາຍເລຂ ແລະໂຕອັກສອນ 4C ຫຼື (Aerodrome Code 4C) ທາງແລ່ນຂຶ້ນ-ລົງ ຂອງເຮືອບິນມີຄວາມຍາວ 2,500 ແມັດ, ກວ້າງ 45 ແມັດ ແລະບ່າທາງແລ່ນຂຶ້ນ-ລົງ ເບື້ອງລະ 7.5 ແມັດ ເຊິ່ງສາມາດຮອງຮັບເຮືອບິນຂນາດ Boing 737-900ER Airbus A320/A321 ຫຼືເຮືອບິນຊະນິດຕ່າງໆ ທີ່ສາມາດຮອງຮັບຜູ້ໂດຍສານໄດ້ 200 ບ່ອນນັ່ງລົງມາ ແລະມີແຜນຈະຕໍ່ເຕີມ ທາງແລ່ນຂຶ້ນ-ລົງ ໃນອະນາຄົດອີກ ເພື່ອສາມາດຮອງຮັບເຮືອບິນຂນາດ Boing 747 ໄດ້ ແລະພາຍໃນອາຄານຜູ້ໂດຍສານ ທັງຂາເຂົ້າ ແລະຂາອອກ ສາມາດຮອງຮັບຜູ້ໂດຍສານໄດ້ 600 ຄົນ.

ໂຄງການນີ້ ຕັ້ງຫ່າງຈາກ ເຂດເສຖກິຈພິເສດສາມຫຼ່ຽມຄໍາ 5 ກິໂລແມັດ ແລະຫ່າງຈາກເທສບານເມືອງຕົ້ນເຜິ້ງ ປະມານ 7 ກິໂລແມັດ ເມື່ອໂຄງການນີ້ສໍາເຣັດ ແລະສາມາດເປີດນໍາໃຊ້ໄດ້ຢ່າງເຕັມຮູບແບບ ຈະສາມາດຮອງຮັບຜູ້ໂດຍສານໄດ້ເຖິງ 2 ລ້ານຄົນຕໍ່ປີ.
ນອກຈາກນີ້ ໂຄງການນີ້ແມ່ນຢູ່ໃນຮູບແບບ BOT ຜູ້ຮັບເໝົາລົງທຶນໃນການກໍ່ສ້າງ ໂດຍເນື້ອທີ່ຂອງໂຄງການກໍ່ສ້າງ ປະມານ 300 ເຮັກຕ້າຣ໌ ທີ່ນອນຢູ່ໃນເຂດດິນສັມປະທານ ຂອງກຸ່ມບໍຣິສັດດອກງິ້ວຄໍາ ເປັນດິນກະສິກັມ ທີ່ຮັບຊື້ຈາກປະຊາຊົນ ງົບປະມານໂຄງການນີ້ ຈໍານວນ 175 ລ້ານໂດລ້າຣ໌ສະຫະຣັຖ ໂດຍແມ່ນທຶນຂອງບໍຣິສັດ ເກຣເຕີເບ ເຊິ່ງເປັນບໍຣິສັດ ທີ່ນອນຢູ່ໃນກຸ່ມບໍຣິສັດດອກງິ້ວຄໍາ ໃນໄລຍະການສັມປະທານ 50 ປີ ພາຍຫຼັງໝົດສັນຍາ ແມ່ນຈະມອບໃຫ້ຣັຖ ເປັນຜູ້ຄຸ້ມຄອງຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.