ຍັງມີ ການລັກລອບ ຂົນຣົຖເຖື່ອນ ເຂົ້າລາວ

ຂະບວນການ ລັກລອບ ນຳຣົຖເຖື່ອນ ຈາກປະເທດໄທຍ ເຂົ້າມາປະເທດລາວ ຍັງມີຢູ່ຕໍ່ເນື່ອງ ສ່ວນໃຫຍ່ ຜູ້ລັກລອບ ມັກຈະນຳເຂົ້າ ໄປຂາຍຕໍ່ໃນລາວ ໂດຍບໍ່ຕ້ອງເສັຽ ພາສີ-ອາກອນ ແລະ ຍັງຂາຍໄດ້ລາຄາແພງ ນຳອີກ ແລະ ອາຈມີເຈົ້າໜ້າ ກວດກາຊາຍແດນ ຮູ້ເຫັນນຳດ້ວຍ.

ເຈົ້າໜ້າ ທະຫານພຣານ ຂອງໄທຍ ສະກັດຈັບຣົຖ ທີ່ກຳລັງຖືກນຳຂ້າມ ແມ່ນ້ຳເຫືອງ ຢູ່ບໍຣິເວນ ເຂດເພື່ອນ້ຳເຂົ້າ ເມືອງແກ່ນທ້າວ, ແຂວງໄຊຍະບູຣີ ສປປ ລາວ. RFA

ປັດຈຸບັນຂະບວນການລັກລອບ ນຳຣົຖເຖື່ອນຈາກປະເທດໄທຍ ເຂົ້າມາຍັງປະເທດລາວ ຍັງມີຢູ່ຕໍ່ເນື່ອງ ສ່ວນໃຫຍ່ຜູ້ລັກລອບ ມັກຈະນຳເຂົ້າຣົຖຈັກ ແລະ ຣົຖໃຫຍ່ ປະເພດຕ່າງໆ ເຂົ້າໄປຂາຍຕໍ່ໃນລາວ ໂດຍບໍ່ຕ້ອງເສັຽພາສີ-ອາກອນ ແລະ ຍັງຂາຍໄດ້ລາຄາແພງ ນຳອີກ. ຊຶ່ງການລັກລອບ ນຳຣົຖເຖື່ອນເຂົ້າລາວ ແມ່ນຈະໃຊ້ເຮືອເປັນພາຫະນະ ເພື່ອບັນທຸກຣົຖເຖື່ອນ ຂ້າມແມ່ນໍ້າຂອງ ຈາກຝັ່ງໄທຍເຂົ້າມາຝັ່ງລາວ ແລະຜູ້ລັກລອບກໍຈະຈ່າຍເງິນ ໃຫ້ເຈົ້າໜ້າທີ່ ທະຫານ ຫຼືເຈົ້າໜ້າທີ່ກວດກາ ຕາມຊາຍແດນ ຈຳນວນນຶ່ງ ເພື່ອໃຫ້ສາມາດນຳຣົຖເຖື່ອນ ຂ້າມໄປຝັ່ງລາວ ໄດ້ສະດວກ.

ດັ່ງຜູ້ຮູ້ ກ່ຽວກັບເຣື່ອງນີ້ ທີ່ຂໍສງວນຊື່ກ່າວຕໍ່ ວິທຍຸເອ ເຊັຽເສຣີ ໃນວັນທີ 21 ກັນຍາ ນີ້ວ່າ:

ຂ້າມທາງເຮືອເດ້ ລັກຂ້າມແຫຼະ ໃຫ້ເງິນຕຳຣວດ ທະຫານເດ້ ເສັຽເງິນໃຫ້ເຂົາ, ເຂົາຂ້າມໃຫ້ຄັນນຶ່ງແສນຫ້າຕໍ່ຄັນນ່າ ຣົຖໃຫຍ່ນ່າ ຣົຖຈັກກໍມີ. ສ່ວນຫຼາຍຢູ່ໄທຍນ່າ ເຂົາມາຂາຍຕໍ່ ໃຫ້ເຮົາຢູ່ພຸ້ນ ມັນລາຄາຖືກ ນໍາສ່ວນຫຼາຍ ເຮົາກໍເຮັດກັບຄົນ ທີ່ເຄີຍເຮັດຫັ້ນແຫຼະ ຖ້າຜູ້ບໍ່ເຄີຍເຮັດ ມັນຈະໂກງຫັ້ນແຫຼະ.”

ສ່ວນຜູ້ຮູ້ອີກທ່ານນຶ່ງ ກໍໄດ້ກ່າວວ່າ ການລັກລອບນໍາຣົຖເຖື່ອນ ທີ່ບໍ່ມີເອກສານຖືກຕ້ອງ ເຂົ້າມາລາວຫຼາຍຄັນນີ້ ພຽງແຕ່ຈ່າຍເງິນ ໃຫ້ຄົນຂັບເຮືອ ທີ່ພາຂ້າມຝັ່ງ ໃນລາຄາຂ້ອນຂ້າງສູງ ເຂົາເຈົ້າກໍຈະເຄລັຽຣ໌ ກັບເຈົ້າໜ້າທີ່ທະຫານ ທີ່ກວດກາຕາມຊາຍແດນໃຫ້ ແລະຄາດວ່າ ກໍຈະມີການຈ່າຍເງິນໃຫ້ກັນ ແລ້ວກໍສາມາດນຳຣົຖ ຂ້າມໄປໄດ້ໂດຍງ່າຍ.

ເອົາຂຶ້ນເຮືອຈັງລັກຂ້າມມາ ມັນສ່ຽງຢູ່ເດ ຈ່າຍຄົນຂ້າມ ເຂົາເຄລັຽຣ໌ ອັນເອົາເຂົ້າມັນຖືກກົດໝາຽ ມັນເສັຽພາສີແພງ.

ສຳລັບການລັກລອບ ນຳຣົຖເຖື່ອນເຂົ້າມາລາວນີ້ ມັກຈະພົບໃນແຂວງ ທີ່ຕິດກັບປະເທດໄທຍ ເຊັ່ນແຂວງບໍຣິຄຳໄຊ, ແຂວງຄຳມ່ວນ, ແຂວງສວັນນະເຂດ, ແຂວງສາຣະວັນ, ແຂວງຈຳປາສັກ, ແຂວງບໍ່ແກ້ວ ແລະ ແຂວງໄຊຍະບູຣີ.

ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ ສະເພາະກິຈ ໃນແຂວງໄຊຍະບູຣີ ກໍໄດ້ກວດຍຶດຣົຖໂຕໂຢຕ້າ ຟໍຈູນເນີ້ ຊຶ່ງເປັນຣົຖ ບໍ່ມີເອກສານຖືກຕ້ອງ ຈອດປະໄວ້ ຢູ່ໃນສາງແຫ່ງນຶ່ງ ແຕ່ບໍ່ສາມາດຈັບໂຕ ຜູ້ລັກລອບໄດ້.

ທາງດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນແຂວງບໍ່ແກ້ວ ກ່າວວ່າ ທາງແຂວງບໍ່ແກ້ວ ຍັງບໍ່ພົບເຫັນການລັກລອບ ນໍາເຂົ້າຣົຖເຖື່ອນເທື່ອ ແຕ່ເຫັນຂ່າວເມື່ອບໍ່ດົນມານີ້ ມີການລັກລອບນໍາເຂົ້າ ຣົຖເຖື່ອນໄປທາງແຂວງໄຊຍະບູຣີ ບາງເທື່ອຜູ້ລັກລອບ ກໍນຳຣົຖເຖື່ອນເຂົ້າມາ ຜ່ານຊ່ອງທາງທັມມະຊາຕ ໃນກໍຣະນີນີ້ ເຈົ້າໜ້າທີ່ກວດກາບໍ່ທົ່ວເຖິງ ແລະ ບາງກໍຣະນີ ເຈົ້າໜ້າທີ່ ກໍມີສ່ວນທີ່ກ່ຽວຂ້ອງ ນຳເຂົ້າມາ.

ໂຕນີ້ກໍຄືເຮົາເຫັນຂ່າວ ຄືທາງໄຊຍະພຸ້ນເນາະ ມັນມີຊາຍແດນ ຢູ່ທາງປາກລາຍ ເມືອງແກ່ນທ້າວບໍ່  ຫຼືວ່າຕິດກັບຊາຍແດນ ທາງໄທຍ ເຂົາເອົາຂ້າມແມ່ນໍ້າຫ້ວຍ ໂຕນຶ່ງຫັ້ນດອກ ສ່ວນຫຼາຍກໍຈະມີຣົຖໃຫຍ່ ຣົຖຈັກຫັ້ນເນາະ ບາງເທື່ອກໍຮ່ວມກັບເຈົ້າໜ້າທີ່ ລັກລອບກັນເຂົ້າມາຫັ້ນແຫຼະ ບາງເທື່ອບໍ່ມີບ່ອນເຈົ້າໜ້າທີ່ຢູ່ ພາກັນເອົາມາ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນແຂວງໄຊຍະບູຣີກ່າວວ່າ ທີ່ຜ່ານມາກໍພົບເຫັນຢູ່ວ່າ ມີການລັກລອບ ການນຳເຂົ້າຣົຖເຖື່ອນ ຜ່ານຊາຍແດນ ຕິດກັບໄທຍ ລະຫວ່າງເມືອງ ປາກລາຍ ຫາ ເມືອງທົ່ງມີໄຊ ແລະ ເມືອງ ອື່ນໆ ຊຶ່ງປັດຈຸບັນນີ້ ເຈົ້າໜ້າທີ່ທະຫານ ກໍມີການເຂັ້ມງວດຄັກແນ່.

ເຈົ້າໜ້າທີ່ພວກເຮົາ ກໍປະສານກັນຢູ່ ກັບເຈົ້າໜ້າທີ່ທະຫານພານຫັ້ນນ່າ ທະຫານພານເຂົາເຈົ້າ ກໍຍຶດໄດ້ຢູ່ເດ້ຫຼາຍໆຄັ້ງ ແລ້ວຢູ່ເມືອງປາກລາຍ ທີ່ຕິດກັບໄທຍ ເມືອງທົ່ງມີໄຊ ແຕ່ເຂົ້າຈຸດໃດ ເຮົາກໍຍັງບໍ່ທັນຮູ້ແຫຼະ.

ສ່ວນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຄຳມ່ວນ ກ່າວວ່າຂະບວນການ ລັກລອບນຳຣົຖເຖື່ອນ ເຂົ້າມາໃນລາວ ກໍຍັງມີຢູ່ ສ່ວນໃຫຍ່ເຂົາເຈົ້າ ມັກຈະລັກລອບ ໄປທາງແຂວງສວັນນະເຂດ ແຕ່ເຈົ້າໜ້າທີ່ຊາຍແດນ ກໍມີການລາດຕະເວນຢູ່ຕລອດ ກໍຈັບໄດ້ເປັນບາງເທື່ອ ແລະຈັບບໍ່ໄດ້ກໍມີ.

ມັນກາມີຫັ້ນແຫຼະ ກາສ່ວນຫຼາຍ ມັນກາບໍ່ທັນ ບໍ່ໄດ້ຫັ້ນແຫຼະ ກາບໍ່ຮູ້ຄືກັນແຫຼະ ຈະເຂົ້າມາແນວໃດເນາະ ສ່ວນຫຼາຍມັນກາມີຢູ່ທາງໃຕ້ ໄປພຸ້ນ ເຂດແຂວງສວັນນະເຂດ ໄປທາງນັ້ນພຸ້ນ ສ່ວນຫຼາຍກາຜ່ານມາ ກາອອກກວດກາ ລາດຕາເວນ ຕລອດເນາະ.

ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ພາສີ ປະຈຳຈຸດປະສານງານ ນາຊາຍ ເມືອງອຸທຸມພອນ ແຂວງ ສວັນນະເຂດ ກໍໄດ້ຢຶດຣົຖກະບະ ໂຕໂຢຕ້າ ວີໂກ້ ຈຳນວນ 3 ຄັນ ທີ່ລັກລອບເຂົ້າມາລາວ ໂດຍບໍ່ຖືກຕ້ອງໄດ້ເຊັ່ນກັນ.

ບັນຫາຣົຖເຖື່ອນ ເຈົ້າໜ້າທີ່ ລະດັບສູງ ກໍເຄີຍກ່າວໃນກອງປະຊຸມ ສະພາແຫ່ງຊາຕ ຄັ້ງຫຼ້າສຸດວ່າ ສ່ວນຫຼາຍຣົຖເຖື່ອນ ທີ່ບໍ່ມີເອກສານຖືກຕ້ອງ ຈະເປັນເຈົ້າໜ້າທີ່ ຕຳຣວດ ແລະທະຫານ ນຳໄປໃຊ້ກັນເອງ. ໃນໄລຍະປີ 2022 ກະຊວງການເງິນ ກໍໄດ້ແນະນຳໃຫ້ ຜູ້ຄອບຄອງ ຍານພາຫະນະ ປະເພດຕ່າງໆ ທີ່ນຳເຂົ້າບໍ່ຖືກຕ້ອງ ແລະນຳໃຊ້ບໍ່ຖືກ ໃຫ້ນຳເອົາເອກສານໄປແຈ້ງ ຢູ່ຜແນກສືບສວນ-ສອບສວນ ແລະ ປາບປາມ ການລັກລອບໜີພາສີ ກົມພາສີ ປະຈຳແຂວງ ຫຼື ຜແນກການເງິນປະຈຳແຂວງ ເພື່ອດຳເນີນການເກັບຂໍ້ມູນ ແລະເສັຽພາສີ-ອາກອນ ນັບແຕ່ວັນທີ 20 ຕຸລາ 2021 ຫາ ວັນທີ 20 ມົກຣາ 2022 ໂດຍຈະໄດ້ຮັບການພິຈາຣະນາ ໃນການເສັຽພາສີ-ອາກອນ ແລະຈະບໍ່ຖືກປັບໃໝ ແລະ ຖ້າບໍ່ເອົາເອກສານມາແຈ້ງ ຕາມກຳນົດຖ້າ ຫາກກວດພົບເຫັນ ຈະຖືກດຳເນີນຄະດີ ຕາມຂັ້ນຕອນຂອງກົດໝາຽ.

ສ່ວນຍານພາຫະນະ ທີ່ມີຢູ່ໃນການຄອບຄອງ ຂອງເຈົ້າໜ້າທີ່ຣັຖ ທີ່ນຳເຂົ້າບໍ່ຖືກຕ້ອງ ແລະນຳໃຊ້ບໍ່ຖືກຕ້ອງ ຖ້າຫາກກວດເຫັນ ຈະຖືກຍຶດຣົຖ ແລະຣົຖຈະຕົກເປັນຂອງຣັຖ ທີ່ກຳນົດໄວ້ ໃນກົດໝາຽວ່າດ້ວຍພາສີ ສະບັບປັບປຸງເລຂທີ 81/ສພຊ ລົງວັນທີ 29 ມິຖຸນາ 2020 ສ່ວນຜູ້ຄອບຄອງ ຈະຖືກດຳເນີນຄະດີແພ່ງ ຫຼືກົດໝາຽວ່າດ້ວຍ ການດຳເນີນຄະດີອາຍາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org