ທຸຣະກິຈຄອບຄົວ ໄດ້ຮັບຜົລກະທົບໜັກ ຈາກເງິນເຟີ້
ຈາກຜົລການສໍາຣວດ 6 ຄັ້ງ ຂອງທະນາຄານໂລກ ປະຈໍາລາວ, ພົບວ່າ ມີຊາວກະສິກອນ ແລະທຸຣະກິຈຄອບຄົວ ລາວ ຫຼາຍກວ່າ 90% ໄດ້ຮັບຜົລກະທົບ ຈາກສະພາວະເງິນກີບເຟີ້ ຮຸນແຮງ, ລາຄາສິນຄ້າທຸກຢ່າງ ແພງຂຶ້ນຫຼາຍ.
-
ຈຳປາທອງ
2023-05-15 -
-
-
Your browser doesn’t support HTML5 audio
ທະນາຄານໂລກ ປະຈໍາລາວ ໄດ້ສັງລວມຜົລການສໍາຣວດ ທາງໂທຣະສັບ ເພື່ອຕິດຕາມສວັດດິການ ຂອງຄອບຄົວ ຢູ່ລາວ 2,000 ຄອບຄົວ ທົ່ວປະເທດ ຊຶ່ງໄດ້ສໍາຣວດ 6 ຄັ້ງ ແຕ່ວັນທີ 20 ມິຖຸນາ 2020 ຫາວັນທີ 4 ມົກກະຣາ 2023 ນີ້.
ຜົລສໍາຣວດພົບວ່າ ຫຼາຍກວ່າ 90% ຂອງທຸຣະກິຈ ຄອບຄົວ ປະເຊີນກັບສິ່ງທ້າທາຍ ຫຼາຍຢ່າງ ໃນການດໍາເນີນທຸຣະກິຈ ຍ້ອນບັນຫາເງິນເຟີ້ ທີ່ເຮັດໃຫ້ລາຄານໍ້າມັນເຊື້ອເພີງ ແລະສິນຄ້າອຸປໂພກ-ບໍຣິໂພກແພງຂຶ້ນ.
ດັ່ງຊາວກະສິກອນລາວຜູ້ນຶ່ງ ຢູ່ແຂວງຈໍາປາສັກ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 12 ພຶສພານີ້ວ່າ:
“ຈັກຊິທໍາມາຫານກິນຫຍັງ ປະເທດລາວແຮງໃຊ້ແຕ່ຂອງໄທຍ ຈັກຊິພາກັນເຮັດຈັ່ງໄດ໋ແລ້ວແຫຼະ ການທໍາມາຫາກິນ ມັນກະລໍາບາກ ຄືເກົ່າ ໃຊ້ນໍ້າມັນໝົດແຫຼະ ອິຫຍັງກະດາຍ ໃຊ້ເງິນໝົດທຸກຢ່າງ ເຮັດຫຍັງກະໃຊ້ແຕ່ເງິນ. ອິຫຍັງກະແພງໆ ແພງເກີນຫັ້ນນ່າ.”
ທ່ານເວົ້າຕື່ມວ່າ ເງິນກີບເຟີ້ ແລະລາຄານໍ້າມັນເຊື້ອເພີງແພງຂຶ້ນ ສົ່ງຜົລກະທົບຕໍ່ການຜລິດ, ການໃຊ້ຊີວິດແລະຕໍ່ສະພາບຈິດໃຈ ຂອງຊາວກະສິກອນ ໝັກໜ່ວງ ຂະນະທີ່ທາງການລາວ ບໍ່ມີນະໂຍບາຍ ຫລືມາຕການໃດໆ ທີ່ຈະຊ່ອຍເຫລືອ ຊາວກະສິກອນ ຢ່າງເປັນຮູບປະທໍາ.
ຊາວກະສິກອນລາວຜູ້ນຶ່ງ ຢູ່ແຂວງຄໍາມ່ວນ ເວົ້າເຖິງຄອບຄົວຂອງຕົນວ່າ ໄດ້ລົງທຶນປູກອ້ອຍ 2 ເຮັກຕ້າຣ໌, ແຕ່ຍ້ອນເງິນເຟີ້, ນໍ້າມັນເຊື້ອເພີງ ແລະລາຄາສິນຄ້າ ແພງຂຶ້ນຫຼາຍ ຈຶ່ງເຮັດໃຫ້ຄ່າໃຊ້ຈ່າຍ ໃນການປູກອ້ອຍ ເພີ່ມຂຶ້ນເກືອບເທົ່າໂຕ ໂດຍສະເພາະລາຄາປຸ໋ຍ ຊຶ່ງດຽວນີ້ ກໍຂຶ້ນເຖິງ 600,000 ກີບຕໍ່ເປົ໋າ ແລະອ້ອຍ 1 ເຮັກຕ້າຣ໌ ຕ້ອງໄດ້ໃຊ້ປຸ໋ຍປະມານ 7-8 ເປົ໋າຈຶ່ງຈະພຽງພໍ. ເມື່ອ 2-3 ປີກ່ອນນີ້ ລາຄາປຸ໋ຍເປົ໋ານຶ່ງ 400,000-500,000 ກີບເທົ່ານັ້ນ.
“ຜູ້ບໍ່ມີກະມັນໄດ້ຮັບຜົນກະທົບຫຼາຍ ຄ່ານໍ້າມັນຄ່າຢູ່ຄ່າກິນ. ໂອ໋... ສາລະພັດ ຄັນສໍາລັບເອື້ອຍນີ້ບໍ່ໄຫວ ເອື້ອຍເມື່ອຍບໍ່ໄດ້ກິນຫຍັງນະ ຢາກຫຍັງກະບໍ່ໄດ້ ທ້ອນໃຫ້ແຕ່ລູກໄປໂຮງຮຽນ.”
ຜູ້ປະກອບການ ຢູ່ແຂວງຜົ້ງສາລີ ທີ່ນໍາສິນຄ້າເຂົ້າມາທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ລາຄາສິນຄ້າ ເກືອບທຸກປະເພດ ແມ່ນເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະຈາກໄທຍ ແລະຈີນ ຍ້ອນລາຄານໍ້າມັນເຊື້ອເພີງ ແພງ ແລະເງິນກີບເຟີ້ ຮຸນແຮງ, ມີຜົລກະທົບໜັກພໍສົມຄວນ.
“ໂດຍ ອັນນີ້ປັບຂຶ້ນຕາມເສຖກິຈນີ້ແຫຼະ ຄິດວ່າໜັກພໍສົມຄວນ ເປັນເຄື່ອງໃຊ້ ເປັນເຄື່ອງດື່ມ, ອາຫານ ເພາະວ່າໄລຍະທາງ ທີ່ວ່າເຂົາຂົນສົ່ງສິນຄ້າ ເນາະ ມາແຕ່ວຽງບໍ່ ຫຼື ໄທຍ ກະໄລ່ຕາມອັດຕຣານໍ້າມັນ.”
ທີ່ແຂວງຫຼວງພຣະບາງ ເຈົ້າຂອງໂຮງແຮມແຫ່ງນຶ່ງ ກໍເວົ້າເຖິງລາຄາສິນຄ້າ ທຸກປະເພດໃນຕລາດສົດວ່າ ແພງຂຶ້ນຫຼາຍ, ເຮັດໃຫ້ລາຄາອາຫານ ຕລອດເຖິງຄ່າໂຮງແຮມ ຕ້ອງໄດ້ປັບຂຶ້ນໄປຕາມສະພາບເສຖກິຈ. ແລະວ່າ ຄ່າຄອງຊີບໃນນະ ຄອນຫຼວງພຣະບາງ ແລະເມືອງອ້ອມຂ້າງ ຈະສູງກວ່າຢູ່ເມືອງອື່ນໆໃນລາວ.
“ດຽວນີ້ກະອາຫານ ຢູ່ຫຼວງພຣະບາງນີ້ແພງເຕີບໄດ໋ເນາະ ຖ້າໄລ່ເປັນຫົວຄົນນີ້ ລາຄາເຣີ່ມຕົ້ນແມ່ນ 150 ພັນກີບຕໍ່ຄົນຕໍ່ຄາບ ຄັນສິເວົ້າໄປນີ້ກະຫາກແພງຢູ່ໄດ໋ ແຕ່ວ່າຢູ່ຫຼວງພຣະບາງນີ້ ກະອາຫານຢາກແພງໄດ໋ ບາງຄົນ ເຂົາກະຢາກສວຍໂອກາດ ໜ້ອຍນຶ່ງ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະການຄ້າ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 12 ພຶສພານີ້ວ່າ ທາງກະຊວງໄດ້ສັ່ງ ໃຫ້ຜແນກອຸດສາຫະກັມ ແລະການຄ້າ ໃນແຕ່ລະແຂວງ ຕິດຕາມ ກວດກາ ບັນດາທຸຣະກິຈ, ຮ້ານຄ້າຕ່າງໆ ເພື່ອປ້ອງກັນບໍ່ໃຫ້ສວຍໂອກາດ ຂຶ້ນລາຄາສິນຄ້າ ຫຼາຍຈົນເກີນໄປ.
“ປັບຂຶ້ນໄດ້ກະບົນພື້ນຖານ ໃນຄວາມເໝາະສົມຫັ້ນແຫຼະ ເຮົາກະຕິດຕາມຢູ່ວ່າ ຄືສະພາບເນາະ ອັດຕຣາແລກປ່ຽນ ນໍ້າມັນ ຄ່າຂົນສົ່ງ ຫຼາຍຢ່າງມັນກະມີການເໜັງຕີງ. ໄທເຮົາກະຢາກໃຫ້ຢູ່ໄດ້ ທັງພາກຜູ້ຜລິດ ທັງປູ້ບໍຣິໂພກ ຫັ້ນນ່າ.”
ຈາກຜົລການສໍາຣວດ ຂອງທະນາຄານໂລກ, ເກືອບ 90% ຂອງຈໍານວນຜູ້ຕອບສໍາພາດທັງໝົດ ໄດ້ຮັບຜົລກະທົບ ຈາກບັນຫາເງິນເຟີ້ ນັບແຕ່ຕົ້ນປີ 2022 ມາ,
ຊຶ່ງໃນນັ້ນ 57% ເຫັນວ່າ ໄດ້ຮັບຜົລກະທົບຮຸນແຮງ.
ຜູ້ໄດ້ຮັບຜົລກະທົບ ຈາກລາຄານໍ້າມັນເຊື້ອເພີງ ແພງ ມີປະມານ 80% ຂອງຄອບ ຄົວ, ໄດ້ພາກັນຫຼຸດຜ່ອນການໃຊ້ຈ່າຍລົງ, ການໃຊ້ສິນຄ້າອື່ນໆ ແລະການບໍຣິການ ທີ່ບໍ່ແມ່ນນໍ້າມັນເຊື້ອເພີງ ກໍໄດ້ຫຼຸດລົງເຊັ່ນກັນ.
ຈາກຜົລຂອງການສໍາຣວດ ພົບວ່າ ມີຄວາມເປັນໄປໄດ້ສູງ ທີ່ຄອບຄົວມີລາຍໄດ້ຕໍ່າ ຈໍາເປັນຕ້ອງຂາຍຊັບສິນ ຂອງຕົນ ແລະສແວງຫາໂອກາດ ສ້າງລາຍໄດ້ໃນຮູບແບບຕ່າງໆ ເພື່ອຮັບມືກັບລາຄານໍ້າມັນ ທີ່ເພີ່ມສູງຂຶ້ນ ໃນຂະນະທີ່ຄອບ ຄົວມີລາຍໄດ້ສູງ ບໍ່ໄດ້ຮັບຄວາມລໍາບາກ.
ເພື່ອແກ້ໄຂ ສະພາບເງິນເຟີ້ແຮງ ແລະລາຄາສິນຄ້າແພງຢູ່ລາວ ທະນາຄານແຫ່ງຊາຕ ລາວ ໄດ້ເພີ່ມອັດຕຣາດອກເບັ້ຍຂຶ້ນ ຈາກ 3.1% ເປັນ 6.5% ແລະຫຼ້າສຸດ ແມ່ນເພີ່ມຂຶ້ນເປັນ 7.5% ຕໍ່ປີ, ອັນເປັນການສົ່ງສັນຍານ ໃຫ້ທະນາຄານທຸຣະກິຈ ທົ່ວລະບົບ ເພີ່ມອັດຕຣາດອກເບັ້ຍຂຶ້ນ; ໄດ້ເພີ່ມອັດຕຣາເງິນແຮຝາກບັງຄັບ: ເງິນກີບ ຈາກ 5% ເປັນ 5.5%, ເງິນຕຣາຕ່າງປະເທດ ຈາກ 5% ເປັນ 8% ແລະໄດ້ອອກພັນທະບັດ ຂອງທະນາຄານແຫ່ງຊາຕ ລາວ 2 ງວດ ນັບແຕ່ປີຜ່ານມາ ຊຶ່ງໄດ້ອອກໄປແລ້ວປະມານ 8 ພັນຕື້ກີບ ແລະຍັງຈະອອກຕື່ມອີກ 2 ພັນຕື້ກີບ.
ນອກຈາກນີ້ ກໍຍັງມີການສັ່ງປິດຮ້ານແລກປ່ຽນ ເງິນຕຣາ ຫຼາຍກວ່າ 400 ແຫ່ງໃນທົ່ວປະເທດຢ່າງຖາວອນ ແລະຍັງກໍານົດໃຫ້ ທະນາຄານທຸຣກິຈ ສາມາດຂາຍເງິນຕຣາ ຕ່າງປະເທດ ໃຫ້ບຸກຄົນໄດ້ ບໍ່ເກີນ 15 ລ້ານກີບ ຕໍ່ຄົນຕໍ່ມື້ ໂດຍທີ່ບຸກຄົນເຫລົ່ານັ້ນ ຕ້ອງລະບຸຈຸດປະສົງ ໃນການແລກປ່ຽນເງິນ ຢ່າງຈະແຈ້ງ ພ້ອມທັງເອົາສໍາເນົາ ບັດປະຈໍາຕົວ ຫຼື ສໍາມະໂນຄົວ ຫຼື ໜັງສືຜ່ານແດນ ໄວ້ເປັນຫລັກຖານ.