ການລຶບລ້າງຄວາມທຸກຍາກ ຖືກໂຈະ

ວຽກງານການລຶບລ້າງ ຄວາມທຸກຍາກ ຖືກຢຸດ ໄປຊົ່ວຄາວ ຍ້ອນຜົລກະທົບ ຈາກ ການຣະບາດ ຂອງເຊື້ອພຍາດ ໂຄວິດ-19.

ທາງການລາວ ໂຈະວຽກງານການລຶບລ້າງ ຄວາມທຸກຍາກ ຍ້ອນຜົລກະທົບ ຈາກການຣະບາດ ຂອງເຊື້ອພຍາດໂຄວິດ-19 ແລະ ອາດຂັດສົນ ງົບປະມານ Citizen journalist/SS

ວຽກງານ ການລຶບລ້າງຄວາມທຸກຍາກ ຂອງປະຊາຊົນ ໃນແຂວງທຸກຍາກ ຂອງປະເທດລາວ ຖືກຢຸດໄປ ເປັນໄລຍະເວລາ 3 ເດືອນແລ້ວ ຍ້ອນໄດ້ຮັບຜົລກະທົບ ຈາກເຊື້ອພຍາດໂຄວິດ-19 ຣະບາດ. ໃນນັ້ນ ກໍມີແຂວງຫົວພັນ ທີ່ບໍ່ໄດ້ຮັບເງິນສນັບສນູນ ຈາກທະນາຄານໂລກ ແລະ ຣັຖບານລາວ ສົ່ງຜົລໃຫ້ໂຄງການພັທນາ ທຸກຢ່າງ ຮວມທັງແຜນງານສ້າງອາຊີບ ໃຫ້ຄອບຄົວທຸກຍາກໃນເຂດ ຊົນນະບົດ ແລະ ການພັທນາໂຄງຮ່າງພື້ນຖານ ຕ່າງໆຕ້ອງໄດ້ຢຸດໄປ ຈົນຮອດມື້ ນີ້, ດັ່ງເຈົ້າໜ້າທີ່ຫ້ອງການປົກຄອງ ແຂວງຫົວພັນ ຕໍ່ RFA ໃນມື້ວັນທີ 22 ພຶສພາ ນີ້:

“ມັນຍາກ ໂຄວິດເຂົ້າມານີ້ກະຫຼາຍອັນເນາະ ທີ່ວ່າ ການສນັບສນູນຈາກທະນາຄານໂລກ ແລ້ວກະທຶນຂອງຣັຖບານ ໄດ້ໃຫ້ເຂົ້າການສນັບ ສນູນຫັ້ນປີນີ້ຫັ້ນກະຖືວ່າ ພົບຄວາມຫຍູ້ງຍາກຫຼາຍອັນ, ແຕ່ວ່າພາບ ລວມນີ໊ ກະໄປໄດ້ສ່ວນໃດສ່ວນນຶ່ງ.”

ທ່ານກ່າວຕື່ມວ່າ ຫຼັງຈາກໝົດການຣະບາດຂອງໂຄວິດ-19 ກອງທອນລຶບລ້າງຄວາມທຸກຍາກ ຂັ້ນແຂວງແລະຂັ້ນເມືອງ ອາດຍັງບໍ່ສາມາດ ສືບຕໍ່ໂຄງການພັທນາຕ່າງໆໄດ້ຢ່າງເຕັມເມັດເຕັມໜ່ວຍ ເພາະອາດ ບໍ່ໄດ້ຮັບເງິນສນັບສນູນ ຄືປີຜ່ານໆມາ ເນື່ອງຈາກຣັຖບານງົບປະມານ ອາດບໍ່ພຽງພໍ ຫລືຕ້ອງເອົາເງິນໄປຟື້ນຟູ ສະພາບເສຖກິດກ່ອນ.

ທາງດ້ານເຈົ້າໜ້າທີ່ ກອງທຶນລຶບລ້າງຄວາມທຸກຍາກ ແຂວງອຸດົມໄຊ ທ່ານນຶ່ງ ກໍກ່າວຕໍ່ RFA ໃນມື້ດຽວກັນວ່າ ໄລຍະທີ່ເກີດການຣະບາດ ຂອງໂຄວິດ-19 ກໍປະຕິບັດໄດ້ແຕ່ໂຄງການນ້ອຍໆ ແລະກໍຫຼ້າຊ້າສົມຄວນ ສ່ວນໂຄງການພັທນາຂນາດໃຫຍ່ ເປັນຕົ້ນເສັ້ນທາງ ສຸຂສາລາ ແມ່ນຕ້ອງໄດ້ຢຸດ ຍ້ອນຄົນຢ້ານໂຄວິດ-19:

“ຂອງໂຄງການເຮົານີ໊ ເຂົາກະເລີ່ມຈັດຕັ້ງປະຕິບັດ ໄປແຕ່ມັນຫາກຊ້າ ເພາະມັນກໍກັມກອນ ບາງຄົນກໍຢ້ານໂຣກຫັ້ນເດ໋.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກອງທຶນ ລຶບລ້າງຄວາມທຸກຍາກ ຂັ້ນສູນກາງ ກ່າວຕໍ່ RFA ວ່ານັບແຕ່ຕົ້ນປີ 2020 ມານີ໋ ກອງທຶນລຶບລ້າງ ຄວາມທຸກຍາກ ຍັງບໍ່ທັນໄດ້ດໍາເນີນວຽກງານຫຍັງເລີຍ ແຕ່ໄດ້ຕຽມການ ແລະຄາດວ່າ ຈະກັບໄປດໍາເນີນວຽກງານ ລຶບລ້າງຄວາມທຸກຍາກ ໃຫ້ໄດ້ຕາມແຜນການໃນຕົ້ນ ເດືອນມິຖຸນາ ນີ້, ຫາກບໍ່ມີແຈ້ງການ ເຣື່ອງການຣະບາດຂອງໂຄວິດ-19 ຈາກຣັຖບານເພີ່ມຕື່ມ.

ໃນປີ 2020 ນີ້ ໄດ້ຕຣຽມງົບປະມານໄດ້ 2 ລ້ານ 5 ແສນໂດລາ ສະຫະຣັຖ ໃຫ້ 4 ແຂວງ ຄືແຂວງ ຜົ້ງສາລີ ຫົວພັນ ອຸດົມໄຊ ແລະ ເຊກອງ ເພື່ອສຸມໃສ່ວຽກງານ ຈໍາເປັນກ່ອນ ເປັນຕົ້ນໂຄງການພັທນາ ເສັ້ນທາງເຂົ້າຫາ ບ້ານທຸກຍາກ ສຸຂສາລາ ແລະການຈັດສັນອາຊີບ ໃຫ້ຄອບຄົວທຸກຍາກ ໃຫ້ມີຣາຍໄດ້ ໝັ້ນຄົງ ແຕ່ເງິນຈໍານວນດັ່ງກ່າວ ຣັຖບານກໍຍັງບໍ່ໄດ້ອະນຸມັດ ໃຫ້ເທື່ອ:

“ສະເພາະປີນີ້ ຍັງບໍ່ທັນໄດ້ເລີ່ມຫຍັງເທື່ອ ບໍ່ໄດ້ດໍາເນີນການຫຍັງ ກໍາລັງສິເລີ່ມຕົ້ນເດືອນໜ້າ ນີ້ແຫຼະ. 4 ແຂວງເນາະ ຜົ້ງສາລີ ອຸດົມໄຊ ກັບເຊກອງ ແລະຫົວພັນ. ດຽວນີ້ຍັງປັບຣະບົບ ບໍ່ທັນແລ້ວຢູ່ຫັ້ນນະ ຫາກໍ່ເລີ່ມແນະນໍາ ໂຄງການຂັ້ນແຂວງ ຂັ້ນສູນກາງຂັ້ນເມືອງ ນີ໋ຍັງ ບໍ່ໄດ້ເລີ່ມເທື່ອ.”

ອີງຕາມບົດຣາຍງານສບັບຫຼ້າສຸດຂອງທະນາຄານໂລກ ທີ່ນະຄອນຫລວງວຽງຈັນ ວັນທີ 20 ພຶສພາ 2020 ໄດ້ຄາດການວ່າການຂຍາຍໂຕ ທາງເສຖກິດ ຂອງປະເທດລາວ ຈະຫຼຸດລົງໃນປີ 2020 ນີ້, ຍ້ອນ ຜົລກະທົບຈາກການຣະບາດ ຂອງເຊື້ອພຍາດໂຄວິດ-19 ຊຶ່ງເຮັດໃຫ້ ໂຄງການລົງທຶນຕ່າງໆ ທັງພາກຣັຖ ແລະພາກເອກຊົນ ຢຸດໄປ.

ທະນາຄານໂລກ ຍັງຣາຍງານອີກວ່າ ການຣະບາດຂອງໂຄວິດ-19 ຈະເຮັດໃຫ້ໜີ້ສິນ ຂອງປະເທດລາວເພີ່ມຂຶ້ນ, ປະຊາຊົນຈະວ່າງງານ ແລະປະສົບກັບຄວາມທຸກຍາກ ແລະແຜນການລຶບລ້າງຄວາມທຸກຍາກ ຂອງຣັຖບານລາວ ກໍຄົງໄດ້ຮັບຜົລກະທົບ ຢ່າງຫຼີກລ່ຽງໄດ້ຍາກ.

ອັດຕຣາຄວາມທຸກຍາກ ຂອງປະຊາຊົນລາວ ຕາມໂຕເລກຂອງທາງການລາວ ເມື່ອວັນທີ 26 ທັນວາປີ 2018 ມີ 5,34% ຂອງພົລເມືອງ ລາວທັງໝົດ, ແຕ່ຕາມຣາຍງານຂອງ ທ່ານ Philip Alston ຜູ້ຣາຍງານພິເສດຂອງ ສະຫະປະຊາຊາດ ເມື່ອປີ 2019 ສູງເຖິງ 25%.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org