ຫຼຸດຈາກການດ້ອຍພັທນາ ທ້າທາຍ ຣັຖບານລາວ
ການຫລຸດພົ້ນ ອອກຈາກປະເທດ ດ້ອຍພັທນາ ຍັງຖືເປັນ ເຣື່ອງທ້າທາຍ ແລະ ມີຄວາມຫຍຸ້ງຍາກ ທີ່ ຣັຖບານລາວ ຈະຕ້ອງເລັ່ງ ແກ້ໄຂ.
-
ໄຊຍາ
2020-06-15 -
-
-
Your browser doesn’t support HTML5 audio
ການຫລຸດພົ້ນອອກຈາກປະເທດ ດ້ອຍພັທນາ ຍັງຖືເປັນເຣື່ອງທ້າທາຍ ແລະ ມີຄວາມຫຍຸ້ງຍາກ ຫລາຍຢ່າງ ທີ່ຣັຖບານລາວ ຈະຕ້ອງເລັ່ງ ແກ້ໄຂເພື່ອເປົ້າໝາຍພັທນາແບບຍືນຍົງ ໃນປີ 2030, ໂດຍສະເພາະ ເຣື່ອງການພັທນາດ້ານໂຄງຮ່າງພື້່ນຖານ ທີ່ໃນເຂດຮ່າງໄກສອກຫຼີກ ເພາະໃນ ຫລາຍພື້ນທີ່ກໍຍັງ ບໍ່ມີເສັ້ນທາງ ນໍ້າປະປາ ຫລື ໄຟຟ້າ ມີໃຊ້ຢ່າງທົ່ວເຖິງ, ດັ່ງຊາວບ້ານ ແຂວງຫຼວງພຣະບາງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 15 ມິຖຸນາ ວ່າ:
"ເຮົາເຫັນວ່າມັນຍັງບໍ່ທັນເຖິງຂນາດນັ້ນດອກ ເພາະວ່າທາງດ້ານໂຄງລ່າງຖນົນຫົນທາງ ມັນກະຍັງບໍ່ດີພໍ ທີ່ຈະວ່າມັນຫຼຸດພົ້ນຄວາມທຸກຍາກ ທີ່ຈະມາເຖິງຊີ້ນ່າ ມັນຍັງໄກນ່າ ເປັນຕົ້ນການສຶກສາເບາະ ສຸຂອານາມັຍຊີ້ນ່າ."
ຊາວບ້ານກ່າວຕື່ມວ່າ ແຜນພັທນາປະເທດຂອງຣັຖບານລາວ ຕ້ອງເນັ້ນພັທນາໂຄງຮ່າງພື້ນຖານ ໃຫ້ຄວບຄຸມທຸກພື້ນທີ່ໃນປະເທດເພື່ອໃຫ້ ປະຊາຊົນເຂົ້າເຖິງ ສິ່ງອຳນວຍຄວາມສະດວກເປັນຕົ້ນເຣື່ອງ ການສຶກສາ ສຸຂອານາມັຍ ເມື່ອປະຊາຊົນມີຄວາມຮູ້ພຽງພໍ ມີສຸຂພາບແຂງແຮງ ຈະເຮັດໃຫ້ປະຊາຊົນ ສ້າງວຽກເຮັດງານທໍາ ໄດ້ຢ່າງເປັນຣະບົບ.
ປະຊາຊົນແຂວງຫຼວງນໍ້າທາ ໄດ້ກ່າວວ່າກຸ່ມບ້ານຕົນເອງ ຖືກປະກາດໃຫ້ຫຼຸດພົ້ນອອກຈາກ ບ້ານທຸກຍາກເພາະມີໂຄງຮ່າງພື້ນຖານຈຳເປັນ ໝົດແລ້ວແຕ່ມາເບິ່ງສະພາບໂຕຈິງ ກະເຫັນວ່າມີຫຼາຍຄອບຄົວ ຍັງທຸກຍາກບໍ່ມີອາຊີບ ບໍ່ມີຣາຍໄດ້, ລູກຫລານບໍ່ໄດ້ຮຽນໜັງສື ແລະ ຍັງ ຫັນວ່າມາຕຖານ ໃນການພັທນາຂອງພາກຣັຖ ບໍ່ໄດ້ເຮັດໃຫ້ປະຊາຊົນ ຫຼຸດພົ້ນອອກຈາກຄວາມທຸກຍາກ.
"ເຮົາເອົາມາຕຖານມາຕັ້ງເນາະ ສີສຸຂສາລາ ມີນໍ້າລິນ ມີໂຮງຮຽນ ມີເສັ້ນທາງ ມີໄຟຟ້າເຂົ້າສູ່ບ້ານ ອັນນີ້ເວົ້າເຣື່ອງມາຕຖານຂອງບ້ານຫັ້ນໃດ ແຕ່ວ່າມາເວົ້່າ ເຣື່ອງຄອບຄົວການພັທນາ ຂອງຄອບຄົວມັນຍັງ ບໍ່ທັນພົ້ນມັນຍັງຫຼາຍຄອບຄົວ ທຸກຍາກ ຫັ້ນນ່າ."
ຕໍ່ບັນຫາດັ່ງກ່າວເຈົ້າໜ້າທີ່ ກະຊວງແຜນການ ແລະການລົງທຶນ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ສິ່ງທີ່ສຳຄັນທີ່ຣັຖບານລາວ ຈະຕ້ອງເອົາໃຈໃສ່ ຊຸກຍູ້ສົ່ງເສີມໃຫ້ດີ ແລະ ມີປະສິດຕິພາບສູງ ກໍຄືການພັທນາ ບຸຄລາກອນ ແລະປະຊາຊົນພາຍໃນປະເທດ ໃຫ້ມີຄວາມຮູ້ ຄວາມສາມາດ ໃນເຣື່ອງຕ່າງໆ.
"ໂຕນີ້ພວກເຮົາກະເປັນຫ່ວງຫລາຍໃດ໊ ອັນບຸຄລາກອນ ເຮົາປະຊາຊົນເຮົາຫັ້ນນ່າ ມີຄວາມຮູ້ຄວາມສາມາດແນວໃດ ປະຊາຊົນທີ່ຂະເຈົ້າ ບໍ່ຮູ້ໜັງສື ບໍ່ມີຄວາມຮູ້ດີພໍຫັ້ນນ່າ ກະເຮັດໃຫ້ເຂົາເຈົ້າມີບັນຫາ."
ນັກອະນຸຮັກ ສິ່ງແວດລ້ອມໃນລາວ ທ່ານນຶ່ງໄດ້ໃຫ້ທັສນະ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າແຜນການ ແລະທິດທາງໃນ ການພັທນາ ແລະ ປົກປັກຮັກສາສິ່ງແວດລ້ອມ ໃນລາວ ທີ່ຣັຖບານລາວ ໄດ້ວາງອອກ ຖືວ່າເດີນມາຖືກທາງແລ້ວ ສະແດງອອກໃຫ້ເຫັນ ຢູ່ບ່ອນວ່າ ສັງຄົມຢາກມີສ່ວນຮ່ວມ ຫຼາຍຂຶ້ນ ແລະ ໃນທິດທາງຕໍ່ໜ້າກໍ ຄວນຮັກສາ ແລະ ເຮັດໃຫ້ດີຂຶ້ນຕື່ມ.
“ດີຂຶ້ນ, ສັງເກດໄດ້ຈາກການທີ່ວ່າເຮົາເຮັດຝຶກອົບຮົມ ແລະໃຫ້ຄວາມຮູ້ໃນເວລາຜ່ານມາ. ຈາກແຕ່ກ່ອນແມ່ນເຂົາເຈົ້າຊິເປັນແຕ່ແບບຢ່າງ ໝາຍເຖິງວ່າ ບໍ່ຖິ້ມຂີ້ເຫຍື້ອຊະຊາຍ, ແຕ່ວ່າໃນປັດຈຸບັນນີ້ ຄວາມຄິດເຂົາເຈົ້າ ກ້າວໄກຂຶ້ນ ດ້ວຍການທີ່ວ່າ ເມື່ອຂ້ອຍເຣີ່ມຈາກໂຕເອງໄດ້ ແລ້ວ ຂ້ອຍສາມາດເຮັດຫຍັງບາງຢ່າງ ຫຼືວ່າເຊີນຊວນຜູ້ອື່ນ ມາເຮັດຫຍັງນຳໄດ້ແດ່. ອັນນີ້ຖືໄດ້ວ່າ ນ້ອງຮູ້ສຶກວ່າມັນກ້າວໄກຈາກ 2-3 ປີິຜ່ານມາ.”
ນັກເສຖສາຕລາວ ທ່ານນຶ່ງ ກໍໄດ້ໃຫ້ທັສນະ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ເຊັ່ນດຽວກັນວ່າ ໃນການກຳນົດ ແລະຮ່າງແຜນ ພັທນາເສຖກິຈ-ສັງຄົມແຫ່ງຊາຕລາວ 5 ປີ ຄັ້ງຕໍ່ໄປ, ຣັຖບານລາວ ຄວນຖືເອົາວຽກງານ ການປັບປຸງການເຮັດທຸຣະກິຈ ໃນລາວເປັນສິ່ງ ສຳຄັນທີ່ສຸດ ເພື່ອເຮັດໃຫ້ປະເທດຫລຸດພົ້ນ ອອກຈາກການເປັນປະເທດດ້ອຍພັທນາ ໃນທີ່ສຸດ.
“ມັນເປັນໄລຍະເວລາທີ່ວ່າ ຣັຖບານຕ້ອງໄດ້ຈິງຈັງຫຼາຍ ເຣື່ອງການດຳເນີນທຸຣະກິຈ ຢູ່ເມືອງລາວນີ້ ໃຫ້ສະດວກ ຖືກ ແລະ ກະໄວ.”
ລາວໄດ້ກຳນົດແຜນອອກຈາກ ປະເທດດ້ອຍພັທນາ ມາແຕ່ປີ 2001 ເປັນຕົ້ນມາ ໃນຂນະນັ້ນແມ່ນກຳໜົດແຜນການໃນໄລຍະ 20 ປີກໍຄື ຮອດປີ 2020 ໃຫ້ປະເທດລາວພົ້ນອອກ ຈາກສະຖານະພາບ ດ້ອຍພັທນາ.
ຜ່ານການສຳຣວດຂອງອົງການສະຫະປະຊາຊາດ ຄັ້ງທຳອິດໃນປີ 2018 ແມ່ນຍັງບໍ່ຜ່ານເນື່ອງຈາກ ສາມເງື່ອນໄຂ ທີສະຫະປະຊາຊາດ ວາງອອກ ນັ້ນ ລາວປະຕິບັດໄດ້ສອງເງື່ອນໄຂ ຄື; ລາຍຮັບແຫ່ງຊາດ ເງື່ອນໄຂແມ່ນ 1.230 ໂດລາສະຫະຣັຖ ແຕ່ລາວປະຕິບັດໄດ້ 1.996 ໂດລາ ສະຫະຣັຖ. ສ່ວນເງື່ອນໄຂຊັບສິນມະນຸດ ຕ້ອງສູງກວ່າ 66 ແຕ່ລາວຢູ່ທີ່ 72,8 ຖືວ່າປະຕິບັດໄດ້ ແລະເງື່ອນໄຂຄວາມ ບອບບາງ ທາງດ້ານເສຖິກດ ຕ້ອງຕໍ່າກ່ວາ 32 ແຕ່ລາວຢູ່ທີ່ 33,7 ຖືວ່າປະຕິບັດບໍ່ໄດ້. ໂດຍປີ 2021 ອົງການສະຫະປະຊາຊາດ ຈະເຂົ້າມາປະເມີນຄືນໃໝ່.
ຕໍ່ກໍຣະນີດັ່ງກ່າວ ທ່ານ ບູນຍັງ ວໍຣະຈິດ ປະທານປະເທດ ສປປລາວ ຢືນຢັນວ່າ ເມື່ອວັນທີ 24 ເມາສາ 2020 ຜ່ານມາວ່າລາວຈະຫຼຸດ ພົ້ນຈາກການເປັນປະເທດດ້ອຍພັທນາ ແລະກ້າວຂື້ນເປັນປະເທດ ກຳລັງພັທນາ ທີ່ປະຊາຊົນມີຣາຍຮັບ ຣະດັບປານກາງຫາສູງພາຍໃນປີ 2030 ເຖີງແມ່ນວ່າຈະໄດ້ຮັບຜົລກະທົບ ຈາກພຍາດໂຄວິດ-19 ໃນຕົ້ນ ປີ 2020 ກໍ່ຕາມ.
ອີກດ້ານນຶ່ງຣັຖບານຕ້ອງການເຮັດໃຫ້ປະຊາຊົນ ຫລຸດພົ້ນອອກຈາກ ຄວາມທຸກຍາກກ່ອນຈະກ້າວໄປເຖິງເປົ້າໝາຍ ພັທນາຕາມທິດສີຂຽວ ແລະ ຍືນຍົງໃນປີ 2030.
ທາງດ້ານເຈົ້າໜ້າທີ່ທະນາຄານໂລກປະຈຳລາວ ຣະບຸວ່າກອງທຶນການລຶບລ້າງ ຄວາມທຸກຍາກໄດ້ຮັບການສນັບສນູນ ທຶນຈາກທະນາຄານ ໂລກມູນຄ່າ 54 ລ້ານ ໂດລາ ສະຫະຣັຖ. ເພື່ອແກ້ໄຂບັນຫາ ຄວາມຍາກຈົນ ໃນເຂດຊົນນະບົດ. ສ່ວນສະພາບເສຖກິດ ຂອງລາວໃນປີ 2020 ທະນາຄານໂລກ ຄາດວ່າ ມີການຂຍາຍໂຕພຽງ 1% ໃນກໍຣະນີ ພື້ນຖານ ແລະ ອາດຈະຫົດໂຕເຖີງ -1,8% ໃນກໍຣະນີ ຕໍ່າໃນປີ 2020 ຍ້ອນຜົລກະທົບ ຈາກພຍາດໂຄ ວິດ-19.
ການຣະບາດດັ່ງກ່າວຈະເຮັດໃຫ້ການຂາດດຸນງົບປະມານ ເພີ່ມຂຶ້ນໃນປີ 2020 ໃນຣະດັບ 7,5 – 8,8% ຂອງ ຈີດີພີ. ຜົລກໍຄືຣະດັບໜີ້ສິນ ຄາດວ່າຈະເພີ່ມຂຶ້ນເປັນ 65-68% ຂອງຈີດີພິໃນປີ 2020 ເຊີິ່ງ ເພີ່ມຈາກ 59% ຂອງຈີດີພີ ໃນປີ 2019. ເຊິ່ງມັນສົ່ງຜົລກະທົບໄປທຸກ ຂແນງການ ອັນສົ່ງຜົລໃຫ້ການປະເມີນຂອງ ສະຫະປະຊາຊາດ ໃນປີ 2021 ເພື່ອກ້າວໄປຊູ່ຫລຸດພົ້ນ ອອກຈາກປະເທດດ້ອຍພັທນາ ໃນປີ 2024.